ໂຮງງານໄມ້ແປຮູບ ທີ່ ແຂວງຈຳປາສັກ ກວ່າ 10 ແຫ່ງ ໄດ້ປິດກິຈການໄປ ຢ່າງເປັນ ທາງການແລ້ວ ຫລັງຈາກ ບໍ່ມີໄມ້ ໃຫ້ແປຮູບ ຊຶ່ງ ເປັນຜົລມາຈາກ ດຳຣັດເລກທີ 15 ຂອງ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ທີ່ຫ້າມ ຕັດແລະສົ່ງ ໄມ້ອອກ ຕ່າງປະເທດ. ຕາມ ຄຳເວົ້າ ຂອງເຈົ້າຫນ້າທີ່ ແຂວງຈຳປາສັກ ຜູ້ທີ່ບໍ່ປະສົງ ອອກຊື່ທ່ານນຶ່ງ ໃນວັນທີ 7 ມິນາ ນີ້ວ່າ:
"ຈຳປາສັກນີ້ຖືວ່າ ໂຮງເລື່ອຍແປຮູບ ດຽວນີ້ມັນຢຸດແລ້ວ ເພິ່ນສັ່ງໃຫ້ຢຸດ ເຣື້ອງການຕັດໄມ້ ກໍຖືວ່າບັນຫານີ້ ມັນກໍຕົກໄປແລ້ວ ຖືວ່າມັນງຽບ ໂຮງເລື່ອຍ ມັນກໍປິດ ເປັນທາງການແລ້ວ ເພາະວ່າເພິ່ນ ສັ່ງໃຫ້ຍຸຕິ ເຣື້ອງການຕັດໄມ້ ເຣື້ອງການອອກ ໂຄຕາໄມ້ ຄັນບໍ່ມີໄມ້ນຳເຂົ້າແລ້ວ ໂຮງເລື່ອຍ ມັນຈະເອົາຫຍັງ ມາເລື່ອຍ".
ທ່ານກ່າວຕື່ມວ່າ ແຂວງຈຳປາສັກ ແຕ່ກ່ອນມີໂຮງງານໄມ້ ແປຮູບ ປະມານ 80 ແຫ່ງ ແຕ່ໃນປັດຈຸບັນ ສ່ວນໃຫຍ່ ໄດ້ປິດກິຈການ ໄປຫຼາຍ ແລ້ວ ໃນຈຳນວນໂຮງເລື່ອຍໄມ້ ທີ່ຖືກປິດນັ້ນ ບາງແຫ່ງກໍປິດເອງ ຍ້ອນບໍ່ມີໄມ້ ແລະບາງແຫ່ງ ກໍຖືກທາງການ ສັ່ງໃຫ້ປິດ ຍ້ອນບໍ່ປະຕິບັດ ຕາມຣະບຽບ ຂອງທາງການ ສ່ວນທີ່ຍັງ ບໍ່ທັນປິດນັ້ນ ເຈົ້າຂອງ ເປັນທັງຄົນຈີນ, ລາວ, ໄທ ແລະວຽດນາມ ກໍປ່ອຍໂຮງງານ ຖິ້ມໄວ້ຊື່ໆ ບໍ່ມີການ ເລື່ອຍໄມ້ເລີຍ. ເຈົ້າຫນ້າທີ່ ທ້ອງຖິ່ນ ຄາດວ່າ ໂຮງງານ ໄມ້ແປຮູບ ໃນແຂວງ ອາດຈະປິດ ກິຈການ ທັງຫມົດ ໃນທ້າຍປີນີ້.
"ໂຮງໄມ້ຂອງໄທ ຂອງຕ່າງປະເທດ ມັນກໍຢຸດຫມົດແລ້ວນະ ໂຈະຫມົດແລ້ວ ກໍຖືວ່າໂຮງເລື່ອຍ ມັນກໍຢຸດ ໄປຫມົດແລ້ວ ມັນຢຸດ ທົ່ວ ປະເທດ ບໍ່ແມ່ນສະເພາະແຕ່ ແຂວງຈຳປາສັກ ແຂວງໃດແຂວງນຶ່ງ ທົ່ວປະເທດນີ້ ຢຸດສະແດງວ່າ ມັນຕ້ອງຢຸດຫມົດ ບໍ່ມີ ຮຽກຮ້ອງດອກ".
ເຈົ້າຫນ້າທີ່ ທ່ານນີ້ກ່າວຕື່ມວ່າ ໃນປັດຈຸບັນ ທາງການແຂວງ ຍັງສືບຕໍ່ກວດກາ ໂຮງເລື່ອຍ ທີ່ຍັງບໍ່ທັນປິດ ເພື່ອບໍ່ໃຫ້ ມີການລັກລອບ ຕັດໄມ້ ທີ່ຫວງຫ້າມ ມາແປຮູບ ເປັນຕົ້ນໄມ້ດູ່ ໄມ້ສັກ ແລະ ໄມ້ເນື້ອແຂງ ອືື່ນໆ.