ໂຄງການເຂື່ອນນໍ້າອູ 5-6

0:00 / 0:00

ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ເວົ້າວ່າ ແຂວງ ຜົ້ງສາລີ ມີແຜນການ ຈະສ້າງ ສາຍສົ່ງ ໄຟຟ້າ ຂນາດ 230 ກິກາວັດ ເພື່ອຮອງຮັບ ການຜລິດ ໄຟຟ້າ ຈາກ ເຂື່ອນ ນ້ຳອູ 5 ແລະ 6 ທີ່ ຈະສ້າງ ສຳເຣັດ ໃນປີ 2017 ໂດຍຄາດວ່າ ປະຊາຊົນ ໃນ ຈຳນວນ 4 ເມືອງ ຈະໄດ້ ໂຍກຍ້າຍ ດັ່ງ ທ່ານກ່າວ ວ່າ:

"ທີ່ຖືກ ຜົລກະທົບ ຫັ້ນ ຍ້າຍແທ້ໆ ແມ່ນ ປີຫນ້າ ພຸ້ນແຫລະ ເສັ້ນທາງ ຣົຖໄຟ ຮອດ ເຂົາຊີ່ປັບ ເດີ່ນບ້ານ ເດີນເຮືອນ ດີໆ ແລ້ວຈັ່ງຊີ່ ຕັ້ງໃຫ້ ເນາະ ຈັ່ງຊີ່ ຈັດສັນ ໃຫ້ ແຕ່ລະ ຄອບຄົວ".

ທ່ານໃຫ້ ຂໍ້ມູນວ່າ ໂຄງການ ກໍ່ສ້າງ ສາຍສົ່ງ ໄຟຟ້າ ນີ້ ຈະມີ ຄວາມຍາວ ປະມານ 120 ກິໂລແມັດ ໂດຍແບ່ງ ເປັນ ສອງພາກສ່ວນ ຄື: ຈາກ ໂຄງການ ເຂື່ອນ ນ້ຳອູ 5 ທີ່ເມືອງ ສຳພັນ ໄປຫາ ຈຸດຕັ້ງ ສະຖານີ ທີ່ ເມືອງ ຜົ້ງສາລີ ມີ ຄວາມຍາວ ປະມານ 55 ກິໂລແມັດ ແລະ ມີເສົາຫລັກ 133 ເສົາ ແລະ ຈາກ ໂຄງການ ເຂື່ອນນ້ຳ ອູ 6 ທີ່ ເມືອງ ຜົ້ງສາລີ ໄປຫາ ສະຖານີ ທີ່ ເມືອງ ຜົ້ງສາລີ ມີຄວາມ ຍາວ ປະມານ 68 ກິໂລແມັດ ມີ 166 ເສົາ.

ຈາກການ ປະເມີນ ເບື້ອງຕົ້ນ ຄາດວ່າ ຈະມີ ປະຊາຊົນ ໄດ້ຮັບຜົລ ກະທົບ ໃນ 4 ເມືອງ ຄື ເມືອງ ຜົ້ງສາລີ ເມືອງ ບຸນເຫນືອ ບຸນໃຕ້ ແລະ ເມືອງສຳພັນ ໂດຍ ປະຊາຊົນ ທີ່ຢູ່ໃນ ແຣວການ ກໍ່ສ້າງ ຈະຖືກ ໂຍກຍ້າຍ ແຕ່ໃນ ປັດຈຸບັນ ຍັງບໍ່ແນ່ ວ່າ ຈະມີ ປະຊາຊົນ ຈັກຄອບຄົວ ຈະຖືກ ໂຍກຍ້າຍ ແລະ ຍັງບໍ່ໄດ້ ກຳນົດ ແຜນການ ໃຫ້ຄ່າ ຊົດເຊີຍ ເທື່ອ. ສາຍສົ່ງ ຈະເລີ້ມສ້າງ ໃນ ປີຫນ້າ.