ໃນວັນທີ 8 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ທະຫານເຮືອ ແລະ ຕຳຣວດ ແຂວງອຸບົນຣາຊທານີ ຂອງໄທຍ ໄດ້ຈັບຄົນລາວ 9 ຄົນ ທີ່ລັກລອບເຂົ້າໄທຍ ແບບຜິດກົດໝາຍ. ຄົນລາວທັງໝົດ 9 ຄົນ ອາຍຸແຕ່ 19-28 ປີ ລວມມີຜູ້ຊາຍ 5 ຄົນ ແລະ ຜູ້ຍິງ 4 ທີ່ຂີ່ເຮືອຂ້າມມາຈາກຝັ່ງລາວ. ກຸ່ມຄົນງານດັ່ງກ່າວສ່ວນຫຼາຍ ມາຈາກ ແຂວງສວັນນະເຂດ ບໍ່ມີເອກສານ ຖືກຕ້ອງ ແລະ ໄດ້ຈ້າງໃຫ້ນາຍໜ້າຄົນລາວ ໃນລາຄາຄົນລະ 10,000 ບາດ ເປັນສະກຸນເງິນໄທຍ ກ່ອນຈະເດີນາງມາເຖິງຝັ່ງໄທຍ ແລະ ນາຍໜ້າບອກ ຈະມີຄົນມາຮັບ ໄປເຮັດວຽກຢູ່ບາງກອກ ກັບນາຍໜ້າໄທຍ ທີ່ໄດ້ຊອກວຽກໄວ້ໃຫ້ແລ້ວ.
ເຈົ້າໜ້າທີ່ຕຳຣວດ ເມືອງເຂັມມະຣາດ ແຂວງອຸບົນຣາຊທານີ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ກຸມພາ ນີ້ວ່າ:
" ໃນ ພື້ນ ທີ່ ເຂົາ ໄປ ຊຸ້ມຢູ່ ແລ້ວ ພົບ ຫຼາຍຄົນ ມາ ຈາກ ແຂວງ ສວັນ ນະ ເຂດ ແລະ ແຂວງ ຈຳ ປາ ສັກ ຈ່າຍເງິນ ໃຫ້ ນາຍ ໜ້າ 1 ໝື່ນ ບາດ ນາຍ ໜ້າ ປະ ເທດ ລາວ ເຂົາ ຈ່າຍ ຢູ່ ລາວ ເພື່ອ ໃຫ້ ພາ ຂ້າມ ມາ ຝັ່ງ ໄທ ຍ ເຮົາ ກໍ ຈະ ຜັກ ດັນ ໄປ ຕຳ ຣວດກວດ ຄົນ ເຂົ້າ ເມືອງ ເພື່ອ ຜັກ ດັນ ອອກນອກ ປະ ເທດ ຕໍ່ ໄປ ໂດຍບໍ່ ໄດ້ ປັບ ໃໝ ເພາະ ວ່າ ເຂົາ ຫຼົບ ໜີ ເຂົ້າ ເມືອງ ເພາະ ວ່າ ພວກ ເຮົາ ບໍ່ ໄດ້ ຈັບ ພວກ ທີ່ ພາ ມາ ຫຼື ພວກ ນາຍ ໜ້າ ເພາະ ວ່າ ພື້ນ ທີ່ ເຂດ ຂາຍ ແດນຢູ່ ເມືອງ ເຂັມ ມາ ຣາດ ມີ 40 ກິ ໂລ ແມັດ ."
ທ່ານ ກ່າວຕື່ມວ່າ ທີ່ຜ່ານມາ ແຂວງຕິດຊາຍແດນກັບຝັ່ງລາວ ເຈົ້າໜ້າທີ່ທະຫານ ແລະ ຕຳຣວດຂອງໄທຍ ສາມາດຈັບຄົນງານລາວ ທີ່ສັກລອບເຂົ້າມາແບບ ຜິດກົດໝາຍໄດ້ຕລອດ.
ປັດຈຸບັນ ແຂວງຈຳປາສັກເປີດໃຫ້ຄົນງານລາວ ທີ່ມີ MOU ໄປເຮັດວຽກຢູ່ຕ່າງປະເທດ ເພື່ອໃຫ້ຖືກກົດໝາຍ. ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຈຳປາສັກ ໄດ້ກ່າວວ່າ:
" ເຂົາ ໃຫ້ ເປີດ ລົງ ທະ ບຽນ ໄວ້ ແຕ່ ວ່າ ບໍ ຣິ ສັດ ຈັດ ຫາ ງານ ເພິ່ນ ກະ ຍັງ ບໍ່ ທັນ ໄດ້ຮັບ ໄປ ເນາະ ເພິ່ນ ກຳ ລັງ ໂຄ ສະ ນາ ຈະ ຮັບ ຄົນ ໄປ ອອກ ແຮ ງານ ຢູ່ ເພິ່ນຢາກໃຫ້ ໄປ ຖືກ ຕ້ອງ ບໍ່ ຢາກ ໃຫ້ ລັກ ໄປ ເປີດ ໃຫ້ ມາ ລົງ ທະ ບຽນ ໄວ້ ດ ສົ່ງ ເສີມ ໄປ ໃຫ້ ຖືກ ມາ ຕ ການ ຕຳ ຣວດ ທະ ຫານ ເຂົາ ຍາມ ຢູ່ ຫັ້ນ ແຫຼະ ຄົນ ເຮົາ ມັນ ກໍ ລັກ ໄປ ."
ຢູ່ແຂວງສາຣາວັນ ທີ່ຕິດກັບປະເທດໄທຍ ແລະ ເຈົ້າໜ້າທີ່ແຂວງ ກໍໄດ້ເປີດໃຫ້ປະຊາຊົນລົງທະບຽນ. ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສາຣະວັນ ໄດ້ກ່າວວ່າ:
"ມັນ ກະ ມີ ແຫຼະ ແຕ່ ບາງ ເທື່ອກໍ່ ບໍ່ ສາ ມາດ ສະ ກັດ ກັ້ນ ໄດ້ ທັງ ໝົດ ດ ອອກ ຄັນ ທີ ຜູ້ ໃດຕ້ອງ ການ ມີ ວຽກ ງານ ທຳ ສະ ມັກ ຕາມ ຣະບົບ ຖືກ ຕ້ອງ ຕາມ ກົດ ໝ ! ຍ ມີ ຮ ບໍ ຣິ ສັດ ຈັດ ຫາ ງານ ປະ ມານ ເກືອບ ສອງ ໝື່ນ ."
ປັດຈຸບັນ ເຈົ້າໜ້າທີ່ຍັງປິດດ່ານສາກົນ ແລະ ດ່ານຊາຍແດນ ໂດຍ ມີເຈົ້າໜ້າທີ່ຕຳຣວດ ແລະ ທະຫານເຝົ້າເວນຍາມ ເພື່ອປ້ອງກັນການລັກລອບເຂົ້າ-ອອກ ແບບຜິດກົດໝາຍ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງ ໄດ້ກ່າວວ່າ:
"ກະ ຄື ເຮົາ ຮູ້ ເນາະ ພື້ນ ທີ່ ຮັບ ຜິດ ຊອບ ມັນ ຫຼາຍ ການ ແຈກ ຢາຍ ກຳ ລັງ ວຽກ ຊາຍ ແດນ ອາດ ຈະ ບໍ່ ທົ່ວ ເຖິງ ກະ ມີ ຊ່ອງວ່າງ ມາ ຕ ການ ສະ ກັດ ກັ້ນ ເຮົາ ກໍ ຍັງ ເຮັດ ຄື ເກົ່າ ກະ ມີ ເຈົ້າ ໜ້າ ທີ່ ທະ ຫານ ເວນ ຍາມ ຢູ່ ໃນ ຂອບ ເຂດ ຊານ ແດນ ພວກ ເຮົາ ຍັງ ປິດ ດ່ານ ຢູ່ ."
ຂັ້ນຕອນເຮັດ MOU ໃຊ້ເວລາດົນ ແລະ ຕ້ອງໄດ້ເສັຽເງິນ. ຄົນງານລາວ ທີ່ເຄີຍເຮັດວຽກຢູ່ໄທຍ ໄດ້ກ່າວວ່າ:
"ມັນ ມີ ຫຼາຍ ຢ່າງ ແຮງ ງານ ແລ່ນ MOU ໃຊ້ ເວ ລາ ດົນ ຄັນ ດຽວນີ້ ເພາະ ວ່າ ດ່ານ ມັນ ຍັງ ບໍ່ ເປີດ ຝັ່ງ ໄທ ຍ ກໍ ຍັງ ບໍ່ ເປີດ ມັນ ກໍ ແລ່ນ ຍາກ ແດ່ ມັນ ກໍ ເສັຽ ເງິນຂຶ້ນ ອີກ ແດ່ບາດ ດີ ຄັນ ຂ້ອຍ ຊິ ໄປ ນີ້ ເງິນ ຕິດໂຕ ຂ້ອຍນີ້ບໍ່ ຕ່ຳ ກວ່າ 2 ໝື່ນ ຫຼື 2 ໝື່ນ ປາຍ ພຸ້ນ ແຫຼະ ເພື່ອ ກິນ ເພື່ອ ຢາກ ເພື່ອ ນັ້ນ ເພື່ອນີ້ ເຂົາ ກໍ ຕ້ອງ ລັກ ຂຶ້ນ ໄປ ."
ຄົນສ່ວນໃຫຍ່ ມັກລັກລອບເຂົ້າໄປເຮັກໃນໄທຍ ກໍຍ້ອນ ການເຮັດເອກສານຫຍຸ້ງຍາກຫຼາຍລໍຖ້າ ນານເກີນໄປ.
ຄົນງານລາວ ທີ່ເຄີຍເຮັດວຽກ ຢູ່ໄທຍ ທ່ານນຶ່ງ ກ່າວວ່າ:
"ສຳ ລັບ ເຣື່ອງ ຄ່າ ໃຊ້ ຈ່າຍ MOU ມັນ 17,000 ຫັ້ນ ເນາະ ແຕ່ ວ່າ ມັນ ຫຍຸ້ງ ຍາກ ນຳ ເອກ ສານ ຈະ ໄປ ໄດ້ ບໍ່ ໄດ້ ກໍ ຍັງ ບໍ່ ຮູ້ ຕອນນີ້ ບາງ ຄົນ ກະ ໄປ ເລີ່ຍ ແຕ່ ຫາກ ລັກ ໄປ ."
ກ່ອນໜ້ານີ້ ວັນທີ 18 ມົກກະຣາ 2022 ເຈົ້າໜ້າທີ່ຕຳຣວດ ຕະເວນຊາຍແດນແມ່ນ້ຳຂອງໄທຍ ກໍຈັບຄົນງານລາວ ໄດ້ 8 ຄົນ ທີ່ຂີ່ເຮືອມາຈາກບ້ານທ່າເດື່ອ ເມືອງສອງຄອນ ແຂວງສວັນນະເຂດ ລັກຂ້າມນ້ຳຂອງໄປປະເທດໄທຍ ເຂົ້າມາເຂດບ້ານແກ້ງກ້ຽງ ບ້ານນາສນາມ ເມືອງເຂມມະຣາດ ແຂວງອຸບົນຣາຊທານີ.
ວັນທີ 8 ມົກກະຣາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ເມືອງສາມຣ້ອຍຍອດ ແຂວງ ປະຈວບຄືຣີຂັນ ກໍສາມາດຈັບຄົນງານລາວໄດ້ 24 ຄົນ ໂດຍ ການຂົນສົ່ງ ຜ່ານເສັ້ນທາງເຂົ້າໝູ່ບ້ານ ເກາະນານ້ອຍ ກ່ອນເຖິງດ່ານກວດກາ ປະມານ 500 ແມັດ ສ່ວນໃຫຍ່ມາຈາກ ແຂວງ ສວັນນະເຂດ ລັກຂ້າມມາໂດຍທາງເຮືອມາຂຶ້ນຝັ່ງໄທຍ ແຂວງ ມຸກດາຫານ ທຸກຄົນເສັຽຄ່ານາຍໜ້າຄົນລະ 9,000-10,000 ບາດ.
ຢ່າງໃດກໍຕາມ ຣັຖານລາວ ແລະ ໄທຍ ກໍມີການເຮັດຂໍ້ຕົກກັນ ເພື່ອແກ້ໄຂບັນຫາກດັ່ງກ່າວ ບໍ່ຢາກໃຫ້ຄົນງານລາວ ລັກລອບເຂົ້າໄປເຮັດວຽກໃນໄທຍ ແບບຜິດເກົດໝາຍ ໂດຍໃຫ້ຄົນງານລາວທີ່ມີ MUO ເຂົ້າມາເຮັດວຽກໄດ້ ເຊິ່ງໃນເບື້ອງຕົ້ນ ບໍຣິສັດ ຈັດຫາງານຫຼາຍແຫ່ງ ກໍໄດ້ເລີ່ມເປີດໃຫ້ລົງທະບຽນໄວ້ແລ້ວ.