ນັກເຄື່ອນໄຫວ ເພື່ອສິທທິພົນລະເມືອງລາວ ລີ້ພັຍໄປຝຣັ່ງເສດ

ຈຳປາທອງ
2022.03.24
ນັກເຄື່ອນໄຫວ ເພື່ອສິທທິພົນລະເມືອງລາວ ລີ້ພັຍໄປຝຣັ່ງເສດ ພາຍໃນ ສນາມບິນສາກົລ ສຸວັນນະພູມ ນະຄອນຫຼວງກາງກອກ ປະເທດໄທຍ
RFA

ທ່ານ ໂຈເຊຟ ອັກຄະຣະວົງ ນັກເຂື່ອນໄຫວດ້ານສິທທິມະນຸສລາວ ທີ່ໄດ້ລີ້ພັຍຢູ່ບາງກອກ ປະເທດໄທຍ ພາຍຫລັງທີ່ໄດ້ເຜີຍແພ່ຂ່າວ ກ່ຽວກັບຜົລກະທົບຂອງເຂື່ອນເຊປຽນ-ເຊນໍ້ານອ້ຍນັ້ນ ໄດ້ໄປລີ້ພັຍການເມືອງຢູ່ປະເທດຝຣັ່ງເສດແລ້ວ ໃນມື້ວັນທີ 24 ມິນານີ້. ສາເຫດນຶ່ງສໍາຄັນ ທີ່ເຮັດໃຫ້ທ່ານມາລີ້ພັຍຢູ່ປະເທດໄທຍ ແລະໄປລີ້ພັຍການເມືອງຢູ່ຝຣັ່ງເສດນັ້ນ ແມ່ນທ່ານໄດ້ເຜີຍແພ່ຂ່າວທາງວີດີໂອ ກ່ຽວກັບຜົລກະທົບຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ກ່ອນເຂື່ອນຈະແຕກ ຊຶ່ງປະຊາຊົນຖືກບັງຄັບໃຫ້ໂຍກຍ້າຍ ອອກຈາກບ້ານເດີມ, ຖືກບັງຄັບໃຫ້ຮັບເອົາຄ່າຊົດເຊີຍຕໍ່າ, ຖືກບັງຄັບໃຫ້ຮັບເອົາດິນຊົດເຊີຍ ທີ່ບໍ່ດີສໍາລັບການຜລິດ.

ທ່ານ ໂຈເຊຟ ເປັນຜູ້ນຶ່ງທີ່ສົນໃຈ ແລະຕິດຕາມຂ່າວສານການເມືອງ, ສະແດງຄວາມເຫັນ, ວິພາກວິຈານເຫດການຕ່າງໆ ທີ່ເກີດຂຶ້ນຢູ່ໃນປະເທດລາວຢ່າງຕໍ່ເນື່ຶອງ ເຖິງແມ່ນວ່າຈະໄດ້ອອກຈາກປະເທດລາວ ໄປລີ້ພັຍຢູ່ບາງກອກ ປະ ເທດໄທຍ ຫລາຍປີມາແລ້ວ ຍ້ອນມີຄວາມຫວັງທີ່ຕ້ອງການໃຫ້ປະຊາຊົນລາວພາຍໃນປະເທດ ມີສິດ ເສຣີພາບ ແລະປະຊາທິປະໄຕຫລາຍຂຶ້ນ ຊຶ່ງທ່ານ ເນຕິວິດ ໂຊຕິພັດພັຍສານ ນັກເຄື່ອນໄຫວເພື່ອປະຊາທິປະໄຕໃນໄທຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ພາຍຫລັງທີ່ທ່ານ ໂຈເຊຟ ໄດ້ເດິນທາງອອກຈາກປະເທດໄທຍໃນມື້ວັນທີ 24 ມິນານີ້ວ່າ ຮູ້ຈັກທ່ານ ໂຈເຊຟ, ທ່ານເປັນນັກປັນຍາຊົນຄົນສໍາຄັນຂອງລາວ.

ດັ່ງທີ່ທ່ານກ່າວວ່າ:

“ແທ້ໆແລ້ວ ເຮົາກໍຮູ້ຈັກອ້າຍ ໂຈເຊຟ ມາ 3-4 ປີແລ້ວ, ເພິ່ນເປັນນັກຕໍ່ສູ້, ເປັນນັກປັນຍາຊົນຄົນສໍາຄັນຂອງລາວ, ຕອນນີ້ກໍຢູ່ປະເທດຝຣັ່ງເສດ ຄົງຈະມີເສຣີພາບໃນການປາກເວົ້າ, ການສະແດງຄວາມຄິດເຫັນ ແລະກໍຫວັງວ່າ ອ້າຍ ໂຈເຊຟ ກໍຢາກຕໍ່ສູ້ເພື່ອປະຊາຊົນຄົນລາວຕໍ່ໄປ.”  

ແລະຍານາງ ອັງຄະນາ ນີລະພັຍຈິດ ອາດີດກໍາມະການອົງການສິທທິມະນຸສ ແຫ່ງຊາດຂອງໄທຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ  ທີ່ຜ່ານມາ ຊາວລາວ ທັງຢູ່ພາຍໃນປະເທດລາວ ແລະທີ່ມາເຮັດວຽກຢູ່ປະເທດໄທຍ ບໍ່ສະດວກໃຈ ທີ່ຈະວິພາກວິຈານກ່ຽວກັບເຣື່ອງການບໍຣິຫານປະເທດ ຂອງຣັຖບານລາວປານໃດ ຍ້ອນຢ້ານວ່າ ຈະບໍ່ປອດພັຍ ຍ້ອນຖືກຈໍາກັດຮັດແຄບ ຈາກລະບຽບກົດໝາຍຕ່າງໆຂອງລາວ ແລະອະນຸສັນຍາລະຫວ່າງປະເທດບາງສະ ບັບ ທີ່ສາມາດຊ່ອຍຄຸ້ມຄອງສິທທິ ໃນການສະແດງຄວາມເຫັນຂອງຊາວລາວນັ້ນ ຣັຖບານລາວກໍຍັງບໍ່ທັນປະຕິບັດຕາມ.

ດັ່ງຍານາງກ່າວວ່າ:

“ແທ້ໆແລ້ວກໍຢາກໃຫ້ຣັຖບານລາວ ໃຫ້ສັດຕະຍາບັນອະນຸສັນຍາ ICCPR ນໍ ໃນຖານະທີ່ເປັນປະເທດນຶ່ງໃນສະມາຄົມອາຊຽນ, ແລ້ວກໍໃຫ້ຄວາມຄຸ້ມຄອງປະຊາຊົນ, ຖ້າຫາກວ່າ ທຸກຄົນຢູ່ໃນປະເທດລາວ ມີຄວາມປອດພັຍ ຄົງບໍ່ມີໃຜຢາກອອກມາດອກ.”

ອະນຸສັນຍາ ICCPR ເປັນກະຕິກາລະຫວ່າງປະເທດ ວ່າດ້ວຍສິທທິພົລເຮືອນ ແລະສິທທິທາງການເມືອງ, ເປັນສ່ວນນຶ່ງຂອງກົດໝາຍ ລະຫວ່າງປະເທດວ່າດ້ວຍສິທທິມະນຸສ ທີ່ສະຫະປະຊາຊາດໄດ້ຮັບຮອງເອົາ ຊຶ່ງປະເທດທີ່ໄດ້ລົງນາມ ແລະໃຫ້ສັຕຍາບັນອະນຸສັນຍາສະບັບນີ້ ຕ້ອງເຄົາຣົບສິທທິດັ່ງກ່າວ ຊຶ່ງກວມເອົາທັງສິທທິໃນການດໍາລົງຊີວິດ, ເສຣີພາບທາງສາສນາ, ເສຣີພາບໃນການສະ ແດງຄວາມເຫັນ, ໃນການຊຸມນຸມທາງການເມືອງ, ສິດໃນການເລືອກຕັ້ງ ແລະເຂົ້າເຖິງຂະບວນຍຸຕິທໍາ.

ທ່ານ ຟິລ ໂຣເບິດສັນ ຮອງຜູ້ອໍານວຍການອົງການສິທທິມະນຸສສາກົນ Human Rights Watch ປະຈໍາຂົງເຂດເອເຊັຽ-ແປຊິຟິກ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມິນານີ້ວ່າ ມາຮອດປັດຈຸບັນ ຍັງມີຄົນລາວທີ່ຕ້ອງການ ຮຽກຮ້ອງເອົາສິທທິມະນຸສ ແລະເຄື່ອນໄຫວເພື່ອປະຊາທິປະໄຕໃນລາວ ຢູ່ປະ ເທດໄທຍອີກຈໍານວນນຶ່ງ, ແຕ່ພວກເຂົາເຈົ້າບໍ່ໄດ້ຈັດເປັນກຸ່ມເຄື່ອນໄຫວຢ່າງເປັນທາງການ ແລະມີຈໍານວນຫລຸດລົງນໍາເລື້ອຍໆ ຍ້ອນພວກເຂົາເຈົ້າຢ້ານວ່າ ຈະບໍ່ມີຄວາມປອດພັຍ ດັ່ງກໍລະນີທີ່ເຄີຍເກີດຂຶ້ນທ່ານ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວເພື່ອປະຊາທິປະໄຕໃນລາວ ທີ່ຫາຍສາບສູນໄປເມື່ອປີ 2019 ດັ່ງທີ່ທ່ານກ່າວວ່າ.

“ສິທທິມະນຸສທຸກຢ່າງ ບໍ່ວ່າຈະເປັນຄວາມອິດສະຣະໃນການພູດຄຸຍ ແລ້ວກໍການສະແດງຄໍາເຫັນ ຫລືຮ່ວມກັນເປັນສະມາຄົມ ຫລືຮ່ວມຊຸມນຸມ ບໍ່ມີເລີຍ ບໍ່ມີສິ່ງນີ້ເລີຍ ເຫດຜົລທີ່ເຮັດໃຫ້ຄົນລາວ ເດີນທາງມາເມືອງໄທຍ ແລ້ວກໍປະທ້ວງທີ່ເມືອງໄທຍ ກ່ຽວກັບສະຖານະການຢູ່ເມືອງລາວ, ຖ້າເຮັດທີ່ປະເທດລາວ ພວກເຂົາເຈົ້າກໍຈະຖືກຈັບທັນທີ.”  

ພາຍຫລັງທີ່ໄດ້ເດີນທາງເຖິງປະເທດຝຣັ່ງເສດແລ້ວ ທ່ານ ໂຈເຊຟ ອັກຄະຣະວົງ ກໍໄດ້ລົງຂໍ້ຄວາມທາງເຟສບຸກ ວິພາກວິຈານສິ່ງທີ່ບໍ່ດີ ຊຶ່ງເກີດຂຶ້ນຢູ່ປະເທດລາວ ອັນມີເນື້ອໃນບາງຕອນວ່າ “ຄົນທີ່ໄດ້ອອກມາແລ້ວ ກໍຖືວ່າໂຊກດີ ທັງທາງເສຣີພາບໃນການສະແດງອອກ ທັງເຣື່ອງການເຄົາຣົບສິທທິພົລເມືອງ, ທັງເຣື່ອງເສຖກິດປາກທ້ອງ. ສ່ວນຄົນທີ່ຍັງຢູ່ ກໍກົ້ມໜ້າກົ້ມຕາຮັບຊາຕາກໍາຊີວິດຕໍ່ໄປ ທັງເຣື່ອງຖືກຈໍາກັດເສຣີພາບໃນການສະແດງອອກຂອງປະຊາຊົນ ທັງເຣື່ອງການໃຊ້ອໍານາດທີ່ລົ້ນເກີນ ກົດທັບປະຊາຊົນ ແລະທີ່ໜັກໜາສາຫັດທີ່ສຸດ ແມ່ນປະຊາຊົນກໍາລັງປະເຊີນຢູ່ ຄືເຣື່ອງເສຖກິດ”.

ໃນຂະນະດຽວກັນ ກໍມີຊາວລາວຫລາຍຄົນເວົ້າວ່າ ປາກເວົ້າວ່າ ລາວເປັນປະ ເທດທີ່ມີເສຣີພາບ ແລະປະຊາທິປະໄຕ, ແຕ່ເມື່ອຄົນລາວມີຄໍາເຫັນບໍ່ຄືກັນກັບທາງການເວົ້າ ກໍຖືກຈັບເຂົ້າຄຸກ, ອອກຄໍາເຫັນຕ່າງຫຍັງບໍ່ໄດ້, ຕິຫຍັງກໍບໍ່ໄດ້, ເວົ້າໜ້ອຍດຽວ ກໍຖືກເຈົ້າໜ້າທີ່ທາງການເອີ້ນໄປຂູ່ ກ່າວເຕືອນ. ເວົ້າເຖິງເຣື່ອງການໄປລີ້ພັຍຂອງທ່ານ ໂຈເຊຟ ຢູ່ປະເທດຝຣັ່ງເສດ ຄົນງານລາວຜູ້ນຶ່ງທີ່ເຮັດວຽກຢູ່ບາງກອກ ປະເທດໄທຍ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ​ມິນານີ້ວ່າ ຄົນງານລາວຫລາຍຄົນ ທີ່ເຮັດວຽກຢູ່ທີ່ນີ້ ດີໃຈນໍາ ຍ້ອນວ່າ ຄົນລາວ ທີ່ຢູ່ປະເທດໄທຍໃນຖານະຜູ້ລີ້ພັຍນັ້ນ ບໍ່ມີຄວາມປອດພັຍ ແລະບໍ່ທັນໄດ້ຮັບການຄຸ້ມຄອງປານໃດ.

ກໍດີໃຈນໍານໍ ເພາະວ່າໄປປະເທດທີສາມ ມັນກໍປອດພັຍກວ່າຢູ່ປະເທດໄທຍນີ້ນໍ ກໍມີຄວາມຮູ້ສຶກດີໃຈນໍາຫັ້ນແຫລະ.”

ເມື່ອກ່ອນໜ້ານີ້ ຄືວັນທີ 9 ມິນາ 2022 ທ່ານ ຄູຄໍາ ແກ້ວມະນີວົງ ອາຍຸ 38 ປີ, ຄົນແຂວງຈໍາປາສັກ, ອາດີດນັກເຄື່ອນໄຫວເພື່ອປະຊາທິປະໄຕໃນລາວ ທີ່ໄດ້ເດີນທາງມາເຮັດວຽກຢູ່ບາງກອກຕັ້ງແຕ່ປີ 2002 ກໍໄດ້ຮັບການຊ່ອຍເຫລືອ ຈາກສໍານັກງານຂ້າຫລວງໃຫຍ່ ສະຫະປະຊາຊາດດ້ານຜູ້ລີ້ພັຍ ແລະອົງການຈັດຕັ້ງເພື່ອສິທທິມະນຸສ ໃຫ້ເດີນທາງໄປລີ້ພັຍການເມືອງຢູ່ປະເທດຄານາດາ ພາຍຫລັງທີ່ທ່ານຖືກເຈົ້າໜ້າທີ່ຕໍາຣວດໄທຍຈັບໃນຂໍ້ຫາ ໜັງສືເດີນທາງໝົດອາຍຸ ເພື່ອສົ່ງທ່ານກັບຄືນປະເທດລາວ ຍ້ອນທ່ານໄດ້ເຄື່ອນໄຫວ ເປັນຕົ້ນໄດ້ຮ່ວມສ້າງຕັ້ງກຸ່ມ “ລາວເສຣີ” ຫລື Free Laos ເຄື່ອນໄຫວຮຽກຮ້ອງໃຫ້ມີປະຊາທິປະໄຕຢູ່ລາວ ທັ້ງໆທີ່ທ່ານຢູ່ໄທຍ ໃນຖານະຜູ້ລີ້ພັຍການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.