ພາກລັດ ມີແຜນອອກວີຊ້າ ຄົນງານຕ່າງດ້າວ ແກ້ບັນຫາ ຂາດຄົນງານ

ຈຳປາທອງ
2024.04.29
ພາກລັດ ມີແຜນອອກວີຊ້າ ຄົນງານຕ່າງດ້າວ ແກ້ບັນຫາ ຂາດຄົນງານ ໂຕຢ່າງ: ຄົນງານລາວ ພວມຕໍ່ແຖວລໍຖ້າ ຂໍເຮັດພາສປອດ ເພື່ອໄປຊອກເຮັດວຽກ ຢູ່ຕ່າງປະເທດ. (PV) ເດືອນຕຸລາ 2017
RFA

ກະຊວງແຮງງານ ແລະສະຫວັດດິການສັງຄົມລາວ ມີແຜນທີ່ຈະອອກວີຊາ ໃຫ້ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ລາວ ແບບຜິດກົດໝາຍ ແລະຈະຕໍ່ອາຍຸໃບອະນຸຍາດເຮັດວຽກ ໃຫ້ຄົນງານທີ່ເຂົ້າມາແບບຖືກກົດໝາຍ ໂດຍສະເພາະຜູ້ທີ່ມີວິຊາສະເພາະ ແລະທັງນັກລົງທຶນ ຊຶ່ງເປັນວິທີການນຶ່ງ ໃນການແກ້ໄຂບັນຫາການຂາດເຂີນຄົນງານຢູ່ລາວ ດັ່ງເຈົ້າໜ້າທີ່ແຮງງານ ແລະສະຫວັດດິການສັງຄົມທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ເມສານີ້ວ່າ:

“ມີໆ ມັນກໍຕ້ອງມີຈຸດປະສົງ ຖ້າສິມານໍ ບໍລິສັດຢູ່ທາງນີ້ ວ່າຊິເຮັດແນວໃດໆ ແລ້ວເຂົາກໍສະເໜີມາຄາໂຄຕາ ມັນກໍບໍ່ໄດ້ລະບຸ ມັນກໍຂື້ນຢູ່ກັບເງື່ອນໄຂຜູ້ທີ່ມາ ກະເສດກໍມີ ອັນອຸດສາຫະກໍາກໍມີ ບໍ່ ດຽວນີ້ ມັນມາທາງລັດຖະການ ມັນມີຍີ່ປຸ່ນ  ມັນມີເກົາຫລີ ມັນມີອັນນະຈີນຫັ້ນແຫລະ ມາວິຊາການກໍມີ ພະມ້າກໍມີ ເປັນກໍາມະກອນກໍມີ  ແມ່ນຂື້ນກັບຈີນ ກັບວຽດນາມ ໃບອະນຸຍາດວ່າຖືກກົດໝາຍ ປະ ເທດໃດກໍໄດ້ ທີ່ມີຈຸດປະສົງອອກມາ ແຕ່ຖ້າຈຸດປະສົງເພື່ອວ່າ ບາງດ້ານມັນກໍອາດຈະຕ້ອງການດ້ານວິຊາການບໍ່ ແລະຜູ້ທີ່ມີຈຸດປະສົງຢາກມາເຮັດວຽກ ແລະດໍາເນີນທຸລະກິດໃນລາວ ເປີດກວ້າງຫລາຍດ້ານ ອີງໃສ່ຕາມກອບຂອງອາຊຽນຫັ້ນແຫລະ”  

ແລະເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການນໍາຄົນງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ລາວນາງນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ການເປີດໂອກາດໃຫ້ຄົນງານຕ່າງປະເທດ ທີ່ມີສີມືແຮງງານ, ມີຄວາມຮູ້ວິຊາສະເພາະ ຄວາມຊ່ຽວຊານ ເຂົ້າມາເຮັດວຽກຢູ່ລາວ ກໍເປັນການດີ ທີ່ຄົນງານລາວ ຈະໄດ້ຮຽນຮູ້ ແລະຖອດຖອນບົດຮຽນນໍາ.

“ມາກໍດີນໍ ເຂົາເອົາສິ່ງໃໝ່ໆເຂົ້າມາ ເອົາວິຊາການເຂົ້າມາ ມາສອນໃຫ້ຄົນລາວເດ ມາສອນໃຫ້ຄົນຢູ່ນີ່ເດ ເອົາສິ່ງໃໝ່ໆເຂົ້າມາ ເອົາອີ່ຫຍັງເຂົ້າມາ ເປີດກວ້າງເດ ເລື່ອງການຕະຫລາດນໍ ແລ້ວກໍເອົາຄວາມຮູ້ຄວາມຫຍັງມາສອນເດ ທຸກຢ່າງເລີຍໆ  ເພາະວ່າຂາດຄວາມຮູ້ແດ່ ມາສອນແດ່  ທາງນີ້ແຫລະ ກໍໜ້ອຍຢູ່ແລ້ວ ຢູ່ລາວມັນເງິນເດືອນຕໍ່າ ດຽວນີ້ພາກັນຂົນກັນໜີໄປໝ້ອງອື່ນກັນໝົດ ເພາະວ່າເຂົາກໍບໍ່ໄຫວເດ ຄ່າຄອງຊີບ ຕິບໍ່ໄດ້ ເຮົາຕິເພີ່ນບໍ່ໄດ້ ເພາະວ່າແຮງງານທຸກຄົນເຂົາກໍຕ້ອງມີກິນມີຢູ່ ລູກເຕົ້າຕ້ອງຮຽນໜັງສື ຕ້ອງຫຍັງນໍ ໝ້ອງໃດໄດ້ເງິນ ເຂົາກໍໄປລະ”

ນາງກ່າວຕື່ມວ່າ ເຖິງແມ່ນທາງການລາວ ຈະເປີດກວ້າງໃຫ້ຄົນງານຕ່າງປະ ເທດເຂົ້າມາເຮັດວຽກຢູ່ລາວຫລາຍຂື້ນ ແຕ່ສໍາລັບຄົນງານຈີນ ທີ່ເຂົ້າມາຢູ່ ແລະເຮັດວຽກຢູ່ລາວ ທາງການລາວ ຈໍາເປັນຕ້ອງໄດ້ເອົາໃຈໃສ່ ກວດສອບຢ່າງເຂັ້ມງວດ ຍ້ອນວ່າ ພວກເຂົາ ຢູ່ແບບບໍ່ຖືກຕ້ອງຕາມກົດໝາຍ, ຢູ່ແບບເຖື່ອນ ເອກກະສານໝົດກໍານົດຢູ່ລາວແລ້ວ ກໍບໍ່ກັບຄືນໄປຈີນ ແລະທັງມີການເຊື່ອມໂຍງກັບກຸ່ມສີເທົານໍາດ້ວຍ.

“ຢູ່ແບບບໍ່ຖືກຕ້ອງ ເອກກະສານໝົດແລ້ວກໍບໍ່ໄປ ແລ້ວມັນເປັຍລັກສະນະສີເທົາຫລາຍ ຢູ່ເຖື່ອນຫລາຍ ເພີ່ນເລີຍເຂັ້ມເຂົ້າ ປີທໍາອິດມີໂຕຕົນວ່າ ສັງກັດຢູ່ໝ້ອງນີ້ ໂຮງງານນີ້ ອາດຈະຢູ່ໝ້ອງນັ້ນ ໝ້ອງນີ້ ບາດປີທີສອງ ບໍ່ມີຢູ່ໃນຂໍ້ມູນຂອງອັນນັ້ນເລີຍ ເປັນຂອງປອມຫັ້ນນະ ເຂົາໄປ ໂຕຢ່າງພວກຊັງຈຽງນີ້ບັກຫລາຍໆ ຕະຫລາດຊັງຈຽງນີ້ ຄື ຄືຢູ່ໃນຕໍາຫລວດ ເຮັດກັບຕໍາຫລວດ ເຮັດກັບນາຍໜ້ານີ້ ເຮັດໄປຖືກຕ້ອງ ແຕ່ໝົດອາຍຸແລ້ວ ແລ້ວປີຕໍ່ມາມາເຮັດ ບໍ່ຢູ່ໃນກົງຕົ້ນຂອງລັດຖະບານເລີຍ”

ປັດຈຸບັນ ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກດ້ານວິຊາການ ຫລືເປັນກໍາມະກອນຢູ່ລາວ ສ່ວນຫລາຍຈະມານໍາ ໂຄງການລົງທຶນຂະໜາດໃຫຍ່ ຂອງປະເທດນັ້ນ ເປັນຕົ້ນໂຄງການກໍ່ສ້າງຂົວ-ທາງ, ໂຄງການສ້າງເຂື່ອນໄຟຟ້າ, ໂຮງກາຊີໂນ ດັ່ງນາຍໜ້າຈັດຫາຄົນງານລາວ ໄປເຮັດວຽກນໍາບໍລິສັດຕ່າງປະ ເທດນາງນຶ່ງເວົ້າວ່າ:

ສ່ວນຫລາຍກໍຂະເຈົ້າ ມາເຮັດອີ່ຫຍັງກໍ ຂົວທາງບໍ່ອີ່ຫຍັງນີ້ນ່າ ແມ່ນ ກໍເປັນແບບກາຊີໂນອີ່ຫຍັງກໍມີ ກໍເປັນທົ່ວໄປເລີຍ ແລ້ວແຕ່ເຂົາຕ້ອງການແນວໃດ ກໍາມະກອນກໍໄດ້ ພວກອັນນັ້ນຫັ້ນກໍໄດ້ ມັນຈະມີອັນນັ້ນ ເອົາແຕ່ວ່າອັນນ່າ ໂຄງການຂະເຈົ້າສົນໃຈເອົາປະເທດໃດມາເຮັດ ສົມມຸດວ່າລາວນີ້ເນາະ ມີໂຄງການເນາະ ມີໂຄງການກໍ່ສ້າງແນວນີ້ ເນາະ ຕ້ອງການແຮງງານໄທ ກໍມາເຮັດໄດ້ແນວນີ້ນ່າ.

ແລະເຈົ້າໜ້າທີ່ຝ່າຍພັດທະນາຊັບພະຍາກອນມະນຸດ ຢູ່ແຂວງຫລວງພະບາງນາງນຶ່ງ ກໍເວົ້າວ່າ ຫາກນັກທຸລະກິດຕ່າງປະເທດ ເຂົ້າມາລົງທຶນຢູ່ລາວຫລາຍຂື້ນ ມັນກໍຈະຊ່ອຍໃຫ້ຄົນງານລາວ ມີວຽກເຮັດງານທໍາຫລາຍຂື້ນ ຊຶ່ງສ່ວນຫລາຍກໍແມ່ນນັກທຸລະກິດຈີນ ບໍລິສັດຈີນ ເຂົ້າມາລົງທຶນໃນໂຄງການຕ່າງໆ.

ສ່ວນຫລາຍກໍແມ່ນໂຄງການອີ່ຫຍັງຂອງບໍລິສັດຈີນເລີຍ ເຈົ້າ ເອີ ແມ່ນໆ ທົ່ວໄປສ່ວນຫລາຍຂະເຈົ້າກໍ ກໍບໍ່ຊ່າງສິເວົ້າ ກໍມີຫລາຍຢູ່ ແບບເປັນໂຄງການຂອງວຈີນ ແລ້ວກໍພວກຮ້ານອາຫານ ໂຮງແຮມ ແລ້ວກໍພວກຂົນສົ່ງອີ່ຫຍັງຕ່າງໆ ພວກບໍລິສັດ ພະນັກງານກໍມີ ແລ້ວກໍກໍາມະກອນອີ່ຫຍັງກໍມີ ສ່ວນຫລາຍກໍມີແຕ່ການຈ້າງແຮງງານລາວ.

ເມື່ອຄົນງານຕ່າງປະເທດເຂົ້າມາເຮັດວຽກ ແລະຢູ່ລາວ ແບບຜິດກົດໝາຍ ຫລາຍຂື້ນ ທາງການລາວກໍໄດ້ຫາມາດຕະການແກ້ໄຂ ຄືເມື່ອກ່ອນໜ້ານີ້ ໃນປີ 2012 ລັດຖະບານລາວ ໄດ້ເລີ່ມດໍາເນີນການຂື້ນທະບຽນ ຄົນງານຕ່າງປະເທດ ທີ່ເຂົ້າມາອາໄສ ແລະເຮັດວຽກຢູ່ລາວ ແລະໃນປີ 2023 ທີ່ຫາກໍຜ່ານໄປນີ້ ເພື່ອຄຸ້ມຄອງຄົນງານຕ່າງປະເທດ ທີ່ຜິດກົດໝາຍ ທາງການລາວ ໄດ້ເປີດສູນ ຢູ່ຜະແນກແຮງງານ ແລະສະຫວັດດິການສັງຄົມ ຂອງແຕ່ລະແຂວງທົ່ວປະເທດ ເພື່ອໃຫ້ຄົນງານຕ່າງປະເທດຂື້ນທະບຽນ ແລະອອກໃບອະນຸຍາດເຮັດວຽກຊົ່ວ ຄາວໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.