ກວດຄົ້ນຮ້ານກິນດື່ມ, ສົງ​ໄສ ຄ້າ​ປະ​ເວ​ນີ ແອບ​ແຝງ

0:00 / 0:00

ເຈົ້າໜ້າທີ່ປກສເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລົງໄປສຳຣວດກວດຄົ້ນຮ້ານກິນດື່ມ ແປດຮ້ານ ໃນວັນທີ່ 13 ມົກກະຣາ 2022 ໃນເຂດເມືອງນາຊາຍທອງ ທີ່ທາງເຈົ້າໜ້າທີ່ສົງໄສວ່າ ເປັນສະຖານທີ່ມີການຂາຍບໍຣິການທາງເພດແອບແຝງຢູ່ ແລະກວດເຫັນແມ່ຍິງລາວທັງໝົດ 34 ຄົນ ໃນນັ້ນ ຫົກຄົນແມ່ນເຈົ້າຂອງຫຼືຜູ້ບໍຣິຫານຮ້ານ. ປະກົດວ່າ ເຈົ້າໜ້າທີ່ ບໍ່ໄດ້ສັ່ງປິດຮ້ານກິນດື່ມທັງແປດ ແລະກໍບໍ່ໄດ້ຈັບຫຼືລົງໂທດພວກແມ່ຍິງເຫຼົ່ານັ້ນເລີຍ ພຽງແຕ່ສຶກສາອົບຮົມພວກເຂົາເຈົ້າ ດັ່ງເຈົ້າໜ້າທີ່ປກສເມືອງນາຊາຍທອງທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ ໄດ້ກ່າວກັບວິທະຍຸເອເຊັຽເສຣີໃນວັນທີ່ 18 ມົກກະຣາ 2022 ນີ້ວ່າ:

"ກໍໄດ້ສຶກສາອົບຮົມແລະແກ້ໄຂບໍຣິຫານຮ້ານກິນດື່ມນີ້ ຄັນວ່າອີງໃສ່ຕາມອັນນັ້ນແທ້ ມັນກໍບໍ່ໄດ້ແຫຼະເນາະ ຮ້ານທີ່ມີວ່າແອບແຝງສາວບໍຣິການ ສ່ວນອັນນີ້ ມັນກໍແຮງບໍ່ໄດ້ແຫຼະ ມັນບໍ່ຖືກຕາມກົດໝາຍ."

ເຈົ້າໜ້າທີ່ປກສທ່ານນີ້ ອະທິບາຍວ່າ ສາເຫດທີ່ເຈົ້າໜ້າທີ່ ບໍ່ລົງໂທດພວກແມ່ຍິງເຫຼົ່ານີ້ ກໍເພາະວ່າ ພວກເຂົາເຮັດຜິດເປັນເທື່ອທຳອິດ; ຫາກພວກເຂົາເຮັດຜິດເທື່ອທີ່ສອງຫຼືທີ່ສາມ ກໍ ຈະຖືກປັບໃໝ່ໃສ່ໂທດຕາມລຳດັບ. ອີກຢ່າງນຶ່ງ ໃນການກວດກາຄັ້ງນີ້ ເຈົ້າໜ້າທີ່ ກໍບໍ່ໄດ້ ພົບເຫັນຫຼັກຖານອັນໃດ ທີ່ແມ່ຍິງເຫຼົ່ານັ້ນ ຂາຍບໍຣິການທາງເພດ.

ຊາວບ້ານໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫຼາຍຄົນ ກໍວິຕົກກັງວົນ ຢ້ານວ່າ ຮ້ານກິນດື່ມຈະກາຍເປັນບ່ອນເຊື້ອໂຄວິດ-19 ຣະບາດ ແລະກໍແຜ່ລາມໄປໃສ່ປະຊາຊົນທົ່ວໄປ.

ດັ່ງຊາວເມືອງນາຊາຍທອງຜູ້ນຶ່ງ ໄດ້ສະແດງຄຳຄິດຄຳເຫັນວ່າ:

"ກໍເຫັນເຂົາເຂົ້າໆອອກໆຢູ່ ແຕ່ກໍບໍ່ຮູ້ວ່າເຂົາໄປອີ່ຫຍັງ ຕໍາຣວດກໍດາຍນ່າ ກໍຢາກໃຫ້ເພິ່ນເຂັ້ມງວດຫັ່ນແຫຼະ ເພາະວ່າ ໂຣກຣະບາດມັນກໍຍັງຫຼາຍຢູ່ ກໍຍັງບໍ່ທັນຢາກໃຫ້ເພິ່ນປ່ອຍເທື່ອ."

ເມື່ອເວົ້າເຖິງການຣະບາດຂອງໂຄວິດ-19, ເມື່ອວັນທີ່ 18 ມົກກະຣາ 2022 ນີ້ ໃນເຂດນະຄອນຫຼວງວຽງຈັນ ມີຜູ້ຕິດໂຄວິດຕື່ມ 222 ຄົນ. ສະນັ້ນ ຊາວບ້ານ ຈຶ່ງຢາກໃຫ້ທາງເຈົ້າໜ້າທີ່ເຂັ້ມງວດກັບຮ້ານກິນດື່ມຕ່າງໆ.

ດັ່ງຊາວບ້ານອີໄລໃຕ້ ເມືອງນາຊາຍທອງ ຢາກສເນີວ່າ:

"ຢາກໃຫ້ເພິ່ນເຂັ້ມງວດນີ່ແຫຼະ ເຮັດແນວໃດ ເພາະວ່າ ຊ່ວງນີ້ມັນກໍໃກ້ໆບຸນວັນສ້າງຕັ້ງກອງທັບແດ່ ແລະກໍເຣື່ອງໂຄວິດ-19 ນີ່ກໍຍັງໜັກໜາ ຍັງບໍທັນມີໂຕເລກທີ່ຖອຍຫຼັງເທື່ອ."

ຊາວບ້ານອີໄລໃຕ້ຄົນນີ້ ກ່າວອີກວ່າ ນອກຈາກຈະເຂັ້ມງວດກັບຮ້ານກິນດື່ມແລ້ວ ຊາວບ້ານ ກໍຢາກໃຫ້ເຈົ້າໜ້າທີ່ກວດກາການຊຸມແຊວຕາມບ້ານເຮືອນຕ່າງໆນັ້ນນຳ ເພາະວ່າ ການຊຸມ ແຊວ ກໍເປັນສາເຫດນຶ່ງທີ່ສຳຄັນ ທີ່ພາໃຫ້ມີການຣະບາດຂອງໂຄວິດ-19.

ສຳຣັບຮ້ານບັນເທີງ ເປັນຕົ້ນຮ້ານຄາຣາໂອເຄະນັ້ນ ທາງການເມືອງນາຊາຍທອງ ຍັງບໍ່ອະນຸຍາດໃຫ້ເປີດຄືນເທື່ອ ແລະທາງເຈົ້າໜ້າທີ່ ກໍໄດ້ລົງໄປສຳຣວດກວດກາຮ້ານບັນເທີງ ເປັນປະຈຳ ເພື່ອບໍ່ໃຫ້ມີການລັກເປີດ. ຊາວບ້ານນາຄູນ ເມືອງນາຊາຍທອງ ຜູ້ນຶ່ງ ກໍໄດ້ຍິນແລະສັງເກດເຫັນເຈົ້າໜ້າທີ່ປະຕິບັດການຢູ່.

"ເຮົາກໍໄດ້ຍິນວ່າ ເຈົ້າໜ້າທີ່ເຂົາຫຼອຍລົງຢູ່ ເຂົາກວດກາຢູ່ ເຂັ້ມງວດ ເຂົາລົງຕິດຕາມຢູ່ຕລອດນ່າ ເຮົາກໍບໍ່ຮູ້ ເຂົາໄປລັກຊະນະໃດ ເພິ່ນຫາກວ່າ ຍັງບໍ່ທັນມີຄຳສັ່ງເປີດ (ຮ້ານບັນເທີງ) ເທື່ອ."

ອາຊີບການຂາຍບໍຣິການທາງເພດ ຖືວ່າ ເປັນອາຊີບທີ່ຜິດກົດໝາຍໃນປະເທດລາວ; ຖ້າຜູ້ໃດ ເຮັດທຸຣະກິດແລະກໍມີການຂາຍບໍຣິການທາງເພດແອບແຝງ ກໍຖືວ່າ ເປັນການເຮັດທຸ ຣະກິດທີ່ຜິດກົດໝາຍ ຜູ້ກະທຳຜິດ ຈະຖືກລົງໂທດ ນັບແຕ່ຖືກສຶກສາອົບຮົມ ຖືກປັບໃໝ ຈົນເຖິງຂັ້ນ ຖືກປິດກິດຈະການ ຫຼືຖືກຈຳຄຸກ.