ຊາວບ້ານຈະຍ້າຍຈາກເຂື່ອນ ໄປຢູ່ໃກ້ ທາງຣົດໄຟ

ໄຊຍາ
2020.01.07
f-railway ການກໍ່ສ້າງຂົວ ຂ້າມນໍ້າຂອງ ສໍາລັບທາງຣົດໄຟ ຣະຫວ່າງເມືອງຫຼວງພຣະບາງ ຫາ ເມືອງຈອມເພັດ (ຮູປຖ່າຍເດືອນຕຸລາ 2017)
RFA/AS

ຖ້າເຂື່ອນໄຟຟ້າຫຼວງພຣະບາງ ຖືກສ້າງຂຶ້ນຕາມທາງການລາວ ໄດ້ກຳນົດເອົາໄວ້ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຄາດວ່າອາດຈະຖືກ ໂຍກຍ້າຍໄປຢູ່ຈຸດສະຖານີຣົດໄຟ ລາວ-ຈີນ ເຂດນາສັງ ແຕ່ແຜນການໂຍກຍ້າຍ ຍັງບໍ່ທັນຣະອຽດເທື່ອ ເຈົ້າໜ້າທີ່ ຍັງລົງໄປເກັບກຳຂໍ້ມູນ ວ່າຈະເປັນໄປໄດ້ຫຼືບໍ່. ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຫຼວງພຣະບາງ ໄດ້້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 07 ມົກກະຣາ ວ່າ:

"ບໍ່ໄກຈາກບ້ານເດີມ ຄັນຖ້າມັນເກີດແທ້ ໆ ໄປໂປະ ໃຫ້ເປັນບ້ານນຶ່ງໃຫ້ມັນເປັນເຂດຊຸມຊົນເລີຍຊິນ່າ ຢາກໃຫ້ໄປຢູ່ນໍາກັນພຸ້ນເພາະວ່າ ມັນຈະສະດວກພື້ນຖານໂຄງຮ່າງ ຈະພັທນາບາດດຽວຫຼາຍ ໆ ຄົນເອົາຍ້າຍໄປໃສ່ ຢູ່ບ່ອນຈຸດສະຖານີຣົດໄຟ ຫັ້ນເນາະ ເພາະວ່າມັນ ເປັນຈຸດສຸມຢູ່ຫັ້ນເລີຍແນ່ນ່າສັງນະ ແຕ່ວ່າບໍ່ທັນຣະອຽດເທື່ອ ວ່າຈະໂຍກຍ້າຍພາຍໃນ ເດືອນໃດ ເກັບກຳຂໍ້ມູນຢູ່ ວ່າຈະເປັນໄປໄດ້ ຫຼືບໍ່ເປັນໄປໄດ້ເນາະ."

ທ່ານໄດ້ກ່າວຕື່ມວ່າ ການລົງເກັບກຳຂໍ້ມູນ ໄດ້ເຣີ້ມ ໃນທ້າຍປີ 2019 ແລ້ວຕາມການສເນີ ຂອງປະຊາຊົນ ທີ່ວ່າຕ້ອງການໂຍກຍ້າຍໄປຢູ່ ຈຸດເຂດຊຸມຊົນ ແລະ ກໍຂໍໃຫ້ໄດ້ຄ່າຊົດເຊີຍ ທີ່ເໝາະສົມ.

ມາຮອດປັດຈຸບັນ ຍັງບໍ່ທັນໄດ້ສະຫຼຸບວ່າຈະໄດ້ໂຍກຍ້າຍເມື່ອໃດ. ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງກຳລັງ ສຳຣວດເນື້ອທີ່ເຂດນາສັງ ມີປະມານ 10 ເຮັກຕ້າ ໃກ້ກັບສະຖານີຣົດໄຟ ລາວ-ຈີນ ຄາດວ່າປະຊາຊົນບ້າຍຫ້ວຍຍໍ້ ແລະບ້ານຫ້ວຍແຍ້ທີ່ຂຶ້ນກັບເມືອງ ຈອມເພັດແຂວງຫຼວງພຣະບາງ ຈະໄດ້ຮັບການຈັດສັນເນື້ອທີ່ ຫຼາຍກ່ວາໝູ່. ຕໍ່ກັບບັນຫາດັ່ງກ່າວ ຄນະກັມມະການ ບ້ານຫ້ວຍຍໍ້ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ວ່າເຫັນດີຖ້າ ໄດ້ຍ້າຍໄປຢູ່ເຂດ ທາງຣົດໄຟ.

"ເຫັນດີແຫຼະຂະເຈົ້າກໍເຫັນດີແລ້ວ ກໍໄດ້ເຊັນກັນໝົດແລ້ວ ເພິ່ນຍ້າຍຈາກໂຕນີ້ໄປແລ້ວ ໄປແບບໄປຢູ່ແບບບ້ານດຽວ ເລີຍນ່າແລ້ວນີ້ເພິ່ນມີ ຕລາດ ມີໂຮງຮຽນ ມີໂຮງໝໍ ມີສຸກສາລາ ມີຫຍັງໝົດເນາະ ຕົກລົງກໍປະຊາຊົນຕົກລົງໝົດແລ້ວເດ້ ເຫັນດີໝົດ ແລ້ວເດ້ຄັນຢູ່ ປະຊາຊົນ ເຂົາເຈົ້າ ກໍວ່າຫັ້ນແຫຼະຄັນຢູ່ກໍບໍ່ມີ ການພັທນາຫຍັງແຫຼະ ກໍຄືວ່າຢາກຍ້າຍຫັ້ນແຫຼະ."

ສ່ວນປະຊາຊົນ ທີ່ໄດ້ຮັບຜົລກະທົບປະມານ 78 ຄອບຄົວ ເຖິງແມ່ນວ່າມີບາງບັນຫາ ທີ່ບໍ່ເຫັນດີນໍາແຕ່ ກໍຕ້ອງໄດ້ປະຕິບັດຕາມ, ຍ້ອນວ່າ ແນວໃດເພິ່ນກໍຈະເຮັດແລ້ວປະຊາຊົນກໍຕ້ອງໄດ້ຍ້າຍ ໄປຕາມຄຳສັ່ງ.

"ຍ້າຍໄປ 2-3 ຫຼັກນີ້ແຫຼະ ແລ້ວໃຫ້ຕິດກັນເລີຍນະ 3-4 ບ້ານເພິ່ນໃຫ້ຍ້າຍຈຸດສຸມບ່ອນດຽວກັນເລີຍ ປະຊາຊົນເຮົາກໍຖຽງເພິ່ນບໍ່ໄດ້ນີ້ເພາະ ທາງເຈົ້າທາງນາຍເພີ່ນ ກໍວ່າລົງທືນຊໍ່ານີ້ ແລ້ວເພິ່ນວ່າແນວໃດ ເພິ່ນກໍສິເຮັດແລ້ວ ກໍຈຳເປັນແຫຼະເຮົາປະຊາຊົນ ເພີ່ນວ່າຍ້າຍກໍຕ້ອງຍ້າຍ ກໍຕ້ອງໄດ້ຍ້າຍນໍາເພິ່ນ."

ອີງຕາມຊື່ທາງການລາວຣາຍງານວ່າ ເຂື່ອນໄຟຟ້າຫຼວງພຣະບາງ ສ້າງຂຶ້ນແນ່ນອນພາຍໃນປີ 2020 ເຊະ່ງຈະສ້າງກ່ອນ ເຂື່ອນປາກແບງ ແລະ ປາກລາຍໂດຍ ດຣ.ຈັນສະແຫວງ ບຸນຍົງ ອາທິບໍດີກົມນະໂຍບາຍ ແລະແຜນພະລັງງານ ສປປລາວ ສລຸບວ່າເຂື່ອນຫຼວງພຣະບາງ ນັ້ນ ຣັຖບານລາວ ແລະ ຣັຖບານໄທ ສນັບສະນູນ ຮ່ວມກັນໂດຍສັນຍາການຊື້ຂາຍໄຟຟ້າ ໃນຂນະນີ້ຍັງຢູ່ໃນຣະຫວ່າງ ການເຮັດຂໍ້ຕົກລົງ ກັບການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທ ແລະ ບໍຣິສັດ ຊໍ ການຊ່າງ .

ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ເປັນເຂື່ອນທີ່ສ້າງຂຶ້ນ ຢູ່ນໍ້າຂອງຕອນເທີງ ບໍຣິເວັນບ້ານຫ້ວຍຍໍ້ ເມືອງຈອມເພັດ, ແຂວງ ຫຼວງພຣະບາງ ເຊີ່ງມີທີ່ຕັ້ງຮ່າງຈາກ ເຂື່ອນປາກອູ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.