ຄົນ​ງານ ​ໂຮງ​ງານ ຣີ​ໄຊ​ເຄີ້ນ ຈະ​ຫວ່າງງານ: ເຈົ້າໜ້າທີ່

ອຸ່ນແກ້ວ ສຸກສະຫວັນ
2020.02.07
ການຈູດຂີ້ເຫຍື້ອແບບບໍ່ມີ ການຄວບຄຸມ ທີ່ອາດລຸກໄໝ້ລາມໄດ້ ແລະ ຍັງສົ່ງກິ່ນເໝັນໄປສູ່ ຫຼາຍຄຸ້ມບ້ານ
ຮູບພາບຈາກ: ນັກຂ່າວພົລເມືອງ

ນັບ​ແຕ່ວັນ​ທີ 6 ກຸມ​ພາ ເປັນ​ຕົ້ນ​ໄປ ຄົນ​ງານ​ລາວ 500 ຄົນ ທີ່​ເຮັດ​ວຽກ ​ຢູ່​ໂຮງງ​ານ​ຣີ​ໄຊ​ເຄີ້ນ ຂີ້​ເຫຍື້ອ ​ຂອງ​ຈີນ ຢູ່​ບ້ານ​ຫລັກ 11 ເມືອງ​ຄົງ​ເຊ​ໂດນ ແຂວງ​ສາ​ຣະ​ວັນ ຈະຫວ່າງວຽກ ຫລັງ​ຈາກໂຮງ​ງານ​ດັ່ງ​ກ່າວ​ຖືກ​ໄຟ​ໄໝ້.

ເຈົ້າ​ໜ້າ​ທີ່ ຜແນກ​ແຮງງ​ານ ແລະ ສວັດດີ​ການ​ສັງ​ຄົມ ແຂວງ​ສາຣະ​ວັນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

"ມີແຕ່ກະທົບ ເຣື້ອງວຽກເຮັດງານທຳນີ້ແຫລະ ຖືວ່າ ວ່າງງານນີ້ແຫລະ ກະທົບນີ້ນ່າ ເພາະວ່າ ຄົນງານເຮົາມັນຖືກຢູ່ 500 ປາຍ ຖືວ່າວ່າງງານໝົດແລ້ວ ຊ່ວງນີ້, ບໍຣິສັດເພິ່ນກຳລັງສັບສົນ ແນວຄິດຈິດໃຈເພິ່ນຢູ່ ຖ້າເບິ່ງນຳອີກເນາະ.

ທ່ານ​ ກ່າວ​ຕື່ມ​ວ່າ ປັດ​ຈຸ​ບັນ ປະ​ທານ​ໂຮງ​ງາ​ນ ລວມ​ທັງ​ຄະ​ນະ​ກັມມະ​ການ​ໂຮງ​ງານ ສົມ​ທົບ​ກັບ ຜແນກ​ແຮງ​ງານ ແລະ ສວັດດີ​ການ​ສັງ​ຄົມ​ແຂວງ ໄດ້​ຕົກ​ລົງ​ກັນ​ວ່າ ໃຫ້​ຄົນ​ລາວ 500 ຄົນ ກັບ​ບ້ານ​ຂອງ​ຕົນ​ເອ​ງ​ກ່ອນ. ຖ້າ​ບໍ​ຣິ​ສັດ ​ມີ​ແຜນ​ຕັ້ງ​ໂຮງ​ງານ​ໃໝ່ ​ກໍ​ຈະ​ເອີ້ນ​ກັບ​ຄືນ ​ມາເຮັດ​ວຽກ ສ່ວນ​ວ່າ ​ໂຮງ​ງານ​ຈະ​ອອກ​ຄ່າ​ເດີນ​ທາງ​ກັບ​ບ້ານໃຫ້​ ແລະ ເງິນ​ເດືອນ​ສ່ວນ​ທີ່​ເຫຼືອ​ໃຫ້​ກັບ​ທຸກ​ຄົນ.

ໃນ​ເບື້ອງ​ຕົ້ນ​ ຜແນກ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ​ແຂວງ ໄດ້​ສົ່ງ​ຂ່າວ​ຫາ​ຄົນ​ງານ​ລາວ​ແລ້ວ ຖ້າ​ຄົນ​ງານ​ລາວ​ຜູ້​ໃດ ວ່າງ​ງານ ແລ້ວ​ມີ​ຄວາມ​ປະ​ສົງ ​ຈະ​ເຮັດ​ວຽກ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້​ມາ​ຂຶ້ນ​ທະ​ບຽນ ຢູ​ເມືອງ ເພື່ອ​ໃຫ້​ເຈົ້າ​ໜ້າ​ທີ່​ຫາ ​ບໍ​ຣິ​ສັດ ແລະ ວຽກ​ເຮັດ​ງານ​ທຳ ​ໃຫ້​ເຂົາ​ເຈົ້າ.

ເຈົ້າ​ໜ້າ​ທີ ​ດັບ​ເພີງ ເມື​ອງ​ສາຣະ​ວັນ ໄດ້​ກ່າວ​ວ່າ ຈາກ​ເຫດ​ການ​ໄຟ​ໄໝ້ ຢູ່​ໂຮງ​ຮຽນ​​ດັ່ງ​ກ່າວ ບໍ່​ພົບ​ຜູ້​ເສັຽ​ຊີ​ວິດ ແຕ່​ມີ​ ຜູ້​ບາດ​ເຈັບ​ເລັກ​ນ້ອຍ ໃນ​ເວ​ລາ​ທີ່ ​ພວກ​ເຂົາ​ຂົ​ນ​ເຄື່ອງ ອອກ​ຈາກ​ໂຮງ​ງານ 5-6 ໂມງ ແລະ ໄດ້​ສົ່ງ​ໄປ​ປິ່ນ​ປົວ ​ຢູ່​ໂຮງ​ໝໍ​ເມືອງ​ແລ້ວ.

ໄຟ​ໄໝ້ ເປັນ​ເວ​ລາ 5 ຊົ່ວ​ໂມງ ເຈົ້າ​ໜ້າ​ທີ່ ​ກໍ​ສາ​ມາດ​ຄວບ​ຄຸມ​ເພີງ​ໄດ້ແລ້ວ, ສ່ວນ​ສາ​ເຫດ​ໄຟ​ໄມ້ ຍັງ​ບໍ່​ສາ​ມາດ​ ສລຸບ​ໄດ້ ແລະ ຢູ່​ໃນຣະ​ຫວ່າງ ​ການ​ສືບ​ສວນສອບ​ສອນ, ດັ່ງ​ເຈົ້າ​ໜ້າ​ທີ່​ ຕຳ​ຣວດ ​ດັບ​ເພີງ​ໄດ້​ກ່າວ​ວ່າ:

"ແລ້ວໝົດແລ້ວເດ້ ແລ້ວແລ້ວໝົດ ມອດໝົດແລ້ວ ໄປແຕ່ເຊົ້າ ພຸ້ນແຫລະ ແຕ່ 8 ໂມງເຄິ່ງພຸ້ນແຫລະ ພາຍຫລັງ ທີ່ໄດ້ຮັບແຈ້ງ ສາເຫດໂຕນີ້ ຍັງບໍ່ມີຂໍ້ວິໃຈ ຍັງປະເມີນ ຢູ່ເນາະ ວ່າເກີດຍັງຫັ້ນນ່າ"

ເຈົ້າ​ໜ້າ​ທີ່ ​ຍັງ​ບໍ່​ສາ​ມາດ ​ໃຫ້​ຄຳ​ຕອບ ​ໄດ້​ວ່າ ເຈົ້າ​ຂອງ​ໂຮງ​ງານ ​ຈະສາ​ມາດ ​ກັບ​ມາ​ເປີດ​ໂຮງ​ງານ​ໄດ້ ຫລື ບໍ່.

ກ່ຽວ​ກັບ ​ໂຮງ​ງານ​ຣີ​ໄຊ​ເຄີ້ນ ຂີ້​ເຫຍື້ອ ພາ​ສ​ຕິກ​ຈີນ ແຫ່ງນີ້ ມີ​ຊື່​ເປັນ​ທາງ​ການ​ວ່າ ບໍ​ຣິ​ສັດ ຈຳ​ປາ​ແດງ ຂາ​ເຂົ້າ-​ຂາ​ອອກ​ ຈຳ​ກັດ​ຜູ້​ດຽວ.

ໂຮງ​ງານ​ດັ່ງ​ກ່າວ ຜລິດ​ໂຟມ​ ສົ່ງຂາຍ​ອອກ​ໄປ​ຈີນ ນັບ​ແຕ່​ ປີ 2019 ເປັນ​ຕົ້ນ​ມາ ມີ້​ເນື້ອ​ທີ່ທັງ​ໝົດ 10 ເຮັກ​ຕ້າຣ ຫ່າງ​ຈາກ ​ຊຸມ​ຊົນ 1 ກິໂລ​ແມັດ​.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.