ຝ່າຍຄ້ານກຳພູຊາຮຽກຮ້ອງ ຣັຖບານ ກົດດັນວຽດນາມ
2020.05.11

ອົງການຈັດຕ້ັງທາງສັງຄົມ ແລະກຸ່ມພັກຝ່າຍຄ້ານກຳພູຊາ ຮຽກຮ້ອງຣັຖບານ ທ່ານ ຮຸນ ເຊນ.ກົດດັນວຽດນາມ ໃຫ້ທັບມ້າງສີ່ງປຸກສ້າງໃນ ເຂດແດນທີ່່ຍັງມີຄວາມຂັດແຍ່ງກັນ ຢູ່ໃນຫລາຍຈຸດ ຊຶ່ງກຸ່ມດັ່ງກ່າວ ເວົ້າວ່າ ທະຫານວຽດນຫຍັບເຂົ້າມາເອົາດິນກຳພູຊາ ດ້ວຍການສ້າງ ປ້ອມຍາມ ໃນຫລາຍຈຸດທີ່ພົບເຫັນໃນແຂວງການດາວາງເດືອນເມສາ ຜ່ານມາ ຈາກການລາດຕະເວັນ ຂອງທະຫານກຳພູຊາ ໃນແຂວງ ດັ່ງກ່າວ ຕ້ອງການຢາກໃຫ້ວຽດນາມ ມ້າງຖີ້ມ ຍ້ອນເປັນອານາເຂດຂອງກຳພູຊາ.
ວຽດນາມໄດ້ເມີນເສີິຍກ່ຽວກັບເຣື້ອງນີ້ ຫລັງຈາກທະຫານກຳພູຊາ ໄດ້ເຂົ້າໄປບອກໃຫ້ມ້າງ, ທະຫານກຳພູຊາເວົ້າວ່າ ທະຫານວຽດນາມ ເຂົ້າມາສ້າງສິ່ງປຸກສ້າງໃນເຂດດັ່ງກ່າວດົນແລ້ວ ເປັນການຣະເມີດ ອະທິປະຕັຍ ຂອງກຳພູຊາ ໃນເຂດທີ່ຍັງມີຄວາມຂັດແຍ່ງກັນຢູ່.
ທ່ານ ຣອນ ຈູນ ສະມາຊິກຈາກອົງການສີ້ງຊອມການປະຕິບັດງານ ຂອງ ຣັຖບານກຳພູຊາໄດ້ກ່າວຕໍ່ກຸ່ມນັກຂ່າວ ໃນມື້ວັນພະຫັດຜ່ານມາ ວ່າທະຫານວຽດນາມເຂົ້າມາ ຕັ້ງປ້ອມຍາມໃນເຂດທີຍັງມີຄວາມ ຂັດແຍ່ງກັນຢູ່ ເປັນການຣະເມີດອະທິປະຕັຍເຂດດິນແດນ ຂອງກຳພູຊາ. ວຽດນາມພຍາຍາມເອົາດີນກຳພູຊາ ພວກທ່ານຢາກຮຽກຮ້ອງໃຫ້ ຣັຖບານກຳພູຊາ ເລັ່ງລັດການພັທນາໃນເຂດດັ່ງກ່າວ ໃຫ້ໄວຂຶ້ນ ເພື່ອ ຢັບຢັ້ງ ການເຂົ້າມາຂອງວຽດນາມແລະເພີ້ມການລາຕະເວັນ ໃຫ້ຫລາຍຂຶ້ນ. ທ່ານວ່າ
“ຣັຖບານກຳພູຊາຕ້ອງຮຽກຮ້ອງ ນາໆຊາດໃຫ້ເຂົ້າມາຫຍຸ້ງກ່ຽວ ດ້ວຍການຍື່ນຫນັງສືປະທ້ວງວຽດນາມຢ່າງເປັນທາງການ ບົນພື້ນຖານ ສັນຍາ ປາຣີ ປີ 1991 ວຽດນາມເຂົ້າມາລຸກລໍ້າອານາເຂດ ຂອງກຳພູຊາ ໃນສມັຍຂເມນແດງ."
ທ່ານຫມາຍເຖິງສັນຍາສງົບເລີກ ຣະຫວ່າງວຽດນາມ-ກຳພູຊາ ໃນປີ 1991 ທີ່ວຽດນາມເຂົ້າມາລຸກລຳ້ອານາເຂດ ຂອງກຳພູຊາ ໂດຍຍຶດ ຫລາຍຫົວເມືອງໃນເຫດການຄວາມຂັດແຍ່ງ ກັບກຳລັງຂເມນແດງ ໃນເວລານັ້ນ. ທ່ານ ຣອນຈູນ ຍັງບອກອີກວ່າ:
“ພວກເຮົາຕ້ອງແກ້ໄຂບັນຫາຄວາມຂັດແຍ່ງທາງດ້ານເຂດແດນ ກັບວຽດນາມ ເພື່ອປ້ອງກັນອະທິປະຕັຍຂອງກຳພູຊາ.”
ໃນຂນະດຽວກັນ ທ່ານ ເມືອງ ຊອນນີ ປະທານກຸ່ມນັກສຶກສາ ກຳພູຊາ ກໍກ່າວຕໍ່ກຸ່ມນັກຂ່າວ ດ້ວຍການປະນາມ ຄວາມອ່ອນແອ ຂອງ ຣັຖບານກຳພູຊາ ທ່ານ ຮຸນ ເຊນ ທີ່ບໍ່ສາມາດປ້ອງກັນ ເຂດແດນກຳພູຊາ ຈາກການລຸກລ້ຳຂອງວຽດນາມໄດ້ ທ່ານວ່າ:
“ພວກເຮົາເຫັນຢ່າງແຈ່ມແຈ້ງວ່າ ນະໂຍບາຍຂອງຣັຖບານກຳພູຊາ ທີ່ນຳໂດຍທ່ານຮຸນເຊັນ ບໍ່ໂປ່່ງໄສ ໃນການປົກປ້ອງເຂດແດນ ກຳພູຊາ ຈື່ງເຮັດໃຫ້ວຽດນາມ ຫຍັບເຂົ້າມາເອົາດິນກຳພູຊາໄດ້."
ທ່ານຍັງບອກອີກວ່າ ທ່ານຈະພາຄະນະຂອງພວກທ່ານ ໄປຢ້ຽມຢາມເຂດຂັດແຍ່ງ ດັ່ງກ່າວໃນໄວໆນີ້.
ອະດີດສະມາຊິກພັກຝ່າຍຄ້ານ ທ່ານ ອຳ ແຊມ ອານ ກ່ອນຫນ້ານີ້ເຄີຍຖືກຄຸກ ເປັນເວລາຫລາຍປີ ຍ້ອນລົງຂໍ້ຄວາມໂຈມຕີ ທ່ານ ຮຸນ ເຊນ ກ່ຽວກັບການຣະເມີດເຂດແດນ ແລະ ການແກ້ໄຂບັນຫາ ຊາຍແດນ ກັບ ວຽດນາມ ວ່າ ຣັຖບານຂອງ ທ່ານ ຮຸນ ເຊນ ຕ້ອງແຈ່ມແຈ້ງ ແລະໂປ່ໄສ ກ່ຽວກັບກັນປັກປັ່ນ ເຂດແດນກັບວຽດນາມ ດ້ວຍການໃຊ້ແຜນທີ່ ສມັຍຝຣັ່ງເສດປົກຄອງ ເປັນຫລັກ. ທ່ານວ່າ:
“ພວກເຮົາຕ້ອງການວຽດນາມ ທັບມ້າງສີ່ງປຸກສ້າງຕາມແນວຊານແດນ ທີ່ຍັງມີຄວາມຂັດແຍ່ງ ແລະຕ້ອງປັກຫມາຍເຂດແດນກັບ ວຽດນາມ ແບບແຈ່ມແຈ້ງ ແລະໂປ່ງໄສດ້ວຍການໃຊ້ ແຜນທີ່ໃນສມັຍເປັນ ຫົວເມືອງຂື້ນຂອງຝຣັ່ງເສດ.”
ທ່ານຫມາຍຄວາມວ່າ ຝຣັ່ງເສດປົກຄອງ ສອງປະເທດກຳພູຊາ ແລະ ວຽດນາມແບບອານານິຄົມ ຣະຫວ່າງກາງສັດຕະວັດ ທີ 19 ຫາກາງ ສັດຕະວັດທີ 20 ໂດຍໄດ້ແບ່ງປັນເຂດແດນ ຣະຫວ່າງສອງປະເທດ ບັນທຶກລົງໃນແຜນທີ່ ຫລັງຈາກສີ້ນສຸດການປົກຄອງ.
ໃນການຕອບໂຕ້ ການປະນາມດັ່ງກ່າວ ຝ່າຍຣັຖບານ ທ່ານ ປຣັກ ສາຄອນ ໂຄສົກກະຊວງຕ່າງປະເທດກຳພູຊາ ໄດ້ກ່າວຕໍ່ກຸ່ມນັກຂ່າວວ່າ ທາງການກຳພູຊາ ຈະຍື່ນຫນັງສືປະທ້ວງວຽດນາມ ໃນບັນຫານີ້ ຫລັງຈາກສືບສວນຂໍ້ມູນຢ່າງຄົບຖ້ວນ. ທ່ານວ່າ:
“ຣັຖບານກຳພູຊາຍັງລໍຖ້າ ຣາຍງານການສືບສວນ ຈາກຫນ່ວຍງານທີ່ກ່ຽວຂ້ອງຢູ່ ດ່ັງນັ້ນພວກເຮົາຈຶ່ງຈະສາມາດຍື່ນຫນັງສື ປະທ້ວງ ທາງການທູດໃຫ້ຖືກຈຸດ.”
ທ່ານ ສາຄອນ ຍັງບອກອີກວ່່າ ເຫດການແບບນີ້ ມັກເກີດຂື້ນເລື່້ອຍໆ ຕາມແນວຊາຍແດນ ກຳພູຊາ-ວຽດນາມ ຍ້ອນການເຂົ້າໃຈຜິດ.
ເຫດການຄວາມຂັດແຍ່ງຕາມແນວຊາຍແດນຣະຫວ່າງ ກຳພູຊາກັບວຽດນາມ ມັກເກີດຂຶ້ນຢູ່ຕຣອດແລະກໍມີການປະທະກັນ ຫລາຍຄັ້ງ ໃນອະດີດ ຍ້ອນທະຫານວຽດນາມ ລ່ວງລ້ຳເຂົ້່າມາ ໃນເຂດແດນທີ່ຍັງມີ ຄວາມຂັດແຍ່ງກັນ ຣະຫວ່າງສອງປະເທດ.
ວ່າງເດືອນມິຖຸນາ ປີ 2015 ຄະນະສະມາຊິກພັກຝ່າຍຄ້ານ ກຳພູຊາ ພັກກອບກູ້ຊາດກຳພູຊາ ຊຶ່ງຖືກສັ່ງຍຸດຈາກຣັຖບານ ທ່ານ ຮຸນ ເຊນ ໃນປັດຈຸບັນ, ຖືກ ທຳຮ້າຍຮ່າງກາຍຈາກຊາວວຽດນາມ ໃນຂນະທີ່ໄປ ຢ້ຽມຢາມ ພື້ນທີ່ຂັດແຍ່ງໃນແຂວງສເວຣຽງ ເພື່ອໄປສຳຣວດສະ ພາບໂຕຈິງ ທີ່່ທະຫານວຽດນາມສ້າງຖນົນ ເຂົ້າມາເຂດແດນກຳພູຊາ ຈາກ ແຂວງ ລອງອານ.
ສັນຍາຮ່ວມກ່ຽວກັບເຂດແດນ ທີຍັງມີຄວາມຂັດແຍ່ງກັນຢູ່ຣະຫວ່າງ ວຽດນາມກັບກຳພູຊາ ທີ່ລົງນາມກັນໃນປີ 1995 ຣະບຸວ່າ ບໍ່ວ່າຝ່າຍ ໃດກໍຕາມ ຣະຫວ່າງສອງປະເທດ ບໍ່ສາມາດອະນຸຍາດ ໃຫ້ທະຫານ ຫລື ປະຊາຊົນຂອງຕົນລ່ວງລຳ້ເຂົ້າໄປ ໃນເຂດແດນພື້ນທີ່ໆ ຍັງມີ ຄວາມຂັດແຍ່ງກັນຢູ່ ເພື່ອໄປເຮັດໄຮ່ ເຮັດນາຫລືປຸກສ້່າງ ຕ່າງໆຢ່າງເດັດຂາດ ຈົນກວ່າຈະມີການແກ້ໄຂບັນຫາ ເຂດແດນສິ້ນສຸດລົງ.
ແຕ່ລະຝ່າຍ ກໍມີການຣະເມີດກັນຢູ່ຕຮອດ ຍ້ອນບັນຫາບໍ່ແກ້່ໄຂ ເປັນແບບດຽວກັນກັບ ປະເທດເພື່ອນບ້ານ ອື່ນໆ ເປັນຕົ້ນ ສປປລາວ ກັບວຽດນາມ.
ສຳລັບ ສປປ ລາວ ແລ້ວ ນັກວິຊາການເວົ້່າວ່າ ວຽດນາມ ບໍ່ພຽງແຕ່ ລຸກລຳ້ ເຂດນຳ້ແດນດິນ ຂອງລາວ ໃນຫລາຍແຂວງ ເປັນຕົ້່ນ ແຂວງຊຽງຂວາງ ຄຳມ່ວນ ສວັນນະເຂດ ອັດຕະປື ແລະ ສາຣະວັນ ບາງແຂວງ ກວມເອົາດິນລາວເຖີງ 15 ກິໂລແມດກໍມີ.
ຄົນວຽດນາມຍັງເຂົ້່າມາລັກຕັດໄມ້ທ່ອນ ຂຸດຄົ້ນແຮ່ທາດ ແລະ ປູກຕົ້ນໄມ້ເສຖກິດໃນລາວ ໃນຫລາຍແຂວງນຳອີກ ບາງຣາຍກໍບໍ່ໄດ້່ຮັບ ອະນຸຍາດ ແລະ ບໍ່ສາມາດເຂົ້າໄປກວດກາໄດ້. ຄົນວຽດນາມ ກໍລັກເຂົ້່າ ມາຢູ່ໃນລາວ ຢ່າງຫລວງຫລາຍແຕ່ເຫນືອຕຣອດໃຕ້ ດັ່ງປະຊາຊົນ ຊາວຫລັງພຣະບາງທ່ານນື່ງເວົ້່າວ່າ:
"ຢ່າງວ່າແຕ່ລະບ້ານ ກໍຢາກມີໝົດນໍ ຂະເຈົ້າກໍມາ ມາຫັ້ນກໍມາແຕ່ດົນແລ້ວ ແຕ່ວ່າມາບາງຄົນຫັ້ນ ກໍມາປະມານ 4-5 ປີ 6-7 ປີ ມາແລ້ວ ກໍມາຕັ້ງຮ້ານ ມາເຊົ່າເຮືອນ ມາຫຍັງຢູ່ ບາງຄົນ ກໍໄດ້ເມັຽລາວ ບາງຄົນ ກໍແມ່ນຄອບຄົວ ວຽດນາມ ຫັ້ນເລີຍ ມາຫາເງິນຈັ່ງຊີ້ ບາງເທື່ອ ກໍຜົວ ກໍເປັນສ້ອມແປງ ຣົດຈັກອີ່ຫຍັງຊີ້ ປະມານນີ້ ໜິນະ."
ສັນຍາພິເສດ ລາວ-ວຽດນາມ ໃຫ້ກຳມະສິດຄົນວຽດນາມ ແລະ ແຮງງານວຽດນາມເຂົ້າມາລາວ ໄດ້ຢ່າງເສຣີ ແລະທາງການລາວ ກໍບໍ່ ສາມາດ ເຮັດຫຍັງໄດ້ ຄົນວຽດນາມແລະແຮງງານວຽດນາມ ຫລາຍຄົນ ກໍມາຕັ້ງຖີ່ນຖານໃນລາວ ແບບຖາວອນ ໃນທີ່ສຸດກໍກາຍເປັນ ຄົນລາວ. ປະຊາຊົນແຂວງຫົວພັນ ເວົ້າວ່າ:
"ແຮງງານວຽດນາມ ເຂົ້າມາຫຼາຍ ສະເພາະ ແຂວງຫົວພັນ ເຮົາປີນີ້ ກໍພັນປາຍຄົນ ພຸ້ນລະ ຢູ່ເມືອງ ຊໍາເໜືອ ແຕ່ວ່າມັນຢູ່ ທຸກເມືອງ ທົ່ວແຂວງແຫລະ 10 ເມືອງ ມັນມີ ວຽດນາມເມິດ ແຮງງານ ວຽດນາມເໝິດ ວຽດນາມ ເຂົ້າມານີ້ ກໍເປັນການ ຍາດແຍ່ງງານ ຕົວນຶ່ງນໍ໊ ກ່ຽວກັບຄົນລາວ ຫັ້ນນະ ແຕ່ເຮົານີ້ ຕ້ອງການສີມື ຄົນລາວ ເຮົາບໍ່ດີ ເຮົາຈຶ່ງ ນໍາເຂົ້າມາເພື່ອ ເປັນ ນັກວິຊາການ ໃຫ້ຂະເຈົ້າ."
ການແຕ່ງງານກັນຣະຫວ່າງຄົນວຽດນາມ ກັບແມ່ຍີງລາວ ຕາມແຂວງຊາຍແດນກໍເພີ້ມຂື້ນ ແລະການເຄື່ອນຍ້າຍ ປະຊາຊົນ ໃນແຂວງ ຊາຍແດນຣະຫວ່າງສອງປະເທດ ກໍບໍ່ຖືກກີດກັ້ນແລະຫ້າມປາມ ຈາກ ເຈົ້າຫນ່້າທີ່ຊາຍແດນ ຣະຫວ່າງສອງປະເທດ ຈື່ງເຮັດໃຫ້ຈຳນວນ ຄົນວຽດນາມ ເຂົ້າມາລາວ ຢ່າງຫລວງຫລາຍ ໃນແຕ່ລະປີ. ຊື່ງການປັກຫລັກຫມາຍເຂດແດນ ຣະຫວ່່າງສອງປະເທດ ກໍຍັງຊັກຊ້່າ ແລະຍັງບໍ່ ທັນສຳເຣັດເທື່ອ. ການເຂົ້າ-ອອກ ຕາມດ່ານຕ່າງໆ ເປັນຕົ້ນດ່ານທ້ອງຖີ່ນ ຫລື ດ່ານປະເພນີກໍບໍ່ມີການກວດກາ ຢ່າງເຄັ່ງຄັດ,
ຕາມຫົວເມືອງໃຫຍ່ໆ ເປັນຕົ້ນນະຄອນຫລວງວຽງຈັນ ສວັນນະເຂດ ແລະປາກເມືອງ ມີຄົນວຽດນາມ ເຂົ້າມາອາສັຍຢູ່ ຢ່າງຫລວງຫລາຍ ຍ້ອນນະໂຍບາຍ ຂອງຣັຖບານອະນຸຍາດ ໃຫ້ຂະເຈົ້າເຂົ້າມາ.
ອົງການຕໍ່ສູ້ເພື່ອປະຊາທິປະຕັຍໃນລາວ ເວົ້າວ່າ ເທົ່າເຖິງປັດຈຸບັນ ວຽດນາມ ຍັງສືບຕໍ່ ການກືນກິນລາວ ໃນຫລາຍຮູບແບບ ເປັນຕົ້ນໃນທຸກ ຂັ້ນຕອນອຳນາດການປົກຄອງໃນລາວ ຈະມີທີ່ປຶກສາ ຫລື ນັກຊ່ຽວຊານຈາກວຽດນາມ ເຂົ້າມາຄວບຄຸມສັ່ງການຢ່າງເຄັ່ງຄັດ. ນອກຈາກນັ້ນ ຍັງມີ ກອງທະຫານວຽດນາມ ບໍ່ວ່າໃນເຄື່ອງແບບ ຫລື ນອກເຄື່ອງແບບ ເຂົ້າມາສັງກັດ ຢູ່ໃນ ແຕ່ລະທ້ອງຖິ່ນ, ແຂວງ ຕ່າງໆໃນລາວ ເພື່ອບັງຄັບຂົ່ມຂູ່ ຄົນລາວ ບໍ່ໃຫ້ມີປາກສຽງ ໃນການປົກຄອງ ປະເທດຊາດ ດ້ວຍຄົນລາວເອງ. ອົງການດັ່ງກ່າວໄດ້ຮຽກຮ້ອງໃຫ້ ທາງການລາວ ຍົກເລີກສັນຍານີ້ ກັບວຽດນາມ ໃຫ້ຄົນລາວ ປົກຄອງກັນເອງ ແບບປະຊາທິປະຕັຍ ປາສຈາກ ວຽດນາມ ເຂົ້າມາຫຍຸ້ງກ່ຽວ.
ນອກຈາກນັັ້ນ ວຽດນາມຍັງໄດ້ທຳລາຍ ວັທນະທັມ ແລະ ຂນົບທຳນຽມຂອງລາວ ໃນຫລາຍເຂດ ແລະ ຫລາຍຫົວເມືອງ ແລະ ບັງຄັບ ໃຫ້ພະນັກງານຣັດ ຮຽນພາສາວຽດນາມ, ຕາມໂຮງຮຽນ ແລະ ສະຖາບັນ ຫລາຍແຫ່ງໃນລາວ ກໍສອນ ແລະ ໃຊ້ພາສາວຽດນາມ ດັ່ງໂຮງຮຽນ ມິດຕະພາບ ວຽງຈັນ-ໂຮ່ຈີມີນ ທີ່ ປ່ຽນຊື່ ຈາກໂຮງຮຽນ ສີໂຄດຕະບອງ, ວຽດນາມ ພຍາຍາມ ປ່ຽນປວັດສາດລາວ.
ຣັຖບານລາວກໍເມີນເສີຍ ຕ່າງຈາກ ກຳພູຊາ ເພາະປັນຍາຊົນກຳພູຊາ ຕ້ານການກະທຳດັ່ງກ່າວ ຂອງວຽດນາມ ຢ່າງເດັດຂາດ.