ເມື່ອວັນທີ 22 ພຶສຈິກາ ຜ່ານມາ ສານຊັ້ນຕົ້ນແຂວງຈຳປາສັກ ຕັດສິນລົງໂທສຈຳຄຸກ ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ເປັນເວລາ 5 ປີ ພ້ອມທັງປັບໄໝເງິນ 20 ລ້ານກີບ ໃນຄວາມຜິດຖານຂໍ້ຫາ ຕໍ່ຕ້ານ ສປປ ລາວ ແລະ ການໂຄສະນາໃສ່ຮ້າຍປ້າຍສີ ຣັຖບານລາວ. ດັ່ງເຈົ້າໜ້າທີ່ສານທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 25 ພຶສຈິກາ ວ່າ:
“ຕາມປະມວນກົດໝາຍອາຍາ ກາວ່າຜິດຫັ້ນແຫຼະ ການໂຄສະນາໃສ່ຮ້າຍປ້າຍສີ ມີລັກສະນະໂຄ່ນລົ້ມໂຈມຕີພັກ-ຣັຖ. ຣັຖບານເຂົາກາລົງຄຳຕັດສິນລັກສະນະຈັ່ງຊັ້ນແຫຼະ, ແຕ່ວ່າຄົນນີ້ ຈັກເຂົາຍ້າຍໄປໄວ້ໃສນີ້ ເຂົາບໍ່ບອກ ເພາະວ່າເຮົາກະບໍ່ໄດ້ຂໍ້ມູນ ບໍ່ຊັດເຈນ, ຈັກເຂົາເອົາໄວ້ວຽງ, ຈັກເຂົາເອົາໄວ້ປາກເຊ.”
ເຈົ້າໜ້າທີ່ໄດ້ໃຫ້ຄຳເຫັນຕື່ມວ່າ ສານແຂວງຈຳປາສັກ ໄດ້ເປີດໂອກາດໃຫ້ນາງໝວຍ ແລະ ຄອບຄົວມີສິທຫາທະນາຍ ມາອຸທອນຄຳຕັດສິນ ໄປຮອດສານພາກໃຕ້ ແລະ ສານສູງສຸດພາຍໃນ 20 ວັນ ນັບຈາກມື້ສານໄດ້ຕັດສິນ. ໃນຂະນະທີ່ການຕັດສິນໃນຄັ້ງນີ້, ໄດ້ມີອ້າຍຂອງນາງໝວຍ ໄດ້ໄປຮ່ວມຮັບຟັງການຕັດສິນ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ເມືອງໂພນທອງ.
“ເພິ່ນເຮັດໃບແຈ້ງການ ໃບໝາຍຮຽກຜູ້ປົກຄອງ. ມີແຕ່ວ່າອ້າຍລາວໄປ ຟັງຄຳຕັດສິນ ກະໄດ້ຍີນຢູ່ດອກວ່າ ຕ້ອງຈຳເງິນ ແລະ ກາຈຳຄຸກ 5 ປີ ຈຳເງິນ 20 ລ້ານກີບ.”
ຕໍ່ກັບການຕັດສິນດັ່ງກ່າວ ທ່ານ Adrea Giorgetta, ຜູ້ອຳນວຍການອົງການສະຫະພັນສາກົລ ເພື່ອສິດທິມະນຸດ ໄດ້ໃຫ້ສຳພາດຕໍ່ນັກຂ່າວເອເຊັຽເສຣີວ່າ:
“ພວກເຮົາຄິດວ່າ ຄົງເປັນໄປຕາມນັ້ນ ທີ່ນາງໝວຍຖືກຕັດສິນລົງໂທສ ຢ່າງໜັກ ເພາະວ່າເຮົາເຫັນຄົນອື່ນໆໃນລາວ ກໍຖືກຕັດສິນຂັງຄຸກ ເປັນເວລາຫຼາຍປີ, ພຽງແຕ່ເຂົາສະແດງອອກເຖິງສິທທິໃນການເວົ້າ ແລະ ຄຳເຫັນເທົ່ານັ້ນ.”
ນາງໝວຍຖືກເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ຈັບເມື່ອວັນທີ 12 ກັນຍາ ປີ 2019 ໃນຂໍ້ຫາໂຄສະນາ ຕໍ່ຕ້ານຣັຖບານ ສປປ ລາວ ຜ່ານທາງສື່ອອນລາຍເຟສບຸກ.
ຜ່ານມາ, ເຖິງແມ່ນວ່າ ທາງຄອບຄົວ ພະຍາຍາມຍື່ນຂໍ້ສເນີ ຂໍປະກັນໂຕນາງໝວຍ, ແຕ່ບໍ່ສາມາດປະກັນອອກມາໄດ້. ຈົນມາເຖິງວັນທີ 22 ພຶສຈິກາ ສານຊັ້ນຕົ້ນ ຂອງແຂວງຈຳປາສັກ ໄດ້ຕັດສິນລົງໂທສຈຳຄຸກ ເປັນເວລາ 5 ປີ.