ບາງນັກລົງທຶນວຽດນາມບໍ່ຈິງໃຈ

ອະວາຣີ
2015.02.26
f-image ນັກລົງທຶນ ວຽດນາມ ຈັບຈອງ ທີ່ດິນ ເພື່ອ ສ້າງສນາມກ໊ອຟ ຢູ່ ແຂວງອຸດົມໄຊ ແຕ່ບໍ່ສ້າງຫຍັງ
RFA

ນັກ ລົງທຶນ ວຽດນາມ ເຂົ້າມາ ຈັບຈອງ ທີ່ດິນ ເພື່ອ ສ້າງ ສນາມກ໊ອຟ ຢູ່ ແຂວງ ອຸດົມໄຊ ແຕ່ ບໍ່ສ້າງ ຈັກເທື່ອ ໜີ ກັບຄືນ ປະເທດ ແບບ ບໍ່ ສົນໃຈ ເຣື້ອງ ເຊັນ ບົດບັນທຶກ ຄວາມ ເຂົ້າໃຈ.

ເຈົ້າໜ້າທີ່ ກ່ຽວຂ້ອງ ໃນ ແຂວງ ອຸດົມໄຊ ທ່ານນຶ່ງ ກ່າວວ່າ ນັກ ລົງທຶນ ວຽດນາມ ເຫລົ່ານີ້ ໄດ້ຮັບ ສັມປະທານ ທີ່ດິນ ຈາກ ແຂວງ ເມື່ອ ປີ 2013 ເພື່ອ ສ້າງ ສນາມ ກ໊ອຟ ທີ່ ເມືອງໄຊ ແລະ ໄດ້ ສຳຣວດ ພື້ນທີ່ ແຕ່ ປະກົດວ່າ ເມື່ອ ທ້າຍປີ ກາຍ ນັກ ລົງທຶນ ວຽດນາມ ກໍຫາຍໜ້າ ໄປເລີຍ. ທາງ ເຈົ້າໜ້າທີ່ ແຂວງ ກໍ ພຍາຍາມ ຕິດຕໍ່ ເພື່ອ ຢາກ ຮູ້ວ່າ ພວກເຂົາ ຍັງ ຢາກສ້າງ ສນາມ ກ໊ອຟ ຢູ່ບໍ່; ຖ້າບໍ່ ທາງ ແຂວງ ອຸດົມໄຊ ກໍຈະໃຫ້ ສຳປະທານ ທີ່ດິນ ຕອນນັ້ນ ແກ່ ນັກລົງທຶນ ອື່ນ. ເຈົ້າໜ້າທີ່ ທ່ານນັ້ນ ກ່າວ ຕື່ມວ່າ:

“ອັນນີ້ ຂະເຈົ້າ ຈອງ ພື້ນທີ່ ປະໂດຍ ບໍ່ໄດ້ ເຮັດຫຍັງ ຫັ່ນ ຈະ ເຮັດໃຫ້ ໂອກາດ ຂອງ ຄົນອື່ນ ແລະ ໂອກາດ ຂອງ ແຂວງ ສິ ພັທນາ ຕົນເອງ ກໍຊ້າລົງ ຈັ່ງຊີ້ ຫັ່ນນະ ມັນກໍ ບໍ່ດີ ຫ່ັນແຫລະ ເນາະ ມັນ ກະເຮັດ ໃຫ້ ການ ກົດໜ່ວງ ຄັ້ນຖ້າວ່າ ມີ ຜູ້ຈິງໃຈ ຢາກເຮັດ ບາງ ເມື່ອ ມັນກະມີ ການ ພັທນາ ໄວຂື້ນ.”

ເຈົ້າໜ້າທີ່ ທ່ານນີ້ ເປີດເຜີຍ ອີກວ່າ ທີ່ ດິນຕອນ ນີ້ ເປັນຕອນ ທີ່ ຕັ້ງຢູ່ ໃນ ບໍຣິເວນ ເໝາະສົມ ແລະ ມີ ທີວທັດ ສວຍງາມ. ນັກລົງທຶນ ວຽດນາມ ໄດ້ ຮັບ ສຳປະທານ ກໍເພາະ ທາງ ແຂວງ ອຸດົມໄຊ ຖືວ່າ ພວກເຂົາ ເປັນແຂກ ພິເສດ ຂອງ ຣັຖບານ ວຽດນາມ.

ນັບແຕ່ນີ້ ເປັນຕົ້ນ ໄປ ທາງການ ແຂວງ ອຸດົມໄຊ ຈະ ສຳຣວດ ກວດກາ ນັກ ທຸຣະກິດ ຕ່າງ ປະເທດ ທີ່ ຢາກມາ ລົງທຶນ ໃນ ແຂວງ ເຂັ້ມງວດ ຂຶ້ນ ເພາະ ທາງ ແຂວງ ກໍຢາກ ໃຊ້ ທີ່ດິນ ເປັນ ປະໂຫຍດ ເພື່ອ ສ້າງສາ ພັທນາ. ການ ຈັບຈອງ ທີ່ດິນ ຊື່ໆ ເທື່ອນີ້ ບໍ່ແມ່ນ ເທື່ອ ທຳອິດ; ເມື່ອ ປີ 2012 ນັກ ລົງທຶນ ຈີນ ກໍລົງມາ ຈັບຈອງ ທີ່ດິນ ຕອນນີ້ ເຊັ່ນກັນ; ແຕ່ ຫລັງຈາກ ສຳຣວດ ອອກແບບ ແລ້ວ ກໍ ມິດງຽບ ໄປເລີຍ. ທາງ ແຂວງ ອຸດົມໄຊ ຈຶ່ງມອບ ດິນ ຕອນ ດັ່ງກ່າວ ໃຫ້ແກ່ ນັກ ລົງທຶນ ວຽດນາມ ແຕ່ ນັກ ລົງທຶນ ວຽດນາມ ກໍໜີ ປະ ໂຄງການ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.