ເຈົ້າໜ້າທີ່ ຕຳຣວດໄທ ເຂົ້າກວດຄົ້ນ ສະຖານທີ່ ຫຼາຍແຫ່ງ ໃນບາງກອກ ລວມທັງ ຮ້ານແປງຣົດ ຂອງ ນາຍ ເອກກະຣະກິດ ວໍຣະໂຣດ ຈະເຣີນເດດ ຫລື Benz Racing ທີ່ເປັນຜົວຂອງ ນາງ Patt Napapa Tantrakul ນັກສະແດງ ຊື່ ດັງຂອງໄທ. ເຈົ້າໜ້າທີ່ ສົງໃສວ່າ ສະຖານທີ່ ເຫລົ່ານີ້ ມີສ່ວນພົວພັນ ໃນການຄ້າ ຢາເສບຕິດ ໃນເຄື່ອຍຂ່າຍ ຂອງ ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າ ຢາເສບຕິດ ຊາວລາວ ທີ່ຖືກຈັບ ຢູ່ໄທ ເມື່ອເດືອນ ທີ່ຜ່ານມາ.
ເຈົ້າໜ້າທີ່ ກວດບໍ່ເຫັນ ຣົດຫລູຫລາ ທີ່ຮ້ານຂອງ ນາຍ Benz ແຕ່ເຫັນ ແລະຍຶດໄດ້ ຣົດຈັກໃຫຍ່ ແລະ ປືນນຶ່ງ ກະບອກ ທີ່ຕຳຣວດ ສົງໃສ ໄດ້ມາຈາກ ການຄ້າ ຢາເສບຕິດ ຮ່ວມກັບ ທ້າວ ໄຊຊະນະ ແກ້ວພິມພາ. ພົນຕຳຣວດໂທ ສົມໝາຍ ກອງວິໃສສຸກ ຫົວໜ້າ ສຳນັກງານ ປາບປາມ ຢາເສບຕິດ ຂອງໄທກ່າວ ກ່ຽວກັບ ການກວດຄົ້ນ ນັ້ນ ໃນກອງປະຊຸມ ນັກຂ່າວ ເມື່ອ ວັນພະຫັດ ນີ້ວ່າ:
“ຍັງບໍ່ຮູ້ວ່າ ມີການໂອນຊັບສິນ ແທ້ຫລືບໍ່ ແຕ່ຕ້ອງກວດກາ ເບິ່ງກ່ອນ ຖ້າກວດຮູ້ ວ່າໂອນ ຊັບສິນນັ້ນ ຕ້ອງເອົາຄືນມາ ແລ້ວເຮົາ ກໍ ແຈ້ງຂໍ້ຫາ ສົມຮູ້ຮ່ວມຄິດໝົດ ຖືວ່າໄດ້ ມາຈາກການກະທຳ ຄວາມຜິດ ກໍຖືກ ດຳເນີນຄະດີ.”
ໃນມື້ດຽວກັນ ເຈົ້າໜ້າທີ່ ຕຳຣວດ ກໍກວດຄົ້ນເຮືອນ ຫລັງນຶ່ງ ທີ່ແຂວງ ນົນທະບຸຣີ ແລະ ຈັບນາຍ ຊາຍວັດ ຊູສາຍ ແລະ ພົບເຫັນ ຢາເສບຕິດ ketamine ຊຶ່ງຄ້າຍໆກັບ ຢາບ້າເຖິງ 20 ກິໂລກຣາມ. ເຈົ້າໜ້າທີ່ ສືບຮູ້ວ່າ ນາຍຊາຍວັດ ເຮັດວຽກ ຂັບຣົດ ໃຫ້ໂຮງໝໍ ໃນຍາມກາງເວັນ ແຕ່ຄ້າ ຢາເສບຕິດ ໃນຍາມກາງຄືນ.
ເຈົ້າໜ້າທີ່ ຕຳຣວດ ມີແຜນຈະກວດຄົ້ນ ສະຖານທີ່ ຄ້າຢາເສບຕິດ ລວມທັງໝົດ ເຖິງ 40 ແຫ່ງ ໃນປະເທດໄທ ສິບກວ່າແຫ່ງ ຢູ່ບໍຣິເວນ ບາງກອກ.
