ຊຸມຊົນ ຊາວລາວ-ອັອສເຕຣລຽນ ອົພຍົບ, ໂດຍການນຳພາ ຂອງສະມາຄົມ ສົ່ງເສີມຊຸມຊົນລາວ ແຫ່ງຣັຖ ນິວ ຊາວຕ໌ ເວລສ (New South Wales) ໄດ້ຈັດ ກອງປະຊຸມເສວະນາ ຂຶ້ນ ໃນມື້ວັນທີ 1 ເດືອນທັນວາ 2019 ຢູ່ສູນວັທນະທັມລາວ, ເພື່ອປຶກສາຫາລື ແລະ ຣຳລຶກເຖິງ ຄວາມເປັນລາວອົພຍົບ ໂດຍການເຄົາຣົບ ທຸງຊາດລາວຊ້າງສາມຫົວ ຮ້ອງເພງຊາດລາວ ແລະ ເພື່ອເປີດໂປງ ປະນາມ ຄວາມລົ້ມແຫຼວ ຂອງພັກຄອມມິວນິສລາວ ທີ່ຍຶດຄອງ ປະເທດລາວ ມາໄດ້ 44 ປີ ໂດຍປາກົດເຫັນວ່າ ໄດ້ນຳເອົາ ແຕ່ຄວາມເສື່ອມເສັຽ ຄວາມຫາຍນະ ມາສູ່ປະເທດຊາດ ບ້ານເມືອງລາວ.
ທ່ານ ປາກຽນ ວີຣະວົງສ໌, ຜູ້ອາວຸໂສ ໃນ ຊຸມຊົນຊາວລາວອົພຍົບ, ເວົ້າໃນກອງປະຊຸມ ກ່ຽວກັບການທຳຣາຍຊາດ ຂອງພັກຄອມມິວນິສ ລາວ ໃນຕອນນຶ່ງວ່າ:
" ປະຊາຊົນລາວ ກໍຍັງອຶດຢາກປາກແຫ້ງ ເຍົາວະຊົນ ກໍບໍ່ໄດ້ສຶກສາເລົ່າຮຽນ . ສ້າງເຂື່ອນ ເຂື່ອນກໍພັງ ນ້ຳຖ້ວມຄົນຕາຍຍ້ອນ . ເອົາແກວຄອມມິວນິສ ມາເປັນນາຍ . ຍ້ອນເຫດນີ້ ຄົນລາວຢູ່ ອັອສເຕຣລີ ຈຶ່ງພ້ອມໃຈກັນ ມາປະນາມ ການກະທຳ ຂອງຣະບອບປະຕິການນີ້ ."
ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງ ຣາຍງານ ການເຄື່ອນໄຫວ ຕໍ່ສູ້ ເພື່ອສິທທິມະນຸສ ແລະ ປະຊາທິປະໄຕ ຂອງຊຸມຊົນຊາວລາວ ໃນສະຫະຣັຖອະເມຣິກາ ແລະ ຈາກປະເທດ ຝຣັ່ງເສດ ນຳດ້ວຍ.
ທ່ານຄຳແຜ້ວ ຣັຖມະນີ, ເລຂາທິການ ມູລນິທິ (ລາວ) ລ້ານຊ້າງ ສາຂາ ອັອສເຕຣເລັຽ ຈາກນະຄອນ ແມລເບີນ ກ່າວປະນາມ ມື້ວັນທີ 2 ທັນວາ ວ່າ:
" ທີ່ພວກເຮົາ ພ້ອມພຽງຮຽງໜ້າກັນ ມາເຕົ້າໂຮມມື້ນີ້ ແມ່ນພວກເຮົາ ມາສາບແຊ່ງ ວັນທີ 2 ທັນວາ ວ່າເປັນວັນມະຫາອຸບາດ ສຳລັບຊາດ ແລະ ປະຊາຊົນລາວ . ພວກຄົນລາວເຮົາ ທີ່ຮັກຊາດຮັກບ້ານຮັກເມືອງ ເຮົາຈະຕ້ອງປະນາມ ວັນທີ 2 ທັນວາ ປີ 1975 ມາເຖິງ ປະຈຸບັນນີ້ 44 ປີແລ້ວ . ຂໍໃຫ້ພວກເຮົາ ປະນາມ ວັນທີ 2 ທັນວາ ເປັນວັນອຸບາດ ສຳລັບຊາດ ແລະ ປະຊາຊົນລາວ ."
ໃນກອງປະຊຸມເສວະນາ ໄດ້ມີສະມາຊິກ ອົງການຈັດຕັ້ງ ຂແມເສຣີ ແລະ ວຽດນາມເສຣີ ເຂົ້າຮ່ວມ ພ້ອມທັງ ສະມາຊິກ ອົງການຈັດຕັ້ງລາວອື່ນໆ ຈາກນະຄອນຫຼວງ ແຄນເບຣາ, ນະຄອນ ແມລເບີນ ແລະ ຈາກເມືອງ ອາເດີເລດ ເດີນທາງມາຮ່ວມນຳອີກ.