ວຽດນາມເລີ້ມຜລິດຢາງຢູ່ລາວ

0:00 / 0:00

ບໍຣິສັດ ຮ່ວມຫຸ້ນ ກາຊາ ເກີ ຣຸໂກ ຊື່ງ ເປັນ ບໍຣີສັດ ລູກ ຂອງກຸ່ມ ບໍຣິສັດ ຜລິດ ຢາງພາລາ ຂອງ ວຽດນາມ ທີ່ ດຳເນີນ ທຸຣະກິດ ປູກ ຢາງພາລາ ໃນລາວ ເປັນ ເຈົ້າພາບ ໃນ ພີທີ ເປີດ ໂຮງງານ ຜລິດ ຢາງພາລາ ທີ່ ແຂວງ ສວັນນະເຂດ ໃນ ວັນທີ 6 ເດືອນ ພຶສພາ ນີ້ ເພື່ອເປັນ ສັນຍາລັກ ໃນການ ເລີ້ມການ ຜລິດ ຢາງພາລາ ຄັ້ງ ທຳອິດ ໃນ ລາວ ໃນປີ 2014.

ໃນພິທີ ດັ່ງກ່າວ ຕົວແທນ ຂອງ ບໍຣິສັດ ຢາງພາລາ ວຽດນາມ ເວົ້າວ່າ ບໍຣິສັດ ຢາງພາລາ ວຽດນາມ ໄດ້ ດຳເນີນ ການປູກ ຢາງພາ ລາ ໃນ 7 ໂຄງການ ໃນລາວ ໃນ ຣະຍະ 7 ປີ ຜ່ານມາ ແລະ ໄດ້ ລົງທຶນ ປູກຢາງ ພາລາ ໃນລາວ ແລ້ວ ກວ່າ 33 ລ້ານ ໂດລາ.

ໃນປີນີ້ ທາງ ບໍຣິສັດ ຈະກີດ ຢາງພາລາ ໃນເນື້ອທີ່ ກວ່າ 700 ເຮັກຕາ ແລະ ຈະສ້າງ ໂຮງງານ ກັ່ນນ້ຳ ຢາງພາລາ ເພື່ອ ຮອງຮັບ ການຜລິດ ຢາງພາລາ ຂນາດ ໃຫຍ່ ໃນ ປະຣີມານ 5 ພັນຕັນ ຕໍ່ປີ ໃນລາວ ໃນ ໂອກາດ ອັນໃກ້ໆ ນີ້.

ນອກຈາກ ຢາງພາລາ ແລ້ວ ບໍຣີສັດ ວຽດນາມ ຍັງໄດ້ ໃຫ້ ການ ຊ່ອຍເຫລືອ ທາງດ້ານ ສັງຄົມ ໃນລາວ ນຳອີກ ດ້ວຍການ ສ້າງ ຖນົນ ຫົນທາງ ຣະບົບ ພລັງງານ ໂຮງຮຽນ ແລະ ວັດວາ ອາຮາມ ຫລາຍແຫ່ງ ໃນ ຈຳນວນ ເງີນ ຫລາຍແສນ ໂດລາ. ວຽດນາມ ປູກ ຢາງພາລາ ໃນລາວ ໃນພື້ນທີ່ ຫລາຍແສນ ເຮັກຕາ ສ່ວນໃຫຍ່ ແມ່ນໃນ ເຂດ ພາກໃຕ້.