ຜູ້ມີສ່ວນໄດ້ໃນເຂື່ອນເຊປຽນ ຕ້ອງຮັບ ຜິດຊອບ
2019.06.14
ເຄືອຂ່າຍ ພາກປະຊາສັງຄົມ ຈາກປະເທດ ເກົາຫລີໃຕ້, ໄທ ແລະ ຍີ່ປຸ່ນ ຍັງຮຽກຮ້ອງໃຫ້ ຜູ້ທີ່ມີສ່ວນໄດ້ ກັບໂຄງການ ເຂື່ອນເຊປຽນ ເຊນໍ້ານ້ອຍ ຕ້ອງຮັບຜິດຊອບ ກັບຜົນເສັຽຫາຍ ທີ່ເກີດຈາກ ການແຕກ ຂອງເຂື່ອນດັ່ງກ່າວ ຢູ່ໃນກອງປະຊຸມ ໃນຫົວຂໍ້ “ທຸຣະກິຈ ສິດທິ ມະນຸດ ການເຂົ້າເຖິງ ຂະບວນການຍຸຕິທັມ” ທີ່ຈັດຂຶ້ນ ຢູ່ບາງກອກ ປະເທດໄທ ໃນວັນທີ 14 ມິຖຸນາ 2019 ນີ້, ນາງ Yuka Kiguchi ຈາກ ອົງການ Mekong Watch ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:
“ຫຼາຍບໍຣິສັດ ຫຼາຍທຶນ ຫຼາຍໜ່ວຍງານເນາະ ກ່ຽວຂ້ອງ ບໍ່ຮູ້ວ່າ ໃຜຮັບຜິດຊອບແທ້ ແຕ່ສ່ວນຫຼາຍນີ້ ຫລັກໆ ແລ້ວ SK ເຂົາເຈົ້າ ຕ້ອງຮັບຜິດຊອບ ເຣື້ອງການກໍ່ສ້າງເນາະ ແຕ່ວ່າສິ່ງເກີດຂຶ້ນ ຜົນເສັຽຫາຍທັງໝົດນີ້ເນາະ ຊິຕ້ອງຮັບຜິດຊອບນໍາກັນ.”
ນາງກ່າວອີກວ່າ ນັບແຕ່ວັນທີ 23 ກໍຣະກະດາ ຊຶ່ງເປັນມື້ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ກໍຍັງບໍ່ເຫັນ ວ່າມີບໍຣິສັດໃດ ຫຼຸ້ນສ່ວນໃດ ຈະອອກມາ ສະແດງຄວາມຮັບຜິດຊອບ ຕໍ່ເຫດການ ທີ່ເກີດຂຶ້ນຢ່າງຈິງຈັງ ຫຼື ທະນາຄານ ການເງິນ ຈາກຫຼາຍປະເທດ ທີ່ໃຫ້ເງິນກູ້ ແກ່ ໂຄງການ ກໍ່ສ້າງ ເຂື່ອນ ກໍຍັງມິດງຽບ ແລະ ບໍ່ມີທ່າທີ ຈະອອກມາ ສະແດງຄວາມຮັບຜິດຊອບ ກັບຄວາມເສັຽຫາຍ ທີ່ເກີດຂຶ້ນ ກັບ ປະຊາຊົນ 6 ພັນ ຄົນ ທີ່ບໍ່ມີທີ່ຢູ່ອາສັຍນັ້ນເລີຍ.
ໃນທ້າຍເດືອນ ພຶສພາ ທີ່ຜ່ານມາ, ຣັຖບານລາວ ໄດ້ເປີດເຜີຍສາເຫດ ຂອງເຂື່ອນແຕກ ເປັນວ່າເປັນຍ້ອນ ສັນເຂື່ອນ ເປັນດິນບໍ່ແໜ້ນໜາ, ແຕ່ ບໍຣິສັດ SK ຕອບວ່າ ສິ່ງທີ່ຣັຖບານລາວເວົ້ານັ້ນ ບໍ່ແມ່ນຄວາມຈິງ. ນອກຈາກນີ້ ອົງການພາກປະຊາສັງຄົມ ຍັງຮຽກຮ້ອງ ໃຫ້ມີການ ເປີດເຜີຍ ຂໍ້ມູນ ໃຫ້ປະຊາຊົນ ໄດ້ຮັບຮູ້ ຢ່າງຈະແຈ້ງ, ນາງ ເປຣມຣຶດີ ດາວເຣືອງ, ເຄືອຂ່າຍການສ້າງເຂື່ອນໃນລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປະເດັນທີ່ຂັດແຍ່ງກັນ ຢູ່ໃນເລື້ອງສາເຫດເຂື່ອນແຕກ ເປັນແນວໃດກັນແທ້ ຄວາມສັບສົນນີ້ ເຮັດໃຫ້ເຮົາມີຄວາມເປັນຫ່ວງ ວ່າ ໃນປະເດັນ ເຣຶ້ອງການຢຽວຢາ ແກ້ໄຂບັນຫາໃຫ້ປະຊາຊົນໃນພື້ນທີ່ຈະເປັນແນວໃດ ຖ້າສາເຫດຂອງເຂື່ອນແຕກ ຍັງບໍ່ຊັດເຈນ ຍັງບໍ່ຢືນຢັນໃຫ້ຊັດເຈນ.”
ນາງ ເປຣມຣຶດີ ດາວເຣືອງ ຍັງກ່າວຕື່ມອີກວ່າ ບັນຫານີ້ ບໍ່ແມ່ນຊິໃຫ້ແຕ່ຣັຖບານ ກັບ ບໍຣິສັດຜູ້ລົງທຶນ ເວົ້າກັນພຽງ 2 ຝ່າຍເທົ່ານັ້ນ, ແຕ່ ຕ້ອງໃຫ້ອົງການ ພາກປະຊາສັງຄົມ ແລະ ປະຊາຊົນ ຜູ້ເຄາະຮ້າຍ ມີສ່ວນຮັບຮູ້ນໍາ.
ປັດຈຸບັນ ຣັຖບານລາວ ກໍາລັງຂາດເຂີນເງິນງົບປະມານ ເພື່ອຟື້ນຟູ ແລະແກ້ໄຂ ສະພາບຊີວິດ ການເປັນຢູ່ ຂອງປະຊາຊົນ ຜູ່ທີ່ໄດ້ຮັບ ຜົນກະທົບ ຈາກເຫດການ ເຂື່ອນແຕກຄັ້ງນີ້ຢູ່.