ເສຣີພາບ ການສເນີຂ່າວ ຂອງສື່ມວນຊົນລາວ ຍັງຖືກຈຳກັດ

ປີນີ້ ອົງການ ນັກຂ່າວບໍ່ມີພົມແດນ ຈັດໃຫ້ປະເທດລາວ ຢູ່ໃນລຳດັບທີ 160 ຈາກທັງໝົດ 180 ປະເທດ ຊຶ່ງຖືວ່າສື່ມວນຊົນລາວ ທີ່ຂາດສິດເສຣີພາບ ໃນການນຳສເນີຂໍ້ມູນ ຂ່າວສານ ທີ່ເປັນຄວາມຈິງ ເນື່ອງຈາກວ່າ ມີການກວດກາ ສື່ມວນຊົນລາວ ຢ່າງເຂັ້ມງວດ ເພື່ອຮັບໃຊ້ພັກ ແລະຣັຖບານ.

0:00 / 0:00

ອົງການ ນັກຂ່າວ ບໍ່ມີພົມແດນ ຫຼື RSF ໄດ້ປະກາດຈັດລຳດັບເສຣີພາບ ສື່ມວນຊົນ ໃນທຸກປະເທດ ທົ່ວໂລກ ປະຈຳປີ 2023 ໂດຍອົງການນີ້ ໄດ້ຈັດລຳດັບ ໃຫ້ປະເທດລາວ ຢູ່ໃນລຳດັບທີ 160 ຈາກທັງໝົດ 180 ປະເທດ ດ້ວຍລະດັບ ຄະແນນສເລັ່ຽ 36.66 ຄະແນນ, ຊຶ່ງຫລຸດລົງ 1 ລຳດັບ ຈາກລຳດັບທີ 161 ໃນປີ 2022 ທີ່ຜ່ານມາ ຊຶ່ງເປັນປະເທດ ທີ່ຂາດສິດເສຣີພາບ ທາງດ້ານສື່ມວນຊົນ ປະເທດນຶ່ງໃນໂລກ. ທັງນີ້, RSF (Reporter Without Borders) ໃຫ້ເຫດຜົລວ່າ ພັກປະຊາຊົນ ປະຕິວັດລາວ ແລະ ຣັຖບານລາວ ມີອຳນາດໃນການຄວບຄຸມ ສື່ມວນຊົນ ຢ່າງເດັດຂາດ ເຮັດໃຫ້ ປະເທດລາວເປັນ “ຂຸມດຳ” ທາງດ້ານຂໍ້ມູນຂ່າວສານ ຊຶ່ງຂໍ້ມູນທີ່ໜ້າເຊື່ອຖື ປະກົດອອກສູ່ສັງຄົມໄດ້ພຽງເລັກນ້ອຍ.

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽເສຣີ ໄດ້ສອບຖາມຄົນລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ຊາວລາວທຸກຄົນຮັບຮູ້ວ່າ ສື່ທາງການ ຖືກຣັຖບານ ຄວບຄຸມຢ່າງໜັກແໜ້ນ, ເຮັດໃຫ້ປະຊາຊົນລາວ ໂດຍສະເພາະໄວລຸ້ນ ຫລື ຊາວໜຸ່ມລາວ ຕ່າງຊອກຫາ ຂໍ້ມູນຂ່າວສານ ຜ່ານທາງສື່ສັງຄົມອອນລາຍນ໌ ໂດຍສະເພາະຈາກປະເທດໄທຍ, ຊຶ່ງເຮັດໃຫ້ ມີຄວາມຕື່ນຕົວ ທາງສັງຄົມ ຫຼາຍຂຶ້ນ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 12 ຕຸລາ 2023 ນີ້ວ່າ:

“ຈາກທີ່ເຮົາເຫັນກະຄື ປະຊາຊົນ ແລະ ກະຄົນທັມມະດາເຮົາ ເປັນຕົ້ນແມ່ນ ໃນໝູ່ໄວລຸ້ນເນາະ ອາດຈະເກີດການຕື່ນຕົວຫຼາຍຂຶ້ນ ໃນການຮຽນຮູ້ ເພາະວ່າອີກຢ່າງນຶ່ງທີ່ວ່າ ກ່ອນທີ່ເຂົາເຈົ້າຊິເປັນແບບນີ້ ເຂົາເຈົ້າກໍເບິ່ງຂ່າວມາຫຼາຍເນາະ. ຈາກທີ່ເຮົາຄິດວ່າ ທາງປະເທດໄທຍເຂົາເຈົ້ານີ້ ກໍມີສ່ວນທີ່ກ່ຽວຂ້ອງ ກະຖືວ່າສື່ຂ່າວສານອອນລາຍນ໌ ທາງຝັ່ງໄທຍນີ້ມີຜົລດີຫຼາຍ.”

ທາງດ້ານ ນັກຂ່າວອິສຣະ ຊາວລາວ ຜູ້ນຶ່ງ ຢູ່ແຂວງສວັນນະເຂດ ຊຶ່ງບໍ່ປະສົງອອກຊື່ ເປີດເຜີຍວ່າ ປັດຈຸບັນ ການເຜີຍແຜ່ຂ່າວ ທາງສື່ອອນລາຍນ໌ ຢູ່ລາວຍາກຂຶ້ນ, ຊຶ່ງປັດໄຈນຶ່ງ ຄວາມພະຍາຍາມ ຄວບຄຸມສື່ອອນລາຍນ໌ ຈາກຣັຖບານ ທີ່ເຂັ້ມງວດຫຼາຍຂຶ້ນ ໂດຍເຈົ້າຂອງສື່ອອນລາຍນ໌ ຈະຕ້ອງໄປລົງທະບຽນ ນຳເຈົ້າໜ້າທີ່ ຂແນງການ ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ກ່ອນ, ເພື່ອທີ່ຈະຜ່ານການກວດສອບ ຈາກພາກຣັຖ.

"ຕອນນີ້ເຮົາເອງກະເຣີ່ມກັງວົນເນາະ ເພາະວ່າຍ້ານຊ່ອງປີວຫັ້ນນ່າ. ເຮົາເອງກໍພະຍາຍາມເຮັດໃຫ້ມັນຖືກຕ້ອງເນາະ. ກະຄືໃນຖານະທີ່ຄົນເຮັດຂ່າວໃນຕອນນີ້ລ່ະ ກັງວົນຫຼາຍຢູ່. ເພາະວ່າເພຈເຮົາທີ່ຢູ່ໃນອັ່ນ ເຟສບຸກຄ໌ ຫັ້ນນ່າ ກໍຄື ບໍ່ຮູ້ວ່າປີວຍ້ອນຫຍັງ. ເພາະວ່າຕອນນີ້ນີ່ ເພຈຂອງເຮົາມັນຖືກບຼ໋ອກ ມັນກໍຄືແບບວ່າ ບໍ່ສາມາດກະຈາຍຂ່າວໄດ້ ເອົາລົງໄດ້ປົກກະຕິ , ແຕ່ບໍ່ມີຄົນເຫັນເລີຍແມ່ນແຕ່ຄົນດຽວ ຖືກປິດກັ້ນເປັນທີ່ຮຽບຮ້ອຍເນາະ, ຊຶ່ງວ່າຕອນນີ້ກໍພະຍາຍາມແກ້ຢູ່ ບໍ່ທັນຮູ້ວ່າມາຈາກສາເຫດໂຕໃດ."

ທີ່ຜ່ານມາ, ພັກ ແລະ ຣັຖບານລາວ ກຳນົດໃຫ້ ສື່ມວນຊົນລາວ ມີພາລະບົດບາດສຳຄັນ ໃນການເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ ນະໂຍບາຍຂອງ ພັກ ແລະຣັຖບານລາວ ອອກສູ່ສາທາຣະນະຊົນ ແລະ ເປັນສື່ກາງ ໃນການສ່ອງແສງເຖິງບັນຫາ ແລະ ຄວາມຄິດເຫັນ ຂອງປະຊາຊົນ ຕໍ່ພັກ ແລະ ຣັຖບານ, ແຕ່ຄວາມເປັນຈິງແລ້ວ, ພັກ ແລະ ຣັຖບານລາວ ບໍ່ເຄີຍນຳເອົາ ການສ່ອງແສງ ຂອງປະຊາຊົນ ໄປແກ້ໄຂປົວແປງ ນະໂຍບາຍຂອງຕົນ ແຕ່ຢ່າງໃດ. ອີກທັງ, ຍັງຄວບຄຸມການນຳສເນີ ຂໍ້ມູນຂ່າວສານ ໃນທຸກດ້ານ ເພື່ອບໍ່ໃຫ້ກະທົບຕໍ່ພັກ ແລະ ຣັຖບານລາວ, ເຮັດໃຫ້ ການນຳສເນີຂ່າວ ຢູ່ລາວ ມີແຕ່ການໂຄສະນາຊວນເຊື່ອ ແລະ ບໍ່ມີຄວາມໜ້າສົນໃຈ, ຊາວບ້ານຈຶ່ງມັກນິຍົມຕິດຕາມຂ່າວ ຈາກປະເທດໄທຍ ລວມທັງຂ່າວໃນສື່ອອນລາຍນ໌ ຫຼາຍກວ່າ. ຂະນະທີ່ ປະຊາຊົນ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ບໍ່ແມ່ນແຕ່ ສື່ມວນຊົນລາວ ຈະຕ້ອງ ໄດ້ສເນີບັນຫາ ຂອງປະຊາຊົນ ໃຫ້ແກ່ພາກຣັຖແລ້ວ, ພາກຣັຖຕ້ອງສຸມໃສ່ ໃນການແກ້ໄຂ ແລະ ຮັບຮູ້ບັນຫາ ທີ່ເກີດຂຶ້ນຈິງ ຈາກສື່ມວນຊົນນຳດ້ວຍ.

“ໜ້າທີ່ກ່ຽວກັບພວກນີ້ ມັນບໍ່ໄດ້ແມ່ນແຕ່ໜ້າທີ່ ຂອງສື່ຢ່າງດຽວເນາະ. ມັນຈຳເປັນຢ່າງຍິ່ງທີ່ວ່າ ພັກ-ຣັຖ ແລະກະພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນຕຳຣວດ ມັນຕ້ອງມີສ່ວນກ່ຽວຂ້ອງທັງໝົດ. (ທີ່ຜ່ານມາ ພາກຣັຖ) ບໍ່ມີນະໂຍບາຍ ໃນການແກ້ໄຂບັນຫາ ແລະກະຮັບຮູ້ບັນຫາ ທີ່ເກີດຂຶ້ນຈິງເນາະ.”

ປັດຈຸບັນ, ປະເທດລາວ ມີສື່ມວນຊົນຫຼັກ ຢູ່ 3 ຮູບແບບ ປະກອບມີ ສື່ໜັງສືພິມ 24 ແຫ່ງ (ສຳນັກງານ), ສື່ໂທຣະທັດ 32 ເຄືອຂ່າຍ ແລະ ສື່ວິທຍຸ 44 ສະຖານີ ຊຶ່ງສື່ມວນຊົນ ລາວຫຼັກທັງໝົດ ຢູ່ພາຍໃຕ້ການກວດກາ ຢ່າງເຂັ້ມງວດ ຂອງຄະນະໂຄສະນາອົບຮົມ ສູນກາງພັກ ແລະ ກະຊວງຖແຫລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ.

ເຖິງຢ່າງໃດກໍຕາມ, ການຂຍາຍໂຕ ຂອງສື່ສັງຄົມອອນລາຍນ໌ ຢູ່ລາວ ເຮັດໃຫ້ປະຊາຊົນລາວ ຈຳນວນຫຼາຍ ໄດ້ຮັບຂໍ້ມູນຈາກສື່ມວນຊົນ ທີ່ເຄື່ອນໄຫວ ຜ່ານທາງອອນລາຍນ໌ ທັງຈາກພາຍໃນປະເທດ ແລະ ຕ່າງປະເທດ ທີ່ມີຄວາມຫຼາກຫຼາຍຂຶ້ນ. ສົ່ງຜົລໃຫ້ ການຄວບຄຸມສື່ອອນລາຍນ໌ ຂອງຣັຖບານ ໃນໄລຍະໃໝ່ ແມ່ນຍາກຂຶ້ນ, ດັ່ງທີ່ ທ່ານ ສາສຕຣາຈານ ດຣ. ບໍ່ວຽງຄຳ ວົງດາລາ ຣັຖມົນຕຣີ ກະຊວງເຕັກໂນໂລຈີ ແລະ ການສື່ສານ ຂອງລາວ ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 9 ໃນທ້າຍເດືອນມິຖຸນາ 2023 ທີ່ຜ່ານມາ ວ່າ:

"ສື່ສັງຄົມອອນລາຍນ໌ ມັນມີ 2 ປະເພດ. ປະເພດນຶ່ງແມ່ນຄົນຢູ່ພາຍໃນ ປະເທດເຮົານີ້ ເປັນຜູ້ລົງຂ່າວ. ອັນນີ້ເຮົາຕິດຕາມໄດ້ ແລ້ວເຮົາກໍເອົາມາປັບທັສນະຄະຕິ. ເອົາມາຝຶກອົບຮົມ ແນວຄິດການເມືອງ ໃຫ້ເຂົາເຈົ້າ ແລ້ວເຂົາເຈົ້າ ກໍເຊົາເຮັດ. ຜ່ານມາ , ໄທເຮົາກໍໄດ້ສົມທົບກັບກະຊວງ ປກສ ເຮັດບັນຫາດັ່ງກ່າວ. ແຕ່ມັນມີສື່ສັງຄົມອອນລາຍນ໌ປະເພດທີ 2 ມັນເຮັດຢູ່ຕ່າງປະເທດ. ພວກເຮົາປິດ, ເຂົາເປີດໃໝ່. ອັນນີ້ , ພວກຂ້າພະເຈົ້າ ກະໄດ້ສົບທົບກັບ ທາງກະຊວງກ່ຽວຂ້ອງແລ້ວ ຈະມີການຕອບໂຕ້ ແລະ ມີການແກ້ຂ່າວ."

ທີ່ຜ່ານມາ, ບັນຫາການນາບຂູ່, ຈັບກຸມ ແລະ ທຳຮ້າຍ ຜູ້ທີ່ເຮັດສື່ອອນລາຍນ໌ ຢູ່ລາວ ມີປະກົດໃຫ້ເຫັນຢູ່ເລື້ອຍໆ ເປັນຕົ້ນແມ່ນ ການຕັດອິສຣະພາບ ຍານາງ ຮວາຍເຮືອງ ໄຊຍະບູຣີ ຫຼື ນາງ ໝວຍ ໃນຂໍ້ຫາໂຄສະນາຕໍ່ຕ້ານ ສປປ ລາວ ເປັນເວລາ 5 ປີ ແລະ ປັບໃໝ 20 ລ້ານກີບ ແລະ ການບຸກຍິງ ທ່ານ ອະນຸຊາ ຫຼວງສຸພົມ ຫຼື ແຈັກ ເຈົ້າຂອງເພຈເຟສບຸກຄ໌ “ຂັບເຄື່ອນດ້ວຍຄີບອດ” ຈົນບາດເຈັບສາຫັດ ແລະ ຕໍ່ມາໄດ້ລີ້ໄພໃນຕ່າງປະເທດ.

ມີການຣາຍງານ ຂ່າວທັງ 2 ກໍຣະນີ ຈາກສື່ມວນຊົນ ທີ່ທາງການລາວຄວບຄຸມ ແຕ່ການຣາຍງານຂ່າວດັ່ງກ່າວ ຂາດຄວາມກົງໄປກົງມາ ໂດຍຫຼີກລ້ຽງການເວົ້າເຖິງ ຄວາມກ່ຽວຂ້ອງ ຂອງພັກ ແລະ ຣັຖບານລາວ ຕໍ່ກໍຣະນີດັ່ງກ່າວ.