ຄົນງານລາວຍັງຄ້າງຢູ່ ດ່ານ ຂົວແຫ່ງທີ 2

ສຸພັດຕາ
2020.03.25
f-workers ປະຊາຊົນ ຄົນງານລາວ ທີ່ມາອັ່ງອໍກັນຢູ່ ດ່ານກວດຄົນເຂົ້າເມືອງ ຂົວມິຕພາບ ລາວ-ໄທ ແຫ່ງທີ່ 2
ຮູບຈາກ : ນັກຂ່າວພົລເມືອງ

ມາຮອດປັດຈຸບັນ ຄົນງານລາວ 1 ພັນປາຍຄົນ ທີ່ເຂົ້າມາເຮັດວຽກຢູ່ໄທ ແລ້ວຈະຂ້າມແດນ ກັບເມືອ ແຂວງສວັນນະເຂດ ນັ້ນຍັງຕົກຄ້າງ ຢູ່ດ່ານ ຂົວມິຕພາບແຫ່ງທີ 2 ( ມຸກດາຫານ - ສວັນນະເຂດ ), ພາຍຫຼັງ ວັນທີ 23 ມີນາ ທີ່ຜ່ານມາ ມີຄົນງານລາວ ຈໍານວນ 3-4 ພັນຄົນ ແຫ່ມາຮວມກັນ ເພື່ອເດີນທາງເຂົ້າມາ ດ່ານກວດຄົນເຂົ້າເມືອງ ມຸກດາຫານ.

ປັດຈຸບັນ ເຈົ້າແຂວງມຸກດາຫານ ສັ່ງປິດດ່ານ ຂົວມິຕພາບໄທ-ລາວ ແຫ່ງທີ່ 2 ແລະ ດ່ານທ່າເຮືອ ມຸກດາຫານ ຕັ້ງແຕ່ວັນທີ 23 ມີນາ ເປັນຕົ້ນມາ ແບບບໍ່ມີກໍານົດ ຈົນກວ່າວ່າສະພາບການ ຂອງພຍາດ ໂຄວິດ-19 ຈະເຂົ້າສູ່ສະພາວະປົກກະຕິ ແລະ ສະສາງຄົນງານລາວ ທີ່ຕົກຄ້າງ ກັບລາວ ໃຫ້ໝົດກ່ອນ, ດັ່ງເຈົ້າໜ້າທີ່ ຫ້ອງການຕໍາຣວດ ກວດຄົນເຂົ້າເມືອງ ແຂວງມຸກດາຫານ ຂອງໄທ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 25 ມີນາ ນີ້ວ່າ:

“ກັບໄປແລ້ວກໍຍັງບໍ່ໝົດເນາະ ຕອນນີ້ ຍັງມີຕົກຄ້າງ ຄືຕອນນີ້ ປະກາດຂອງເຈົ້າແຂວງ ປິດດ່ານຕັ້ງແຕ່ວັນທີ 23 ແລ້ວເນາະ ຄືຕອນນີ້ ຈັດການອອກທະຍອຍອອກ ກໍຄືຄົນທີ່ຍັງຕົກຄ້າງຫັ້ນນາ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ອີງຕາມຣາຍງານ ການວັດແທກອຸນນະພູມຮ່າງກາຍ ຜູ້ໂດຍສານຕ່າງປະເທດ ຂອງເຈົ້າໜ້າທີ່ປະຈໍາດ່ານ ຂົວມິຕພາບ ໄທ-ລາວ ແຫ່ງທີ່ 2 ຍັງບໍ່ພົບ ຄົນງານລາວ ທີ່ຈະເດີນທາງ ຂ້າມໄປ ສວັນນະເຂດ ຕິດເຊື້ອພຍາດ ໂຄວິດ-19 ແຕ່ຢ່າງໃດ, ອີກທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໄທ ກໍໄດ້ສີດຢາຂ້າເຊື້ອໄວຣັສ ໂຄວິດ-19 ໃສ່ ຣົດໂດຍສານ ຣະຫວ່າງ ປະເທດທຸກຄັນກ່ອນຈະປ່ອຍ ຣົດເຂົ້າໄປປະເທດລາວ.

ໃນຂນະດຽວກັນ ເຈົ້າໜ້າທີ່ສະເພາະກິຈ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ພາຍຫຼັງເຈົ້າໜ້າທີ່ ດ່ານໄທ ອະນຸຍາດໃຫ້ ຄົນງານລາວ ຂ້າມມາສວັນນະເຂດ ທີມແພດແລະໝໍ ສະເພາະກິຈ 50 ຄົນ ທີ່ຖືກຈັດ ຕັ້ງໃຫ້ຜັດປ່ຽນເວນຍາມ ຢູ່ດ່ານສວັນນະເຂດ ກໍໄດ້ວັດແທກ ອຸນນະພູມ ຮ່າງກາຍທຸກຄົນ ບໍ່ວ່າຈະຂ້າມມາທາງດ່ານ ຫຼືຂີ່ເຮືອຂ້າມຝັ່ງ ມາກໍຕາມ, ໂດຍໃນເບື້ອງຕົ້ນ ຍັງບໍ່ພົບກໍຣະນີສົງໃສ ຕິດເຊຶ້ື້ອ ໂຄວິດ-19 ແຕ່ຢ່າງໃດ.

ຫຼັງຈາກນັ້ນ ໄດ້ທະຍອຍຂົນເອົາຄົນງານລາວ ທີ່ຂ້າມມາຈາກໄທທຸກຄົນ ຂຶ້ນຣົດທະຫານ ແລ້ວກະຈາຍໄປສົ່ງຕາມພູມລໍາເນົາ ແຕ່ລະເມືອງ, ໂດຍໃຫ້ຄົນງານລາວ ທີ່ເດີນທາງມາຈາກໄທ ທຸກຄົນພັກຢູ່ໂຮງຮຽນ ໃນເມືອງຕ່າງໆ ທີ່ຖືກດັດແປງເປັນສູນກັກກັນໂຕ ຊົ່ວຄາວ ເພື່ອກວດ ເບິ່ງອາການ ພາຍໃນ 14 ມື້ ກ່ອນ ຫຼັງຈາກນັ້ນ ຈຶ່ງຈະສົ່ງພວກເຂົາເຈົ້າກັບບ້ານ:

“ແຮງງານລາວ ກັບມາເນາະ ຂ້າມທາງຂົວເນາະ ຫຼືວ່າຂ້າມທາງເຮືອນ້ອຍ ກໍໄດ້ມີການກັກກັນ ໃນ 14 ວັນ ກໍມີຄວາມສ່ຽງຫຼາຍ ທີ່ມີຄົນ ງານລາວ ກັບເຂົ້າມານ່າ ເພາະວ່າທາງແຂວງເຮົາ ກໍໄດ້ປິດໂຮງຮຽນ ມະຫາວິທຍາລັຍ ອິສັງກໍໄດ້ປິດໝົດ ທາງເຮົາກໍເອົາຈຸດນັ້ນເປັນ ຈຸດກັກກັນ ຂອງແຕ່ລະເມືອງ.”

ອໍານາດການປົກຄອງຢູ່ບ້ານວົງພັນສີ ເມືອງອຸທຸມພອນ ທ່ານນຶ່ງ ເວົ້າວ່າ ຕັ້ງແຕ່ວັນທີ 23 ມີນາ ທີ່ຜ່ານມາ ພາຍໃນບ້ານ ມີປະຊາຊົນ 10 ຄົນໄປອອກແຮງງານຢູ່ໄທ ແລ້ວເດີນທາງກັບມາແຂວງແລ້ວ ແຕ່ຖືກພາກສ່ວນກ່ຽວຂ້ອງ ກັກໂຕເບິ່ງອາການ ຢູ່ສະຖາບັນການສຶກສາ 14 ມື້ ແລ້ວຈະໃຫ້ກັບມາຢູ່ເຮືອນ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19, ເຖິງແມ່ນວ່າພວກຂະເຈົ້າ ບໍ່ມີອາການສຸ່ມສ່ຽງວ່າ ຕິດເຊື້ອກໍຕາມ:

“ເພິ່ນໃຫ້ເຂົ້າສູນເນາະ ຢ້ານມັນເກີດ ປົວແລ້ວ ບໍ່ມີຫຍັງ ລະກໍກັບບ້ານ ຢູ່ເຮືອນໄດ້ ບໍ່ຕິດ ບໍ່ຫຍັງ ກໍປ້ອງກັນໄວ້ກ່ອນ ຄັນມັນເກີດແລ້ວ ຊິປ້ອງກັນບໍ່ໄດ້.”

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ສະເພາະກິຈ ແຂວງສວັນນະເຂດ ກ່າວວ່າ ປັດຈຸບັນ ທີມແພດແລະໝໍ ຕາມສູນກັກກັນໂຕ ຕາມສະຖາບັນ ການສຶກສາ ໃນທົ່ວແຂວງ ກໍໄດ້ເຝົ້າຣະວັງ ການແຜ່ຣະບາດ ຂອງເຊື້ອ ພຍາດ ໂຄວິດ-19 ຢ່າງໃກ້ຊິດ ເປັນຕົ້ນ ວັດແທກອຸນນະພູມ ຮ່າງກາຍຂອງພະນັກງານລາວ ໃນສູນກັກກັນທຸກມື້ ທັງເຊົ້າແລະທັງແລງ ພ້ອມທັງຕິດຕາມ ອາການໄອ, ການຫາຍໃຈຢ່າງເຄັ່ງຄັດ ເພື່ອ ເຮັດບົດຣາຍງານ ພິຈາຣະນາ ຊ່ອຍກັນຕື່ມວ່າ ກໍຣະນີໃດແດ່ ຈະຕ້ອງຖືກແຍກ ຢູ່ຜູ້ດຽວ ຫຼືສົ່ງໄປປິ່ນປົວ ຢູ່ໂຮງໝໍແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.