ບ້ານຈັດສັນ ສຳລັບຜູ້ຖືກຜົລກະທົບ ຈາກໂຄງການ ຣົຖໄຟລາວ-ຈີນ ພາກເໜືອ ສ້າງສຳເຣັດແລ້ວ

ໄຊຍາ
2022.06.03
ບ້ານຈັດສັນ ສຳລັບຜູ້ຖືກຜົລກະທົບ ຈາກໂຄງການ ຣົຖໄຟລາວ-ຈີນ ພາກເໜືອ ສ້າງສຳເຣັດແລ້ວ ບັລຍາຍຮູບພາບ: ເຮືອນຈັດສັນ ຂອງຊາວບ້ານ ໃນເຂດບ້ານບວມອໍ້, ເມືອງຊຽງເງິນ ແຂວງຫຼວງພຣະບາງ ທີ່ຫຼີກທາງໃຫ້ໂຄງການ ທາງຣົຖໄຟລາວ-ຈີນ (TS), ວັນທີ 30 ພຶສພາ 2022.
RFA

ການກໍ່ສ້າງບ້ານຈັດສັນ 4 ບ້ານໃນ 3 ແຂວງ ພາກເໜືອທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ກໍ່ສ້າງສຳເຣັດແລ້ວ 100% ຊຶ່ງຮວມທັງໝົດມີ 349 ຫຼັງ ຮວມມູນຄ່າການກໍ່ສ້າງປະມານ 33 ລ້ານປາຍໂດລ້າຣ໌ສະຫະຣັຖ ຫຼືເທົ່າກັບ 221,98 ລ້ານຢວນສະກຸນເງິນຈີນ.ໃນນີ້ມີບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ. ບ້ານນາໝໍ້ໃຕ້ ເມືອງນາໝໍ້, ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ.

ຂະນະທີ່ຢູ່ເຂດບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ປະຊາຊົນຍັງບໍ່ທັນໄດ້ເຂົ້າໄປຢູ່ເທື່ອເນື່ອງຈາກວັນທີ 29 ພຶສພາ 2022 ທີ່ຜ່ານມາຣັຖບານລາວ ແລະບໍຣິສັດຄຸ້ມຄອງ ໂຄງການກໍ່ສ້າງບ້ານຈັດສັນ ຫາກໍຈັດພິທີມອບບ້ານຈັດສັນ ໃຫ້ກັບທາງແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງ ຢ່າງເປັນທາງການ ຊຶ່ງທາງແຂວງຫຼວງນໍ້າທາ ກໍກະຕຣຽມທີ່ຈະມອບໃຫ້ກັບ ປະຊາຊົນບ້ານນາເຕີຍ ທີ່ຖືກຜົລກະທົບຈາກໂຄງການ ຣົຖໄຟລາວ-ຈີນ ທັງໝົດ 72 ຄອບຄົວ ແຕ່ວ່າເຮືອນທີ່ສ້າງໃນບ້ານນາເຕີຍມີ 159 ຫຼັງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຫຼວງນໍ້າທາ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 31 ພຶສພານີ້ວ່າ:

ພາຍຫຼັງທີ່ສະຖານທູດຈີນ ໄດ້ມອບໂຄງການດັ່ງກ່າວ ໃຫ້ກະຊວງໂຍທາຕາງໜ້າຣັຖບານແລ້ວ ກໍໄດ້ມອບໃຫ້ແຂວງເນາະ ແລ້ວແຂວງຈະມີແຜນສືບຕໍ່ ນຳພາຈັດຕັ້ງໂຕຈິງບໍ່ທັນມີແຜນຣະອຽດເທື່ອ ຢູ່ໃນບ້ານນາເຕີຍຜູ້ຖືກຜົລກະທົບ ທາງຣົຖໄຟໂຕຈີງແມ່ນ 72 ຄອບຄົວ ແຕ່ວ່າເຮືອນທີ່ພວກເຮົາສ້າງ ບ້ານນາເຕີຍນີ້ມີ 159 ຫຼັງ ພວມຄົ້ນຄ້ວາຈະມີເງື່ອນໄຂໄປຢູ່ຫັ້ນນ່າ.

ຂະນະດຽວກັນຊາວບ້ານ ບ້ານນາເຕີຍທ່ານນຶ່ງກໍໄດ້ກ່າວວ່າ ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການຣົຖໄຟລາວ-ຈີນ ຍັງບໍ່ທັນໄດ້ເຂົ້າໄປຢູ່ເທື່ອ ລໍຖ້າການມອບໃຫ້ຊຶ່ງຫຼາຍຄົນ ກໍຍັງຢູ່ໃນສູນພັກເຊົາ ທີ່ທາງການສ້າງໃຫ້ຢູ່ຊົ່ວຄາວ. ທີ່ຜ່ານມາປະຊາຊົນຫຼາຍຄົນ ກໍຮູ້ສຶກພໍໃຈເພາະສ່ວນໃຫຍ່ ບໍ່ໄດ້ຖືກດິນກະສິກັມ ຈະຖືກສີ່ງປຸກສ້າງຫຼາຍກວ່າ ສ່ວນໜ້ອຍເທົ່ານັ້ນທີ່ຈະຖືກດິນກະສິກັມ ແລະຜົລຜລິດທາງການກໍຊົດເຊີຍ ເປັນເງິນໃຫ້ໝົດແລ້ວ ຫຼາຍຄົນກໍພາກັນໄປຊື້ດິນບ່ອນໃໝ່ ໄວ້ທຳມາຫາກິນ.

ຍັງບໍ່ທັນມອບໃຫ້ປະຊາຊົນເຂົ້າໄປຢູ່ເທື່ອ ປະຊາຊົນກາພໍໃຈ ດີໃຈຫັ້ນແຫຼະ ຄັນວ່າມອບດິນປຸກສ້າງແລ້ວ ກໍຖືວ່າຄົບໝົດແລ້ວ ດິນທຳມາຫາກີນນັ້ນ ສ່ວນຫຼາຍມັນກາບໍ່ຖືກເນາະ ສ່ວນຫຼາຍຖືກດິນປຸກສ້້າງຫຼາຍກວ່າ ບາງອັນມັນຖືກແຕ່ຈຳນວນໜ້ອຍ ບ່ອນທຳການຜລິດຫັ້ນນະ ແລ້ວເຂົາເຈົ້າກໍໄດ້ຊົດເຊີຍເປັນເງິນແລ້ວ ເຂົາເຈົ້າກໍໄດ້ຊື້ຢູ່ບ່ອນໃໝ່ເນາະ.

ຂະນະດຽວກັນຊາວບ້ານ ທີ່ຖືກຜົລກະທົບຈາກໂຄງການຣົຖໄຟ ລາວ-ຈີນຢູ່ບ້ານຈັດສັນ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ໄດ້ຍ້າຍເຂົ້າໄປຢູ່ຕັ້ງແຕ່ທ້າຍປີ 2021 ແລ້ວ ມີຈຳນວນ 102 ຄອບຄົວ ມີເຮືອນ 107 ຫຼັງ. ສຳລັບການຊົດເຊີຍສິ່ງປຸກສ້າງ, ດິນກະສິກັມ ກໍຊົດເຊີຍໄປໝົດແລ້ວ ຫຼາຍຄົນກໍໄປຫາຊື້ດິນເຮັດການຜລິດໃໝ່ ບາງຄົນກໍຫັນໄປຄ້າຂາຍ ຫຼືຮັບຈ້າງອື່ນໆ .

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ:

ໄດ້ໄປຢູ່ແລ້ວ ຢູ່ທ້າຍເດືອນ 12 ປີ 2021. 107 ຫຼັງທີ່ພາກຣັຖໄດ້ຊົດເຊີຍໃຫ້ແລ້ວ ເຂົາເຈົ້າກາບາງຄົນໄປຊື້ດິນສ່ວນບ່ອນອື່ນ ມາທົດແທນບາງຄົນກໍຫັນໄປເຮັດຊື້-ຂາຍ ບໍຣິການອື່ນໆ.

ສ່ວນຊາວບ້ານ ບ້ານບວມອໍ້ທ່ານນຶ່ງ ໄດ້ກ່າວວ່າໄດ້ມາຢູ່ບ້ານຈັດສັນ ໄດ້ປະມານ 6 ເດືອນແລ້ວ ກໍຮູ້ສຶກພໍໃຈຣະດັບນຶ່ງ ມີຄວາມສະດວກ, ສະບາຍ. ໄຟຟ້າ, ນໍ້າ ມີໝົດ, ສ່ວນການທຳມາຫາກິນ ບາງຄົນກໍໄດ້ຮັບຈ້າງ ເປັນກຳມະກອນກໍມີ ແຕ່ສ່ວນໃຫຍ່ກໍໄປເຮັດໄຮ່, ເຮັດນາ, ເຮັດສວນ ຢູ່ເຂດບ້ານເກົ່າ ແຕ່ວ່າມີຄວາມຫຍຸ້ງຍາກ ລຳບາກຫຼາຍຍ້ອນຣົຖແລ່ນໄປບໍ່ໄດ້ ຕ້ອງຍ່າງໄປປະມານ 1 ກິໂລແມັດ.

ປະຊາຊົນກາພໍອົກພໍໃຈມາຢູ່ນີ້ແຫຼະ ການຊົດເຊີຍຕົ້ນໄມ້ຕົ້ນຕອກນີ້ ເພິ່ນກາຊົດເຊີຍໝົດແລ້ວ ໂອ້ຍທຳມາຫາກິນ ກາເປັນກັມມະກອນຫັ້ນແຫຼະ ຜູ້ເຮັດໄຮ່ເຮັດສວນກໍຢູ່ເຂດບ້ານເກົ່າພຸ້ນແຫຼະ ຍ່າງເອົາອັນຫຼັກນຶ່ງແຫຼະ ເສັ້ນທາງໄປທຳຢູ່ບ້ານເກົ່າ ມັນມັນພູຂຶ້ນໆ ບໍ່ມີທາງຣົຖຂໍ້ຫຍຸ້ງຍາກ ມີແຕ່ແນວນີ້ແຫຼະ.

ທາງດ້ານຊາວບ້ານ ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ, ຊາວບ້ານກໍເຂົ້າໄປຢູ່ແລ້ວເຊັ່ນກັນ ໄດ້ປະມານ 5-6 ເດືອນແລ້ວ ຫຼາຍຄົນກໍຮູ້ສຶກພໍໃຈ ມີພື້ນທີ່ເຮັດການຜລິດ. ສ່ວນຄ່າຊົດເຊີຍສ່ວນໃຫຍ່ກໍຈ່າຍໝົດແລ້ວ ກໍມີແຕ່ສ່ວນໜ້ອຍເທົ່ານັ້ນ ທີ່ຍັງບໍ່ໄດ້ຈ່າຍໃນເຣື່ອງດິນກະສິກັມ ທີ່ການໄປວັດແທກຄືນໃໝ່.

ໄປຢູ່ເຕັມຮ້ອຍແລ້ວເດ້ 4-5 ເດືອນແລ້ວ ເຂົາເຈົ້າກໍຊົດເຊີຍສ່ວນຫຼາຍແລ້ວ ກໍຍັງມາລ໋ອກຕ໋ອກແຕ໋ກຫັ້ນແຫຼະ ກໍກ່ຽວກັບບັນຫາເຣື່ອງທີ່ນາ ຂັ້ນຕອນເຂົາເຈົ້າໄປສຳຣວດ ອອກຈາກຈຸດນີ້ເທົ່ານີ້ແມັດ ເທົ່ານີ້ແມັດແຕ່ວ່າມັນມີຄວາມເພີ່ມຕື່ມ ບາງບ່ອນກາປະມານ 2.5 ແມັດ ບາງບ່ອນກໍປະມານ 3 ແມັດ ອັນນີ້ກໍຍັງຄາ

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງໃນເມືອງງາ ແຂວງອຸດົມໄຊ ທີ່ຂໍສງວນຊື່ ແລະ ຕຳແໜ່ງກໍໄດ້ກ່່າວວ່າ ຄ່າຊົດເຊີຍໃນເຂດບ້ານນາຄົກ ທາງການໄດ້ຈ່າຍຄົບໝົດແລ້ວ ມີທັງໝົດ 23 ຄອບຄົວ ສ່ວນໃຫຍ່ຖືກຜົລກະທົບ ສິ່ງປຸກສ້າງ. ສ່ວນ ໄຮ່, ນາ, ສວນ ກໍຍັງໄປເຮັດບ່ອນເກົ່າ.

ມີ 23 ຄອບຄົວແລ້ວ 100% ໝົດທຸກສິ່ງທຸກຢ່າງແລ້ວ ຢູ່ໃນຂົງເຂດຫັ້ນແລ້ວ ແມ່ນເຮົາຍ້າຍຈາກບ້ານເກົ່າ ເຂົ້າມາປະມານ 500 ແມັດ ສ່ວນພື້ນທີ່ທຳການຜລິດ ກໍສູ້ເອົາໂຕເກົ່າໝົດ ອັນນີ້ມັນກະທົບໂຕເຮືອນສື່ໆ.

ທ່ານຍັງກ່າວຕື່ມວ່າ ສ່ວນບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊນັ້ນ ບໍ່ຮູ້ຣາຍລະອຽດດີວ່າ ຊາວບ້ານເຂົ້າໄປຢູ່ແລ້ວ ຫຼືບໍ່. ທາງວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນາໝໍ້ ແລະ ຊາວບ້ານເຂດນັ້ນກໍບໍ່ສາມາດຕິດຕໍ່ໄດ້.

ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຈັດສັນ 4 ແຫ່ງ ຢູ່ແຂວງຫຼວງນໍ້າທາ ແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງມີ 3 ສັນຍາ ແລະ 3 ບໍຣິສັດ ຮັບເໝົາກໍ່ສ້າງຄືສັນຍາທີ່ 1 ແຂວງຫຼວງນໍ້າທາຮັບເໝົາກໍ່ສ້າງ ໂດຍບໍຣິສັດຊຽງໄຮ້ກໍ່ສ້າງຮຸ້ນສ່ວນ ຈຳກັດ ມີມູນຄ່າ 96.23 ລ້ານຢວນ. ກໍ່ສ້າງບ້ານນາເຕີຍເນື້ອທີ່ທັງໝົດ 19.6 ເຮັກຕ້າຣ໌ ຈຳນວນ 159 ຫຼັງ, ມີຂນາດໃຫຍ່ 76 ຫຼັງ, ຂນາດກາງ 45 ຫຼັງ ແລະ ຂນາດນ້ອຍ 38 ຫຼັງ.

ສັນຍາທີ 2 ຮັບເໝົາກໍ່ສ້າງໂດຍບໍຣິສັດກໍ່ສ້າງ ລົງທຶນແລະຖືຮຸ້ນ ແຂວງຢູນານ ຈຳກັດ, ມູນຄ່າ 42.49 ລ້ານຢວນ. ກໍ່ສ້າງຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ 60 ຫຼັງ ເນື້ອທີ່ 12.4 ເຮັກຕ້າຣ໌ ມີຂນາດໃຫຍ່ 10 ຫຼັງ, ຂນາດກາງ 3 ຫຼັງ, ຂນາດນ້ອຍ 47 ຫຼັງ ແລະໄດ້ກໍ່ສ້າງຢູ່ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ 23 ຫຼັງ, ເນື້ອທີ່ 8.7 ເຮັກຕ້າຣ໌ ຂນາດໃຫຍ່ 5 ຫຼັງ, ຂນາດກາງ 3 ຫຼັງ, ຂນາດນ້ອຍ 15 ຫຼັງ

ສ່ວນສັນຍາທີ 3 ຮັບເໝົາກໍ່ສ້າງໂດຍບໍຣິສັດ ໂນຣີນໂກ ຮ່ວມມືສາກົນຈຳກັດມີມູນຄ່າ 70.29 ລ້ານຢວນກໍ່ສ້າງບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ມີ 107 ຫຼັງ, ເນື້ອທີ່ທັງໝົດ 23.76 ເຮັກຕ້າຣ໌ ມີຂນາດໃຫຍ່ 13 ຫຼັງ, ຂນາດກາງ 68 ຫຼັງ ແລະ ຂນາດນ້ອຍ 26 ຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.