ຊາຍໜຸ່ມພິການສອງແຂນ ທີ່ ບໍ່ຍອມແພ້

0:00 / 0:00

ຊາຍໜຸ່ມລາວ ຜູ້ປະສົບ ອຸບັດຕິເຫດ ຈົນກາຍ ເປັນຄົນພິການ ແຂນ ທັງສອງຂ້າງ ແຕ່ກໍຍັງມີ ສະຕິຄິດສູ້ ຊອກຫາແຮງ ບັນດານໃຈ ໃຫ້ ກັບຕົນເອງ ເພື່ອໃຫ້ ມີຊີວິດ ຢູ່ຕໍ່ໄປໃຫ້ໄດ້.

ຊີວິດຄົນເຮົາເກີດມາ ຕ້ອງມີການຕໍ່ສູ້ດີ້ນຮົນ ບໍ່ວ່າຢູ່ໃນສະພາບການໃດກໍຕາມ ກໍຍັງສາມາດສ້າງຄວາມຫວັງໃຫ້ໂຕເອງໄດ້ ຫາກວ່າເຮົາມີ ສະຕິແລະປັນຍາ ແລະມີກໍາລັງໃຈ ຄືດັ່ງທີ່ວ່າ ຂ້າພະເຈົ້າ ໄດ້ມີໂອກາດ ໂອ້ລົມກັບຊາຍໜຸ່ມ ຜູ້ທີ່ຄຶດວ່າຊີວິດນີ້ໝົດຫວັງ ໝົດຄວາມໝາຍ, ຈົນບໍ່ຢາກມີຊີວິດຢູ່ອີກຕໍ່ໄປ ແຕ່ຜົນສຸດທ້າຍ ກໍຮູ້ສຶກໂຕຄຶດໄດ້ ໃຫ້ກໍາລັງໃຈໂຕເອງ ແລະ ຄົນໃນຄອບຄົວ ກໍໃຫ້ກໍາລັງໃຈ ຕໍ່ສູ້ກັບຊີວິດ, ຈຶ່ງຕັດສິນໃຈໄດ້ຝຶກໂຕເອງ ດ້ວຍການແຕ້ມຮູບ ຈົນກາຍເປັນນັກແຕ້ມ ທີ່ມີສີມືດີ, ດັ່ງຊາຍໜຸ່ມຄົນນີ້ ໄດ້ເລົ່າຕໍ່ ເອເຊັຽເສຣີ ວ່າ: ------ ສຽງສໍາພາດ