ຊາວບ້ານມອມວ່າຄ່າຊົດເຊີຍ ຕໍ່າໂພດ

ຈໍາປາທອງ
2020.10.05
F-Ban-mom ແຜນທີ່ຕັ້ງຂອງ ໂຄງການສ້້າງ ທ່າເຮືອສາກົນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
RFA

ເມື່ອອາທິດທີ່ຜ່ານມາ ໂຕແທນ ປະຊາຊົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ໄດ້ຍື່ນໜັງສືຮ້ອງຮຽນ ຕໍ່ເຈົ້າເມືອງ ເມືອງຕົ້ນເຜິ້ງ ບໍ່ຍອມຮັບເອົາເງິນຄ່າຊົດເຊີຍ ທີ່ີດິນບ້ານ ປ່າສງວນ ປະມານ 5 ແສນ ບາດ ຈາກນັກລົງທຶນຈີນ ທີ່ສໍາປະທານດິນ ບ້ານຂອງພວກຕົນ ທັງໝົດ 100 ໄຮ່ ຫລື 16 ເຮັກຕາ ເພື່ອສ້າງທ່າເຮືອຢູ່ບ້ານນັ້ນ ຍ້ອນວ່າໃຫ້ໜ້ອຍເກີນໄປ.

ຊາວບ້ານສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ໃຫ້ 1 ລ້ານ 5 ແສນບາດ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານມອມ ເມືອງຕົ້ນເຜິ້ງ ທີ່ຂໍສງວນຊື່ຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ຕຸລານີ້:

“ບັນຫາກໍບ່ອນປ່າສງວນນີ໋ເນາະ ກໍການທີ່ວ່າບ້ານ ໄດ້ປົກປັກຮັກສາ ກໍເຂົາເຈົ້າສິເອົາເປັນນໍ້າຈິດນໍ້າໃຈ ເປັນເງິນມາຊ່ວຍໃຫ້ບ້ານຈໍານວນ 5 ແສນບາດ ແຕ່ວ່າບ້ານ ວ່າດິນມັນເປັນ 100 ໄລ່ ພຸ້ນ ມັນກໍມັນກໍ ໜ້ອຍເກີນໄປ ຄ່າທີ່ບ້ານປົກປັກຮັກສາໄວ້. ຄັນບ້ານບໍ່ປົກປັກຮັກສາ ກໍບຸກຄົນໃດຜູ້ໃດ ໄປຈັບຈອງເອົາ ຊ່ວບ້ານນີ໋ ກໍຢາກຂໍເພີ່ມ ຈາກ 5 ແສນ ນີ໋ເປັນ 1 ລ້ານ 5 ແສນບາດ. ອັນນີ້ກໍຂຽນໃບສເນີໄປແລ້ວ ສເນີໄປຫາທ່ານເຈົ້າເມືອງແລ້ວ ຄັນໄດ້ເງິນ ໄດ້ສ້າງວັດວາອາຣາມ ແລ້ວກໍສ້າງຕລາດ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງລົງມາປັກຫລັກໝາຍດິນໄວ້ແລ້ວ ແຕ່ທາງບ້ານຍັງບໍ່ຍອມເຊັນຍົກດິນບ້ານ ໃຫ້ເປັນຂອງ ນັກລົງທຶນ ຈີນນັ້ນເທື່ອ ຍ້ອນຢ້ານວ່າ ຈະຖືກຈີນຕົວະ ບໍ່ໃຫ້ເງິນຄ່າ ຊົດເຊີຍ ຕາມທີ່ຊາວບ້ານຮຽກຮ້ອງ, ລໍຖ້າໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຕົກລົງກັນໄດ້ກ່ອນ.

ແລະຊາວບ້ານບ້ານມອມ ອີກຜູ້ນຶ່ງທີ່ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນອກຈາກບໍ່ຍອມຮັບເງິນຄ່າຊົດເຊີຍທີ່ວ່ານັ້ນ ແລ້ວ ຊາວບ້ານກໍຢາກຂໍດິນຕິດກັບເຂດ ທີ່ຈະສ້າງທ່າເຮືອ ນັ້ນ 2 ເຮັກຕາ ຊຶ່ງຈີນໄດ້ສໍາປະທານໄປແລ້ວນັ້ນຄືນ ເພື່ອໃຊ້ເປັນປະໂຫຍດ ສ່ວນລວມຂອງບ້ານ, ອັນນີ້ສຸດແລ້ວແຕ່ຂັ້ນເທິງ ຈະພິຈາຣະນາ:

“ບ່ອນທາງທີ່ຕິດທ່າເຮືອນີ໋ ກໍຢາກຂໍດິນໄວ້ຈັກ 2 ເຮັກຕາ ເພື່ອນໍາໃຊ້ປໂຍດ ຂອງບ້ານນີ້ແຫລະ. ເອົາມາກໍບໍ່ແມ່ນວ່າ ຈະມານໍາໃຊ້ປໂຍດ ຄົນໃດຄົນນຶ່ງນີ໋ນ່າ ພາະແຕ່ກ່ອນ ເປັນດິນທີ່ພໍ່ແມ່ປະຊາຊົນຈັບຈອງ ມີໃບແລ້ວເຈົ້ານາຍມາວຽນຄືນໃບຮອດ 20 ປີ ຕັ້ງແຕ່ທ່າເຮືອ ນີ້ມາ ມາແປງທ່າເຮືອ ນີ້ແຫລະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການແຜນການ ແລະການລົງທຶນ ເມືອງຕົ້ນເຜິ້ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 5 ຕຸລາ ນີ້ວ່າ ການກໍານົດເງິນຄ່າຊົດເຊີຍ ດິນປ່າສງວນບ້ານ 5 ແສນບາດ ເປັນຂໍ້ຕົກລົງ ທີີ່ທາງຂັ້ນເທິງຊີ້ນໍາ ອອກມາ, ຖ້າຫາກຊາວບ້ານ ຢາກ ຈະໄດ້ຫລາຍກວ່າ 5 ແສນບາດ ກໍຮຽກຮ້ອງມາຍັງ ຂັ້ນເທິງໄດ້ ແຕ່ຊິໄດ້ຫລາຍກວ່ານັ້ນ ຫລືບໍ່ ຂຶ້ນຢູ່ກັບທາງແຂວງ ແລະ ບໍຣິສັດຈີນ ທີ່ ສໍາປະທານດິນ ປ່າສງວນນັ້ນ ຈະຕົກລົງກັນ:

“ເພາະວ່າໂຄງການເຂົານີ໋ ເຂົາກໍານົດໃຫ້ແຕ່ 5 ແສນບາດ ແຕ່ນີ້ມັນຂຶ້ນກັບທາງຂັ້ນເທິງເຂົາຊີ້ນໍາ ຕາມຂໍ້ຕົກລົງຂອງຮອງເຈົ້າແຂວງກໍານົດ ໃຫ້ແຕ່ 5 ແສນ ສົມມຸດປະຊາຊົນທີ່ຮຽກຮ້ອງ ຫລາຍບາງທີກໍແລ້ວແຕ່ ແຂວງກັບບໍຣິສັດ ເຂົາລົມກັນ ຄັນວ່າຢືນຢັນ ຄັນເຂົາລົມກັນຕໍ່ ຄັນໄດ້ກໍໄດ້ ຄັນບໍ່ໄດ້ກໍບໍ່ສ່າງສິວ່າ.”

ນອກຈາກເອົາດິນປ່າສງວນ ຂອງບ້ານສ້າງທ່າເຮືອແລ້ວ ບໍຣິສັດຈີນ ຍັງສໍາປະທານກວມເອົາດິນໂຮງຮຽນນໍາອີກ. ນາຍຄຣູຢູ່ໂຮງຮຽນ ດັ່ງກ່າວ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ໄດ້ຕໍ່ສູ້ຮຽກຮ້ອງ ໃຫ້ຂັ້ນເທິງ ຫາ ທີ່ດິນສ້າງໂຮງຮຽນບ່ອນໃໝ່ໃຫ້, ດັ່ງທີ່ທ່ານກ່າວວ່າ:

“ແມ່ນຢູ່ ເຂດບ້ານມອມ ຈະເປັນເຂດພັທນາຫັ້ນນະ ທາງດ້ານຫັ້ນນະ ອຸດສາຫະກັມ ໃນຕໍ່ໜ້າ ແຕ່ວ່າຣະບົບການສຶກສານີ໋ ເຮົາຈະຖິ້ມບໍ່ໄດ້ ເດ໋ ເປັນພື້ນຖານໂຄງລ່າງ ເປັນບ່ອນສ້າງຊັພຍາກອນ ມະນຸດເດ໋. ຖ້າບໍ່ໃຫ້ກັນ ມັນກໍຕ້ອງຮອດສະພາ ພຸ້ນເດ໋ ເຮົາຕ້ອງສເນີເອົາບ່ອນທີ່ ມັນເໝາະສົມ ບ່ອນທີ່ເຮົາເຄີຍ ຍາດແຍ່ງມາກ່ອນແລ້ວຫັ້ນນ່າ ຈາກມ.ຕັນ ມາເປັນມ. ປາຍຂຶ້ນເມືອ ມັນເປັນແນວນັ້ນ ອັນແຜນນ່າ ແຕ່ດຽວ ນີ້ມັນມາແຊກແຊງ ແນວນັ້ນ ແລ້ວກໍເລີຍມີຜົລກະທົບ ບໍ່ຕົກບໍ່ແຕກແລ້ວເນາະ ດຽວນີ້ເນາະ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຮງຮຽນມັທຍົມ ຕອນຕົ້ນ ມີເນື້ອທີ່ 2 ເຮັກຕາ ມີນັກຮຽນ ທັງໝົດ 150 ຄົນ ຖືວ່າແອອັດຫລາຍ ແລະຢູ່ຂ້າງ ໂຮງຮຽນ ກໍມີໂຮງງານເຈັ້ຍ ຊຶ່ງບາງມື້ ກໍສົ່ງກິ່ນຂິວ ແລະສຽງດັງ ລົບກວນນັກຮຽນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແກແຜນການ ແລະການລົງທຶນ ແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າຫາກ ດິນທີ່ຈະປຸກໂຮງ ຮຽນມັທຍົມນັ້ນ ເປັນດິນ ທີ່ຈີນ ສໍາປະທານ ນັກລົງທຶນຈີນ ຈະເປັນຜູ້ຊອກຫາດິນ ບ່ອນໃໝ່ໃຫ້ ດັ່ງທີ່ທ່ານກ່າວວ່າ:

“ເພິ່ນ ກໍຕ້ອງຂຶ້ນໄປຊອກບ່ອນໃໝ່ໃຫ້ ຄັນມັນຖືກບ່ອນ ສັມປະທານ ຫັ້ນນ່າ ທາງອັນນັ້ນ ບໍຣິສັດເຂົາເຈົ້າ ຈະສິເຮັດໃຫ້ໃໝ່ ຊອກບ່ອນດິນ ໃຫ້ໃໝ່ ເຮັດປຸກໃຫ້ໃໝ່ ເຂົາເຈົ້າສິຊອກບ່ອນ ໃຫ້ໃໝ່ນັ້ນແຫລະ ຢູ່ໃນເຂດສັມປະທານ ກໍສິປຸກບໍ່ໄດ້.”

ແລະເຈົ້າໜ້າທີ່ຫ້ອງວ່າການປົກຄອງ ແຂວງບໍ່ແກ້ວ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ຕຸລາ ນີ້ກ່ຽວກັບ ຄ່າຊົດເຊີຍ ທີ່ຊາວບ້ານບໍ່ຍອມຮັບ ແລະ ການສ້າງໂຮງຮຽນ ຫລັງໃໝ່ ນັ້ນວ່າ ແມ່ນເປັນວຽກຂອງຂັ້ນເທິງ ຕົກລົງກັນ, ມື້ນີ້ມີກອງປະຊຸມ ໃຫຍ່ ຂອງແຂວງ ອາຈບໍ່ທັນໄດ້ຕົກລົງກັນ, ພາຍຫລັງກອງປະຊຸມ ປະມານ 1 ອາທິດ ກໍອາຈໄດ້ຂໍ້ສລຸບ.

ອີງຕາມຄໍາເວົ້າຂອງຊາວບ້ານມອມ ແລ້ວແມ່ນວ່າ ໂຄງການສໍາປະທານທີ່ດິນ ຂອງນັກລົງທຶນຈີນ ເພື່ອສ້າງທ່າເຮືອຢູ່ເຂດບ້ານມອນນີ້ ແມ່ນບໍຣິສັດ ໂອຊຽນໂນການຄ້າ, ມູນຄ່າການລົງທຶນເບື້ອງຕົ້ນ 50 ລ້ານໂດລາສະຫະຣັຖ, ຈະໃຊ້ເວລາກໍ່ສ້າງ 9 ປີ. ໂຄງການນີ້ມີ 14 ກິຈການ ຮວມທັງທ່າທຽບເຮືອ ສາກົນ, ສູນການຄ້າ, ໂຮງແຮມ, ສາງເກັບມ້ຽນນໍ້າມັນ ແລະອື່ນໆ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ຍັງບໍ່ສາມາດ ຕິດຕໍ່ໄປຫາ ບໍຣິສັດໂອຊຽນ ໂນການຄ້າ ຂອງຈີນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 06, 2020 02:45 PM

ການພັດທະນາສ້າງສາ ສປປລາວ ກໍເປັນການດີ ແຕ່ມາເບິ່ງຄັກໆແລ້ວ ການພັດທະນາດັ່ງກ່າວ ມັນແມ່ນໃຜໄດ້ຮັບຜົນປະໂຫຍດຫລາຍກວ່າ, ແລະ ເບິ່ງອີກຢ່າງນຶ່ງ ເປັນການຂະຫຍາຍອຳນາດ ທາງດ້ານເສດຖະກິດ ຂອງຈີນ ນັບມື້ນັບຫລາຍຂຶ້ນ ໃນປະເທດລາວ ໂດຍສະເພາະ ທາງພາກເໜືອ ຂອງລາວ. ອີກຈັກນ່ອຍ ລົດໄຟຄວາມໄວສູງກໍຈະສຳເລັດ ຕໍ່ໄປ ກະຊິແມ່ນ ທ່າເຮືອ ຊຶ່ງຈີນ ຈະຄວບຄຸມໝົດ ທັງທາງບົກ ແລະ ທາງນ້ຳ ມາຕັກຕວກເອົາຜົນປະໂຫຍດ ໃນສປປລາວເຮົາ ຊຶ່ງມີແຕ່ ເຈົ້າໜ້າທີ່ລັດ ແລະ ນັກລົງທຶນຈີນ ເທົ່ານັ້ນ ທີ່ໄດ້ຮັບຜົນປະໂຫຍດ ແຕ່ປະຊາຊົນ ເສັຍຜົນປະໂຫຍດ ເສັຍທີ່ດິນ ແລະ ປະເທດຊາດ ຖືກທຳລາຍ ທັງດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນາທຳອັນດີງາມ. ຜູ້ເຮົາ ບໍ່ມີຜູ້ໃດເລີຍ ເປັນຫ່ວງປະເທດຊາດ ແລະ ປະຊາຊົນ ຂອງຕົນ.