ໃນພາວະ ທີ່ ດ້ານ ອຸດສາຫະກັມ ແລະ ທຸຣະກິດ ຕ່າງໆ ໃນລາວ ຕ້ອງການ ຄົນງານ ມີຝີມື ແລະ ມີຄຸນນະພາບ ສູງຢູ່ນີ້ ຫລາຍ ໂຮງ ຮຽນ ເຕັກນິກ ແລະ ຝຶກສອນ ວິຊາຊີບ ຂອງ ເອກກະຊົນ ແລະ ຣັຖ ໃນທົ່ວ ປະເທດ ຍັງບໍ່ ສາມາດ ຜລິດໄດ້ ຕາມຈໍານວນ ທີ່ ຕ້ອງການ.
ຜແນກພັທນາ ໂຄງຮ່າງ ການສຶກສາ ຕັ້ງ ເປົ້າໝາຍ ວ່າພາຍໃນ ປີ 2015 ນີ້ ຢາກໃຫ້ມີ ນັກ ສຶກສາ ເຂົ້າຮຽນ ໃນໂຮງຮຽນ ເຕັກ ນິກ ແລະ ວິຊາຊີບ ໃນທົ່ວ ປະເທດ ຢ່າງນ້ອຍ 50,000 ຄົນ.
ໃນປີ 2009 ຈໍານວນ ນັກສຶກສາ ທີ່ ເຂົ້າຮຽນ ແລະ ຝຶກແອບ ວິຊາຊີບ ໃນທົ່ວ ປະເທດ ມີພຽງ ປະມານ 20,000 ກວ່າ ຄົນ ເທົ່ານັ້ນ ໃນຂະນະທີ່ ຄວາມ ຕ້ອງການ ຂອງ ອຸດສາຫະກັມ ແລະ ທຸຣະກິດ ຕ່າງໆ ມີຫລາຍ ກວ່ານີ້.
ຕໍ່ບັນຫາ ດັ່ງກ່າວ ນີ້ ເຮົາໄດ້ ມີໂອກາດ ສັມພາດ ອາຈານ ແກ້ວ ພູມີວົງ ຄະນະ ອໍານວຍການ ໂຮງຮຽນ ອາຊີວະ ນະຄອນ ຫລວງ ວຽງຈັນ -ຮ່າໂນຍ ກ່ຽວກັບ ການສອນ ວິຊາຊີບ ໃນໂຮງຮຽນ ຂອງ ທ່ານ: ...ສຽງ...
ດັ່ງທີ່ ອາຈານ ແກ້ວ ພູມີວົງ ໄດ້ເລົ່າ ໃຫ້ຟັງນີ້ ເຮົາພໍສລຸບ ໄດ້ວ່າ ໂຮງຮຽນ ຂອງ ທ່ານ ມີຄວາມ ຕ້ອງການ ປັບປຸງ ໃຫ້ມີ ຄວາມ ກ້າວໜ້າ ຫລາຍ ກວ່ານີ້, ຢາກໃຫ້ມີ ຫ້ອງຮຽນ ພຽງພໍ ສໍາລັບ ນັກສຶກສາ ທີ່ ເພີ້ມຂຶ້ນ ໃນ ແຕ່ລະປີ ແລະ ຕ້ອງການ ຂຍາຍ ໂຮງຮຽນ.
