ຊາວບ້ານຍັງລັກຂຸດຄຳ ຢູ່ຜາປົ່ນ ເມືອງປາກອູ

ອຸ່ນແກ້ວ ສຸກສະຫວັນ
2021.08.04
ຊາວບ້ານຍັງລັກຂຸດຄຳ ຢູ່ຜາປົ່ນ ເມືອງປາກອູ ພາຍໃນ ຂອງໂຮງງານ ປຸງແຕ່ງແຮ່ຄໍາ ຢູ່ບ້ານຜາປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ
ພາບຈາກ: ວີດີໂອ ໂທຣະທັສ ແຫ່ງຊາດລາວ

ຊາວບ້ານຈຳນວນນຶ່ງ ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ຍັງລັກໄປຂຸດຄຳ ຢູ່ເຂດບໍ່ຄຳ ຂອງບໍຣິສັດທຽນຈິນ ຫົວຄານບໍ່ແຮ່ລາວ ຈຳກັດ ຂອງນັກລົງທຶນຈີນ ຢູ່ເຂດບ້ານຜາປົ່ນ ເມືອງປາກອູ ເພື່ອຊອກຫາເສດຄຳ ໄປຂາຍເປັນຣາຍໄດ້ ໃນໄລຍະຂາດວຽກເຮັດ ງານທຳ ຍ້ອນການແຜ່ຣະບາດຂອງໂຄວິດ-19 ເຖິງວ່າບໍຣິສັດຈີນ ຈະຫ້າມຊາວບ້ານໄປລັກຂຸດຄຳ ຢູ່ເຂດດັ່ງກ່າວກໍຕາມ. ຊາວບ້ານ ເມືອງປາກອູ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ສິງຫາ ວ່າ:

"ໂອ້, ຢູ່ເຂດອື່ນ ຂະເຈົ້າໄປ ພວກຂະເຈົ້າໄປຂຸດຄຳຢູ່ ຜາປົ່ນນະ ໄປແຕ່ວັນຫັ້ນແຫຼະ ນອນປະຈຳຢູ່ພຸ້ນເລີຍນ່າ ສ່ວນຫຼາຍກະຄົນ ບໍ່ມີວຽກເຮັດງານທຳນີ້ແຫຼະ ບໍ່ມີວິທີຫາເງິນແນວໃດ ກະໄດ້ໄປເລາະຂຸດຄຳ ຢູ່ຫັ້ນແຫຼະ."

ໃນໄລຍະຜ່ານມາ ມີຊາວບ້ານບາງກຸ່ມພາກັນ ໄປລັກຂຸດຄຳຢູ່ເຂດດັ່ງກ່າວ ແລະ ກໍໄດ້ຄຳກັບມາຫຼາຍພໍສົມຄວນ ແຕ່ການເຂົ້າໄປໃນ ເຂດດັ່ງກ່າວ ຖືວ່າມີຄວາມສ່ຽງຫຼາຍ ຍ້ອນວ່າ ເຈົ້າໜ້າທີ່ຕຳຣວດ ແລະ ທະຫານ ມີການກວດກາຢູ່ ເພື່ອສະກັດກັ້ນກຸ່ມຊາວບ້ານ ທີ່ໄປລັກຂຸດຄຳ. ຊາວບ້ານ ຢູ່ເມືອງປາກອູ ອີກທ່ານນຶ່ງ ໄດ້ກ່າວວ່າ:

"ຖືກບ່ອນມັນກະໄດ້ຫຼາຍເດ້ ໄປລັກເອົານຳເຂົາຊື້ ແມ່ນຂອງເຮົາຢູ່ ແຕ່ໄປລັກເອົາ ນຳເຂົາ ຫ້າມໂອ້, ບ່ອນຂະເຈົ້າສັມປະທານ ຄົນລາວ ເຂົ້າໄປໃກ້ບໍ່ໄດ້ເດ້ ໄປກະລຳບາກຫັ້ນແຫຼະ ມີເຈົ້າໜ້າທີ່ທະຫານ ຕຳຣວດ ຂະເຈົ້າ ເປັນຫູເປັນຕາໃຫ້ພວກຂະເຈົ້າ ສັມປະທານນີ້."

ທ່ານກ່າວຕື່ມວ່າ ຈາກຂໍ້ມູນທີ່ລາວ ໄດ້ສອບຖາມຊາວບ້ານ ທີ່ໄປລັກຂຸດຄຳ ຢູ່ເຂດດັ່ງກ່າວ ຜູ້ໄປລັກຂຸດຄຳ ຖືກເຈົ້າໜ້າທີ່ຈັບໄດ້ ກໍຈະມີ ການປັບໃໝ ແລະ ປ່ອຍໂຕກັບບ້ານ ແຕ່ຄັນ ບໍ່ມີເງິນ ຈ່າຍຄ່າປັບໃໝ ກໍຈະຖືກຄວບຄຸມໂຕ ໄປດຳເນີນຄະດີ ຈຶ່ງເຮັດໃຫ້ ຊາວບ້ານຈຳນວນນຶ່ງ ທີ່ໄປລັກຂຸດຄຳ ຮູ້ສຶກຢ້ານ ແຕ່ຫຼາຍຄົນກໍບໍ່ຢ້ານ ແລະ ຍັງພາກັນໄປລັກຂຸດຄຳ ຢູ່ຄືເກົ່າ.

ຊາວບ້ານຈາກບ້ານອື່ນໆ ທີ່ໄປຂຸດຄຳຢູ່ເຂດ ເມືອງປາກອູ ຈະຖືກຈັບຕົວ ຖ້າວ່າ ເຈົ້າໜ້າທີ່ພົບເຫັນ, ແຕ່ຖ້າເປັນຊາວບ້ານຜາປົ່ນ ໄປຂຸດ ເຈົ້າໜ້າທີ່ຈະບໍ່ຈັບ. ຊາວບ້ານຢູ່ ເມືອງປາກອູ ອີກທ່ານນຶ່ງ ໄດ້ກ່າວວ່າ:

"ບໍ່ແມ່ນຊາວບ້ານຫັ້ນ ບໍ່ແມ່ນໄທບ້ານຫັ້ນ ຂະເຂົ້າກະຈັບໂອ້ ຄັນແມ່ນໄທບ້ານຫັ້ນ ຂະເຈົ້າ ກະເຮັດກັນເລັກໆໜ້ອຍໆ ໄປທັມມະດາ ຫັ້ນນ່າ ເຮັດໃຫຍ່ບໍ່ ໄດ້ວ່າຊິສາ ບໍຣິສັດ ຂະເຈົ້າມາ ສັມປະທານແລ້ວ."

ຫຼາຍພາກສ່ວນ ຈະມີການສະກັດກັ້ນ ຢ່າງເຂັ້ມງວດ ແຕ່ກໍມີຊາວບ້ານຈຳນວນນຶ່ງ ຍັງໄປຂຸດຄຳຢູ່ເຂດດັ່ງກ່າວ ຊຶ່ງບາງຄົນກໍຖືກຈັບ. ອະດີດເຈົ້າໜ້າທີ່ບ້ານຜາປົ່ນ ທ່ານນຶ່ງກ່າວວ່າ:

"ເອີ່, ເຂົາຍັງຂຸດຄຳຫຼາຍຢູ່ ຄົນລາວເຂົ້າໄປນິ ເຂົາຈັບລະຫວະ ກະປັບໃໝແດ່ ຄົນຈີນ ເຂົາກະຍັງຂຸດຢູ່."

ກ່ຽວກັບເຣື່ອງນີ້, ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການ ພະລັງງານ ແລະບໍ່ແຮ່ ເມືອງປາກອູ ແລະ ຫ້ອງການ ປກສ ເມືອງປາກອູ ເພື່ອ ສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ບອກພຽງແຕ່ວ່າ ໄດ້ມີການສະກັດກັ້ນ ບໍ່ໃຫ້ຊາວບ້ານລັກໄປຂຸດຄຳ ແຕ່ບໍ່ ສາມາດໃຫ້ຣາຍລະອຽດ ເພີ່ມຕື່ມໄດ້.

ໃນວັນທີ 2 ສິງຫາ ທີ່ຜ່ານມາ ຄະນະຜູ້ອຳນວຍການ ຂອງບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ລາວ ຈຳກັດ ໄດຣາຍງານຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ວ່ານັບແຕ່ປີ 2015 ເປັນ ຕົ້ນມາສາມາດຈັບຊາວບ້ານ ທີ່ລັກຂຸດຄຳໄດ້ 200 ຄົນ ແລະຮອດ 2020 ກໍມີຊາວບ້ານພາກັນບຸກລຸກ ຫຼາຍຂຶ້ນ ເພື່ອມາຂຸດຄຳ ຢູ່ເຂດຜາປົ່ນ ໂດຍບໍຣິສັດ ໄດ້ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວ.

ໃນປີ 2019, ເກີດເຫດຊາວບ້ານລັກຂຸດຄຳ ຢູ່ເຂດດັ່ງກ່າວ ຖືກດິນເຈື່ອນທັບ ເສັຽຊີວິດ 3 ຄົນ ບາດຈັບ 9 ຄົນ ແລະ ໃນເດືອນ ກັນຍາ ປີ ດຽວກັນ ກໍເກີດເຫດຊາວບ້ານ ໄປລັກຂຸດຄຳ ຖືກດິນເຈື່ອນທັບ ເສັຽຊີວິດ 4 ຄົນ ຍ້ອນວ່າ ຂາດອາກາດຫາຍໃຈ ໃນຂນະທີ່ຂຸດຄຳຢູ່ຮູໃຕ້ດິນ.

ບໍຣິສັດທຽນຈິນ ຫົວຄານ ບໍ່ແຮ່ລາວຈຳກັດ ໄດ້ເຣີ່ມຂຸດຄຳ ແລະ ປຸງແຕ່ງແຮ່ຄຳຢູ່ເຂດບ້ານຜາປົ່ນ ນັບແຕ່ປີ 2015 ເປັນຕົ້ນມາ ຈົນມາຮອດທ້າຍປີ 2020 ບໍຣິສັດ ໄດ້ລົງທຶນ ທັງໝົດ ມູນຄ່າ 72 ລ້ານໂດລາ ໂດຍມີພະນັກງານທັງໝົດ 434 ຄົນ ໃນນັ້ນ ພະນັກງານຄົນຈີນ 160 ຄົນ ແຕ່ບໍ່ໄດ້ລະບຸເຖິງເນື້ອທີ່ ສັມປະທານ.

ສະເພາະ 6 ເດືອນ ຕົ້ນປີ 2021 ບໍຣິສັດ ມາສາດຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ໄດ້ທັງມົດ 90,000 ຕັນ ແລະ ຜລິດໂລຫະຄຳໄດ້ 358 ກິໂລ ອີງຕາມການຣາຍງານ ຂອງ ວິທຍຸ ກະຈາຍສຽງ ແຫ່ງຊາດລາວ.

ນອກຈາກນີ້, ໃນວັນທີ 18 ກໍຣະກະດາ 2021 ທີ່ຜ່ານມາ, ຊາວບ້ານໂຈ້ຍ 5 ຄົນ, ບ້ານບົ່ງ 1 ຄົນ ແລະ ບ້ານບຸນສັງ 1 ຄົນ, ທັງໝົດ 7 ຄົນ ໄປຂຸດຄຳ ຢູ່ເຂດບ້ານແລທອງ ແລະ ບ້ານໂຈ້ຍ ເມືອງພູກູດ ແຂວງຊຽງຂວາງ ຖືກດິນຍຸບທັບ ເສັຽຊີວິດ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.