ການບັນລຸ ຂໍ້ຕົກລົງ ການຄ້າ ເສຣີ ຂ້າມ ທະວີບ ປາຊິຝິກ ຣະຫ່ວາງ ສະຫະຣັຖ ກັບ 11 ປະເທດ ເມື່ອ ວັນຈັນ ວັນທີ່ 5 ຕຸລາ 2015 ທີ່ ເອີ້ນວ່າ TPP, ທີ່ ໄດ້ຮັບຄໍາ ສັລເສີນ ຈາກ 12 ປະເທດ ສະມາຊິກ ວ່າ ເປັນ ຂໍ້ຕົກລົງ ຄັ້ງ ປວັດສາຕ ຄັ້ງນຶ່ງ ຂອງ ສັຕວັຕ ທີ່ 21.
ໃນທັນທີ່ ທັນໃດ ທີ່ ມີຂ່າວ ຈາກ ກອງປະຊຸມ ຄນະ ຜູ້ແທນ ເຈຣະຈາ ການຄ້າ ຂອງ ສະຫະຣັຖ ອະເມຣິກາ ກັບ ອີກ 11 ປະເທດ ຄູ່ ການຄ້າ ຂ້າມ ມະຫາສະມຸດ ປາຊິຝິກ Transpacific Partnership ທີ່ ມີຊື່ຫຍໍ້ວ່າ TPP ຢູ່ ເມືອງ ອັດແລັນຕາ ຣັຖ ຈໍເຈັຽ, ເມື່ອ ວັນຈັນ ວັນທີ 5 ຕຸລາ ນີ້. ຖ້ອຍຄໍາ ວ່າ ໄຊຊນະ ຂອງ ການ ປົກຄອງ ຣັຖບານ ສະຫະຣັຖ ອະເມຣິກາ ຖືກ ເຜີຍແຜ່ ໃນ ໜັງສືພິມ ເກືອບ ທຸກ ສະບັບ ກໍວ່າໄດ້, ພ້ອມທັງ ໃຫ້ ສາຍຍານາມ ວ່າ, ເປັນ ຂໍ້ຕົກລົງ ການຄ້າ ເສຣີ ຂ້າມ ທະວີບ ປາຊິຝິກ ຄັ້ງ ປວັດສາຕ ຂອງ ສັຕວັຕ ທີ 21.
ສໍາລັບ ປະເທດ ຄູ່ ພາຄີ ສັນຍາ ກໍ ເວົ້າວ່າ ຂໍ້ຕົກລົງ ນີ້ ຈະເຮັດໃຫ້ ການ ສົ່ງອອກ ສິນຄ້າ ຂອງ ພວກຕົນ ໄປຂາຍ ໃນຕລາດ ການຄ້າ ໃຫຽ່ ຂອງ ສະຫະຣັຖ ແລະ ຢູ່ ໃນຕລາດ ປະເທດ ສະມາຊິກ ດ້ວຍກັນ ໄດ້ ສະດວກ ຂຶ້ນ.
ພາຍໃຕ້ ຂໍ້ຕົກລົງ ນັ້ນ 98 ສ່ວນຮ້ອຍ ຂອງ ພາສີ ສິນຄ້າ ເຂົ້າ ປະເທດ ນັບຕັ້ງແຕ່ ຜລິຕຜົນ ຊີ້ນສັດ ເຫລົ້າວາຍ ນໍ້າຕານ ອາຫານ ທະເລ ສິນຄ້າ ຫຼາຍຊນິດ ທີ່ ຜລິດຈາກ ໂຮງຈັກ ໂຮງງານ ແຫລ່ງ ພລັງງານ ແລະ ເຄື່ອງຈັກ ຕ່າງໆ ຈະຖືກ ຍົກເລີກ ຫລື ຫລຸດ ຕໍ່າລົງ.
ປະເທດ ສະມາຊິກ ຢູ່ ທະວີບ ອະເມຣິກາ ທີ່ ຮ່ວມຢູ່ໃນ ຂໍຕົກລົງ ຄູ່ການຄ້າ ນີ້ ກໍມີ ສະຫະຣັຖ ອະເມຣິກາ, ຄານາດາ, ແມັກຊິໂກ, ເປຣູ, ຊີລີ. ແລະ ປະເທດ ສະມາຊິກ ຢູ່ ເອເຊັຽ ປາຊີຝິກ ກໍມີ ຄື ຍີ່ປຸ່ນ, ວຽດນາມ, ມາເລເຊັຽ, ບຣູນາຍ, ສິງຄະໂປ, ອອສເຕຣເລັຽ ແລະ ນິວຊີແລັນ.
ທ່ານ ບາຣັກ ໂອບາມາ ອອກຖ້ອຍ ຖແລງ ວ່າ ໃນ ແຕ່ລະມື້ ທີ່ ທ່ານໄດ້ໃຊ້ ເວລາ ການເປັນ ປະທານາທິບໍດີ ເພື່ອ ຕໍ່ສູ້ ໃຫ້ ເສຖກິດ ຂອງ ອະເມຣິກາ ເຕີບໃຫຽ່ ເຮັດໃຫ້ ຄົນງານ ທີ່ ມີຣາຍໄດ້ ປານກາງ ເຂັ້ມແຂງ, ໃຫ້ ຄົນງານ ອະເມຣິກັນ ແຂ່ງຂັນ ຢ່າງ ມີຄວາມ ເປັນທັມ ຢູ່ ໃນ ປະເທດ ແລະ ຢູ່ນອກ ປະເທດ, ເຮັດໃຫ້ ການ ສົ່ງອອກ ສິນຄ້າ ຜລິດ ຈາກ ອະເມຣິກາ ມີຫຼາຍຂຶ້ນ ໃນ ທົ່ວໂລກ. ທ່ານ ຖແລງ ໃນ ວັນອັງຄານ ວັນທີ 6 ຕຸລາ ຕອນນຶ່ງ ວ່າ:
"ຂໍ້ຕົກລົງ ນີ້ ເຮັດໃຫ້ ສະຫະຣັຖ ແຂ່ງຂັນ ໄດ້ຫຼາຍຂຶ້ນ ໂດຍ ຍົກເລີກ ພາສີ ອາກອນ ສິນຄ້າ 18,000 ຣາຍການ ທີ່ ຕ່າງ ປະເທດ ວາງໃສ່ ສິນຄ້າ ສະຫະຣັຖ, ຍົກ ຕົວຢ່າງ ຍີ່ປຸ່ນ ວາງ ພາສີ ນໍາເຂົ້າ ຊີ້ນງົວ ຈາກ ສະຫະຣັຖ 38 ສ່ວນຮ້ອຍ ກ່ອນຈະໄປ ຮອດຕລາດ, ມາເລເຊັຽ ປັດຈຸບັນ ວາງ ພາສີ ສິນຄ້າ ເຄື່ອງອາໄຫລ່ ຣົດ ຈາກ ສະຫະຣັຖ 30 ສ່ວນຮ້ອຍ, ວຽດນາມ ວາງພາສີ ໃສ່ ຣົດຍົນ ທຸກຄັນ ທີ່ ສະຫະຣັຖ ຂາຍ ຫຼາຍກ່ວາ 70 ສ່ວນຮ້ອຍ".
ຖ້ອຍຖແລງ ຂອງ ທ່ານ ໂອບາມາ ໃນ ຕອນຕໍ່ໄປ ວ່າ ໃນເມື່ອ ລູກຄ້າ ຂອງ ສະຫະຣັຖ 95 ສ່ວນຮ້ອຍ ຢູ່ ຕ່າງ ປະເທດ ໝົດ ພວກເຮົາ ຈະບໍ່ຍອມ ປະປ່ອຍ ໃຫ້ ຈີນ ຂຽນ ກົດຣະບຽບ ການຄ້າ ໂລກ. ພວກເຮົາ ຕ້ອງຂຽນ ຣະບຽບ ທັງໝົດ ນີ້ ເພື່ອ ເປີດຕລາດ ກວ້າງ ໃຫ້ ສິນຄ້າ ຜລິດ ຈາກ ອະເມຣິກາ ພ້ອມທັງ ຈັດ ມາຕຖານ ສໍາລັບ ປົກປ້ອງ ຄົນງານ ແລະ ສິ່ງ ແວດລ້ອມ ຢູ່ໃນ ຣະດັບສູງ ເພື່ອ ໃຫ້ຄົນງານ ແລະ ທຸຣະກິດ ຂອງ ສະຫະຣັຖ ໄດ້ຮັບການ ປະຕິບັດ ທີ່ ເປັນທັມ.
ການຄ້າ ເສຣີ ຂ້າມ ທະວີບ ປາຊີຝິກ TPP ນີ້ ກວມເອົາ ປະມານ 40 ສ່ວນຮ້ອຍ ຂອງ ມູນຄ່າ ເສຖກິດ ໂລກ ແລະ ແນໃສ່ ຈັດຕັ້ງ ຣະບຽບ ການຄ້າ ການ ລົງທຶນ ຂອງໂລກ ສໍາລັບ ສັຕວັດ ທີ 21.
ທ່ານ ໂອບາມາ ວ່າ ເມື່ອ ປີ ຜ່ານມາ ມູນຄ່າ ການສົ່ງອອກ ສິນຄ້າ ສະຫະຣັຖ ມີເຖິງ 2,000 ຕື້ ໂດລາ. ພາຍໃຕ້ ຂໍ້ຕົກລົງ ນີ້ ພາສີ ແລະ ອາກອນ ທີ່ ວາງໃສ່ ສິນຄ້າ ອະເມຣິກັນ ຢູ່ໃນ ຕລາດ ປະເທດ ເຫລົ່ານີ້ ສ່ວນໃຫຍ່ ຈະ ຫລຸດລົງ ເຖິງ 0 ເປີເຊັນ.
ທ່ານ ຊິນໂຊ ອາເບ ນາຍົກ ຣັຖມົນຕຣີ ຍີ່ປຸ່ນ ກ່າວ ຍົກຍ້ອງ ການບັນລຸ ຂໍ້ຕົກລົງ ການຄ້າ ເສຣີ TPP ນີ້ ວ່າ ມັນເປັນ ການເປີດ ສັກກະຫລາດ ໃໝ່ ສໍາລັບ ພູມີພາກ ເອເຊັຽ ແລະ ປາຊີຝິກ.
ນາຍົກ ຣັຖມົນຕຣີ ອອສເຕຣເລັຽ ທ່ານ Malcomb Turnbull ກ່າວ ຍົກຍ້ອງ ຂໍ້ຕົກລົງ ນີ້ວ່າ ມັນເປັນ ພື້ນຖານ ອັນໃຫຽ່ຫຼວງ ທີ່ ແຂງແກ່ນ ສໍາລັບ ຄວາມສົມບູນ ພູນສຸຂ ໃນ ອະນາຄົດ.
ນາຍົກ ຣັຖມົນຕຣີ ນີວຊີແລັນ ກ່າວວ່າ ມັນເປັນ ຈຸດສຸດຍອດ ຂອງຄວາມ ພຍາຍາມ ຫຼາຍປີ ທີ່ ຈະເຮັດໃຫ້ ຄົນມີ ວຽກເຮັດ ງານທໍາ ຫຼາຍຂຶ້ນ ມີ ຣາຍໄດ້ ສູງ ແລະ ມາຕຖານ ຣະດັບ ຊີວິດ ການເປັນຢູ່ ທີ່ ດີ ກວ່າເກົ່າ.
ນາຍົກ ຣັຖມົນຕຣີ ມາເລເຊັຽ ກ່າວ ຍົກຍ້ອງ ຂໍ້ຕົກລົງ ວ່າ ຕົນໄດ້ ພຍາຍາມ ຫລີກລ້ຽງ ການຈໍາກັດ ຣະບົບ ການເມືອງ ອ່ອນໄຫວ ໃນການ ໃຫ້ ຊາວ ມາເລ ສ່ວນໃຫຽ່ ໄດ້ ປຽບ ທາງ ເສຖກິດ ແຕ່ ຝ່າຍດຽວ.
ສໍາລັບຈີນ ທີ່ ບໍ່ໄດ້ເປັນ ພາຄີ ຂໍ້ຕົກລົງ ໃຫ້ ຂໍ້ສັງເກດ ດ້ວຍຄວາມ ຣະມັດຣະວັງ ວ່າ ຂໍ້ຕົກລົງ ການຄ້າ ເສຣີ ນີ້ ເປັນ ກຸນແຈ ນຶ່ງ ຂອງ ຂໍ້ຕົກລົງ ການ ຄ້າ ພູມີພາກ ເອເຊັຽ ປາຊີຝິກ. ແຕ່ ຂໍ້ຕົກລົງ ສັນຍາ ນີ້ ຍັງເປີດ ໃຫ້ ປະເທດ ອື່ນໆ ສາມາດ ເຂົ້າຮ່ວມ ເປັນ ພາຄີ ຄູ່ການຄ້າ ນີ້ໄດ້.
ຂໍ້ຕົກລົງ ການຄ້າ ເສຣີ ຂ້າມ ມະຫາ ສະມຸດ ປາຊີຝິກ ນີ້ ກ່ອນຈະນໍາ ໄປ ປະຕິບັດ ໄດ້ ແຕ່ລະ ປະເທດ ຄູ່ພາຄີ ສັນຍາ ຈະປະເຊີນ ກັບ ການ ຕ້ານ ຢັນ ຈາກ ພັກ ການເມືອງ ຝ່າຍຄ້ານ ຢູ່ໃນ ສະພາ ອີກ ຕໍ່ນຶ່ງ ກ່ອນສະພາ ຈະລົງ ຄວາມເຫັນ ໃຫ້ ສັຕຍາບັນ ໂດຍສະເພາະ ສະຫະຣັຖ ອະເມຣິກາ ຊຶ່ງ ເປັນ ປະເທດ ປະຊາ ທິປະໄຕ ນໍາໜ້າ ຂອງໂລກ ແລະ ກໍາລັງ ຢູ່ໃນ ຣະຫ່ວາງ ປີ ການ ເລືອກຕັ້ງ ເອົາ ປະທານາທິບໍດີ ຄົນໃໝ່ ອາດຈະໃຊ້ ເວລາ ຢ່າງນ້ອຍ ປະມານ ນຶ່ງ ປີ. ທ່ານ ໂອບາມາ ກ່າວ ຕື່ມວ່າ:
"ຖ້າຫາກວ່າ ຂໍ້ຕົກລົງ ສັນຍາ ນີ້ ໄດ້ຮັບ ສັຕຍາບັນ ແລະ ເຮົາເລີ້ມ ຈັດຕັ້ງ ປະຕິບັດ ເຮົາ ກໍຈະເຮັດ ໃຫ້ ອົງປະກອບ ການ ປະຕິຮູບ ໃນ ປະເທດ ຈີນ ເຂັ້ມແຂງ ຂຶ້ນ ຍ້ອນ ຜູ້ທີ່ເຊື່ອ ໝັ້ນວ່າ ແມ່ບົດ ຣະບົບ ເສຖກິດ ຈີນ ທີ່ ກໍາລັງ ໃຊ້ ຢູ່ໃນ ປັດຈຸບັນ ຈະ ບໍ່ເຮັດໃຫ້ ເສຖກິດ ຈີນ ເຕີບໃຫຽ່ ຕລອດ ໄປ. ສ່ວນນຶ່ງ ຂອງ ຣະບົບ ເສຖກິດ ເກົ່າແກ່ ທີ່ ຈີນ ໃຊ້ ຢູ່ໃນ ປັດຈຸບັນ ນີ້ ອັນນຶ່ງ ແມ່ນຈ້າງ ຄ່າ ແຮງງານ ຖືກ ເພື່ອ ຜລິດ ສິນຄ້າ ສົ່ງອອກ ນອກ ປະເທດ. ສິນຄ້າ ທີ່ ຈີນ ຜລິດ ໃນ ປັດຈຸບັນ ນີ້ ສ່ວນຫຼາຍ ແມ່ນ ປະເພດ ຣາຄາ ຕໍ່າ ມີ ປະຣິມານ ນ້ອຍລົງ ແລະ ບໍ່ເຮັດໃຫ້ ການ ເຕີບໃຫຽ່ ເສຖກິດ ຢູ່ໃນ ຣະດັບ ສູງ ດັ່ງ ທີ່ເຄີຍ ເປັນມາ ໃນເມື່ອ ຫຼາຍປີກ່ອນ. ຈີນ ຕ້ອງເປີດ ຕລາດ ສິນຄ້າ ແລະ ການລົງທຶນ ໃຫ້ ກວ້າງ, ໃຫ້ ມີການ ປົກປ້ອງ ປາຕັງ ແລະ ຊັພສິນ ທາງ ປັນຍາ, ຍຸຕິ ການ ອຸດໜູນ ບໍຣິສັດ ຣັຖ ວິສາຫະກິດ ແລະ ຫຼາຍໆ ຢ່າງຕື່ມ. ໃນເມື່ອ ປະເທດ ເພື່ອນບ້ານ ປະຕິບັດ ມາຕຖານ ສູງແລ້ວ ຈີນ ກໍຕ້ອງ ປະຕິບັດ ຕາມ ແທນທີ່ ຈະ ປະຕິບັດ ຕາມ ແບບແຜນ ເສຖກິດ ທີ່ ເກົ່າແກ່ ທີ່ ກີດກັ້ນ ສິນຄ້າ ຈາກ ປະເທດ ເພື່ອນບ້ານ ແລະ ຂອງໂລກ".
ເມື່ອ ວັນທີ 7 ຕຸລາ ນີ້ ນັກ ການເມືອງ ທີ່ ມີຊື່ສຽງ ຂອງ ສະຫະຣັຖ ມາດາມ Hillary Clinton ທີ່ ຢູ່ໃນຊ້ວງ ການ ໂຄສະນາ ຫາສຽງ ສນັບສນູນ ເພື່ອ ຢາກໃຫ້ ສະມາຊິກ ພັກ ດີໂມແກຣັດ ເລືອກເອົາ ມາດາມ ເປັນ ຕົວແທນ ເຂົ້າໄປ ແຂ່ງຂັນ ການ ເລືອກຕັ້ງ ເປັນ ປະທານາທິບໍດີ ຄົນຕໍ່ໄປ ໃນ ປີໜ້າ ນີ້ ກໍອອກມາ ຄັດຄ້ານ ສັນຍາ ຂໍ້ຕົກລົງ ການຄ້າ ຂ້າມ ມະຫາສະມຸດ ປາຊີຝິກ ນີ້ ແລ້ວ. ໃນການ ໃຫ້ ສັມພາດ ນັກຂ່າວ CNN ທັ້ງໆທີ່ ມາດາມ ເອງ ໃນ ເວລາ ເປັນ ຣັຖມົນຕຣີ ການ ຕ່າງ ປະເທດ ນັ້ນ ເປັນຜູ້ ສນັບສນູນ ການຄ້າ ເສຣີ ຂ້າມ ມະຫາສະມຸດ ປາຊີຝິກ ຂອງ ທ່ານ ໂອບາມາ ມາ ຕລອດ ແຕ່ ໃນເວລາ ຫາສຽງ ພັດ ເວົ້າວ່າ:
"ມາດາມ ວ່າ ຂ້າພະເຈົ້າ ບໍ່ ສນັບສນູນ ໃນສິ່ງທີ່ ຂ້າພະເຈົ້າ ໄດ້ຮູ້ ເຣື້ອງ ນີ້ມາ. ພວກເຮົາ ບໍ່ທັນໄດ້ ຮັບ ຣາຍລະອຽດ ທັງໝົດ. ຂ້າພະເຈົ້າ ບໍ່ເຊື່ອວ່າ ຂໍ້ຕົກລົງ ສັນຍາ ນີ້ ຈະມີ ມາຕຖານ ສູງ ທີ່ ຂ້າພະເຈົ້າ ໄດ້ ຕັ້ງໄວ້".
ຄໍາເວົ້າ ຂອງ ມາດາມ ຄລິນຕັນ ນີ້ ນັກ ວິເຄາະ ວ່າ ເປັນ ຄໍາເວົ້າ ຫາສຽງ ຈາກ ນັກ ການເມືອງ ໃນ ພັກ ດຽວກັນ ທີ່ ບໍ່ເຫັນດີ ນໍາ ຂໍ້ຕົກລົງ ສັນຍາ ນີ້ ເພາະວ່າ ໃນ ເວລາ ຫາສຽງ ກັບ ໃນເວລາ ເຮັດໜ້າທີ່ ເປັນ ຣັຖມົນຕຣີ ຕ່າງ ປະເທດ ມັນມີ ຄວາມ ຮັບຜິດຊອບ ຕ່າງກັນ.
ເຖິງຢ່າງໃດ ກໍດີ ຂໍຕົກລົງ ສັນຍາ ການຄ້າ ຂ້າມ ມະຫາສມຸດ ປາຊີຝິກ ນີ້ ນັກວິເຄາະ ເວົ້າວ່າ ເມື່ອ ນໍາມາ ປະຕິບັດ ແລ້ວ ບໍ່ໄດ້ ໝາຍຄວາມ ວ່າ ການ ນໍາເຂົ້າ ສິນຄ້າ ທຸກຊນິດ ຈະຖືກ ຍົກເລີກ ພາສີ ໃນ ທັນທີ່ ທັນໃດ ໂດຍສະເພາະ ສິນຄ້າ ຣາຍໃຫຽ່ ປະເພດ ຣົດຍົນ ປະເພດ ເຄື່ອງຈັກ ເຄື່ອງ ກົນ ແລະ ອື່ນໆ ຈະຕ້ອງ ຄ່ອຍໆ ຫລຸດລົງ ເທື່ອ ລະນ້ອຍ ເປັນຂັ້ນ ເປັນຂັ້ນ ໄປ ສຸດແລ້ວ ແຕ່ ການ ຕົກລົງກັນ ຂອງ ແຕ່ລະ ປະເທດ. ສິ່ງທີ່ ແນ່ນອນ ທີ່ສຸດ ກໍຄືວ່າ ການຄ້າ ການລົງທຶນ ຣະຫວ່າງ ປະເທດ ຈະເພີ້ມຂຶ້ນ, ກ້ອນທຶນ ມະຫາສານ ຈະ ໝູນວຽນ ຢູ່ ໃນ ເອເຊັຽ, ທະນາຄານ ຕ່າງໆ ກໍຈະ ຫລຸດ ດອກເບັ້ຽ ກູ້ຢືມລົງ, ປະເທດ ທີ່ ບໍ່ທັນ ເປັນ ສະມາຊິກ ກໍມີສ່ວນ ໄດ້ນໍາ, ແຕ່ໃນ ເວລາ ດຽວກັນ ປະເທດ ທີ່ ມີການ ຜລິດ ບໍ່ໄດ້ ມາຕຖານ ສູງ ອັນດັບ ສີມື ແຮງງານ ຕໍ່າ ກໍຈະ ປະສົບ ກັບ ຄວາມ ຫຍຸ້ງຍາກ ໃນການ ແຂ່ງຂັນ ກັບ ປະເທດ ທີ່ ກ້າວໜ້າ ທາງ ການຄ້າ ແລະ ອຸດສາຫະກັມ ແລ້ວ.