ຂ.ຜົ້ງສາລີສ້າງເທສບານ ໃໝ່

ສິດນີ
2015.07.29
F-Phongsaly ໝູ່ບ້ານ ໃນ ແຂວງ ຜົ້ງສາລີ
Citizen Journalist

ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ເວົ້າວ່າ, ປະຊາຊົນ ໃນ 14 ບ້ານ ຢູ່ເມືອງ ບຸນເຫນືອ ແຂວງ ຜົ້ງສາລີ ໄດ້ຮັບ ຜົລກະທົບ ຈາກ ໂຄງການ ສ້າງ ເທສບານ ແຂວງ ແຫ່ງໃຫມ່ ຫຼາຍ ຄອບຄົວ ໄດ້ ເສັຽທີ່ດິນ ໃຫ້ ທາງການ ແຂວງ ແບບ ບໍ່ມີທາງ ເລືອກ ແຕ່ ພວກຂະເຈົ້າ ຈະໄດ້ຮັບ ຄ່າຊົດເຊີຍ ຄືນ ພາຍຫລັງ. ດັ່ງ ທ່ານກ່າວ ວ່າ:

"ຫຼາຍໃດ 14 ບ້ານ ຜົລກະທົບ ນີ້ ກະເຣື້ອງ ດິນນາ ຂອງ ປະຊາຊົນ ນີ້ແຫລະ ໄດ້ ຊົດເຊີຍ ໃຫ້ ປະຊາຊົນ ເນາະ ຖືກນາບໍ, ຖືກສວນບໍ, ສ່ວນຫຼາຍ ກະດິນ ຣັດ, ດິນ ສງວນ ຂອງຣັດ".

ທ່ານ ກ່າວ ຕື່ມວ່າ, ສຳລັບ ຄ່າຊົດເຊີຍ ນັ້ນຍັງ ຈະຕ້ອງ ຫາລືກັນ, ເພື່ອ ໃຫ້ ມັນເປັນໄປ ແບບ ສົມເຫດ ສົມຜົລ, ແຕ່ຍັງ ບໍ່ສາມາດ ບອກ ຣາຍລະອຽດ ໄດ້ ເທື່ອ. ເຖິງຢ່າງໃດ ກໍຕາມ, ໂຄງການ ສ້າງ ເທສບານ ແຫ່ງໃຫມ່ ນີ້, ກໍບໍ່ຖືກ ເຮືອນ ປະຊາຊົນ ຫຼາຍ ປານໃດ ສ່ວນໃຫຍ່ ແມ່ນດິນ ສວນ ດິນນາ.

ທ່ານໄດ້ ອະທິບາຍ ກ່ຽວກັບ ໂຄງການ ນີ້ວ່າ, ການກໍ່ສ້າງ ຍັງ ບໍ່ຄືບຫນ້າ ຫຼາຍ ປານໃດ, ເຖິງແມ່ນວ່າ ຈະເລີ້ມ ມາແຕ່ ປີ 2010 ກໍຕາມ ຍ້ອນໄດ້ຮັບ ງົປມານ ຊ້າ. ຊຶ່ງ ໃນ ຣະຍະ 5 ປີ ທີ່ ຜ່ານມາ, ຣັຖບານ ໄດ້ ອະນຸມັດ ໃຫ້ ພຽງແຕ່ ປີລະ 11 ຕື້ ກີບ ເທົ່ານັ້ນ ເພື່ອ ມາໃຫ້ໃຊ້ ໃນການ ພັທນາ ຜັງເມືອງ, ຮ່ວມທັງ ສ້າງ ເສັ້ນທາງ ແລະ ຫ້ອງການ ຕ່າງໆ, ໃນຂນະທີ່ ໂຄງການ ນີ້ ຕ້ອງການ ງົປມານ ທັງຫມົດ 2,288 ຕື້ ກີບ.

ໃນ ກອງປະຊຸມ ປະຈຳ ເດືອນ ຄນະ ຣັຖມົນຕຣີ ໃນ ວັນທີ 27 ກໍຣະກະດາ ນີ້ ທາງການ ລາວ ໄດ້ ຕົກລົງ ເປັນ ຫລັກການ ໃນການ ຈ່າຍ ຄ່າຊົດເຊີຍ ໃຫ້ ແກ່ ຊາວບ້ານ ຜູ້ທີ່ໄດ້ ຮັບ ຜົລກະທົບ ຈາກ ໂຄງການ ພັທນາ ຂອງ ຣັຖບານ ແບບ ສົມເຫດ ສົມຜົລ, ແຕ່ຍັງບໍ່ ໄດ້ ຣະບຸ ວ່າ ຈະ ຖືກບັງຄັບ ໃຊ້ ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.