3 ຄອບຄົວຈະບໍ່ໄດ້ຄ່າ ຊົດເຊີຍ

ສຸພັດຕາ
2018.06.29
F-nam-ou-dam ຊາວບ້ານໃນເຂດ ກໍ່ສ້າງເຂື່ອນນໍ້າອູ
RFA/LB

ບ້ານຫາດຊົວ ເມືອງປາກອູ ແຂວງຫລວງພຣະບາງ ເປັນບ້ານນຶ່ງ ທີ່ມີປະຊາຊົນ 38 ຄອບຄົວ ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ເຂື່ອນນ້ຳອູ1 ໃນນັ້ນ ມີ 3 ຄອບຄົວ ຈະບໍ່ໄດ້ຮັບຄ່າຊົດເຊີຍ. ດັ່ງປະຊາຊົນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ:

“ໂຕເລກທີ່ອອກມາທຳອິດເນາະ ມັນມີ 38 ຄອບຄົວເປັນຫຍັງ ລະໃນ 38 ຄອບຄົວ ມັນກະມີເຮົາຢູ່ນຳລະ ເປັນຫຍັງເຂົາຈຶ່ງຕັດອອກ ເຮົາບໍ່ເຂົ້າໃຈ ອັນດຽວນີ້ ຫັ້ນນ່າ ເຂົາມາຕັດອອກ ໃບມັນຍັງມີຢູ່ ເຮືອນນາຍບ້ານ ແຕ່ວ່າ 38 ຄອບຄົວ ຕອນທີ່ແລກ ຫັ້ນເນາະ ຫັ້ນນ່າ ແຕ່ວ່າດຽວນີ້ລະ ເຂົາມາຕັດອອກເລີຍ ອັນທີ່ວ່າ 3 ຄອບຄົວນີ້ ບໍ່ໄດ້ ຫັ້ນນ່າ ເຫລືອ 35 ຄອບຄົວຫັ້ນນ່າ.”

ໃນການຈ່າຍຊົດເຊີຍ ໂຄງການຈະບໍ່ໄດ້ຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ທີ່ມາສ້າງເຮືອນໃໝ່ ແຕ່ 3 ຄອບຄົວນັ້ນແມ່ນມາຕັ້ງເຮືອນກ່ອນທີ່ຈະມີ ໂຄງການ ເຂື່ອນນ້ຳອູເຂົ້າມາ, ດັ່ງທ່ານກ່າວຕື່ມວ່າ:

“ມັນຜິດພາດແຕ່ເບື້ອງຕົ້ນ ເຂົາວ່າເຮົາເປັນເຮືອນຕັ້ງໃໝ່ ແຕ່ຄວາມຈິງເຮົາກະຕັ້ງໃໝ່ແລ້ວ ກ່ອນເຂົາມາເຮັດເຂື່ອນແລ້ວ ຫັ້ນນ່າ ເຂົາຂຽນວ່າ ເຮື່ອນຕັ້ງໃໝ່ ເຂົາກະບໍ່ໄດ້ເວົ້າຈັກຄຳ ເຮົາເປັນຜູ້ເວົ້າຫັ້ນນ່າ ແລະເຂົາບໍ່ໃຫ້ເລີຍຫັ້ນນ່າ ແຕ່ຄວາມຈິງເຮືອນເຮົາ ກະຕັ້ງກ່ອນເຂື່ອນແລ້ວ.”

ແຕ່ໃນຂນະດຽວກັນ ເຈົ້າໜ້າທີ່ທ່ານນຶ່ງ ຜູ້ຮັບທີ່ຮັບຜິດຊອບວຽກງານ ເຣື້ອງຄ່າຊົດເຊີຍ ໃຫ້ແກ່ປະຊາຊົນບ້ານຫາດຊົວ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 27 ມິຖຸນາ ວ່າ:

ສາເຫດທີ່ ທັງ 3 ຄອບຄົວ ບໍ່ຖືກບັນຈຸ ເຂົ້າໃນຄອບຄົວ ທີ່ຈະໄດ້ຮັບຄ່າຊົດເຊີຍ ຍ້ອນວ່າ ຄອບຄົວນຶ່ງ ບໍ່ມີປຶ້ມສຳມະໂນຄົວ ແລະ ອີກສອງຄອບຄົວ ແມ່ນຫາກໍ່ມາຢູ່ປີ 2016 ຊຶ່ງມາຕັ້ງເຮືອນ ຫລັງຈາກ ທາງການໄດ້ແຈ້ງການວ່າ ຈະມີການສ້າງເຂື່ອນ.

ບ້ານຫາດຊົວມີທັງໝົດ 90 ຄອບຄົວ ແຕ່ຈຳນວນຄອບຄົວ ທີ່ຈະໄດ້ຮັບຄ່າຊົດເຊີຍ ແມ່ນ 35 ຄອບຄົວ. ເຈົ້າໜ້າທີ່ທາງການ ຈະເວົ້າເຖິງແຕ່ຄວາມໝາຍ ແລະຄວາມສຳຄັນຂອງໂຄງການ ເຂື່ອນນ້ຳອູເທົ່ານັ້ນ. ດັ່ງທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີ ກະຊວງພລັງງານ ແລະບໍ່ແຮ່ ໄດ້ກ່າວຕໍ່ນັກຂ່າວໂທລະພາບ ແຫ່ງຊາດ ໃນວັນທີ 7 ພຶສຈິກາ ປີ 2017 ໃນຂນະທີ່ ທ່ານ ເຂົ້າຮ່ວມພິທີ ອ່ວຍນ້ຳ ເພື່ອສ້າງເຂື່ອນນ້ຳອູ1  ຕອນນຶ່ງວ່າ:

“ໂຕນີ້ລະເປັນ ອາ ອາ ຄວາມໝາຍຄວາມສຳຄັນທີ່ສຸດ ໃນການສ້າງສາພັທນາປະເທດຊາດ ຂອງພວກເຮົາ ຊຶ່ງໂຄງການເຫລົ່ານີ້ ລ້ວນແລ້ວ ແຕ່ຈັດເຂົ້າຢູ່ໃນແຜນ ພັທນາເສຖກິດສັງຄົມ.”

ການກໍ່ສ້າງເຂື່ອນນໍ້າອູ 1 ທີ່ມີກຳລັງການຜລິດ 180 ເມັກກະວັດ ໄດ້ເລີ້ມມາແຕ່ປີ 2016 ແລະ ຈະສຳເຣັດການກໍ່ສ້າງ ໃນປີ 2019 ໂດຍແມ່ນບໍຣິສັດ Power China ເປັນເຈົ້າຂອງໂຄງການ.

ເຂື່ອນນ້ຳອູ1 ນອນຢູ່ໃນໂຄງການ ເຂື່ອນນ້ຳອູ ໄລຍະສອງ ທີ່ຮວມຢູ່ກັບໂຄງການ ເຂື່ອນນ້ຳອູ3, ນ້ຳອູ 4 ແລະ ນ້ຳອູ 7. ທັງໝົດ ມີກຳລັງການຜລິດປະມານ 700 ເມັກກະວັດ ໃນຂນະທີ່ ໂຄງການເຂື່ອນນໍ້າອູ ໄລຍະນຶ່ງ ຮວມມີເຂື່ອນນ້ຳອູ 2, ເຂື່ອນນ້ຳອູ 5 ແລະ ເຂື່ອນນ້ຳອູ 6 ຊຶ່ງທັງໝົດ 7 ເຂື່ອນ ມີມູນຄ່າ 2.8 ຕື້ ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.