ຊາວວັງວຽງບໍ່ເຫັນດີ ໃຫ້ຈີນ ສັມປະທານດິນ

ອຸ່ນແກ້ວ ສຸກສະຫວັນ
2020.10.13
F-Vang-Vieng ເມືອງວັງວຽງ ແຂວງວຽງຈັນ ເປັນແຫຼ່ງທ່ອງທ່ຽວ ທີ່ ຂຶ້ນຊື່ລືຊາ ໄປ ທົ່ວໂລກ
Photo: RFA

ບໍຣິສັດຈີນ ຕຽມເຂົ້າມາສໍາປະທານດິນ 7,000 ເຮັກຕາ ຢູ່ 22 ບ້ານທີ່ຂຶ້ນກັບ ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງໂຄງການພັທນາໃໝ່ ເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ທັນສະໄໝ ແຕ່ຊາວລາວ ຈໍານວນນຶ່ງ ບໍ່ເຫັນດີຕໍ່ການພັທນາ ດັ່ງກ່າວ ເພາະວ່າສະເໜ່ ຂອງ ເມືອງວັງວຽງ ຄື ການທ່ອງທ່ຽວແບບທໍາມະຊາດ. ຊາວບ້ານເມືອງວັງວຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ຕຸລາ ວ່າ:

“ບໍ່ ບໍ່ຮູ້ ມັກທໍາມະຊາດນີ້ແຫຼະ ໃນອະນາຄົດ ມັນຊິເປັນແບບໃດແທ້ ມັນຊິດີບໍ່ ທຸກຢ່າງອັນດຽວ ມັນລະຊິແມ່ນຂອງຈີນ ຄົນລາວລະຊິເປັນ ກໍາມະກອນ ຊິເປັນນໍາເຂົາໄດ້ບໍ່ລະ ຂະໜາດວ່າ ທາງຣົດໄຟ ທາງຣົດດ່ວນນີ້ ມາຄົນລາວເຮົາໄປເຮັດໄດ້ ມື້ນຶ່ງ ສອງມື້ ເຂົາກະເຕະອອກລະ ເຂົາເອົາແຕ່ຄົນເຂົາເນາະ."

ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ ເຫັນແຕ່ຂ່າວຈາກສື່ອອນລາຍ ທີ່ຣາຍງານວ່າ ບໍຣິສັດຈີນ ຈະເຂົ້າມາສໍາປະທານດິນ ໃນເມືອງວັງວຽງ ເພື່ອ ພັທນາເປັນແຫຼ່ງທ່ອງທ່ຽວ ທັນສະໄໝ ແຕ່ຊາວບ້ານ ໃນພື້ນທີ່ບໍ່ເຄີຍ ໄດ້ຮັບຮູ້ຣາຍລະອຽດໃດໆ ວ່າ ບໍຣິສັດຈິີນ ຈະເຂົ້າມາສ້າງຫຍັງ, ຢູ່ບ່ອນໃດ ແລະ ມີຜົນກະທົບແນວໃດ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ຊາວແຂວງວຽງຈັນ ທ່ານນຶ່ງກ່າວວ່າ ຈີນ ຢາກໄດ້ບ່ອນໃດ ກໍເອົາໄດ້ ແລະ ບໍ່ມີຜູ້ໃດສາມາດຄັດຄ້ານໄດ້:

"ມັນເວົ້າເຫັນເຂົາສໍາຄັນມານີ້ ຢາກບໍ່ຢາກ ມັນກະບໍ່ລອດຈີນຢູ່ແລ້ວ ຊິໄປສູ້ເງິນມັນໄດ້ ປະເທດລາວ ນີ້ມັນຢາກໄດ້ບ່ອນໃດມັນຊີ້ເອົາມັນ ກະໄດ້ໝົດແລ້ວ ມັນບໍ່ມີຜູ້ເວົ້າຜູ້ວ່າຫຍັງ ມັນຊິມີໃຜຄ້ານໄດ້ ຄ້ານຕິດຄຸກ ມັນຄ້ານບໍ່ໄດ້."

ຊາວເມືອງວັງວຽງ ອີກທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ ບໍ່ຢາກໃຫ້ບໍຣິສັດຈີນເຂົ້າມາ ປ່ຽນແປງຫຍັງເພີ່ມເຕີມ ເພາະເມືອງວັງວຽງ ຄືເຂດ ທ່ອງທ່ຽວທໍາມະຊາດ:

"ບໍ່ໆ ບໍ່ໄດ້ ພວກທ່ອງທ່ຽວເມືອງລາວ ເຂົາກະເວົ້າ ວ່າ ເຂົ້າມາ ເຂົາຢາກເບິ່ງທໍາມະຊາດ ເພາະຫຼາຍຄົນເວົ້າ ຫຼາຍຄົນປະທ້ວງເດ້."

ແລະ ຊາວເມືອງວັງວຽງອີກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່່າ ໄດ້ຍິນເລື່ອງນີ້ ແຕ່ບໍ່ຮູ້ຣາຍລະອຽດ:

"ກະບໍ່ໜັກແໜ້ນຄືກັນເນາະ ກະໄດ້ຍິນ ຄືກັນເປັນຂ້າວໆ ໄປຊື່ເນາະ ຫຼາຍປີແລ້ວ ຢູ່ໄປເຮັດໄປເນາະ ອັນນີ້ເປັນເລື່ອງຣັຖ ເລື່ອງຫຼວງ ເຮົາບໍ່ຮູ້ເລື່ອງອະນາຄົດເພິ່ນ ມີແຕ່ວ່າ ກະເຮັດໄປສ້າງໄປນິ້ີ້ແຫຼະ."

ໃນຂນະທີ່ ນັກວິຊາການ ດ້ານສິ່ງແວດລ້ອມ ແລະສັງຄົມ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ປະຊາຊົນຈະມີສ່ວນ ຮ່ວມໃນໂຄງການນີ້ ໜ້ອຍ ຫຼາຍປານໃດ:

"ສ່ວນຫຼາຍແລ້ວ ເວລາທີ່ມັນເປັນໂຄງການແບບນີ້ ຂຶ້ນມາແລ້ວ ເຖິງຈະມີການປະເມີນກໍຕາມ ເຮົາບໍ່ແນ່ໃຈວ່າ ເພິ່ນຊິປະເມີນໃນລັກສນະ ແບບໃດເນາະ ເລື່ອງການມີສ່ວນຮ່ວມຂອງ ຜູ້ທີ່ທີ່ໄດ້ຮັບຜົນກະທົບ ທີ່ເຮົາຕ້ອງເບິ່ງວ່າ ເຂົາໄປມີສ່ວນຮ່ວມໜ້ອຍ ຫຼາຍປາຍໃດເນາະ ໃນການຈະປະກອບ ຄວາມຄິດຄວາມເຫັນ ໃນໂຄງການນີ້."

ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າປັດຈຸບັນບໍຣິສັດ ຜູ້ສໍາປະທານ ກໍາລັງສະເໜີ ເຖິງຣັຖບານເພື່ອພິຈາລະນາ:

"ຢູ່ຂອບເຂດເມືອງນີ້ແຫຼະ ອັນນີ້ມັນໂຄງການຍາວນານ ກະບໍ່ທັນຮູ້ວ່າຊິໄດ້ພັທນາ ມັນກະບໍ່ງ່າຍອັນຊິພັທນາ ແຫຼ່ງທ່ອງທ່ຽວນີ້ມັນຕ້ອງໄດ້ ໃຊ້ເວລາຫຼາຍປີ ແຕ່ເພິ່ນຍັງສະເໜີທາງຣັຖບານ ພິຈາຣະນາ ກະບໍ່ທັນແນ່ໃຈຣັຖບານ ຊິພິຈາຣະນາແນວໃດ ຄາດການຍາກ."

ທ່ານ ກ່າວຕື່ມອີກກວ່າ ໄດ້ມີການສຶກສາຄວາມເປັນໄປໄດ້ ແຕ່ປີ 2018 ແລະ ມີຜົນສໍາເລັດ 3 ວຽກຄື ຜົນການສຶກສາຄວາມເປັນໄປໄດ້ ດ້ານເສຖກິດ-ເທັກນິກ, ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ -ສັງຄົມ ແລະ ການສໍາຣວດທີ່ດິນ ແລະ ສ້າງແຜນນໍາໃຊ້ທີ່ດິນ ເບື້ອງຕົ້ນ ຊຶ່ງບໍຣິສັດ ໄດ້ແຈ້ງວ່າ ຈະບໍ່ມີຊາວບ້ານ ຖືກຍົກຍ້າຍ ຈາກໂຄງການ ສ່ວນຜົນກະທົບ ເລື່ອງທີ່ດິນ ບໍຣິສັດ ບໍ່ໄດ້ແຈ້ງໃຫ້ ຮັບຮູ້ເທື່ອ.

ທ່ານ ຖັງ ຊິນ ຊວານ ປະທານ ບໍຣິສັດພັທນາເຂດໃໝ່ ວັງວຽງລາວຈໍາກັດ ໄດ້ໃຫ້ສໍາພາດຕໍ່ ສໍານັກຂ່າວສານ ປະເທດລາວ ໃນວັນທີ 8 ຕຸລາ 2020 ວ່າ ໂຄງການພັທນາ ເຂດໃໝ່ວັງວຽງ ຈະກວມເອົາເບື້ອງ ຕາເວັນຕົກຂອງ ສາຍນໍ້າຊອງ ເມືອງວັງວຽງ ມີເນື້ອທີ 7,000 ເຮັກຕາ ຊຶ່ງ ໄດ້ແບ່ງເປັນ 5 ໄລຍະ ກໍ່ສ້າງ, ໄລຍະການສໍາປະທານ 29 ປີ, ມູນຄ່າການກໍ່ສ້າງ ປະມານ 5 ຕື້ ໂດລາ, ປະກອບມີການ ພັທນາ ຖະໜົນທີ່ມີມາຕຖານ, ຂົວຂ້າມນໍາຊອງ 4 ແຫ່ງ, ສູນການຄ້າ, ໂຮງແຮມ, ໂຮງໝໍ ແລະ ຫໍປະຊຸມ ນາໆຊາດ.

ບໍຣິສັດ ພັທນາເຂດໃໝ່ວັງວຽງ ລາວ ຈໍາກັດ ຄາດການວ່າ ຖ້າໂຄງການພັທນາເຂດໃໝ່ວັງວຽງ ສໍາເຣັດ ຈະສ້າງວຽກເຮັດງານທໍາ ໃຫ້ຄົນ ລາວ ໄດ້ເຖິງ 28,000 ຕໍາແໜ່ງງານ ແລະ ຈະດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວວັງວຽງ ໄດ້ ປະມານ 9 ລ້ານ ຄົນ ຕໍ່ປີ.

ໃນຕົ້ນປີ 2019 ທີ່ຜ່ານມາ, ມີປະຊາຊົນ 11 ບ້ານ ໃນຈໍານວນ 22 ບ້ານ ຄື ບ້ານໂພນເງິນ, ນາຄູນ, ຫ້ວຍແຍ້, ນາທອງ, ນ້ຳແປ, ນາບົວ, ບ້ານມ່ວງ, ບ້ານງິ້ວ, ນາໂພ, ໂພນໄຊ, ແລະ ນາໄຊ ໄດ້ພ້ອມໃຈກັນ ບໍ່ຍອມເຊັນຮັບຮູ້ ການເຂົ້າມາສຳຣວຈ ພື້ນທີ່ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ພ້ອມທັງຮຽກຮ້ອງ ໃຫ້ອຳນາດການປົກຄອງ ຂັ້ນແຂວງ ແລະ ຂັ້ນສູນກາງ ເບິ່ງຄືນຜົນກະທົບ ຕໍ່ປະຊາຊົນ ແລະ ຕໍ່ທໍາມະຊາດ ໃນເຂດ ເມືອງວັງວຽງ ໃນໄລຍະຍາວ ຍ້ອນວ່າ ເຂດດັ່ງກ່າວ ເປັນເປັນອູ່ເຂົ້າອູ່ປາຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.