ອີງຕາມທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໄດ້ຣາຍງານໃນວັນທີ 14 ມິຖຸນາ 2022 ຕໍ່ຄະນະກັມການ ຕ້ານການຄ້າມະນຸສ ລະດັບຊາດທີ່ໄດ້ລົງ ມາເຄື່ອນໄຫວວຽກງານດັ່ງກ່າວ ພາຍໃນແຂວງບໍ່ແກ້ວວ່າ ໃນໄລຍະປີ 2021-2022 ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ທັງໝົດ 477 ຄົນ ແມ່ຍິງ 199 ຄົນ ໃນນີ້ມີທັງຄົນງານລາວ ແລະ ຄົນງານຕ່າງປະເທດ.
ສຳລັບຜູ້ເຄາະຮ້າຍ ຈາກການຄ້າມະນຸສ ໃນຄັ້ງນີ້ສ່ວນຫຼາຍຈະເປັນຄົນລາວ ຫຼາຍກ່ວາຄົນຕ່າງປະເທດ ທີ່ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ຊຶ່ງສ່ວນໃຫຍ່ ຖືກຕົວະຍົວະຈາກນາຍໜ້າ ບາງຄົນເຮັດວຽກບໍ່ໄດ້ຕາມເປົ້າໝາຽ ຂອງບໍຣິສັດຈີນ ກໍຖືກກົດຂີ່ແຮງງານ ກັກຂັງໜ່ວງໜ່ຽວ ແລະອີກສ່ວນນຶ່ງ ກໍຖືກຄ້າປະເວນີ ໃນລັກສະນະຖືກຂາຍຕໍ່ ໄປເປັນສາວຂາຍບໍຣິການ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 17 ມິຖຸນານີ້ວ່າ:
" ເພິ່ນກໍກວດກາຄືນ ກ່ຽວກັບການຄ້າມະນຸສ ໃນຂອບເຂດສາມຫຼ່ຽມຄຳຫັ້ນ ແຮງງານລາວຫັ້ນແຫຼະ ຫຼອກລວງ ຕົ້ມກັນໄປແນວນັ້ນແຫຼະ ສ່ວນຫຼາຍແມ່ນອັນທີນຶ່ງ ກົດຂີ່ເຣື່ອງແຮງງານເນາະ ບາງຄົນກໍເຮັດບໍ່ຖືກໃຈ ແນວບໍ່ມັກກໍຕ້ອງໄດ້ເຮັດ ບໍ່ໃຫ້ກິນເຂົ້າ, ກິນນໍ້າ ຫຼືວ່າເອົາໄປຂັງບໍ່ ອັນທີສອງ ກ່ຽວກັບການຄ້າໂສເພນີ ເຂົາຢາກຂາຍຕໍ່ໄປ ກາໄປເຮັດຮ້ານອົບນວດ ທັງຂາຍໂຕ ຂາຍຫຍັງໄປນໍາ. "
ຕາມການຣາຍງານ ຂອງເຈົ້າແຂວງບໍ່ແກ້ວ ສາເຫດທີ່ເຈົ້າໜ້າທີ່ ຊ່ອຍເຫຼືອມາໄດ້ ຍ້ອນວ່າໄດ້ເປີດການສອບສວນ, ກວດກາການຮັບແຈ້ງຄວາມ ຄຳຮ້ອງຟ້ອງຜູ້ລັກລອບເຂົ້າ-ອອກເມືອງ ທັງໄດ້ຮັບຄຳຮ້ອງທຸກ ຊ່ອຍເຫຼືຜູ້ຖືກເຄາະຮ້າຍ ຮວມເຖິງໄດ້ຮັບແຈ້ງຄວາມ ຄຳຮ້ອງຟ້ອງ, ຄຳຮ້ອງຂໍຄວາມຊ່ອຍເຫຼືອ ຈາກຜູ້ປົກຄອງ ແລະຈາກສະຖານທູດ ຕ່າງປະເທດ ຮວມແລ້ວ 66 ຄັ້ງ, ຊຶ່ງເຈົ້າໜ້າທີ່ ໄດ້ແກ້ໄຂປະກົດການຫຍໍ້ທໍ້ 19 ຄັ້ງ ແລະ ໄດ້ສຶກສາອົບຮົມ ຜູ້ກະທຳຜິດ ຄ້າປະເວນີນຳດ້ວຍ.
ທ່ານກ່າວເພີ່ມຕື່ມວ່າ ຄາດວ່າຈະຍັງມີຜູ້ຖືກເຄາະຮ້າຍ ອີກຢູ່ແຕ່ບໍ່ຮູ້ວ່າໜ້ອຍຫຼາຍປານໃດ ເນື່ອງຈາກວ່າເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໃນແຂວງບໍ່ແກ້ວນີ້ ເປັນເຂດທີ່ປົກຄອງ ໂດຍຄົນຈີນ ຖ້າຫາກບໍ່ໄດ້ຮັບອະນຸຍາດ ຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເຈົ້າໜ້າທີ່ຍັງບໍ່ສາມາດ ເຂົ້າໄປກວດສອບໄດ້ ກໍຖືວ່າເປັນເຣື່ອງຍາກ ທີ່ຈະແກ້ໄຂການຄ້າມະນຸສຢູ່ ແຕ່ທາງຂັ້ນເທິງ ກໍມີການຄົ້ນຄ້ວາ ປຶກສາຫາລື ໃນສະພາແຫ່ງຊາດກັນແລ້ວວ່າ ຈະຫາວິທີແກ້ໄຂແນວໃດ.
“ຢູ່ໃນມີຢູ່ດອກ ແຕ່ເຮົາບໍ່ຮູ້ມັນມີແນວໃດ ເຂດເສຖກິຈສາມຫຼ່ຽມຄຳນີ້ ມັນຂອງເຂດຄົນຈີນ ຄືກັບວ່າເປັນບູຣິມະສິທ ຂອງເຂົາຫັ້ນນ່າ ທັງອັນຜິດອັນຖືກໍສາມາດ ເຮັດໄດ້ຊິນ່າ ບາດນີ້ພາຍໃຕ້ການຄຸ້ມຄອງ ຂອງພວກເຮົາ ບ່ອນທີ່ອະນຸຍາດ ກາເຂົ້າໄດ້ ບ່ອນທີ່ເຂົາບໍ່ອະນຸຍາດ ເຮົາກໍເຂົ້າບໍ່ໄດ້ ມັນເປັນແນວນັ້ນນ່າ.”
ຂະນະທີ່ເຈົ້າໜ້າທີ່ ຕຳຣວດໃນແຂວງບໍ່ແກ້ວ ທ່ານນຶ່ງກໍໄດ້ກ່າວວ່າ ການຈະເຈົ້າໄປຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ໃນເຂດເສຖກິຈພິເສດ ກໍຍັງເປັນເຣື່ອງຍາກ ເພາະຕ້ອງປະຕິບັດຕາມ ຂັ້ນຕອນຂໍ້ຕົກລົງຂອງທາງເຂດ ເສຖກິຈພິເສດສາມຫຼ່ຽມຄຳ ແລະກໍຣະນີຄົນງານລາວ ທີ່ເກີດບັນຫາຂຶ້ນ ເຈົ້າໜ້າທີ່ກໍເຂົ້າໄປຊ່ອຍເຫຼືອຍາກ ເນື່ອງຈາກຄົນງານລາວ ໄດ້ມີການເຊັນສັນຍາ ເຮັດບົດບັນທຶກຕາມຂໍ້ຕົກລົງ ຂອງບໍຣິສັດທີ່ເຂົ້າໄປເຮັດວຽກ ເຊັ່ນສັນຍາເຮັດວຽກ 6 ເດືອນ ຕ້ອງເຮັດໃຫ້ຄົບຕາມກຳນົດ ຖ້າບໍ່ຄົບ ກໍຕ້ອງຊົດເຊີຍຄ່າໃຊ້ຈ່າຍ ຈຳນວນທີ່ທາງບໍຣິສັດ ເສັຽຄ່າໃຊ້ຈ່າຍໃຫ້.
"ອັນນັ້ນກໍເປັນຂັ້ນຕອນມັນ ຖ້າວ່າເຂົາເຈົ້າມີບົດບັນທຶກສັນຍາ ລະຫວ່າງຜູ້ທີ່ເຮັດວຽກ ຜູ້ບໍຣິສັດນັ້ນເຮົາກາຊ່ອຍບໍ່ໄດ້ເນາະ ມັນຄາບົດບັນທຶກຖ້າວ່າ ເອີ ! ບໍ່ມີບົດບັນທຶກຫັ້ນນຳກັນ ມາເຮັດວຽກແລ້ວສະມັກໃຈ ມາເຮັດບໍ່ໄດ້ຜົລປໂຍດ ນີ້ເຮົາກາຊ່ອຍໄດ້ເນາະ. "
ບັນຫາການຄ້າມະນຸສ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈະບໍ່ໝົດໄປ ຄົນງານລາວທ່ານນຶ່ງ ທີ່ເຄີຍເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກໍໄດ້ກ່າວວ່າ ຍັງມີຂະບວນການ ນາຍໜ້າຄ້າຂາຍມະນຸສກັນຢູ່ ຕົວະຍົວະນຳເອົາຄົນ ເຂົ້າມາເຮັດວຽກ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລ້ວກໍຖືກຂາຍຕໍ່ ໄປອີກຊຶ່ງນາຍໜ້າ ຈະໄດ້ຄ່າຫົວກັນ ມະປານ 15,000 ບາດໄທຍ.
" ແມ່ນແຫຼະຫົວໜ້າງານ ເປັນຄົນຈີນ ເພາະວ່າເຂົາເຈົ້າຊື້ໂຕກັນມາເດ້ ເພາະວ່າຄົນລາວນີ້ແຫຼະ ຫຼືວ່າເປັນຄົນໄທຍນີ້ ໄປເອົາຄົນມາ ແລ້ວເຂົາເພີ່ມຄ່າໂຕໃຫ້ ຕົກຢູ່ປະມານ 15,000 ບາດນີ້ແຫຼະ. "
ຄົນງານລາວ ທີ່ເຂົ້າໄປເຮັດວຽກໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວອີກຄົນນຶ່ງ ກ່າວວ່າດ້ວຍຄວາມທຸກຍາກ ກໍຕ້ອງດີ້ນຮົນ ເຂົ້າໄປເຮັດວຽກໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເພາະເປັນຂອບເຂດທີ່ຫາເງິນໄດ້ຫຼາຍ ຮູ້ສຶກຢ້ານແຕ່ກໍຕ້ອງອົດທົນ.
“ເພາະວ່າຕ້ອງການຫາເງິນເນາະ ພໍພຽງຈັ່ງສິ ການເປັນຢູ່ກາລຳບາກ ເຮົາເກີດມາຈົນເດ້ ຕ້ອງຮູ້ປະສົບການໃໝ່ໆ ແນວໃດກາຕ້ອງດີ້ນຮົນແຫຼະ ອົດທົນນັ້ນແຫຼະ.”
ຄົນລາວທີ່ຮູ້ກ່ຽວກັບການຄ້າປະເວນີ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກ່າວວ່າປັດຈຸບັນນີ້ ກໍຍັງມີບັນດານາຍໜ້າ ນຳຜູ້ສາວມາຂາຍຕໍ່ ເພື່ອເຂົ້າໄປໃນເຂດເສຖກິຈ ພິເສດ ແຕ່ຕົນເອງບໍ່ໄດ້ຮັບຊື້.
“ເວລານາຍໜ້າ ຈະມາຂາຍຜູ້ສາວໃຫ້ຂ້ອຍຫັ້ນນ່າ ຊິຂາຍຕໍ່ ຂ້ອຍບໍ່ຊື້ຂ້ອຍກໍວ່າ ອິຕົນເຂົາ ບໍຣິການແຂກຫັ້ນແຫຼະ ແຂກທຸກຄົນເປັນຄົນຈີນໝົດ ສາວບໍຣິການນີ້ເນາະ ຖ້າໄປນໍາແຂກເນາະ ຊົ່ວຄາວ 400 ຢວນ ຖ້າວ່າໄປຄ້າງຄືນ ກາພັນປາຍ, ພັນສອງ.”
ເຖິງແມ່ນວ່າ ທາງການແຂວງບໍ່ແກ້ວ ຈະຊ່ອຍຜູ້ຖືກເຄາະຮ້າຍ ມາໄດ້ສຳເຣັດຈຳນວນນີ້ກໍຕາມ ແຕ່ການຄ້າມະນຸສ ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ກໍຍັງບໍ່ສາມາດແກ້ໄຂໄດ້.
ອີງຕາມການຣາຍງານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ ປະທານ ຄະນະກັມການຕ້ານການຄ້າມະນຸສ ລະດັບຊາດໄດ້ກ່າວ ຕໍ່ທາງການແຂວງບໍ່ແກ້ວວ່າ ເຣື່ອງດັ່ງກ່າວນີ້ຍັງຕ້ອງສືບຕໍ່ ເອົາໃຈໃສ່ແກ້ໄຂ ໂດຍຈະນຳສືບຕໍ່ສຸມໃສ່ ຜົນຂຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸສ ໄລຍະ 3 ( 2021-2025) ມາເປັນແຜນການ ໂຄງການເພື່ອຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົລກາຍເປັນຂະບວນການ ຮວມໃນວາຣະແຫ່ງຊາດ. ພ້ອມທັງໃຫ້ຄວາມຊ່ອຍເຫຼືອ ເບິ່ງແຍງຜູ້ຖືກເຄາະຮ້າຍ ກຸ່ມສ່ຽງຈາກການຄ້າມະນຸສ ໃຫ້ທັນສະພາບການ ແລະແກ້ໄຂໃຫ້ເປັນຮູບປະທັມ ເພີ່ມທະວີການໂຄສະນາ ປູກຈິຕສຳນຶກ ກ່ຽວກັບຜົລຮາຍ ຂອງການຖືກການຄ້າມະນຸສ ໃຫ້ທົ່ວສັງຄົມ.
ພ້ອມກັນນີ້ ກໍຕ້ອງມີແຜນປັບປຸງ ວິທີການເຮັດວຽກ ທີ່ເປັນກົລໄກ ການປະສານງານ ສົມທົບລະຫວ່າງສູນກາງ ກັບແຂວງ, ແຂວງກັບເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ ແລະຍັງຕ້ອງເພີ່ມທະວີ ການພົວກັນຮ່ວມມື ກັບຕ່າງປະເທດດ້ວຍ ໂດຍສະເພາະປະເທດ ທີ່ມີຊາຍແດນຕິດຈອດ ກັບລາວ.