ລູກຫຼານຜູ້ນໍາລາວຄືຜູ້ ສືບທອດ ອໍານາດ ຜູກຂາດ

ອະວາຣີ
2014.08.28
F-LPDR-flag ທຸງຊາດ ສປປ ລາວ ເລີ້ມແຕ່ 1975 ເປັນຕົ້ນມາ
LPDR

 

ເມື່ອ ເດືອນທີ່ແລ້ວ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ໄດ້ສັບຊ້ອນ ຄນະ ຣັຖບານ ໃໝ່ ໂດຍ ໄດ້ແຕ່ງຕັ້ງ ລູກຫລານ ຂອງ ອະດີດ ຜູ້ນຳ ປະຕິວັດ ຫຼາຍຄົນ ເຂົ້າ ກຳຕຳແໜ່ງ ສູງໆ ເຊັ່ນ: ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ລູກຊາຍ ຂອງ ທ່ານ ຄຳໄຕ ສີພັນດອນ ອະດີດ ປະທານ ປະເທດ ຂື້ນເປັນ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ. ເພື່ອ ໃຫ້ ທ່ານສອນໄຊ ຮຽນຮູ້ ວຽກງານ ຂັ້ນ ສູນກາງ ເພື່ອ ຕຣຽມ ເປັນຜູ້ນຳ ໃນ ອະນາຄົດ.

ນອກຈາກນັ້ນ ພັກຣັດ ຍັງແຕ່ງຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ຂື້ນເປັນ ຫົວໜ້າ ກົມພາສີ ກະຊວງ ການເງິນ ແລະ ຈະເລື່ອນຊັ້ນໃຫ້ ແກ່ ທ່ານ ວຽງສວັດ ສີພັນດອນ ຈາກ ຫົວໜ້າ ກົມ ຂົນສົ່ງ ຂື້ນເປັນ ຣັຖມົນຕຣີ ໃນໄວໆນີ້.

ເມື່ອ ທ້າຍປີກາຍ ນາງ ວຽງທອງ ສີພັນດອນ ກໍຖືກແຕ່ງຕັ້ງ ໃຫ້ເປັນ ປະທານ ອົງການ ກວດສອບ ແຫ່ງຣັດ. ຜູ້ໄດ້ຮັບ ຕຳແໜ່ງ ໃໝ່ ສາມຄົນ ຫລັງໆນີ້ ລ້ວນແລ້ວ ແຕ່ ມີ ນາມສະກຸນ ສີພັນດອນ ເພາະເປັນ ລູກສາວ ຫລື ລູກຊາຍ ຂອງ ທ່ານ ຄຳໄຕ ສີພັນດອນ ທັງນັ້ນ.

ນອກຈາກ ລູກ ຂອງ ທ່ານ ຄຳໄຕ ສີພັນດອນ ລູກ ຂອງ ອາດີດ ຜູ້ນຳ ສປປລາວ ອື່ນໆ ກໍໄດ້ຮັບ ຕຳແໜ່ງ ທີ່ສຳຄັນ ເຊັ່ນກັນ ຕົວຢ່າງ ທ່ານ ສັນຕິພາບ ພົມວິຫານ ລູກຊາຍ ຂອງ ທ່ານ ໄກສອນ ພົມວິຫານ ກໍໄດ້ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ການເງິນ. ບໍ່ເທົ່ານັ້ນ ທ່ານ ໄຊສົມພອນ ພົມວິຫານ ລູກຊາຍກົກ ຂອງ ທ່ານ ໄກສອນ ພົມວິຫານ ກໍຈະຖືກ ເລື່ອນຊັ້ນ ຂຶ້ນເປັນ ປະທານ ສະພາ ແຫ່ງຊາດ.

ພັກຣັດ ຍັງ ແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ລູກຊາຍ ຂອງ ທ່ານ ສຸພານຸວົງ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍ ກະຊວງ ພລັງງານ ແລະ ບໍ່ແຮ່ ແລະ ເລື່ອນຊັ້ນ ນາງ ອິນລາວັນ ແກ້ວບຸນພັນ ລູກສາວ ຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດ ນາຍົກ ຣັຖມົນຕຣີ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ສາທາຣະນະສຸກ.

ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ ໃຫ້ເຫດຜົນ ໃນການ ແຕ່ງຕັ້ງ ເທື່ອນີ້ວ່າ ເພື່ອ ປັບປຸງ ການ ບໍຣິຫານ ຂອງ ຣັຖບານ ໃຫ້ມີ ປະສິດ ທິພາບ ສູງຂຶ້ນ ແລະ ເພື່ອໃຫ້ ສອດຄ່ອງ ກັບ ສະພາບການ ປ່ຽນແປງ ໃນ ປະເທດ.

ແຕ່ ປະຊາຊົນ ລາວ ສ່ວນຫລາຍ ພັດ ເຂົ້າໃຈວ່າ ຄນະຜູ້ນຳ ພັກຣັດ ແຕ່ງຕັ້ງ ລູກຫລານ ຂອງ ອະດີດ ຜູ້ນຳການ ປະຕິວັດ ຂຶ້ນຮັບ ຕຳແໜ່ງ ສູງໆ ກໍເພື່ອ ຝຶກຝົນ ເຂົາເຈົ້າ ໃຫ້ກາຍເປັນ ຜູ້ນຳ ໃນ ອະນາຄົດ ໃຫ້ກຳ ອຳນາດ ສືບຕໍ່ໄປ ເລື້ອຍໆ ແລະ ເພື່ອຮັກສາ ຣະບອບ ການປົກຄອງ ຜະເດັດການ ຄອມມິວນິສ ໃນລາວ ໃຫ້ຍືນຍົງ ຄົງຢູ່ ຕລອດໄປ. ສ່ວນຄົນລາວ ຜູ້ນຶ່ງ ໃຫ້ຄຳຄິດ ຄຳເຫັນ ກ່ຽວກັບ ການແຕ່ງຕັ້ງ ເທື່ອນີ້ວ່າ:

"ຂ້າພະເຈົ້າ ເຫັນວ່າ ຫລັງຈາກ ຜູ້ນຳ ຫລາຍຄົນຕາຍ ແລ້ວ ກໍມີການ ສັບຊ້ອນ ກັນ ຂະເຈົ້າ ແຕ່ງຕັ້ງ ກັນເທົ່າໃດ ແຮ່ງມີການ ຂັດແຍ້ງ ກັນ ເພາະວ່າ ເປັນເຣື່ອງ ຜົນປໂຍດ ໝົດເນາະ; ສະນັ້ນ ທ່ານ ຄຳໄຕ ຈຶ່ງເອົາ ລູກຫລານ ຂຶ້ນເປັນໃຫຍ່ ໝົດ ເພື່ອຍາດເອົາ ຜົນ ປໂຍດ ເດ໋ ຂ້າພະເຈົ້າ ຄິດວ່າ ມັນຢູ່ໃນ ຣະບອບ ຜະເດັດການ ແບບນີ້ນີ່ ຂະເຈົ້າ ແຕ່ງຕັ້ງ ເອົາຜູ້ໃດ ກໍໄດ້ ບໍ່ມີ ຄວາມຮູ້ ກໍບໍ່ ເປັນຫຍັງ."

ຊາວລາວ ອີກ ຫລາຍຄົນ ກໍໃຫ້ ຄຳຄິດ ຄຳເຫັນວ່າ ຄນະຜູ້ນຳ ພັກຣັດ ແຕ່ງຕັ້ງ ລູກຜູ້ນຳ ເທື່ອນີ້ ບໍ່ໄດ້ອີງຕາມ ປະສົພການ ແລະ ຄວາມຮູ້ ຄວາມສາມາດ ເລີຍ ແຕ່ອີງຕາມ ນາມສະກຸນ ໃຜເປັນລູກ ເປັນຫລານ ຂອງຜູ້ນຳ ເທົ່ານັ້ນ. ສະນັ້ນ ແນ່ນອນວ່າ ການສັບຊ້ອນ ຄນະຣັຖບານ ໃໝ່ ເທື່ອນີ້ ຄົງຈະບໍ່ຊ່ວຍ ປັບປຸງ ການ ບໍຣິຫານ ວຽກງານ ຂອງ ຣັຖບານ ໃຫ້ດີຂຶ້ນໄດ້ ແຕ່ຢ່າງໃດ.

ເປັນທີ່ ສັງເກດວ່າ ບຸກຄົນ ທີ່ມີຄວາມຮູ້ ຄວາມ ສາມາດ ທີ່ແທ້ຈິງ ຫລາຍຄົນ ແຕ່ບໍ່ໄດ້ ເປັນລູກຫລານ ຂອງຜູ້ນຳ ການ ປະຕິວັດ ຈະບໍ່ ໄດ້ ຮັບການ ເລື່ອນຊັ້ນ ງ່າຍໆ; ຜູ້ເປັນ ຣັຖມົນຕຣີ ຊ່ວຍ ກໍບໍ່ມີ ໂອກາດ ຈະໄດ້ ຂຶ້ນເປັນ ຣັຖມົນຕຣີ ນຳເພິ່ນ ຈັກເທື່ອ ຫລື ຜູ້ເປັນຮອງ ຫົວໜ້າກົມ ກໍເປັນຮອງ ຜູ້ນັ້ນ ແຫລະ ເປັນເວລາ ຫລາຍ ສິບປີ.

ເມື່ອປີກາຍ ຂ້າພະເຈົ້າ ໄດ້ສະແດງ ຄວາມ ຍິນດີ ກັບນັກ ວິຊາການ ທີ່ ມີຄວາມຮູ້ ສາມາດສູງ ທ່ານນຶ່ງ ທີ່ ຖືກແຕ່ງຕັ້ງ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ນຶ່ງ ໃນຄນະ ຣັຖບານ ລາວ. ນັກ ວິຊາການ ທ່ານນັ້ນ ຕອບວ່າ:

"ໂອ່ຍ, ເພິ່ນຍ້ອງໃຊ້ ຊື່ໆ." ຕໍ່ຄວາມເວົ້າ ທີ່ວ່າ ບໍ່ດົນ ກໍຈະໄດ້ ເປັນ ຣັຖມົນຕຣີ ແລ້ວ ແຕ່ ຣັຖມົນຕຣີ ຊ່ວຍ ຜູ້ໃໝ່ ຜູ້ນີ້ ຕອບວ່າ "ບໍ່ມີທາງ ເພາະເຮົາ ບໍ່ແມ່ນ ລູກຫລານ ຂອງ ຄນະນຳ ການ ປະຕິວັດ."

ສະນັ້ນ ປະຊາຊົນ ລາວ ຈຶ່ງ ເຂົ້າໃຈວ່າ ພັກຣັດ ຍັງຈຳແນກ ປະຊາຊົນ ຂອງຕົນ ຍັງຊຸກຍູ້ ສົ່ງເສີມ ແຕ່ລູກຫລານ ຂອງຕົນ ໃຫ້ມີສິດ ມີອຳນາດ ແຕ່ ສະກັດກັ້ນ ຄວາມກ້າວໜ້າ ຂອງຊາວລາວ ຄົນອື່ນໆ ເຖິງວ່າຈະ ມີຄວາມຮູ້ ຄວາມ ສາມາດ ປານໃດ ກໍຕາມ.

ເປັນທີ່ ສັງເກດ ອີກວ່າ ການສືບທອດ ອຳນາດ ໃຫ້ລູກຫລານ ຂອງ ຄນະກຳ ອຳນາດ ໃນລາວ ບໍ່ຕ່າງຫຍັງ ກັບ ການສືບທອດ ອຳນາດ ຢູ່ ປະເທດ ຄອມມິວນິສ ອື່ນໆ ເຊັ່ນ ເກົາຫລີເໜືອ ແລະ ກິວບາ. ຢູ່ເກົາຫລີ ເໜືອ ລູກຂຶ້ນເປັນ ຜູ້ນຳ ສູງສຸດ ແທນພໍ່ ມາເປັນ ເວລາ ສາມເຊັ່ນຄົນ ແລ້ວ; ເຊັ່ນດຽວກັນ ຢູ່ກິວບາ ນ້ອງຊາຍ ກໍຂຶ້ນ ກຳອຳນາດ ແທນອ້າຍ; ສອງອ້າຍນ້ອງ ປົກຄອງ ປະເທດ ມາເປັນກວ່າ ເຄິ່ງ ສັດຕະວັດ.

ຖ້າເປັນແບບ ນັ້ນ ເຮັດແນວໃດ ລູກຫລານ ຂອງ ປະຊາຊົນ ທັມມະດາ ສາມັນ ຈຶ່ງ ຈະມີ ໂອກາດ ກ້າວຂຶ້ນເປັນ ຜູ້ນຳໄດ້ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.