ພັກ ຊີ້ນໍາ ສານ ຕັດສິນ ຄະດີ

ຈໍາປາທອງ
2017.11.15
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

ສານປະຊາຊົນສູງສຸດ ສປປລາວ ດໍາເນີນການຕັດສິນ ຄະດີອາຍາຂັ້ນຕົ້ນ ຕາມທີ່ຜູ້ນໍາພັກ ປະຊາຊົນປະຕິວັດລາວ ຜູ້ພູກຂາດ ອໍານາດ ແບບຜະເດັດການ ສັ່ງ, ໃນ 9 ເດືອນ ທໍາອິດຂອງ ປີ 2017 ນີ້ 3,903 ເຣຶ່ອງໃນຈໍານວນທັງໝົດ 6,939 ເຣຶ່ອງ ແລະ ໄດ້ຕັດສິນໄປ ແລ້ວ 3,552 ເຣຶ່ອງ ແລະຄະດີແພ່ງ ຂັ້ນຕົ້ນ 414 ເຣຶ່ອງ ໃນຈໍານວນ 528 ເຣຶ່ອງ ທີ່ອົງການອັຍການ ໄດ້ຮັບ ແລະສັ່ງຟ້ອງຂຶ້ນສານ.

ສານໄດ້ຮັບຄະດີອາຍາ ແລະຄະດີແພ່ງ ຂັ້ນອຸທອນ 720 ເລື່ອງ ແລະຂັ້ນລົບລ້າງ 328 ເລື່ອງ, ໄດ້ຮັບຄຳຮ້ອງ ຂໍຮື້ຟື້ນຄະດີອາຍາ ແລະຄະດີແພ່ງ 181 ເລື່ອງ.

ເວົ້າເຖິງການຕັດສິນຄະດີຂອງ ສານ ສປປລາວ ຊຶ່ງຕາມກົດໝາຍ ວ່າດ້ວຍສານປະຊາຊົນ ມາດຕຣາ 2 ກໍານົດໄວ້ວ່າ ສານມີສິດ ແລະ ໜ້າທີ່ພິ ຈາຣະນາຄະດີ ແລະລົງໂທດ ຜູ້ຣະເມີດກົດໝາຍ ແລະມາດຕຣາ 4 ກໍເວົ້າວ່າ ພົລເມືອງລາວທຸກຄົນ ມີຄວາມສເມີພາບ ຕໍ່ໜ້າ ກົດໝາຍ ແລະສານ ໂດຍບໍ່ມີການ ຈໍາແນກ.

ແຕ່ໃນພາກປະຕິບັດຕົວຈິງ ຄົນທັງຫລາຍເວົ້າວ່າ ຢູ່ ສປປລາວ ບໍ່ວ່າກົດໝາຍໃດ ຮວມທັງກົດໝາຍ ວ່າດ້ວຍສານປະຊາຊົນ ແມ່ນແຕ່ ຣັຖທັມນູນ ຊຶ່ງເປັນກົດໝາຍ ພື້ນຖານຂອງຊາດ ກໍຍັງຖືກ ລ່ວງລະເມີດ. ສິ່ງດັ່ງກ່າວ ບໍ່ພຽງແຕ່ ຄົນທົ່ວໄປ ຢູ່ໃນສັງຄົມລາວເວົ້າ ແມ່ນ ແຕ່ຜູ້ນໍາສູງສຸດ ຂອງພັກປະຊາຊົນ ປະຕິວັດລາວເອງ ກໍຍັງຮັບຮູ້ ຢູ່ໃນກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກວ່າ

“ການຄຸ້ມຄອງຣັຖ, ຄຸ້ມຄອງສັງຄົມ ມີຫລາຍດ້ານ ບໍ່ສັກສິດ ເຂັ້ມງວດຕາມທີ່ຣະບຸໄວ້ ໃນກົດໝາຍ ຣະບົບການ ຈັດຕັ້ງ ກົງຈັກກໍຄື ຣະບຽບການ ແລະກົນໄກການເຄື່ອນໄຫວ ໃນບາງດ້ານ ມີລັກສນະ ອາດຍາສິດ, ບໍ່ໂປ່ງໃສ ແລະທັງເປັນຊ່ອງວ່າງ ໃຫ້ແກ່ການ ສວຍໂອກາດ ສໍ້ຣາດບັງຫລວງ”.

ຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ ທ່ານ ຄຳພັນ ສິດທິດຳພາ ປະທານສານ ປະຊາຊົນສູງສຸດ ໄດ້ຣາຍງານ ໃນມື້ວັນທີ 25 ຕຸລາ 2017 ກ່ຽວກັບການຈັດຕັ້ັ້ງ ປະຕິບັດວຽກງານ ຂອງ ສານ ປະຊາຊົນສູງສຸດ ປະຈຳປິ 2017 ແລະ ແຜນການຈັດຕັ້ງ ປະຕິບັດ ໃນປີ 2018.

ຄຽງຄູ່ໄປກັບຜົລງານອັນດີນັ້ນ ທ່ານກໍໄດ້ກ່າວເຖິງ ບາງວຽກງານ ທີ່ຍັງເປັນຈຸດອ່ອນ ແລະຂໍ້ຄົງຄ້າງ ບາງຕອນວ່າ ຜູ້ພິພາກສາ ແລະພະ ນັກງານ ສານ ຈໍານວນນຶ່ງ ຍັງບໍ່ທັນກໍາແໜ້ນ ແນວທາງ ນະໂຍບາຍ ຂອງພັກ:

"ຜູ້ພິພາກສາ ພະນັກງານນຂອງສານ ຈໍານວນນຶ່ງ ຍັງບໍ່ທັນກໍາແໜ້ນ ແນວທາງ ນະໂຍບາຍຂອງພັກ ກົດໝາຍຂອງຣັຖ ແລະນິຕິກັມ ເຣື່ອງກົດໝາຍ ຢ່າງຊັດເຈນ ເລິກເຊິ່ງ ຍັງມີແບບແຜນວິທີເຮັດວຽກ ມັກງ່າຍ ຮັກສາຄອງເດີມ ຂາດຫົວຄິດປະດິດສ້າງ ໃນການປະຕິບັດ ໜ້າທີ່ວຽກງານ".

ພ້ອມກັນນັ້ນ ທ່ານກໍເວົ້າວ່າ ການເຮັດໃຫ້ຜູ້ພິພາກສາ ຮັບຮູ້ທາງດ້ານ ກົດໝາຍ ຍັງບໍ່ທົ່ວເຖິງ ແລະບັນຫາອື່ນໆ ທີ່ຍັງຄົງຄ້າງ ທີ່ຈະຕ້ອງ ໄດ້ຮັບການ ແກ້ໄຂອີກຫລາຍຢ່າງ ດັ່ງທີ່ທ່ານ ກ່າວບາງຕອນວ່າ:

"ກົດໝາຍທີ່ໄດ້ຮັບ ການປັບປຸງ ສ້າງຂຶ້ນໃໝ່ ບໍ່ທັນໄດ້ເຜີຍແຜ່ ຝຶກອົບຮົມໃຫ້ຜູ້ພິພາກສາ ຜູ້ທີ່ນໍາໃຊ້ກົດໝາຍຕົວຈິງ ຍັງບໍ່ທັນ ທົ່ວເຖິງ ແລະທັນເວລາ ການຮັບເອົາຄະດີ ການພິຈາຣະນາ ຢູ່ສານຂັ້ນຕົ້ນ ບາງບ່ອນບາງເຣື່ອງ ຍັງບໍາທັນລະອຽດ ແລະບໍ່ຖືກ ຕ້ອງຕາມຂັ້ນຕອນ ທີ່ກໍານົດໄວ້ໃນກົດໝາຍ".

ເວົ້າເຖິງສານ, ການດຳເນີນຄະດີ ແລະການຕັດສິນຄະດີຂອງ ສານ ສປປລາວ ທ່ານ ອິນຊີທອງ ຜູ້ຕາງໜ້າ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ເວົ້າວ່າ ແກ່ຍາວຄະດີ ແລະຕັດສິນໄປຕາມຄຳ ຕົກລົງຂອງຄະນະພັກ ສານ ແຕ່ລະຂັ້ນ:

"ການຕັດສິນຄະດີ ຢູ່ໃນສປປລາວ ຕາມຣາຍງານ ຢູ່ໃນກອງປະຊຸມສະພາ ເພິ່ນກະໄດ້ສະແດງອອກ ມາຫລາຍປະເດັນ ທີ່ວ່າມີບັນຫາ ຫລືວ່າ ຂາດຕົກບົກຜ່ອງ ຫລືວ່າມີການ ຜິດພາດ ໃນການຕັດສິນ ຊັກຊ້າກ່ຽວກັບ ການຕັດສິນຄະດີ ເຮັດໃຫ້ຄະດີນັ້ນ ເຍື້ອຍາວໄປ ຈົນກະທັ້ງປີ 2 ປີ ບາງເທື່ອ ຫລາຍປີ ກະຍັງບໍ່ທັນໄດ້ ຖືກແກ້ໄຂ. ອັນນີ້ລະແມ່ນ ຈຸດອ່ອນ ຫລືການ ຂາດຕົກບົກຜ່ອງ ຫລືວ່າການ ຜິດພາດ ໃນການ ບໍຣິຫານປະເທດ ຂອງຄະນະນໍາພາ ພັກຣັຖ ຂອງເພິ່ນ ເພາະວ່າ ສານ ຢູ່ສປປລາວ ນີ້ ບໍ່ແມ່ນ ເປັນສານທີ່ວ່າ ເປັນເອກຣາດ ຫລືວ່າ ມີການຕັດສິນ ດ້ວຍກົດໝາຍ ລະແມ່ນຂຶ້ນກັບ ພັກ ປະຊາຊົນ ປະຕິວັດລາວ ເປັນຜູ້ຄຸ້ມຄອງ ເປັນຜູ້ບັງຄັບ ບັນຊາ ສະນັ້ນ ລະສິຕັດສິນ ໃຫ້ມັນຖືກຕ້ອງ ຕາມກົດໝາຍ ຫັ້ນລະແມ່ນ ບໍ່ຖືກຈັກເທື່ອ ເພາະວ່າ ເມື່ອໃດຫັ້ນ ພັກຣັຖເພິ່ນ ເຫັນວ່າຄະດີນັ້ນ ມັນແຕະຕ້ອງ ຕໍ່ແນວຄິດ ອາຣົມ ຂອງເພິ່ນນັ້ນ ເພິ່ນຈະສັ່ງໃຫ້ ສານນັ້ນ ຕັດສິນ ຫລືວ່າບໍ່ຕັດສິນ ຊໍ້າ ລະກະເຮັດ ໃຫ້ມັນເຮື້ອຮັງໄປ ເພິ່ນຈະຕ້ອງໄດ້ ມີເງິນກ້ອງໂຕະ ສະກ່ອນ.

ຖ້າຄະດີໃຫຍ່ໆນີ໊ ກະຕ້ອງແມ່ນຫລາຍພັນໂດລາໃດ໊ ເພິ່ນຈັ່ງໃຫ້ສານຕັດສິນ. ຜູ້ບໍ່ມີເງິນນີ້ ລະແມ່ນວ່າ ບໍ່ໄດ້ອອກ ພັກແລະຣັຖ ນີ້ ແມ່ນ ເຮັດກັນໄປຈັ່ງຊັ້ນ ອັນນີລະແມ່ນ ປະຊາຊົນນີ້ ບໍ່ໄດ້ຮັບ ຄວາມຍຸຕິທັມລະ ກໍເນື່ອງຈາກວ່າ ຕ້ອງໄດ້ໃຊ້ເງິນນີ້ ແທນທີ່ ສິໃຊ້ກົດໝາຍ ລະເຮັດ ໃຫ້ຄຸກນີ໊ ອັ່ງກັນທົ່ວ ປະເທດເລີຍ ບໍ່ວ່າຄຸກ ຢູ່ໃນເມືອງໃດ ໃນເຂດໃດ ແຂວງໃດ. ບັນຫາມັນແມ່ນ ຢູ່ໃນຫັ້ນ. ຄັນເພິ່ນບໍ່ຕັດສິນ ກົດໝາຍເພິ່ນຂາດ ປະສິດທິພາບ ຫລືວ່າແນວຄິດ ການປົກຄອງ ຂອງເພິ່ນຫັ້ນ ມັນບໍ່ຢູ່ໃນ ລັກສນະ ການປົກຄອງ ປະເທດ ມັນຢູ່ໃນ ລັກສນະ ການຄອບຄຸມ ແບບຜເດັດການ ໃຊ້ສິດອໍານາດ ເຖື່ອນ ຂອງຄະນະພັກຣັຖ ຂອງເພິ່ນເອງ ບໍ່ໄດ້ແມ່ນ ຄວາມຍຸຕິທັມ ຂອງສານ. ນີ້ມັນຈະມີ ບັນຫາຕໍ່ໆໄປອີກ ຖ້າຫາກວ່າ ບໍ່ປັບປຸງ ບໍ່ປ່ຽນແປງ ໃນໄວໆ ຫັ້ນນະ ລະກະຊາດອື່ນ ນາໆຊາດຫັ້ນ ຈະປະທ້ວງເລື້ອຍໆ ເພື່ອເຕືອນໃຫ້ ຄະນະປະເທດລາວ ນັ້ນຕື່ນຕົວ ແຕ່ວ່າເພິ່ນເອງ ກະຍັງ ບໍ່ຕື່ນຕົວຢູ່".

ຫລາຍໆຄົນເວົ້າວ່າ ໃນການຕັດສິນຄະດີ ຂອງສານຫັ້ນ ຜູ້ພິພາກສາ ຫລືວ່າຄະນະ ຜູ້ພິພາກສາຫັ້ນ ຕ້ອງໄດ້ນໍາເອົາຄະດີນັ້ນ ຂຶ້ນໄປຜ່ານ ຄະນະພັກ ຂອງສານຫັ້ນກ່ອນ ກ່ອນທີ່ສານ ຈະນໍາມາ ຕັດສິນ ກ່ຽວກັບ ບັນຫານີ້ ທ່ານເຫັນ ເປັນຄືແນວນັ້ນບໍ່?

"ກ່ຽວກັບບັນຫານີ້ ລະແມ່ນເຫັນເປັນຄືແນວນັ້ນ. ເພື່ອສິດແລະຜົລປະໂຫຍດ ພັກມັກຈະມີບັນຫາມາຢູ່ຕລອດ".

ທ່ານພໍຍົກຕົວຢ່າງໄດ້ບໍ່ນໍ ເຣື່ອງສານຕັດສິນຄະດີ ແນວໃດແນວນຶ່ງ ທີ່ວ່າມັນບໍ່ເປັນໄປ ຕາມຣະບຽບ ກົດໝາຍຫັ້ນ?:

"ຄະດີທີ່ວ່າບໍ່ເປັນໄປຕາມ ຣະບຽບກົດໝາຍດຽວນີ້ ມັນມີຫລາຍຄະດີນໍ. ແຕ່ວ່າຈະຍົກຕົວຢ່າງ ໃນຄະດີຄົນງານລາວ ທີ່ວ່າອອກໄປເຮັດວຽກ ຢູ່ໃນປະເທດໄທ ລະກະສເນີ ຮຽກຮ້ອງ ໃຫ້ຣັຖບານສປປລາວ ປ່ຽນແປງ ນະໂຍບາຍ ຫລືວ່າໃຫ້ເບິ່ງ ດູແລ ປະຊາຊົນ ອັນນີ້ມັນ ເປັນທັມະ ຊາດ ຂອງ ປະຊາຊົນ ຢູ່ແລ້ວ ຢູ່ໃນປະເທດໃດ ເຂົາກໍເຮັດກັນຫັ້ນນະ. ຢູ່ໃນສປປລາວ ນີ້ ຖືວ່າເປັນ ຄວາມຜິດ ໃນເມື່ອຂະເຈົ້າຈັບ ລະກະ ຂໍ້ຫານັ້ນ ກະບໍ່ຈະແຈ້ງ ວ່າຜິດຫຍັງແທ້ໆນັ້ນ. ໃນການຕັດສິນ ກະແມ່ນ ລົງໂທດ ຫັ້ນ ກະແມ່ນ 12 ປີຫາ 20 ປີ. ອັນນີ້ເປັນການ ຕັດສິນ ແບບໃຊ້ ຄວາມຮູ້ສຶກ ຫລືວ່າອາຣົມ ຂອງຕົນເອງ ບໍ່ໄດ້ໃຊ້ ກົດໝາຍ ທີ່ມີ".

ກ່ຽວກັບບັນຫາການຣະເມີດກົດໝາຍ ທີ່ວ່ານັ້ນ ສະມາຊິກສະພາແຫ່ງຊາດ ຫຼາຍໆທ່ານ ກໍມີຄຳເຫັນ ຕໍ່ກອງປະຊຸມສະພາ ເພື່ອເຮັດໃຫ້ສານ ປະຕິບັດຕາມຣະບຽບ ກົດໝາຍຢ່າງແທ້ຈິງ ຊຶ່ງໃນນັ້ນກໍມີທັງທ່ານ ກົງເພັດ ແກ້ວບົວພາ ສະມາຊິກສະພາ ແຫ່ງຊາດໄດ້ກ່າວຕອນນຶ່ງວ່າ:

"ໃນຂະບວນຍຸຕິທັມ ທີ່ຜ່ານມາເຫັນວ່າ ຈັດຕັ້ງປະຕິບັດຫັ້ນ ຍັງມີການຣະເມີດ ກົດໝາຍ ທັງອົງການ ສືບສວນສອບສວນ ກະອັຍການ ຂັ້ນສານ ນີ້ ການປະຕິບັດ ວ່າດ້ວຍກົດໝາຍ ອາຍາ ກົດໝາຍ ດໍາເນີນຄະດີແພ່ງ ໂດຍສະເພາະ ການກໍານົດ ເວລານີ໊ ແກ້ໄຂບັນຫາ ຕ່າງໆນີ໊ ຍັງເຫັນວ່າຈັດຕັ້ງ ປະຕິບັດ ຍັງບໍ່ທັນໄດ້ດີ ຍັງມີການ ລະເມີດສິດ ຈໍາກັດສິດ".

ດັ່ງນັ້ນຈຶ່ງເຫັນໄດ້ວ່າ ໃຜໆກໍຕ້ອງການໃຫ້ສານ ແລະອົງການປະຕິບັດກົດໝາຍ ອື່ນໆເຄື່ອນໃຫວວຽກງານ ໄປຕາມສິດແລະໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ ຊຶ່ງກົດໝາຍວ່າດ້ວຍ ສານປະຊາຊົນ ມາດຕຣາ 1 ລະບຸວ່າ ສານປະຊາຊົນ ແມ່ນອົງການພິພາກສາ ຂອງຣັຖ... ປົກປັກຮັກສາສິດ ຜົລປໂຍດ ອັນຊອບທັມ ຂອງພົລເມືອງ, ຮັບປະກັນ ຄວາມຍຸຕິທັມ... ກໍາຈັດ ແລະສະກັດກັ້ນການ ຣະເມີດ ກົດໝາຍ ແລະທັງວ່າ ຢູ່ ສປປລາວ ມີແຕ່ສານເທົ່ານັ້ນ ຈຶ່ງມີສິດອໍານາດ ພິພາກສາຄະດີ ບົນພື້ນຖານການເຄົາຣົບກົດໝາຍ ຢ່າງເຂັ້ມງວດ ຊຶ່ງເປັນສິ່ງທີ່ ທຸກຄົນປາຖນາ ຢາກໃຫ້ມັນ ປາກົດຜົລເປັນຈິງ ຢູ່ໃນສັງຄົມລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.