ແມ່ຍິງລາວ ອາຍຸ 17 ປີ ຖືກບັງຄັບ ໃຫ້ເປັນ ໂສເພນີ ຢູ່ໄທ ຫລົບໜີໄດ້ ແລ້ວແຈ້ງ ເຈົ້າໜ້າທີ່ ຕຳຣວດ ຈັບ ເຈົ້າຂອງຮ້ານ ອາບອົບນວດ ໄດ້ສອງຄົນ ຊຶ່ງຕໍ່ມາ ກໍຕົກເປັນ ຜູ້ຕ້ອງຫາ ຄະດີ ຄ້າມະນຸດ ແລະ ບັງຄັບ ໃຫ້ເດັກນ້ອຍ ອາຍຸ ບໍ່ເຖິງ ກະສຽນ ເປັນ ໂສເພນີ.
ແມ່ຍິງລາວ ຜູ້ນີ້ ມີຊື່ ສົມມຸດວ່າ ນາງເອ ສັນຊາດລາວ ເປີດເຜີຍກັບ ເຈົ້າໜ້າທີ່ ຕຳຣວດວ່າ ນາງຖືກ ຜູ້ຍິງລາວ ຄົນນຶ່ງ ອາຍຸ ປະມານ 30 ປີ ຫຼອກໃຫ້ໄປ ເຮັດວຽກ ເສີບ ຢູ່ຮ້ານອາຫານ ແຫ່ງນຶ່ງຢູ່ ເມືອງຊຸມພອນ ແຂວງ ຊຸມພອນ ຂອງໄທ.
ແຕ່ເມື່ອໄປເຖິງ ຜູ້ຊາຍຄົນນຶ່ງ ທີ່ ມີຊື່ວ່າ ນາຍ ຈັກກະພົງ ໄດ້ພານາງ ໄປຮ້ານ ອາບອົບນວດ ແຫ່ງນຶ່ງ ຊຶ່ງ ນາງ ພຶດຕິການ ເປັນເຈົ້າຂອງ. ຈາກນັ້ນ ທັງນາຍ ຈັກກະພົງ ແລະ ນາງ ພຶດຕິການ ກໍໄດ້ ບັງຄັບໃຫ້ ນາງເອ ເປັນ ໂສເພນີ ແລະ ຕ້ອງຮ່ວມເພດ ກັບຜູ້ຊາຍ ຢ່າງນ້ອຍ 5 ຄົນ ຕໍ່ມື້ ຖ້າບໍ່ໄດ້ ກໍຈະລົງໂທດ ຂັ້ນທຳຮ້າຍ ຮ່າງກາຍ.
ຫລັງຈາກນັ້ນ ປະມານ ຫົກເດືອນ ນາງເອ ກໍຫລົບໜີ ອອກຈາກ ໂຮງ ອາບອົບນວດ ແລ້ວໄປ ຂໍຮ້ອງໃຫ້ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ແຂວງ ໜອງຄາຍ ຂອງໄທ ໃຫ້ ຊ່ວຍເຫລືອ ກັບຄືນ ປະເທດລາວ.
ຜູ້ບັນຊາການ ກອງປາບປາມ ການ ຄ້າມະນຸດ ຂອງໄທ ອອກຖແລງຂ່າວ ແຈ້ງວ່າ ເຈົ້າໜ້າທີ່ ໄດ້ຈັບຕົວ ນາງ ພຶດຕິການ ຫລື ແມກກິ່ ອາຍຸ 48 ປີທີ່ຮ້ານ ອາບອົບນວດ ສ.ສຸກຂະເວດ ແລະ ນາຍ ຈັກກະພົງ ອາຍຸ 48 ປີເຊັ່ນກັນ ທີ່ ບ້ານນາຊະອັງ ເມືອງ ແລະ ແຂວງ ຊຸມພອນ ໃນຂໍ້ຫາ ຮ່ວມກັນ ຄ້າມະນຸດ ແລະບັງຄັບ ໃຫ້ເດັກນ້ອຍ ອາຍຸ ບໍ່ເຖິງ 18 ປີ ຄ້າ ປະເວນີ.
ນອກນັ້ນ ເຈົ້າໜ້າທີ່ ຕຳຣວດ ກໍກຳລັງ ຊອກນໍາຈັບ ຜູ້ສົມຮູ້ ຮ່ວມຄິດ ອີກ 4 ຄົນ ຊຶ່ງໃນນັ້ນ ສອງຄົນ ເປັນຄົນໄທ ແລະ ອີກສອງ ເປັນ ຄົນຕ່າງດ້າວ.
