ທາງການຈະຊ່ອຍເຫຼືອ ນາງໄກ່

ຈໍາປາທອງ
2017.01.18
f-kay ເຈົ້າໜ້າທີ່ໄທ ແລະ ທຸກພາກສ່ວນກ່ຽວຂ້ອງ ຮວມທັງ ຈາກມູນນິທີ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຂ້າມຊາດ ສລຸບຜົນ ໃນວຽກງານ ການເຂົ້າໄປຊ່ອຍເຫຼືອ ນາງໄກ່
RFA/TP

ທາງກການແຂວງຄຳມ່ວນ ຈະໃຫ້ການ ຊ່ວຍເຫລືອ ນາງໄກ່ (ນາມສົມມຸດ) ອາຍຸ 13 ປີ ຈາກ ບ້ານໂພນແດງ ເມືອງມະຫາໄຊ ແຂວງ ຄຳມ່ວນ ທີ່ໄດ້ຖືກ ຕົກເປັນເຫຍື່ອ ຂອງ ການຄ້າມະນຸດ ຢູ່ປະເທສໄທ ຊຶ່ງ ທາງການໄທ ໄດ້ຊ່ວຍຊອກຫາ ຈົນພົບໃນວັນທີ 7 ມົກກະຣາ 2017. ທາງການ ແຂວງຄຳມ່ວນ ຈະຮັບນາງກັບມາ ແລະ ຈະຝຶກອົບຮົມ ອາຊີພໃຫ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງຄຳມ່ວນ ຜູ້ບໍ່ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽເສຮີ ເມື່ອວັນທີ 16 ມົກກະຣາ ນີ້ວ່າ:

"ສະຖານທູດ ສ່ວນແຮງງານເຮົາ ບາງກອກ ເພິ່ນເປັນຜູ້ປະສານ ປະສານແລ້ວ ກໍສິມີຣົດເຮົາ ຮັບສົ່ງມາ ເດັກທີ່ຖືກ ເຄາະຮ້າຍ ພວກເຮົາ ຈະພາກັບມາ ແລ້ວພວກເຮົາ ຈະຝຶກອົບຮົມໃຫ້ ສອນວິຊາຊີບ ພາກສ່ວນ ກະຊວງ ແຮງງານເຮົາ ຈະຊ່ວຍເຫຼືອ ຊ່ວຍຝຶກ ວິຊາຊີບ ໃຫ້ ຕາມຄວາມຕ້ອງການ ຂອງເພິ່ນ ຝຶກວິຊາຊີບແລ້ວ ກໍຊອກວຽກໃຫ້ ເພິ່ນເຮັດ".

ທ່ານເວົ້າວ່າ ສຳລັບ ກໍຣະນີ ຂອງ ນາງໄກ່ ຫາກຄະດີ ທີ່ປະເທສໄທ ຖືກແກ້ໄຂແລ້ວ ທາງ ສະຖານທູດລາວ ທີ່ບາງກອກ ປະເທສໄທ ກໍຈະສົ່ງນາງ ກັບຄືນມາຫາ ຄອບຄົວ ຈາກນັ້ນ ຂແນງແຮງງານ ເມືອງ ກໍຈະຝຶກອົບຮົມ ວິຊາຊີບ ແລະ ຊອກວຽກໃຫ້ ເຮັດຕາມທີ່ ນາງ ສມັກໃຈ. ເຣຶ່ອງ ຄ່າໃຊ້ຈ່າຍ ທັງໝົດ ໃນສ່ວນນີ້ ທາງ ກະຊວງແຮງງານ ແລະ ສະຫວັດດິການ ສັງຄົມ ຈະເສັຽຊ່ວຍ ນາງ ໂດຍເອົາເງິນ ຈາກກອງທຶນ ຊ່ວຍເຫຼືອ ຜູ້ຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ແລະ ສຳລັບຄົນອື່ນໆ ກໍເຊັ່ນດຽວກັນ.

ທ່ານເວົ້າອີກວ່າ ປັດຈຸບັນ ກຸ່ມຄ້າມະນຸດ ທີ່ມາຕົວະຍົວະ ແມ່ຍິງ ໃນແຂວງນີ້ໄປຄ້າ ແຮງງານຢູ່ໄທ ຍັງມີຫຼາຍ ຊຶ່ງດຽວນີ້ ທາງການລາວ ແລະໄທ ກຳລັງ ຮ່ວມມືກັນ ສະກັດກັ້ນ:

"ວິທີການຂອງພວກເຮົາ ໃນລະຍະປັດຈຸບັນ ກໍເຮັດວຽກແບບ ສະຖານະພາບ ເຈົ້າໜ້າທີ່ລາວ ແລະເຈົ້າໜ້າທີ່ໄທ ສົມທົບກັນ ປະສານຫາ ຕະຫລອດ ເພື່ອບໍ່ຢາກ ໃຫ້ມີເຄືອຂ່າຍ ການຄ້າມະນຸດ ເຮົາກໍດຳເນີນຢູ່ ພວກຕໍ່ໄປນີ້ ມັນກໍຫຼາຍນໍ ມັນກໍຕິດຕາມ ຍາກຢູ່ ດຳເນີນຢູ່ ສິຈັບຕົວຢູ່".

ປັດຈຸບັນ ນາງໄກ່ ຢູ່ໃນຄວາມຄຸ້ມຄອງ ຂອງທາງກາໄທ ທີ່ບາງກອກ ແລະ ຈະໄດ້ກັບ ຄືນບ້ານ ພາຍຫລັງ ທີ່ສານ ດຳເນີນຄະດີ ຜູ້ຕ້ອງຫາ ທີ່ເປັນຄົນໄທ 3 ຄົນ ນັ້ນແລ້ວ ຊຶ່ງ ຢ່າງຊ້າ ອາຈແມ່ນ 6 ເດືອນ ແລະ ຂນະນີ້ ນາງກຳລັງ ຝຶກວິຊາຊີບ ໃນສູນ ຂອງ ທາງການໄທ ທີ່ ນາງພັກ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.