ທາງການນະຄອນຫລວງວຽງຈັນອອກສຳຫຼວດກວດກາ ຮ້ານບັນເທີງທັງໝົດເຖິງ 88 ຮ້ານແລະພົບວ່າຫລາຍຮ້ານ ລະເມີດກົດຣະບຽບຂອງ ທາງການ.ເຊັ່ນມີ ສິບຮ້ານເປີດເກີນເວລາສາມຮ້ານ ເປີດສຽງເພງດັງຣົບກວນຊາວບ້ານຊົນແລະອີກ ຫົກຮ້ານຍັງປ່ອຍໃຫ້ ສາວບໍຣິການມານັ່ງ ຮ່ວມໂຕະກັບແຂກຢູ່. ເຈົ້າໜ້າທີ່ນະຄອນຫລວງວຽງຈັນທ່ານນຶ່ງ ທີ່ບໍ່ປະສົງບອກຊື່ກ່າວກ່ຽວກັບເຣື່ອງນີ້ວ່າ:
“ຢູ່ຈັນທະບຸຣີນີ່ກໍມີ ບອດຄັດ ວິນເວດ ມີສະຕາ ມີບີບີ ຢູ່ສີສັດຕະນາກນີ່ ກໍມີເອັກໂກ້ນີ່ ມີໂຣມີໂອ ແລ້ວ ກໍມີຕິຄັດ ກັບອິແປງນີ່ແຫລະ 8-9 ຮ້ານ ເປັນຕົ້ນຕໍຫົວໂປ່ ຕົວການຫ່ັນ ເລິ້ມແກ້ຕົວນີ້ມັນແກ້ມັນ ກໍຂ້ອນຂ້າງຍາກເນາະ.”
ເຈົ້າໜ້າທີ່ທ່ານນີ້ອະທິບາຍວ່າ ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ປະຊຸມກັນເມື່ືອຕົ້ນເດືອນທີ່ ແລ້ວແລະຕົກລົງກັນວ່າ ຈະສຳຣວດກວດກາສະຖານທີ່ ບັນເທີງ ໃນນະຄອນຫລວງ ທຸກໆອາທິດ ແລະໄດ້ຕົກລົງອອກກົດຣະບຽບໃໝ່ ເຊັ່ນ: ຖ້າກວດເຫັນຮ້ານບັນເທີງໃດ ລະເມີດກົດຣະບຽບຄັ້ງທີ່ນຶ່ງ ຮ້ານນັ້ນຈະຖືກຕັກເຕືອນ ແລະບັນທຶກຄວາມຜິດໄວ້ ເປັນລາຍລັກອັກສອນ; ກວດ ອາທິດທີ່ສອງຜິດອີກ ຈະຖືກປັບໃໝ ແລະຄັ້ງທີ່ສາມ ຈະຖືກປິດຊົ່ວຄາວເປັນເວລານຶ່ງເດືອນ; ຫລັງຈາກນຶ່ງເດືອນ ຖ້າປັບປຸງແກ້ໄຂໃຫ້ດີຂື້ນ ກໍຈະໄດ້ຮັບອະນຸຍາດໃຫ້ເປີດ ກິຈການຄືນໃໝ່ ແຕ່ຖ້າຍັງບໍ່ມີຫຍັງ ປ່ຽນແປງ ທາງການຈະຍຶດ ໃບອະນຸຍາດ ຕລອດໄປເລີຍ.
ສ່ວນເຣື່ງອຣະບຽບການຕ່າງໆນັ້ນເຈົ້າໜ້າທີ່ທ່ານນີ້ອະທິບາຍວ່າທາງການຫ້າມຮ້ານບັນເທີງເປີດເກີນ 11 ໂມງກາງຄືນ ຫ້າມເດັກນ້ອຍອາຍຸ ຕໍ່າກວ່າ 20 ປີເຂົ້າ, ຫ້າມສາວບໍຣິການມານັ່ງໂຕະນໍາແຂກ ແລະຫ້າມໃຊ້ສຽງດັງຣົບກວນຜູ້ອື່ນ. ແຕ່ເຖິງວ່າຈະກວດກາແລະ ຫ້າມປານໃດກໍ ຕາມກໍຍັງມີການລະເມີດຢູ່ເລື້ອຍໆ ເພາະເຈົ້າໜ້າທີ່ຫຼາຍຄົນສໍ້ຣາສ ຮັບສິນບົນ.
