ຍິງສາວລາວຕົກເປັນເຫຍື່ອ ຢູ່ໄທ

ໄຊຍາ
2018.05.10
f-ht ສະຖານທີ່ທ່ອງທ່ຽວ ຂອງຄົນກາງຄືນ
RFA

ເຈົ້າໜ້າທີ່ຕຳຣວດໄທ ຈັບພວກຄ້າມະນຸດ ຢູ່ເມືອງລົ່ມສັກແຂວງເພັດສະບູນ ມີແມ່ຍິງສາວລາວ ຕົກເປັນເຫຍື່ອ 11 ຄົນ ໃນນັ້ນມີຜູ້ອາຍຸ ຕໍ່າກ່ວາ 18 ປີ 5 ຄົນ.

ເມື່ອວັນທີ 08 ພຶສພາ ຜ່ານມາ ເຈົ້າໜ້າທີ່ໄດ້ອອກກວດຄົ້ນຮ້ານຄາຣາໂອເກະ ແຫ່ງນຶ່ງໃນເມືອງລົມສັກ ແຂວງເພັດສະບູນ ປະເທດໄທ ແລະໄດ້ຈັບກຸ່ມຜູ້ຕ້ອງຫາ ທີ່ເປັນຜູ້ຈັດການຮ້ານໄດ້ 3 ຄົນ ພ້ອມແມ່ຍິງທີ່ຕົກເປັນເຫຍື່ອ ທັງໝົດ 22 ຄົນ ມີຄົນລາວ 11 ຄົນ ແລະ ຄົນໄທອີກ 11 ຄົນ. ດັ່ງທ່ານ ພົນຕຳຣວດຕຣີ ສຸຣະເຊດ ຮອງຜູ້ບັນຊາການຕຳຣວດ ທ່ອງທ່ຽວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ພຶສພາວ່າ:

"ມື້ວານເຮົາຊ່ອຍເຫລືອມາໄດ້ທັງໝົດມີເດັກຍີງ 5 ຄົນ ແລະ ກໍ່ມີຜູ້ໃຫຍ່ ສ່ວນເດັກຍິງ ເຮົາຊ່ອຍເຫລືອອອກມາແລ້ວ ແລະ ກໍ່ໄດ້ນຳສົ່ງ ບ້ານພັກເດັກຍິງ ຂອງກະຊວງພັທນາສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ ມື້ວານພວກເຮົາຈັບຕ້ອງຫາ 3 ຄົນ ເຮົາຈັບໄປແລ້ວ ທັງຜູ້ ຈັດການຮ້ານ ທັງຄົນສົ່ງເດັກ ແຕ່ມື້ນີ້ຈະຂຍາຍຜົນ ຈັບເຈົ້າຂອງຮ້ານ ແລະກໍຄົນທີ່ສົ່ງເດັກ ຫຼອກເດັກ ຂ້າມມາຈາກປະເທດລາວ ຂນະນີ້ ເຮົາຮູ້ຊື່ ຂໍ້ມູນໝົດແລ້ວຄືຄົນໄທ ມື້ນີ້ເຮົາຈະຂໍໝາຍຈັບຕໍ່ສານ ແລະ ຈະຈັບກຸມໃນສ່ວນທີ່ເຫລືອ ທັງໝົດ."

ຜູ້ຕ້ອງຫາເວົ້າວ່າ ເຂົາເປີດຮ້ານ ຄາຣາໂອເກະ ເພື່ອບັງໜ້າ ເປັນສະຖານທີ່ ຄ້າມະນຸດ ໂດຍມີການແນະນຳເດັກໃນຮ້ານ ພ້ອມນັດໝາຍ ລູກຄ້າຜ່ານຊ່ອງທາງ ຊື່ສັງຄົມອອນລາຍ ສ່ວນເຣື່ອງຂອງສະຖານກົງສູນ ທາງການໄທແລະລາວ ໄດ້ປະສານງານ ບັນຫາການຄ້າມະນຸດ ມາໂດຍຕລອດ; ດັ່ງທ່ານກ່າວວ່າ:

"ໃນເຣື່ອງຂອງສະຖານກົງສູນ ເຮົາປະສານງານໃນເຣື່ອງຂອງການເບິ່ງແຍງ ຄົນລາວແລະຄົນໄທ ໃນດິນແດນໄທ ແລະໃນປະເທດລາວ ແຕ່ສ່ວນນີ້ແລ້່ວ ໃນສອງປະເທດນີ້ຕ້ອງໄດ້ ບັງຄັບໃຊ້ກົດໝາຍຮ່ວມກັນ ຢ່າງເຂັ້ມງວດ ແຕ່ວ່າເຣື່ອງການບັງຄັບ ໃຊ້ກົດໝາຍ ການດຳເນີນ ຄະດີຄວາມເຂັ້ມງວດ ໃນພື້ນທີ່ຝັ່ງເຮົາຕ້ອງເຂັ້ມງວດເຊັ່ນກັນ."

ເມື່ອວັນທີ 13 ມົກຣາ 2018 ຜ່ານມາທາງການໄທ ໄດ້ກວດຄົ້ນບ່ອນອາບອົບນວດ ທີ່ເຂົ້າຂ່າຍການຄ້າມະນຸດ ຢູ່ບາງກອກ ຊຶ່ງພົບຍິງສາວ 113 ຄົນ ໃນນັ້ນມີທັງສັນຊາດ ໄທ, ລາວ, ກັມພູຊາ ແລະພະມ້າ ຊຶ່ງໃນຈຳນວນນີ້ມີ ຜູ້ຍິງລາວ 13 ຄົນ ແລະ ມີ 3 ຄົນອາຍຸຕໍ່າກ່ວາ 18 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.