ຄົນລາວ 14 ຄົນ ທີ່ເຮັດວຽກຢູ່ກາສິໂນຈີນ ປະເທດມຽນມາ ຖືກປ່ອຍໂຕແລ້ວ
2024.05.17

ປັດຈຸບັນ ຄົນລາວ 14 ຄົນ ຈາກແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ທີ່ຕົກເປັນເຫຍື່ອການຄ້າມະນຸດ ຍ້ອນຖືກນາຍໜ້າຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ (ພະມ້າ) ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 15 ເດືອນພຶດສະພາ ປີ 2024 ນີ້ ພວກຂະເຈົ້າ ໄດ້ຖືກປ່ອຍໂຕອອກຈາກ ກາສິໂນດັ່ງກ່າວນັ້ນແລ້ວ ຍ້ອນພວກຂະເຈົ້າເຮັດວຽກ ຫາເງິນໃຫ້ຄົນຈີນບໍ່ໄດ້ ແຕ່ຕອນນີ້ ຍັງບໍ່ທັນເມືອຮອດ ປະເທດລາວເທື່ອ ຍັງຄ້າງຢູ່ທີ່ປະເທດໄທ, ດັ່ງຜູ້ປົກຄອງ ຂອງຜູ້ຖືກເຄາະຮ້າຍ ຢູ່ແຂວງຫຼວງນໍ້າທາ ຜູ້ທີ່ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ດ້ວຍຄວາມດີໃຈ ໃນວັນທີ 17 ພຶດສະພາ 2024 ນີ້ວ່າ:
“ທາງພໍ່ທາງແມ່ເນາະ ຂອງພາກສ່ວນເດັກທີ່ຖືກເຄາະຮ້າຍຫັ້ນເນາະ ໄດ້ຍິນຂ່າວ ພວກລູກໆຫຼານໆ ທີ່ຖືກເຄາະຮ້າຍ ຢູ່ກາສິໂນໂກຊາຍຫັ້ນ ອອກມາ ໃນເວລາ 8 ໂມງ 28 ນາທີ (ຕອນເຊົ້າ) ຂອງວັນທີ 15 ເດືອນ 5 ປີ 2024 ນີ້ ທາງພໍ່ທາງແມ່ ກະມີຄວາມດີອົກດີໃຈ ມີຄວາມຕື່ນເຕັ້ນທີ່ສຸດເນາະ ຈົນນໍ້າຕາອອກ ນໍ້າຕາຍ້ອຍພຸ້ນແຫຼະເນາະ ທີ່ວ່າລູກຈໍານວນ 14 ຄົນນີ້ເນາະ ອອກມາ ຂະເຈົ້າອອກມາ ຢູ່ອັນນ່າ ຂ້າມມາຂ້າມມາຈາກແມ່ນໍ້າເມີຍ ເຂົ້າໄປຫາແຂວງຕາກ ເມືອງແມ່ສອດ (ປະເທດໄທ) ນີ້ ໄດ້ຈ້າງຄົນເຂົານີ້ແຫຼະມາສົ່ງ (ຈ້າງຄົນມຽນມາ) ຂ້າມເຮືອຫັ້ນລະແມ່ນ 2,000 ບາດ ລະມາເສຍ ໃຫ້ທາງເຈົ້າໜ້າທີ່ຫັ້ນເນາະ (ເຈົ້າໜ້າທີ່ໄທ) 5,000 ບາດ ບວກລວມແລ້ວ ເປັນ 7,000 ບາດ ຫຼືປະມານ 193 ໂດລ້າສະຫະລັດ.”
ຜູ້ປົກຄອງ ຜູ້ທີ 2 ກໍ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນທໍານອງດຽວກັນວ່າ:
“ແມ່ກະດີໃຈ ຂອບອົກຂອບໃຈນໍາລູກຫຼາຍໆ ທີ່ວ່າເປັນຫ່ວງເປັນໄຍ ທາງພໍ່ແມ່ ລະກະເດັກນ້ອຍ ທຸກຄົນ ທີ່ວ່າຖືກຕົວະ ຖືກຂາຍສົ່ງໄປພະມ້າຫັ້ນນ່າ ດຽວນີ້ ຂະເຈົ້າ ກໍ່ອອກມາແລ້ວ ປອດໄພ ມາຢູ່ປະເທດໄທແລ້ວເນາະ ແນວໃດເກາະ ຈິດໃຈເກາະ ພູມໃຈຫຼາຍ ຈົນໄຫ້ແຫຼະ ຮູ້ຂ່າວວ່າ ລູກອອກແລ້ວ ແມ່ກະຈົນໄຫ້ຫັ້ນແຫຼະ ສະອື້ນເລີຍ ວ່າດີໃຈ.”
ຜູ້ປົກຄອງຜູ້ທີ 3 ທີ່ໄດ້ຮູ້ຂ່າວວ່າ ລູກຊາຍໄດ້ອອກມາຈາກກາສິໂນ ດັ່ງກ່າວນັ້ນແລ້ວ ກໍເວົ້າວ່າ:
“ແມ່ກະ ພາກັນດີອົກດີໃຈເດີ້ ໄດ້ຍິນຂ່າວວ່າ ລູກຂອງພວກແມ່ ໄດ້ອອກມາແຕ່ ກາສິໂນໂກຊາຍແລ້ວ ໄດ້ມາຕົກຢູ່ໄທແລ້ວ ກະດີອົກດີໃຈຫຼາຍ.”
ໃນຂະນະດຽວກັນ ຜູ້ປົກຄອງ ຜູ້ທີ 4 ກໍ່ເວົ້າໃຫ້ຟັງ ໃນຕອນທີ່ໄດ້ລົມນໍາລູກຊາຍ ໃນມື້ທີ່ພວກຂະເຈົ້າ ໄດ້ອອກຈາກ ເມືອງເມຍວະດີ ປະເທດມຽນມາ ນັ້ນວ່າ:
“ລູກກໍ່ສົ່ງຂ່າວມາບອກ ແຕ່ລະໄລຍະເນາະ ອອກມາຈາກ ກາສິໂນຫັ້ນ ມາຮອດຈຸດ ຕ.ມ ແມ່ສອດ ແລ້ວຍັງລໍຖ້າແຕ່ ທາງການລາວເຮົາມາຮັບເອົາ ເຈົ້າໜ້າທີ່ໄທ ເພິ່ນເບິ່ງແຍງດີໆ ແມ່ບໍ່ຕ້ອງເປັນຫ່ວງ ລູກກະສົ່ງຂ່າວມາແບບນັ້ນ ແມ່ກໍ່ດີໃຈ.”
ສ່ວນຜູ້ປົກຄອງ ຜູ້ທີ 5 ກໍເວົ້າວ່າ ບໍ່ຮູ້ແນວຊິພັນລະນາ ເພາະວ່າ ຄອງຖ້າລູກໃຫ້ໄດ້ອອກມາ ຈາກກາສິໂນດັ່ງກ່າວນັ້ນ ກໍ່ເປັນເວລາ ປີປາຍ ເກືອບ 2 ປີ ຈຶ່ງໄດ້ມີມື້ນີ້ ທີ່ລູກໄດ້ອອກມາແລ້ວ:
“ດົນນານແລ້ວ ບໍ່ໄດ້ເຫັນໜ້າລູກຊາຍເນາະ ດີໃຈແຮງ ດີໃຈຫຼາຍ ຄິດຫຍັງກໍ ບໍ່ຮູ້ແນວຊິພັນລະນາເລີຍ ດີໃຈ ລູກໄດ້ອອກກະໄຫ້ ລູກບໍ່ໄດ້ອອກກໍ່ໄຫ້ ບໍ່ຮູ້ແນວຊິເວົ້າເລີຍນ່າແມ່ນ່າ ຄວາມດີໃຈ ຄັນວ່າ ບໍ່ມີລູກອອກຂ່າວໄປ ບໍ່ມີລູກຊ່ວຍ ມັນກະອາດຈະ ເອີ່ບໍ່ທັນໄດ້ອອກ ຈາກກາຊິໂນໂຕນັ້ນແຫຼະເນາະ ກະດີມົກດີໃຈ ທີ່ລູກມາຊ່ວຍ.”
ຂະນະທີ່ ຜູ້ປົກຄອງ ຂອງແມ່ຍິງລາວ ອາຍຸ 18 ປີ ຈາກແຂວງຫຼວງນໍ້າທາ ຄົນໜຶ່ງ ທີ່ໄດ້ແລ່ນເອກກະສານ ຂໍການຊ່ອຍເຫຼືອລູກສາວ ພ້ອມກັນກັບບັນດາຜູ້ປົກຄອງ ທັງ 14 ຄົນດັ່ງກ່າວ, ແຕ່ລູກສາວ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກຢູ່ບໍລິສັດໃໝ່ ເຊິ່ງຕອນນີ້ ກໍບໍ່ສາມາດຕິດຕໍ່ຫາລູກສາວໄດ້ ກໍເປັນເວລາເດືອນປາຍແລ້ວ ແລະບໍ່ຮູ້ວ່າ ລາວເປັນຕາຍຮ້າຍດີແນວໃດ, ດັ່ງຜູ້ປົກຄອງຜູ້ນີ້ ເວົ້າໃຫ້ເອເຊັຽເສຣີຟັງວ່າ:
“ດຽວນີ້ຫັ້ນ ແມ່ຫັ້ນບໍ່ຮູ້ແນວຊິເຮັດແລ້ວ ແມ່ກໍປາກບໍ່ອອກແລ້ວ ດຽວນີ້ຫັ້ນ ທັງ 14 ຄົນເຂົາກະອອກມາເໝິດແລ້ວດຽວນີ້ ເຂົາລົງກຸ່ມ ເຂົາລົງກຸ່ມມາ ພໍ່ແມ່ຜູ້ໃດກະເວົ້າແນວນີ້ແນວນັ້ນ ແມ່ກະປາກບໍ່ອອກເລີຍ ແມ່ກະປາກບໍ່ອອກເລີຍ ເຮັດແນວໃດແຫຼະ ຄັນບໍ່ຮ້າຍ ຄັນມີ 2-3 ຄົນ ນໍາລູກຫັ້ນຢູ່ຫັ້ນ ແມ່ກະບໍ່ເວົ້າຫຍັງ ດຽວນີ້ຍັງແຕ່ລູກແມ່ຄົນດຽວນີ້ ຄົນລາວເດ້ ເໝິດປັນຍາແລ້ວ ບໍ່ຮູ້ທາງຊິເຮັດແລ້ວລູກເອີ່ຍ ມີອັນຊ່ວຍແມ່ກະຊ່ວຍແມ່ແດ່ເຢີ້ ແນວໃດລູກຫັ້ນຊິໄດ້ກັບຄືນມາຫາພໍ່ຫາແມ່ນີ້.”
ຜູ້ປົກຄອງຜູ້ທີ່ໜຶ່ງ ຜູ້ດຽວກັນກັບຂ້າງເທິງ ຍັງກ່າວຕື່ມອີກວ່າ ເຖິງຢ່າງໃດກໍຕາມ ບັນດາຜູ້ປົກຄອງ ຂອງຄົນລາວ ທັງ 14 ຄົນດັ່ງກ່າວ ກໍຂໍຝາກຄໍາຮ້ອງຮຽນ ເຖິງການໄທ ແລະທາງການລາວ ດັ່ງນີ້:
“ອັນນີ້ແມ່ນພໍ່ແມ່ ຜູ້ປົກຄອງເດັກເນາະ ທີ່ຖືກເຄາະຮ້າຍຫັ້ນ ຢາກຂໍຄວາມຊ່ອຍເຫຼືອເນາະ ລະກະຊ່ວຍເດັກນ້ອຍຫັ້ນເນາະ ກັບຄືນເມືອບ້ານ ເມືອເຮືອນ ເພາະວ່າພວກເຮົາກໍ່ລໍຖ້າ ເປັນຫ່ວງເປັນໄຍ ຕໍ່ລູກຕໍ່ຫຼານເນາະ ຜູ້ທີ່ຖືກເຄາະຮ້າຍນີ້ແຫຼະ ແນວໃດກໍຂໍນໍາທາງການໄທນີ້ເນາະ ຫຼືວ່າ ທາງການລາວເນາະ ສະຖານທູດລາວ ທີ່ປະຈໍາໄທຫັ້ນເນາະ ຄົ້ນຄວ້າຊ່ອຍເຫຼືອແດ່ ເພາະວ່າເດັກນ້ອຍເຂົາ ດຽວນີ້ທາງຈີນ ທາງພະມ້າ ເຂົາກະສົ່ງອອກມາແລ້ວເນາະ ລະເຂົາກະບໍ່ຮູ້ບ່ອນວ່າ ຊິໄປອາໃສບ່ອນໃດແຫຼະ ລະເຂົາກະຂ້າມທາງໄທພີ້.”
ພ້ອມດຽວກັນນີ້ ຜູ້ປົກຄອງ ຜູ້ທີ 6 ກໍຂໍຝາກຄໍາຮ້ອງຮຽນ ໃນທໍານອງດຽວກັນ ວ່າ:
“ຂໍທາງອົງການຈັດຕັ້ງ ທາງຕໍາຫຼວດ ສະຖານທູດລາວ ສະຖານທູດໄທ ແນວໃດກະຂໍຄວາມຊ່ອຍເຫຼືອ ມີອີ່ຫຍັງໆກະໄກ່ເກັ່ຍເລັກໆນ້ອຍໆ ກະຂໍໃຫ້ປ່ອຍສາ ອີ່ດູອີ່ຕົນລູກຫັ້ນ ຢູ່ທໍລະມານ ໃນບ່ອນກາຊິໂນຫັ້ນໄດ້ 2 ປີແລ້ວນີ້ ດຽວນີ້ ຊິມາ ກະມາຄ້າງຢູ່ໄທອີກ ທາງອີ່ແມ່ທາງນີ້ ກໍບໍ່ຢາກໃຫ້ຢູ່ຫັ້ນດົນ ອີ່ດູອີ່ຕົນລູກແດ່ ຄິດຮອດລູກແດ່ ຢູ່ບ່ອນເຮັດວຽກຫັ້ນ ກະທໍລະມານ ສົມມາສົມຄວນແລ້ວ.”
ກ່ຽວກັບເລື່ອງດັ່ງກ່າວນີ້ ໃນມື້ວັນທີ 17 ພຶດສະພາ 2024 ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ດ່ານກວດຄົນເຂົ້າ-ອອກເມືອງ ເມືອງແມ່ສອດ ແຂວງຕາກ ປະເທດໄທ ເຊິ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເລື່ອງນີ້ ທ່ານໜຶ່ງ ກໍເວົ້າໃຫ້ຟັງວ່າ:
“ຕອນນີ້ ໂຕພວກເຂົາ ໄດ້ຖືກນໍາມາທີ່ ຕ.ມ ເຮົາແລ້ວ ພີ່ນ້ອງ ຫຼື ຜູ້ປົກຄອງ ບໍ່ຕ້ອງເປັນຫ່ວງເນາະ ຄືພວກເຂົາມາຢູ່ທີ່ ຕ.ມ ແຂວງຕາກ ຢູ່ໃນການຄວບຄຸມຂອງເຮົາ ເພື່ອທີ່ຈະສົ່ງກັບປະເທດທໍ່ນັ້ນເນາະ ທາງເຮົາເບິ່ງແຍງເປັນຢ່າງດີ ເພື່ອລໍຖ້າການສົ່ງກັບປະເທດທໍ່ນັ້ນເນາະ ແຕ່ສໍາລັບຢ່າງອື່ນ ເຮົາບໍ່ຮູ້ເນາະ ແລ້ວຂ້ອຍກະໃຫ້ຂໍ້ມູນຫຍັງ ບໍ່ໄດ້ຫຼາຍ ລາຍລະອຽດເພີ່ມເຕີມ ຂໍໃຫ້ຜູ້ປົກຄອງ ຕິດຕໍ່ມາຫາເຮົາເນາະ.”
ຫຼັງຈາກນັ້ນ ເອເຊັຽເສຣີ ກໍໄດ້ແຈ້ງເລື່ອງ ຄົນລາວ 14 ຄົນ ດັ່ງກ່າວ ທີ່ໄດ້ອອກມາຈາກກາຊິໂນໂກຊາຍ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາ ແລ້ວນີ້ ໄປຍັງ ສະຖານທູດລາວ ປະຈໍາປະເທດມຽນມາ ນໍາດ້ວຍ.
ແລະໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ຫາ ເຈົ້າໜ້າສະຖານທູດລາວ ປະຈໍາບາງກອກ ປະເທດໄທ ເພື່ອຈະລາຍງານ ເລື່ອງດັ່ງກ່າວໃຫ້ຮັບຊາບ ຮວມທັງ ໄດ້ໂທໄປຍັງ ເຈົ້າໜ້າທີ່ຕໍາຫຼວດທີ່ກ່ຽວຂ້ອງ ໃນນະຄອນຫຼວງຈັນຫຼາຍທ່ານ ປະກົດວ່າ ໂທໄປຕິດສຽງດັງທຸກຄັ້ງ ແຕ່ບໍ່ມີທ່ານໃດຮັບສາຍ.
ກ່ຽວກັບກໍລະນີນີ້ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸເອເຊັຽເສຣີ ຈະມີລາຍງານຕື່ມ.