ນັກຮຽນຕົກເປັນນັກໂທດ 1139 ມື້

0:00 / 0:00

”ສັມມະນາກອນ ຫຼື ນັກໂທດ 1,139 ມື້“ ຊຶ່ງ ເປັນເຣື້ອງ ໃນ ຊີວິດຈິງ ຂອງ ອະດິດ ນັກຮຽນ ວິທະຍາລັຍ ວຽງຈັນ ທີ່ໄດ້ປະສົບ ພົບພໍ້ ດ້ວຍຕົນເອງ ໃນ ຄ້າຍຄຸມຂັງ ແລະ ສູນສັມມະນາ ຕ່າງໆ ເປັນ ເວລາເຖິງ 1,139 ມື້ ຫລັງຈາກ ພຣະຣາຊອານາຈັກ ລາວ ໄດ້ ຖືກປ່ຽນ ຣະບອບ ການປົກຄອງ ເປັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ມີ ພັກ ປະຊາຊົນ ປະຕິວັດລາວ ພັກດຽວ ກໍາ ອໍານາດ ປົກຄອງ ປະເທດ ມາແຕ່ ທ້າຍປີ 1975. ໃນບົດ ເລີ້ມຕົ້ນ ຜູ້ຂຽນ ຈະຂໍກ່າວເຖິງ ຕອນທີ່ ພວກນັກຮຽນ ຖືກຍຸຍົງ ໃຫ້ ປະທ້ວງ. ສເນີໂດຍ: ວົງ ສຸວັນນະວົງສ໌