ເຊກອງຂໍໃຫ້ທາງການ ກວດຄືນ ການໃຊ້ເຄມີ

ສຸພັດຕາ
2020.11.03
f-sekong ພື້ນທີ່ດິນ ທີ່ ບໍຣິສັດວຽດນາມ ປູກຢາງພາລາ ແລະຂຸດຮ່ອງ ອ້ອມເຂດປູກຢາງໄວ້ ເພື່ອບໍ່ໃຫ້ ງົວ-ຄວາຍ ເຂົ້າໄປໄດ້
RFA

ຊາວບ້ານ ຢູ່ແຂວງເຊກອງ ຢາກໃຫ້ທາງການ ທີ່ກ່ຽວຂ້ອງ ກວດຄືນ ແລະ ແກ້ໄຂບັນຫານັກລົງທຶນ ຕ່າງປະເທດ ທີ່ເຂົ້າມາລົງທຶນປູກພືດ ເສຖກິຈ ປອດສານພິດຫຼາຍກວ່າ 100 ເຮັກຕ່າຣ໌ ພາຍໃນແຂວງ, ແຕ່ບໍ່ປະຕິບັດຕາມສັນຍາ ແລ້ວຫັນໄປປູກພືດອື່ນແທນ ພ້ອມທັງມີການ ໃຊ້ສານເຄມີ, ຊຶ່ງຊາວບ້ານເຫັນວ່າ ເປັນການຣະເມີດສັນຍາຂອງທາງການ ແລະຢາກມີການລົງໂທດຢ່າງຈິງຈັງ, ດັ່ງຊາວບ້ານ ໃນເມືອງ ດາກຈຶ້ງ ຄົນນຶ່ງ ທີ່ບໍ່ສົງບອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ພຶສຈິກາ ນີ້ວ່າ:

“ຢູ່ເຊກອງ ກະມີສານເຄມີເນາະ ຈໍາພວກຜັກ ຈໍາພວກໝາກໄມ້ ເອື້ອຍກະຢາກໃຫ້ ທາງການຫັ້ນແກ້ໄຂ ບໍ່ຢາກໃຫ້ມີສານເຄມີຫຼາຍ ເອື້ອຍ ຢ້ານລະບໍ່ ເອື້ອຍກະບໍຄ່ອຍເອົາມາຂາຍຢູ່ຮ້ານແລ້ວ.”

ນາງເວົ້າຕື່ມວ່າ ສໍາລັບຢູ່ເມືອງດາກຈື້ງ ມີນັກລົງທຶນຕ່າງປະເທດ ມາລົງທຶນປູກພືດເສຖກິຈບໍ່ຫຼາຍປານໃດ ສ່ວນໃຫຍ່ແມ່ນຢູ່ເມືອງທ່າແຕງ ຫຼາຍກວ່າເມືອງອື່ນ, ແຕ່ເຖິງຢ່າງໃດກໍຕາມ ກໍຢາກໃຫ້ທາງການລົງ ພື້ນທີ່ກວດກາ ແລະ ລົງໂທດຜູ້ຝ່າຝືນສັນຍາ ທີ່ໃຊ້ສານເຄມີ ເພາະ ອາຈເປັນອັນຕລາຍ ຕໍ່ສຸຂພາບຂອງປະຊາຊົນ ຜູ້ບໍຣິໂພຄນັ້ນໄດ້.

ຂນະທີ່ ຊາວບ້ານ ຢູ່ເມືອງທ່າແຕງ ຄົນນຶ່ງເວົ້າວ່າ ປັດຈຸບັນ ເຫັນນັກລົງທຶນ ຕ່າງປະເທດ ເປັນຕົ້ນ: ວຽດນາມ ແລະ ຈີນ ລົງມາປູກພືດ ພາຍໃນເມືອງນີ້ ເປັນຈໍານວນຫຼາຍ ແລະມີການໃຊ້ຝຸ່ນເຄມີ ແລະສານເຄມີ ອື່ນໆໃນການປູກພືດນໍາ, ແຕ່ບໍ່ຮູ້ວ່າເປັນຍ້ອນຫຍັງ ເຂົາເຈົ້າຈຶ່ງ ບໍ່ປະຕິບັດ ຕາມສັນຍາ ປູກພືດປອດສານພິດ:

“ມີໆຢູ່ ມີໆ ເພິ່ນປູກນຶ່ງເນາະກະຈຽບ ສອງແລ້ວຢາງພາຣາ ແລ້ວກະເປັນພວກພືດຫຍັງນີ້ນະ ປູກມັນຕົ້ນບໍ ປູກຫຍັງເຮົາກະບໍ່ທັນຮູ້ຣະອຽດ ນະມັນກະຫຼາຍແນວຢູ່ດອກ ໂອ..ຂ້ອຍກະບໍ່ທັນຮູ້ຣະອຽດ ປານໃດ ເດີ້ ເພາະວ່າໂຕນີ້ ວຽກໃຜວຽກມັນ.”

ທາງດ້ານເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງເຊກອງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ທາງພາກ ສ່ວນທີ່ກ່ຽວຂ້ອງ ມີແຜນລົງຕິດຕາມກວດກາ ນັກລົງທຶນຕ່າງປະເທດ ໃນທົ່ວແຂວງ ທີ່ບໍ່ປະຕິບັດຕາມສັນຍາ ປູກພືດປອດສານພິດ ນອກຈາກນັ້ນແລ້ວ ກໍໄດ້ກວດກາ ນັກລົງທຶນອີກຈໍານວນນຶ່ງ ທີ່ເຂົ້າມາເຊັນສັນຍາ ສັມປະທານທີ່ດິນ ແຕ່ບໍ່ໄດ້ເຣີ່ມການລົງທຶນໂຕຈິງ ຍ້ອນຕິດ ບັນຫາ ເຣື່ອງການຂໍເດີນທາງ ເຂົ້າປະເທດລາວ, ດັ່ງທີ່ທ່ານກ່າວວ່າ:

“ເພິ່ນຍັງຊິກວດຄືນເບິ່ງ ວ່າມັນມີໂຄງການໃດແນ່ ບາງໂຄງການ ເຂົາກະເຮັດເນາະ ຊ່ວງໂຄວິດມານີ້ ກະໄດ້ຢຸດກິຈການ ຂອງເຂົາຫັ້ນນະ ພວກເຊັນ ໃນປີ 2019 ກະມີຢູ່ບາງໂຄງການເນາະ ເຂົາກະບໍ່ໄດ້ເຂົ້າ ມາ ມັນກະເລີຍໂຈະ ບາງບໍຣິສັດ ເຂົາກະເຂົ້າມາແລ້ວ ບາງບໍຣິສັດ ພວກເຂົາກະຍັງ ຢູ່ຕ່າງປະເທດ ມີແຕ່ວິຊາການເຂົາ ປະຈໍາຢູ່.”

ກ່ຽວກັບບັນຫາ ນັກລົງທຶຶນຕ່າງປະເທດ ບໍ່ປະຕິບັດຕາມສັນຍາ ປູກພືດແບບປອດສານພິດ ແລະ ຝ່າຝືນ ໂດຍການໃຊ້ສານເຄມີ ຢູ່ນັ້ນ ຊາວກະສິກອນລາວ ທ່ານນຶ່ງ ເຫັນວ່າ ເປັນບັນຫາ ທີ່ທາງການລາວ ຄວນແກ້ໄຂ ຢ່າງຈິງຈັງ ທັງໃນແຂວງເຊກອງ ແລະ ແຂວງອື່ນໆ ຂອງລາວນໍາ ເພາະຖ້າບໍ່ເຮັດແນວນັ້ນ ກໍຈະເຮັດໃຫ້ດິນ ເສັຍຄຸນ ບໍ່ສາມາດປູກພືດ ຊນິດອື່ນໆໄດ້ອີກເລີຍ:

“ແນວຄິດຈິດໃຈນີ້ ຢາກໃຫ້ພັກແລະຣັຖບານເນາະ ຕ້ອງມີແນວຄິດນະ ບໍ່ຢາກໃຫ້ຄົນຕ່າງປະເທດ ມາໃຊ້ສານເຄມີ ມາໃຊ້ຝຸ່ນຫຼາຍໆ ໃສ່ດິນລາວ ດິນປະຊາຊົນ ຖ້າໃສ່ແນວນີ້ໄດ້ 5 ປີ ເຖິງ 50 ປີລົງມາ ປະຊາຊົນເຮົານີ້ ເຮັດຫຍັງບໍ່ໄດ້ກິນແຫຼ້ວ ດິນຈືດຈາງ.”

ໃນຂນະດຽວກັນ ນັກຊ່ຽວຊານ ດ້ານກະສິກັມໃນລາວ ທ່ານນຶ່ງ ຢືນຢັນວ່າ ໄດ້ພົບເຫັນ ນັກລົງທຶນຕ່າງປະເທດຈໍານວນນຶ່ງເປັນຕົ້ນ ນັກລົງທຶນ ຈີນແລະວຽດນາມ ທີ່ເອົາສານເຄມີ ຈາກປະເທດຂອງຂະເຈົ້າເອງ ມາໃຊ້ໃນການປູກພືດ ຢູ່ຫຼາຍແຂວງໃນລາວ ໂດຍບໍ່ໄດ້ ຜ່ານການຮັບຮອງ ຈາກທາງການລາວ ຈຶ່ງຢາກໃຫ້ມີການກວດກາ ແລະ ຫຼຸດຜ່ອນການໃຊ້, ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍລະແມ່ນຂະເຈົ້າ ເອົາມານໍາໃຊ້ ຂອງດ້ານກະສິກັມ ຂອງຂະເຈົ້າເອງ ໂດຍສະເພາະແບບທີ່ວ່າ ປູກພືດເບາະ ຫຼືວ່າໝາກໄມ້ ທຸກຊນິດ ຢາງພາຣາເບາະ ຊີ້ນະ ຂະເຈົ້າເອົາມາຮັບໃຊ້ ໂຄງການ ຂອງ ຂະເຈົ້າ ຕາມຫຼັກການຂອງກະຊວງກະສິກັມປ່າໄມ້ ຖືວ່າກະ ຢາກໃຫ້ຫຼຸດຜ່ອນ ຫັ່ນແຫຼະ ແຕ່ວ່າຊິນເຄີຍໃຊ້ແລ້ວເນາະ.”

ຕໍ່ບັນຫາດັ່ງກ່າວນີ້ ທ່ານພອນເພັດ ຄິວລາວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 16 ແຂວງເຊກອງ ກໍໄດ້ໃຫ້ສັມພາດຕໍ່ໜັງສື ພິມວຽງຈັນທາມສ ວ່າ ບັນຫາເດັ່ນ ທີ່ປະຊາຊົນ ແຂວງເຊກອງ ໄດ້ສເນີໃຫ້ ທາງການແຂວງເຊກອງ ແກ້ໄຂຫຼາຍກວ່າໝູ່ນັ້ນ ແມ່ນການ ສັມປະທານທີ່ດິນຣັຖ ຂອງນັກລົງທຶນຕ່່າງປະເທດ ທີ່ໄດ້ສເນີປູກພືດປອດສານພິດ, ແຕ່ສຸດທ້າຍ ພັດໄປປູກພືດອັນອື່ນ ເຊັ່ນ: ໝາກນ໋ອດ, ໝາດເຜັດ, ໝາກອຶ,  ໝາກມັງກອນ ແລະປູກກ້ວຍ ທີ່ໃຊ້ສານເຄມີ ແລະບັນຫາອື່ນໆອີກ ທີ່ກ່ຽວຂ້ອງກັບການສັມປະທານ ທີ່ດິນຂອງຣັຖ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.