ຂ.ຊຽງຂວາງອົບຮົມຍິງສາວ ຕ້ານກຸ່ມ ຄ້າມະນຸດ

ອຸ່ນແກ້ວ ສຸກສະຫວັນ
2016.12.14
f-xiengkhuang ຊາວບ້ານ ຫາເຊົ້າກິນຄໍ່າ ໃນແຂວງ ພາກເໜືອ ຂອງລາວ
RFA/VS

ປັດຈຸບັນ ທາງການ ແຂວງຊຽງຂວາງ ເອົາໃຈໃສ່ ຕໍ່ການສະກັດກັ້ນ ການຄ້າມະນຸດ ເພື່ອບໍ່ໃຫ້ແມ່ຍິງ ຢູ່ໃນແຂວງ ຖືກຕົວະ ໄປຂາຍຢູ່ຈີນ ຫລັງຈາກທີ່ ມີແມ່ຍິງ ເຜົ່າມົ້ງ ອາຍຸ 15 ປີ ຖືກຕົວະ ໄປຂາຍຢູ່ຈີນ ໃນເດືອນ ກໍຣະກະດາ ທີ່ຜ່ານມາ.

ເຈົ້າໜ້າທີ່ ແຂວງ ໄດ້ມີການ ປະສານງານ ກັບອຳນາດ ການປົກຄອງບ້ານ ທີ່ໄດ້ລົງໄປ ໃຫ້ຄວາມຮູ້ ແກ່ຊາວບ້ານ ກ່ຽວກັບເຣື້ອງ ວິທີ ເອົາຕົວລອດ ແລະ ວິທີປ້ອງກັນ. ດັ່ງຊາວບ້ານ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 13 ທັນວາ ນີ້ວ່າ:

"ເຈົ້າໜ້າທີ່ ກໍມີຄວາມຮ່ວງໄຍ ໂຄສະນາຊ່ວຍ ແລ້ວແມ່ນກໍ ໃຫ້ທິດໃຫ້ທາງ ເປັນຕົ້ນແລ້ວ ແມ່ນພວກວັຍໜຸ່ມ ຍິງຊາຍ ນີ້ແຫຼະ ຕ້ອງໃຫ້ ມີສະຕິ ກໍໄດ້ໃຫ້ ວິທີວ່າຕ້ອງ ປ້ອງກັນຕົວ ໄປໃສມາໃສ ຕ້ອງເປັນໝູ່ ໄປເປັນຝູງ ໄປຫຼາຍຄົນ ເວລາຄໍ່າມືດ ເດິກດື່ນ ແລ້ວກະບໍ່ໃຫ້ ເຄື່ອນໄຫວ ອັນນີແມ່ນ ວິທີວ່າ ຕ້ອງປ້ອງກັນ ເຫັນຄົນແປກໜ້າ ກໍບໍ່ຕ້ອງ ພົວພັນ".

ທ່ານກ່າວອີກວ່າ ໃນລະຍະຫຼາຍ ເດືອນມານີ້ ເຈົ້າໜ້າທີ່ ຂັ້ນແຂວງ ແລະເມືອງ ໄດ້ລົງມາ ໃຫ້ຄວາມຮູ້ ກ່ຽວກັບ ການຄ້າມະນຸດ ໃຫ້ແກ່ ຊາວໜຸ່ມ, ເດັກນ້ອຍ, ພໍ່ແມ່ ແລະ ຜູ້ປົກຄອງ ໂດຍ ເຈົ້າໜ້າທີ່ ຈະເນັ້ນໃສ່ ປະຊາຊົນ ທີ່ເປັນຊົນເຜົ່າ ທີ່ຖືກວ່າ ເປັນກຸ່ມ ສ່ຽງທີ່ຈະຖືກ ຕົວະຍົວະ ໄປຂາຍ. ຜ່ານມາ ມີແມ່ນຍິງຊົນເຜົ່າ ຖືກຕົວະໄປຂາຍຢູ່ຈີນ ແລະ ຖືກຊ່ວຍເຫຼືອ ກັບຄືນມາໄດ້, ດັ່ງເຈົ້າໜ້າທີ່ ກ່າວອີກວ່າ:

"ຜ່ານມາ ກຸ່ມຄົນທີ່ ຖືກເຂົາຄ້າມະນຸດ ໄປຂາຍຢູ່ປະເທດຈີນ ນີ້ກໍກອບກູ້ ໄດ້ກັບຄືນມາ ຫຼາຍຄົນຢູ່ແລ້ວ ໂດຍແມ່ນ ເຈົ້າໜ້າທີ່ຈີນ ແລະ ເຈົ້າໜ້າທີ່ລາວ ນີ້ເປັນຜູ້ ສົມທົບ ຮ່ວມໄມ້ຮ່ວມມື ກັນລະແມ່ນ ເຂົ້າໄປຊ່ວຍ ໄດ້ມາຫຼາຍຄົນ ຢູ່ແລ້ວ ໂດຍແມ່ນ ໄປຊ່ວຍໄດ້ ອອກຈາກ ປະເທດຈີນ ກັບຄືນມາສູ່ ປະເທດລາວ ຫັ້ນນ່າ".

ເຖິງຢ່າງໃດ ກໍຕາມ ຣັຖບານລາວ ໄດ້ສະແດງຄວາມ ເປັນຫ່ວງຫຼາຍ ແລະ ມີການເວົ້າ ຕໍ່ກອງປະຊຸມ ພາກພື້ນ ຂອງ ບັນດາປະເທດ ລຸ່ມແມ່ນ້ຳຂອງ ກ່ຽວກັບ ການຕ້ານການຄ້າມະນຸດ. ທີ່ຜ່ານມາ ທາງການລາວ ກໍມີການປະສານງານ ຮ່ວມມືກັບ ທາງການຈີນ ໃນການ ປ້ອງກັນ ການຄ້າມະນຸດ ແລະ ການຊ່ວຍເຫຼືອ ຜູ້ທີ່ຕົກເປັນເຫຍື່ອ ຂອງ ການຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.