ໄທຍຂໍຄວາມຮ່ວມມືຈາກ ລາວ ປາບຢາເສບຕິດ

ສິດນີ
2020.07.16
F-Drug ຢາບ້າ ແລະ ເຮໂຣອິນ ທີ່ ເຈົ້າໜ້າທີ່ຕໍາຣວດ ປາບປາມຢາເສບຕິດ ຍຶດມາໄດ້ ເມື່ອ ປີ 2019
ນັກຂ່າວພົລເມືອງ

ທ່ານ ນິຢົມ ເຕີມສຣີສຸກ ເລຂາທິການຫນ່ວຍງານປາບປາມ ຢາເສບຕິດແຫ່ງປະເທດໄທຍ ກ່າວໃນມື້ວັນຈັນວ່າ  ທະຫານໄທຍແລະລາວ ຕ້ອງຮ່ວມມືກັນ ໃນການສະກັດກັ້ນ ກຸ່ມຄ້າຢາເສບຕິດ ຜ່ານເຂດຊາຍແດນ ພາກຕະເວັນອອກສ່ຽງເຫນືອ ເຂົ້າມາປະເທດໄທຍ.

ທ່ານວ່າ ທາງການໄທຍ ໄດ້ຈັດຕັ້ງຫນ່ວຍງານຮັບຜິດຊອບກ່ຽວກັບ ການຄ້າຢາເສບຕິດ ຜ່ານແຂວງ ທີ່ມີຊາຍແດນຕິດກັບລາວຫຼາຍແຂວງ ທີ່ຮ່ວມດ້ວຍ ຫນ່ວຍງານສະເພາະກິດ 12 ທີມ ໃນການປາບປາມ ສະກັດກັ້ນ ກຸ່ມຄ້າຢາເສບຕິດ ໃນເຂດນັ້ນແລະວ່າ ການຕ້ານການຄ້າຢາ ເສບຕິດຕາມແນວຊາຍແດນ ຕ້ອງການຄວາມຮ່ວມມື ຈາກຝ່າຍລາວ.

ອິງຕາມຄຳໃຫ້ການຂອງ ທ່ານ ນິຢົມ ທາງການໄທຍ ໄດ້ສິ້ງຊອມເບິ່ງພືດຕິກັມ ຂອງກຸ່ມຄ້າຢາເສບຕິດ ຕາມແນວຊາຍແດນ ຢ່າງເຄັ່ງຄັດ ຫລັງຈາກກຸ່ມດັ່ງກ່າວ ໄດ້ປ່ຽນເສັ້ນທາງ ການຂົນສົ່ງ ຢາເສບຕິດເສັ່ນໃຫມ່ ຍ້ອນຣັຖບານພະມ້າ ມີການປາບປາມ ແຫຼ່ງຜລິດຢາເສບຕິດ ແລະ ບ່ອນສະສົມຢາເສບຕິດ ຣາຍໃຫຍ່ພາຍໃນປະເທດ ເຮັດໃຫ້ກຸ່ມດັ່ງກ່າວ ປ່ຽນ ເສັ້ນທາງ ແລະບ່ອນຜລິດຢາເສບຕິດບ່ອນໃຫມ່.

ທ່ານເວົ້່າວ່າ ວ່າງຫລັງໆມານີ້ ທາງການໄທຍ ໄດ້ພົບເຫັນການຄ້າຢາເສບຕິດເພີ້ມຂືຶ້ນ ຜ່ານແຂວງພາກຕະເວັນອອກສ່ຽງເຫນືອຂອງໄທຍ ເປັນຕົ້ນ ແຂວງເລີຍ ແຂວງອຸບົນຣາຊທານີ ໜອງຄາຍ ມຸກດາຫານ ບຶງການ ແລະ ນະຄອນພນົມ ຊຶ່ງເປັນແຂວງທີ່ກຸ່ມຄ້າຢາເສບຕິດ ສົ່ງຢາເສບຕິດ ເຂົ້າມາໄທຍ ໃນເວລານີ້.

ຢາເສບຕິດ ທີ່ສົ່ງມາສວ່ນໃຫຍ່ ຮ່ວມດ້ວຍ ຢາບ້າ ຢາກະຕຸ້ນປະສາດ ຢາໄອສ ແລະກັນຊາແຫ້ງ ຜ່່ານແຂວງຊາຍແດນໄປເຂົ້່າໄປໃນພາກ ສ່ວນອື່ນໆ ຂອງໄທຍ.

ໃນທ້າຍເດືອນພຶສພາ ຜ່ານມາ ທາງການໄທຍ ຍຶດຢາບ້າໄດ້ 1 ລ້ານເມັດ ຢູ່ບາງກອກ ປະເທດໄທຍ ແລະວ່າງເດືອນມິຖຸນາ ປີນີ້ກໍຍຶດຢາ ກະຕຸ້ນປະສາດ ຈຳນວນ 1.1 ໂຕນ ຢູ່ນະຄອນ ຫຼວງບາງກອກ ເໝືອນກັນຊຶ່ງຢາດັ່ງກ່າວແມ່ນຖືກສົ່ງເຂົ້າມາໄທຍ ຜ່ານແຂວງໜອງຄາຍ ແລະເລີຍ.

ການຄ້າຢາເສບຕິດຕາມ ແນວຊາຍແດນ ຖືກປ່ຽນເສັ້ນທາງຈາກຊາຍແດນພະມ້າ ໄທຍ ມາເປັນລາວ-ໄທຍຫຼາຍຂື້ນໂດຍສະເພາະ ໃນເຂດ ພາກຕາເວັນອອກ ສ່ຽງເຫນືອ ຫຼື ພາກອີ່ສານ ຂອງໄທຍ ຍ້ອນຣັຖບານພະມ້າ ມີການປາບປາມ ກຸ່ມດັ່ງກ່າວ ຢ່າງເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.