ໄມ້ຈາກເມືອງພິນຂົນໄປ ວຽດນາມ

ອຸ່ນແກ້ວ ສຸກສະຫວັນ
2015.03.18
F-logs ໄມ້ຈາກເມືອງພິນ ທີ່ ຂົນໄປ ວຽດນາມ
RFA

ແຫລ່ງຂ່າວ ຈາກ ເມືອງພິນ ແຂວງ ສວັນນະເຂດ ໄດ້ ຣາຍງານ ວ່າ ຍັງມີ ການ ຂົນສົ່ງ ໄມ້ ໄປ ປະເທດ ວຽດນາມ ຢ່າງ ຕໍ່ເນື່ອງ ໂດຍສະເພາະ ໄມ້ ຫວງຫ້າມ ເຊັ່ນ: ໄມ້ດູ່, ໄມ້ແຕ້, ກະຍຸງ, ກະຈະ, ໄມ້ແຄນ. ໄມ້ ດັ່ງກ່າວ ຈະ ສົ່ງໄປ ປະເທດ ວຽດນາມ ໂດຍ ຜ່ານ ດ່ານ ສາກົນ ລາວ-ວຽດ ແດນສວັນ ເມືອງ ເຊໂປນ. ໃນການ ສົ່ງອອກ ແມ່ນ ເອົາໄມ້ ທີ່ ຜິດ ກົດໝາຍ ສອດໄວ້ ທາງໃນ ສ່ວນວ່າ ໄມ້ ຢູ່ໃນ ໂຄຕາ ແມ່ນ ເອົາຢອງໄວ້ ເທິງ.

ໄມ້ ແປຮູບ ທີ່ ຂົນອອກໄປ ນັ້ນ ແມ່ນ ມາຈາກ ໂຮງງານ ປຸ່ງແຕ່ງ ໄມ້ ມິຕພາບ ເມືອງພິນ, ໂຮງານ ປຸງແຕ່ງ ໄມ້ ວັງກຸງ, ໂຮງງານ ປຸງແຕ່ງ ໄມ້ ສໍາເຣັດ ລາວ ພັທນາ ສ່ວນ ບຸກຄົນ, ໂຮງງານ ປຸງແຕ່ງ ໄມ້ ສໍາເຣັດຮູບ ຣັດຕະນະ ໂນນໄຊ, ໂຮງງານ ປຸງແຕ່ງ ໄມ້ ສໍາເຣັດ ຮູບ ລາວ ເຟີນີເຈີ.

ໃນ ອາທິດ ນຶ່ງ ຈະມີການ ຂົນໄມ້ ອອກ ປະມານ 3 ຄັ້ງ ຄັ້ງລະ ບໍ່ຕໍ່າ ກວ່າ 10 ຫາ 50 ຄັນ ຣົດ. ອີງຕາມ ຂໍ້ມູນ ຈາກ ແຫລ່ງຂ່າວ. ໃນການ ດໍາເນີນ ທຸຣະກິດ ໂຮງງານ ປຸງແຕ່ງ ໄມ້ ແມ່ນ ໃຊ້ຊື່ ຄົນລາວ ອອກໜ້າ ເປັນຜູ້ ດໍາເນີນ ເອກສານ ແລະ ແລ່ນ ໂຄຕາ, ແຕ່ ໃນຕົວຈິງ ແມ່ນ ຄົນວຽດນາມ ເປັນ ເຈົ້າຂອງ.

ແຫລ່ງຂ່າວ ຍັງ ຣາຍງານ ອີກວ່າ ເຈົ້າໜ້າທີ່ ຢູ່ເບື້ອງຫລັງ ທີ່ ໃຫ້ການ ສນັບສນູນ ແມ່ນ ເຈົ້າໜ້າທີ່ ຣະດັບ ການນໍາ ຂັ້ນ ເມືອງ ແລະ ແຂວງ ບາງທ່ານ ທີ່ ຮູ້ເຫັນ ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.