ອະໄລ່ຣົດໂຕໂຍຕ້າ ຈະຜລິດໃນລາວ

0:00 / 0:00

ບໍຣິສັດ ຣົດ ໂຕໂຍຕ້າ ຈະສ້າງ ສູນຜລິດ ເຄື່ອງປະກອບ ພາຍໃນ ຂອງຣົຖຍົນ ແຫ່ງທຳອິດ ໃນລາວ.

ລາຍງານຂ່າວ ຈາກຍີີ່ປຸ່ນ ແຈ້ງມາວ່າ ບໍຣິສັດ ໂຕໂຍຕ້າ ຈະມາສ້າງ ໂຮງງານຜລິດ ເຄື່ອງປະກອບ ພາຍໃນ ຣົຖຍົນ ແຫ່ງທຳອິດ ທີ່ ແຂວງ ສວັນນະເຂດ ໃນເດືອນ ເມສາ ປີນີ້. ອັນນີ້ເປັນ ໂຮງງານ ແຫ່ງທຳອິດ ຂອງ ເຄື່ອຂ່າຍ ໂຕໂຍຕ້າ ໂບໂຊກູ ທີ່ສ້າງສູນກາງ ຜລິດໃນລາວ.

ບໍຣິສັດໃຫມ່ ທີ່ຕັ້ງຢູ່ລາວ ຈະໃຊ້ເປັນ ບໍຣິວານ ຖານຜລິດ ເພີ້ມຈາກ ໂຮງງານ ການຜລິດ ຂອງ ເຄືອຂ່າຍ ທີ່ປະເທດໄທ. ໂຮງງານ ດັ່ງກ່າວ ຈະເລີ້ມຜລິດ ເຄື່ອງ ປະກອບ ພາຍໃນ ຣົຖຍົນ ເຊັ່ນ ທີ່ຫຸ້ມເບາະນັ່ງ ໃນເດືອນ ເມສາ ປີນີ້ ເປັນຕົ້ນໄປ ແລະ ຈະສົ່ງໄປ ປະກອບ ສ່ວນ ທີ່ສູນກາງ ຜລິດເບາະນັ່ງ ທີ່ ປະເທດໄທ.

ການສ້າງຕັ້ງ ຖານຜລິດ ໃນລາວ ບໍຣິສັດ ໂຕໂຍຕ້າ ມີແຜນການ ຈະຂຍາຍ ການຜລິດ ແລະ ການຈຳຫນ່າຍ ຣົຖຍົນ ທີ່ມີ ຄຸນນະພາບ ສູງ ໄປທົ່ວ ຂົງເຂດ ເອເຊັຽ ແລະ ໂອເຊອານີ ຊຶ່ງເປັນຕລາດ ທີ່ສຳຄັນ. ບໍຣິສັດ ໂຕໂຍຕ້າ ຈະສືບຕໍ່ ບໍຣິການ ລູກຄ້າ ດ້ວຍຣົຖຍົນ ທີ່ມີ ຄຸນນະພາບ ສນຸກສບາຍ ແລະ ປອດພັຍ ບໍ່ວ່າ ຈະເປັນທາງໃນ ແລະ ນອກຣະບົບ.

ໂຮງງານ ທີ່ລາວ ແມ່ນຕັ້ງຢູ່ ເຂດ ເສຖກິດ ພິເສດ ສວັນ-ເຊໂນ ດ້ວຍການລົງທຶນ ປະມານ 6 ລ້ານໂດລາ ຈະຈ້າງຄົນງານ ປະມານ 180 ຄົນ ແລະ ຄາດວ່າ ຈະ ສາມາດ ຜລິດເຄຶ່ອງ ຫໍ່ເບາະນັ່ງ ໄດ້ປີລະ 2 ແສນ ຫນ່ວຍ. ປັດຈຸບັນ ເຂດເສຖກິດ ພິເສດ ສວັນ-ເຊໂນ ມີຫລາຍ ບໍຣິສັດ ເຂົ້າມາລົງທຶນ ຕັ້ງ ໂຮງງານ ແລ້ວ ສ່ວນໃຫຍ່ ແມ່ນ ບໍຣິສັດ ຈາກຈີນ ວຽດນາມ ແລະ ໄທ.