ເດັກນ້ອຍລາວ 16 ຄົນ ຍັງຖືກບັງຄັບຕອບແຊັດ ທີ່ກາສິໂນ ໃນປະເທດພະມ້າ

ສຸພັດຕາ
2024.03.14
ເດັກນ້ອຍລາວ 16 ຄົນ ຍັງຖືກບັງຄັບຕອບແຊັດ ທີ່ກາສິໂນ ໃນປະເທດພະມ້າ ປະຕູທາງເຂົ້າ-ອອກ ບ່ອນທີເດັກນ້ອຍລາວ 16 ຄົນຖືກບັງຄັບ ໃຫ້ເຮັດວຽກຕອບແຊັດ (ໃນກາສິໂນໂກຊາຍ) ເມືອງເມັຍວະດີ ປະເທດພະມ້າ ເດືອນ 2 ປີ 2024.
Courtesy Photo

ອີງຕາມແຫຼ່ງຂ່າວ ທີ່ເຊື່ອຖືໄດ້ ໄດ້ເລົ່າໃຫ້ວິທຍຸເອເຊັຽເສຣີ ຟັງ ເມື່ອວັນທີ 11 ເດືອນມີນາ ປີ 2024 ນີ້ວ່າ ມາຮອດປັດຈຸບັນ ເດັກນ້ອຍລາວ ຈໍານວນ 16 ຄົນ ທີ່ຍັງຕິດຄ້າງ ແລະຖືກບັງຄັບ ໃຫ້ເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ນັ້ນ ຍັງຄອງຄອຍການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ທຸກມື້ ເພາະຢາກຫຼຸດພົ້ນຈາກແຫຼ່ງຂຸມນະລົກ ຕົວະຕົ້ມເອົາເງິນຄົນ ທາງອິນເຕີແນັດ.,

ກ່ອນໜ້ານີ້ ໃນປີ 2023 ຫົວໜ້າຄົນຈີນ ໃນໂຮງກາສິໂນດັ່ງກ່າວ ໄດ້ຄັດເລືອກເອົາຄົນ ທີ່ເຮັດວຽກບໍ່ໄດ້ອອກ ໃຫ້ກັບບ້ານແລ້ວ 2 ຄັ້ງ ໂດຍຄັ້ງທີ 1 ແມ່ນທາງຄອບຄົວ ໄດ້ເສັຍເງິນຄ່າໄຖ່ໂຕ ແລະຄັ້ງທີ 2 ຄືວ່າງ ທ້າຍເດືອນສິງຫາ ປີ 2023 ກໍຄັດອອກອີກ 16 ຄົນ ສ່ວນທີ່ເຫຼືອ 16 ຄົນ ທີ່ເຮັດວຽກໄດ້ນີ້ ແມ່ນໃຫ້ເຮັດວຽກຕໍ່ ຈົນເຖິງວັນທີ 3 ເດືອນ 3 ປີ 2024 ເຖິງຈະປ່ອຍໃຫ້ກັບບ້ານ ແລະໃນຊ່ວງທີ່ເຮັດວຽກຕໍ່ນັ້ນ ຫົວໜ້າຄົນຈິີນ ກໍບອກກັບພວກເຂົາວ່າ ຈະບໍ່ມີການລົງໂທດແຕ່ຢ່າງໃດ ແຕ່ສຸດທ້າຍແລ້ວ ກໍບໍ່ເປັນຄືດັ່ງຄໍາໝັ້ນສັນຍາ ທີ່ໃຫ້ໄວ້ໃນກ່ອນໜ້ານີ້ ຖ້າໃຜຫາເງິນບໍ່ໄດ້ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກລົງໂທດ ໂດຍການໃຫ້ໄປຢຶືນຕາກແດກ ເປັນເວລາ 45 ນາທີ ຫຼືໃຫ້ແບກຕຸກນໍ້າ 20 ລິດ ຍ່າງອ້ອມເດີ່ນ ເປັນເວລາ 30 ນາທີ ແລ້ວກໍໃຫ້ກັບມາເຮັດວຽກຕໍ່ ແລະມາເຖິງວັນທີ 3 ເດືອນ 3 ປີ 2024 ຫົວໜ້າຄົນຈີນ ກໍບອກວ່າ ບໍ່ຢາກສົ່ງພວກເດັກນ້ອຍທັງ 16 ຄົນນີ້ ກັບເມືອລາວ ໄປຜ່ານທາງປະເທດພະມ້າ ເພາະຢ້ານພວກເຂົາຖືກຍິງ ຍ້ອນສະພາບການໃນປະເທດພະມ້າ ຕອນນີ້ ຍັງມີສົງຄາມຢູ່ ຫຼືຖ້າຈະສົ່ງກັບ ຜ່ານທາງປະເທດໄທຍ ກໍໃຫ້ເດັກນ້ອຍຫາເງິນມາຊື້ໂຕເອງ ຄົນລະ 2 ແສນ ຫາ 3 ແສນບາທ ໂດຍທີ່ເງິນດັ່ງກ່າວນັ້ນ ຄົນຈີນ ຈະບໍ່ຮັບຈາກທາງຄອບຄົວ ຂອງເດັກນ້ອຍເຫຼົ່ານັ້ນແຕ່ຢ່າງໃດ ຫຼື ມີອີກທາງນຶ່ງ ກໍຄື ໃຫ້ເດັກນ້ອຍ ທັງ 16 ຄົນນີ້ ຫາເງິນໃຫ້ໄດ້ 40 ລ້ານບາທ ພາຍໃນເດືອນໃດກໍໄດ້ ແລ້ວຈະສົ່ງພວກເຂົາເຫຼົ່ານີ້ກັບບ້ານ ໃນເມື່ອບໍ່ມີທາງອອກ ຜູ້ທີ່ຖືກເຄາະຮ້າຍເຫຼົ່ານີ້ ກໍຈໍາເປັນຕ້ອງອົດທົນຢູ່ຕໍ່ໄປ ໂດຍທີ່ບໍ່ຮູ້ວ່າ ມື້ໃດ ຈະໄດ້ກັບບ້ານແທ້. ສະນັ້ນ ພວກເຂົາເຈົ້າ ຈຶ່ງຢາກຂໍໃຫ້ທາງການລາວ ຫຼື ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃຫ້ການຊ່ອຍເຫຼືອ ໃຫ້ພວກເຂົາເຈົ້າ ໃຫ້ໄດ້ກັບບ້ານໄວໆແດ່ ຖ້າຫາກຕໍ່ເວລາໄປ ຖ້າເຖິງມື້ນັ້ນ ກໍບໍ່ໄດ້ກັບບ້ານຢູ່ດີ ເຊິ່ງພວກເຂົາເຈົ້າ ກໍລໍຖ້າມາການຊ່ອຍເຫຼືອນີ້ ມາກໍໄດ້ 1 ປີ ກັບ 6 ເດືອນແລ້ວ.

ທາງດ້ານຜູ້ປົກຄອງ ໃນແຂວງຫຼວງນໍ້າທາ ທີ່ລູກເຕົ້າ ຍັງຕິດຄ້າງ ຢູ່ໂຮງກາສິໂນ ໂກຊາຍ ໃນເມືອງເມັຍວະດີ ປະເທດພະມ້ານັ້ນ ກໍໄດ້ເວົ້າ ກ່ຽວກັບເຣື່ອງການ ຮ້ອງຮຽນຂໍການຊ່ອຍເຫຼືອພວກລູກເຕົ້າ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງມາດົນນານ ດ້ວຍຄວາມທໍ້ໃຈ ວ່າ:

“ພໍ່ແມ່ແລ່ນຊໍ່ານີ້ແລ້ວ ທາງຣັຖບານລາວນີ້ ບໍ່ຊ່ອຍຫຍັງໄດ້ເລີຍບໍ່ ຊິເຮັດຈັ່ງໃດ ຄົນລາວໄປຕິດຄ້າງຢູ່ຫັ້ນ ບ່ອນຢູ່ ຈຸດພິກັດແມ່ນຫຍັງກໍຮູ້ເໝິດ ພໍ່ແມ່ກະສົ່ງໃຫ້ໝົດ ຄືວ່າ ຊ່ອຍບໍ່ໄດ້ ຄັນຊ່ອຍບໍ່ໄດ້ ຂໍຮ້ອງປະເທດອື່ນ ປະເທດໃດ ຊິຊ່ອຍໄດ້ບໍ່ ມີແຕ່ຄັນຖ້າຟັງຂ່າວ ທາງເຂົາຊິສົ່ງຫັ້ນ ຫຼືວ່າ ເຂົາຈິຕົວະເດັກນ້ອຍຫັ້ນໄປເປັນມື້ ເປັນເດືອນ ເປັນປີໄປ ຫຼືບໍ່ ແມ່ຄຶດແບບນີ້ນ່າ ຄວາມຫວັງ ຢາກເຫັນໜ້າລູກ ກະຄືຊິບໍ່ໄດ້ເຫັນ ຄັນເຖົ້າຄັນຕາຍ ກະຄືຊິບໍ່ໄດ້ເຫັນໜ້າລູກບໍ່ ແມ່ຄຶດແບບນີ້ນ່າ.”

ເຖິງແນວໃດກໍຕາມ ຜູ້ປົກຄອງຜູ້ນີ້ ກໍຍັງ ຢາກຮ້ອງຂໍຕື່ມວ່າ:

“ແມ່ກະຢາກຂໍຮ້ອງ ພາກສ່ວນທີ່ກ່ຽວຂ້ອງ ເນາະ ທາງຣັຖບານລາວກະດີ ທາງສາກົລກໍດີ ທາງພະມ້າກໍດີເນາະ ຂໍໃຊ້ຊ່ວຍເຫຼືອເດັກນ້ອຍຫັ້ນແດ່ ແມ່ກະບໍ່ໝັ້ນໃຈວ່າ ທາງກາສິໂນເຂົາຊິສົ່ງແທ້ບໍ່ ເຂົາຊິຕົວະເດັກນ້ອຍຫັ້ນ ໄປເປັນມື້ເປັນວັນ ເປັນປີເປັນເດືອນໄປ ພໍ່ແມ່ກະເປັນຫ່ວງ ລູກກໍຢູ່ບໍ່ສະບາຍແດ່ ເປັນຈັ່ງໃດ ກໍຂໍຄວາມຊ່ວຍເຫຼືອແດ່.”

ຜູ້ປົກຄອງ ຜູ້ທີ 2 ທີ່ລູກຊາຍຍັງຕິດຄ້າງຢູ່ພະມ້າ ກໍເວົ້າແບບຈົນປັນຍາ ວ່າ:

“ຈັ່ງໃດຫຸ ແມ່ກໍ ບໍ່ຮູ້ແດ່ເນາະ ບໍ່ຮູ້ອິຫຍັງແດ່ ເປັນແນວໃດກໍ ໃຜກະໂງ່ ເປັນແນວໃດກໍຊ່ວຍແມ່ແດ່ເດີ້ລູກເດີ້ ເດືອນນັ້ນ ລະເດືອນນີ້ຢູ່ ຈິໄດ້ມາ ກະບໍ່ໄດ້ມາຈັກເທື່ອ ຈັກຊິເຮັດຈັ່ງໃດຫຸ ຄິດຮອດລູກແດ່.”

ຜູ້ປົກຄອງ ຜູ້ທີ 3 ທີ່ໄດ້ລົມກັບລູກຊາຍ ວ່າງ 2-3 ມື້ຜ່ານມາ ກໍໄດ້ເວົ້າໃຫ້ເອເຊັຽເສຣີ ຟັງວ່າ:

“ໂທມື້ວານນີ້ວ່າ ເອີ່ລູກກະຢາກກັບບ້ານ ກັບເຮືອນນີ້ແຫຼະ ແຕ່ເຂົາບໍ່ໃຫ້ເມືອ ແຕ່ເຂົາຍັງຕໍ່ເວລາ ມັນວ່າ ເດືອນ 6 ວັນທີ 15 ມັນຈຶ່ງຊິໄດ້ກັບ ບາງເທືື່ອເຂົາກໍຕົວະຫຸ ບາງເທືື່ອເຂົາກໍ ຕົວະເດັກນ້ອຍໄປໆຫັ້ນບຸແຫຼະ ແຕ່ເພິ່ນບໍ່ໄດ້ເມືອ ບໍ່ໃຫ້ເມືອມັນວ່າ (ລູກຊາຍວ່າ) ຄັນຊິເມືອ ກະເອົາໃຫ້ເງິນ 200,000 (ບາທ) ແມ່ກະວ່າບໍ່ມີ ບໍ່ມີ ດຽວນີ້ມັນກະວ່າຕໍ່ເວລາ ເດືອນ 6 ວັນທີ 15 ມັນຈຶ່ງໄດ້ກັບບຸ ບໍ່ໄດ້ກັບບຸ ບາງເທືື່ອເຂົາກະຕົວະໆໄປໆຫັ້ນແຫຼະບຸ.”

ນາງ ຍັງເວົ້າຕື່ມວ່າ ທຸກມື້ນີ້ ກໍບໍ່ຮູ້ຈະເຮັດແນວໃດແລ້ວ ຊັບສິນໃດທີ່ມີ ກໍຂາຍໄປໝົດ ເພື່ອຢາກໄດ້ເງິນມາ ແລ່ນໜັງສືຊ່ອຍລູກຊາຍ:

“ເຮົາກໍແລ່ນໃບໄດ້ປີປາຍລະເນ້ ລູກກໍບໍ່ໄດ້ກັບມາເຮືອນເນ້ ກໍໄປແລ່ນທາງນີ້ທາງນັ້ນເດ້ ຈົນໄດ້ປີປາຍໂອ້ ອີ່ຫຍັງເຮົາກະໝົດ ໝົດນ່າ ເງິນເຮົາກະໝົດ 70-80 ລ້ານ (ກີບ) ນີ້ແຫຼະ ທໍ່ຄວາມສາມາດນີ້ແຫຼະ ອີ່ແມ່ກະບໍ່ມີ ແມ່ກະຂາຍໄຮ່ຂາຍນາ ຂາຍອັນນີ້ອັນນັ້ນ ກໍຢືມນໍາທະນາຄານ ຢືມນໍາພີ່ນໍານ້ອງ ລະກໍໄປຊອກລູກ ຈຶ່ງຮູ້ວ່າ ລູກໄປຢູ່ພະມ້າພຸ້ນໂອ້ ຈຶ່ງຮູ້ວ່າ ເພິ່ນຂາຍລູກຢູ່ພະມ້ານີ້.”

ຜູ້ປົກຄອງ ຜູ້ທີ 4 ທີ່ຂາດການຕິດຕໍ່ ກັບລູກຊາຍມາດົນ ກໍເວົ້າເຖິງຄວາມຄິດຮອດຄິດເຖິງ ທີ່ມີຕໍ່ລູກຊາຍ ວ່າ:

“ໂອ້ ຢາກໃຫ້ກັບທຸກມື້ໂອ້ ເຣື່ອງກັບນີ້ ຄິດຮອດລູກບໍ່ແມ່ນງ່າຍໆ ກິນເຂົ້າບໍ່ແຊບ ນອນກະບໍ່ຫຼັບ ເຮັດຈັ່ງໃດ ບໍ່ຊ່າງຈິເຮັດ ໄປທາງໃດກະບໍ່ຊ່າງຊິໄປ ໄປກະເໝິດເງິນຊື່ໆ ເຂົາຈິໄດ້ປໂຍດຫຍັງ ຄືບໜ້າ ອີ່ສັງກະບໍ່ຄືບໜ້າ ທາງການລາວພວກເຮົານີິ້ ຈັກຊິເປັນຈັ່ງໃດບຸແຫຼະ ເຈົ້ານາຍທາງລາວນີ້ ເບິ່ງທາງຕ່າງປະເທດ ເຂົາມີການຊ່ວຍເຫຼືອຈັ່ງໃດກໍ ຂໍຄວາມຊ່ອຍເຫຼືອແດ່ ຄົນລາວ ທີ່ຍັງຕົກຄ້າງຢູ່ຫັ້ນນ່າ.”

ມາຮອດປັດຈຸບັນ ກໍເປັນເວລາ 1 ປີປາຍແລ້ວ ທີ່ໄດ້ຮ້ອງຮຽນ ຂໍການຊ່ອຍເຫຼືອພວກລູກເຕົ້າ ທີ່ຍັງຕິດຄ້າງຢູ່ພະມ້າ ແຕ່ກະຍັງມິດງຽບຢູ່.

ດັ່ງຜູ້ປົກຄອງ ຜູ້ທີ 5 ໄດ້ເວົ້າໃຫ້ ວິທຍຸເອເຊັຽເສຣີ ຟັງວ່າ:

“ສົມມຸດວ່າ ດຽວນີ້ ເຂົາເຈົ້າເຄື່ອນໄຫວ ໄປຮອດໃສຮອດໃສ ຊິຣາຍງານໃຫ້ພໍ່ແມ່ ຜູ້ປົກຄອງ ບັນດາທ້ອງຖິ່ນຮູ້ຫັ້ນ ລະກະບໍ່ໄດ້ຣາຍງານຫຍັງ ຄັນເຮົາໂທນີ້ ບາງເທື່ອ ກະບໍ່ຮັບສາຍ ມັນເປັນແນວໃດເນາະ ຫຼືວ່າ ທາງຣັຖບານ ຫຼືວ່າ ທາງກົມໃຫຍ່ຕໍາຣວດ ທາງອັນນີ້ນິ່ ລະກະ ປະ ປ່ອຍປະລະເລີຍໃຫ້ເຂົາເຈົ້າຕາຍ ລະກະແລ້ວບໍນັ້ນນ່າ ດຽວນີ້ນ່າ.”

ທ່ານກ່າວຕື່ມອີກວ່່າ ເຖິງແນວໃດກໍແລ້ວແຕ່ ຕາມຈິດໃຈ ຂອງບັນດາຜູ້ປົກຄອງ ທີ່ລູກເຕົ້າຍັງຕິດຄ້າງຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນພະມ້ານັ້ນ ກໍຢາກ ສເນີວ່າ:

“ຈິດໃຈ ຢາກໃຫ້ທາງພາກສ່ວນ ຂແນງກ່ຽວຂ້ອງຫັ້ນນ່າ ຕ້ອງພົວພັນປະສານຫາ ຂໍໃຫ້ທາງລູກ ທາງຫຼານເຮົານີ້ ອອກມາເນາະ ມັນຊິອອກມາ ດ້ວຍຮູບການໃດຫັ້ນນ່າ ລະຂໍໃຫ້ທາງເຈົ້າໜ້າທີ່ລາວນີ້ ໄປພົວພັນ ກັບສະຖານທູດ ທີ່ວ່າປະຈໍາຢູ່ພະມ້າຫັ້ນ ເຈົ້າໜ້າທີ່ພະມ້າ ພາກສ່ວນກ່ຽວຂ້ອງ ຂອງພະມ້ານີ້ ແລະເຂົ້າໄປສົມທົບ ພາກສ່ວນ ຫົວໜ້າກາສິໂນນີ້ ຂໍໃຫ້ເຂົາເຈົ້າອອກມາ ເພາະວ່າ ທີ່ຜ່ານມານັ້ນເນາະ ເຂົາກໍໃຊ້ຄວາມຮຸນແຮງຫຼາຍ, ທໍຣະມານ, ທໍາຮ້າຍຮ່າງກາຍ ຂອງເດັກນ້ອຍນີ້ ຜູ້ເຮັດບໍ່ໄດ້ຫັ້ນນ່າ ບາງເທື່ອ ເຂົາກໍທຸບຕີ, ເອົາໄຟຟ້າຊ໋ອດ ມີພາກສ່ວນ ທີ່ຖືກໂທດນ້ອຍຫັ້ນ ເອົາໄປຕາກແດດ, ແບກຕຸກນໍ້າ 20 ລິດ ແລ້ວຕານີ້ ໃຫ້ງ່ຽງເບິ່ງຢູ່ຟ້າພຸ້ນ ຫຼຽວຂຶ້ນຢູ່ຟ້າ ເບິ່ງຕາເວັນ ເລາະໄປໆ-ມາໆ ຢູ່ກາງເດີ່ນຫັ້ນ.”

ກ່ຽວກັບເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ 16 ຄົນ ທີ່ຍັງຕິດຄ້າງຢູ່ພະມ້າ ມາຕັ້ງແຕ່ທ້າຍປີ 2022 ນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມເຣື່ອງດັ່ງກ່າວນີ້ ໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ເຊິ່ງທ່ານ ໄດ້ອະທິບາຍ ໃຫ້ຟັງດັ່ງນີ້:

“ໂຕນີ້ ເຮົາກະຍັງບໍ່ໄດ້ຮູ້ ນໍາທາງພຸ້ນນ່າ ວ່າເຂົາຊິແຈ້ງຈັ່ງໃດມາ ທາງສະຖານທູດ ເຂົາກະຍັງບໍ່ໄດ້ວ່າ ຊິສົ່ງຂ່າວຫຍັງມາເທື່ອນ່າ ເພາະວ່າທາງເຮົາກະໄດ້ແຕ່ວ່າ ປະສານງານກັບ ກົງສູນຫັ້ນ ຖ້າໃຫ້ແຕ່ທາງສະຖານທູດລາວ ປະຈໍາຢູ່ມ້ຽນມ້າ (ພະມ້າ) ພຸ້ນປະສານມາ ເພາະວ່າຂອດຂອງເຮົາ ມັນກະສິ້ນສຸດຢູ່ຫັ້ນເດ້ ສາຍພົວພັນທາງຕ່າງປະເທດ ເຮົາຕ້ອງໄດ້ເພິ່ງສະຖານທູດແດ່ ເພິ່ນກົງສູນ ກະຊວງການຕ່າງປະເທດ ຖ້າເພິ່ນແຈ້ງຕອບມາພຸ້ນ ເຮົາຈັ່ງຄ່ອຍຮູ້ວ່າ ເອີ່ພວກເດັກນ້ອຍຫັ້ນ ວ່າຊິມາເດີ້ ຫຼືວ່າ ພວກເດັກນ້ອຍນີ້ ຍັງຄ້າງຢູ່ຫັ້ນຢູ່ນີ້ຊິນ່າ.

ແລະໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາປະເທດພະມ້າ ເຊິ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຣື່ອງນີ້ ກໍຕອບພຽງສັ້ນໆ ວ່າ:

“ສະຖານທູດ ພວກເຮົາກໍາລັງດໍາເນີນການຢູ່ເນາະ ທໍ່ນັ້ນກ່ອນເດີ້ ສະພາບຄວາມຫຍຸ້ງຍາກ ເປັນແນວໃດເພິ່ນກະຊິເຂົ້າໃຈຢູ່ດອກ ພໍ່ແມ່ຂະເຈົ້າ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕາມລາຍງານຂ່າວນີ້ມາໂດຍຕລອດ: ຄືຕັ້ງແຕ່ເດືອນສິງຫາ ປີ 2022 ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ເປັນເດັກນ້ອຍວັຍໜຸ່ມ ອາຍຸລະຫວ່າງ 14-30 ປີ ຈໍານວນທັງໜົດ 45 ຄົນ ເຊິ່ງສ່ວນໃຫຍ່ ເປັນຜູ້ຊາຍ ຈາກແຂວງຫຼວງນໍ້າທາ ເຊິ່ງໃນເບື້ອງຕົ້ນ ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄີງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກຢູ່ບໍຣິສັດຂອງຈີນ ທີ່ກາສິໂນ ໂກຊາຍ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ໃນນັ້ນ ຈໍານວນນຶ່ງ ຫົວໜ້າຈີນ ໄດ້ຮຽກຄ່າໄຖ່ ເພື່ອປ່ອຍໂຕກັບປະເທດລາວ, ອີກຈໍານວນນຶ່ງ ຫົວໜ້າຄົນຈີນ ປ່ອຍໂຕກັບປະເທດລາວ ຍ້ອນເຮັດວຽກຕອບແຊັດບໍ່ໄດ້ ແລະບາງຈໍານວນ ກໍຖືກຂາຍຕໍ່ໃຫ້ໄປເຮັດວຽກຢູ່ບ່ອນອຶື່ນ ຫຼ້າສຸດ ໃນວັນທີ 11 ເດືອນ ມີນາ ປີ 2024 ເວລາຜ່ານໄປ ກໍເກືອບຈະ 1 ປີ 6 ເດືອນແລ້ວ ທີ່ຍັງມີຜູ້ຖືກເຄາະຮ້າຍ ທີ່ລໍຖ້າການຊ່ອຍເຫຼືອ ຈາກທາງການທີ່ກ່ຽວຂ້ອງ 16 ຄົນ ໃນນັ້ນ ສ່ວນຫຼາຍເຮັດວຽກຕອບແຊັດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຍາວໂພດອ່ານບໍ່ໄດ້
Mar 16, 2024 09:20 AM

Rfaບໍ່ໄດ້ເຮັດຫຍັງ