ໄທ ແລະ ບຣູນາຍ (Brunei) ຈະເພີ່ມ ຄວາມ ພຍາຍາມ ໃນການຕໍ່ສູ້ ຕ້ານການ ຄ້າມະນຸສ ແລະ ຄ້າປະເວນີ ພາຍຫລັງ ມີຣາຍງານ ວ່າ ແມ່ຍິງໄທ ຖືກຫລອກລວງ ໃຫ້ເຂົ້າສູ່ ການຄ້າ ປະເວນີ ຢູ່ບຣູນາຍ ຫລາຍຂຶ້ນ. ຕາມຣາຍງານ ຂ່າວຈາກ Bandar Seri Begawan ໃນວັນທີ 12 ເມສາ 2013 ນີ້.
ທ່ານ ອາພິຊາດ ເພັດຈະຣັດ ທູດໄທ ປະຈໍາ ບຣູນາຍ ກ່າວວ່າ ໄທ ແລະ ບຣູນາຍ ຈະລົງນາມ ໃນບັນທຶກ ຄວາມເຂົ້າໃຈ ກັນ ຫລື MOU ກ່ຽວກັບ ບັນຫາ ການຄ້າມະນຸສ ກ່ອນໝົດ ປີນີ້. ທ່ານວ່າ MOU ຊຶ່ງທັງ 2 ປະເທດ ກໍາລັງ ຮ່າງຣາຍ ລະອຽດ ກັນຢູ່ນີ້ ຫາກ ລົງນາມ ກັນແລ້ວ ກໍຈະໃຊ້ ເປັນທິດທາງ ໃນການ ປະຕິບັດງານ ຮ່ວມກັນ ເພື່ອປາບປາມ ການ ຄ້າມະນຸດ ແລະ ໂສເພນີ ຢູ່ ບຣູນາຍ.
ທ່ານ ເວົ້າວ່າ ມີຜູ້ຍິງໄທ ຢ່າງໜ້ອຍ 20 ຄົນ ຖືກພວກ ຄ້າມະນຸສ ຫລອກລວງ ໄປຄ້າ ປະເວນີ ຢູ່ບຣູນາຍ ໃນປີຜ່ານມາ ແລະ ກໍອາຈມີ ເພີ່ມຂຶ້ນຕໍ່ໆໄປ ຫາກບໍ່ມີ ການສະກັດກັ້ນ ແນວໃດນັ້ນ. ພວກຄ້າມະນຸສ ໄດ້ພາ ຜູ້ຍິງໄທ ເກືອບທັງໝົດ ເດີນທາງຜ່ານ ມາເລເຊັຽ ໄປບຣູນາຍ. ຜູ້ຊາຍໄທ ທີ່ເຮັດວຽກ ຢູ່ ບຣູນາຍ ກໍມີບັນຫາ ຕີກັນ ລັກຜລິດ ເຫລົ້າກິນເອງ ຊຶ່ງ ຜິດກົດໝາຍ ທີ່ ສາມາດຖືກຈັບ ຂັງຄຸກ ໄດ້. ມີຜູ້ຊາຍໄທ ປະມານ 3200 ຄົນ ທີ່ເຮັດວຽກ ຢູ່ ບຣູນາຍ ສ່ວນໃຫຍ່ ເຮັດວຽກ ຢູ ເຂດກໍ່ສ້າງ ຫລື ອູ່ແປງຣົດ ຫ້າງ ຊັພສິນຄ້າ ແລະ ຮ້ານສ້ອງແປງ ເຄື່ອງ ປັບອາກາດ AIR CONDITIONING.
