ຄຣິສຕຽນຢູ່ລາວຍັງຖືກ ສິ້ງຊອມ

ມະນີຈັນ
2015.10.19
F-Church ໂບດຂອງ ຊາວ ລາວ-ຄຣິສຕຽນ ບ້ານບົວຄໍາ ຂ.ສວັນນະເຂດ
pic2fly

ເຈົ້າໜ້າທີ່ ທ້ອງຖິ່ນ ຂອງ ສປປລາວ ຮັບວ່າ ປັດຈຸບັນ ຍັງມີ ການຈຳກັດ ການນັບຖື ສາສນາ ຂອງ ຊາວຄຣິສຕຽນ ນັ້ນແທ້, ຄື ຜູ້ທີ່ ນັບຖື ສາສນາ ນີ້ ບໍ່ມີສິດ ເຜີຍແພ່ ໂຄສະນາ ຄຳສອນ ຂອງ ພຣະເຈົ້າ ຄືກັນກັບ ຜູ້ທີ່ນັບຖື ສາສນາ ອື່ນໆ, ຖ້າ ໂຄສະນາ ເຜີຍແຜ່ ກໍຈະຖືກ ທາງການ ລາວ ຈັບ, ດ້ວຍເຫດນີ້ ຈຶ່ງ ເຮັດໃຫ້ ເກີດມີ ການຈັບກຸມ ຊາວຄຣິສຕຽນ ຢູ່ ເລື້ອຍໆ:

"ກໍບໍ່ໄດ້ ປາບປາມ ຄັນວ່າເຂົາ ເຄື່ອນໄຫວດີ ກະບໍ່ເປັນ ຫຍັງ, ແຕ່ ຄຣິສຕຽນນີ້ ເຂົາໄປ ເຄື່ອນໄຫວ ໄປກໍ່ກວນ ບໍ້, ໄປໃສ່ຮ້າຍ ປ້າຍສີ ແນວອື່ນຫັ້ນ ຕົວນັ້ນ ຖືກ ຈຳກັດຢູ່ ຄັນເຮັດ ແບບນັ້ນ".

ຕາມຣາຍງານ ຂອງ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ກ່ຽວກັບ ເສຣີພາບ ທາງ ສາສນາ ໃນ ປະເທດ ຕ່າງໆ ທົ່ວໂລກ ທີ່ ເຜີຍແຜ່ ໃນ ວັນທີ 14 ຕຸລາ 2015, ເຖິງວ່າ ຣັຖທັມນູນ ລາວ ຈະໃຫ້ ສິດ ເສຣີພາບ ພົລເມືອງ ລາວ ໃນ ການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ກໍຕາມ, ແຕ່ກໍຍັງ ມີ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງ ບາງເຂດ ຍັງ ຈັບກຸມ ແລະ ຈຳກັດ ສິດ ເສຣີພາບ ຂອງ ຊາວຄຣິສຕຽນ ນັ້ນ ຢູ່. ແຕ່ມີ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ອີກ ທ່ານນຶ່ງ ຊີ້ແຈງວ່າ ການ ເຜີຍແຜ່ ສາສນາ ຄຣິສ ເປັນ ການ ຕໍ່ຕ້ານ ຣັຖບານ:

"ໄປເຮັດ ອັນນັ້ນ ອັນນີ້ ຕໍ່ ຣັຖບານ ອັນນີ້ ມັນກະ ເປັນອັນທີ່ ຂັດຂວາງ ຫັ້ນແຫຼະ ກະຖືວ່າ ບໍ່ສອດຄ່ອງ ຫັ້ນແຫຼະເນາະ ມັນກະ ອີງໃສ່ ຣັຖທັມນູນ ທີ່ ໄດ້ຮະບຸ ໄວ້ແລ້ວ ບໍ່ໃຫ້ ຂັດຂວາງ ບໍ່ໃຫ້ມີ ການສ້າງ ບັນຫາ ຕ່າງໆ ເກີດຂຶ້ນ ຢູ່ ໃນ ສັງຄົມ".

ໃນ ປີນີ້ ຢູ່ ສປປລາວ ມີຂ່າວ ກ່ຽວກັບ ທາງການລາວ ຈັບ ຊາວຄຣິສຕຽນ, ເຊັ່ນ ຊາວຄຣິສຕຽນ 2 ຄົນ, ພາຍຫລັງ ທີ່ໄດ້ໄປ ຢ້ຽມຢາມ ພີ່ນ້ອງ ຢູ່ບ້ານ ໜອງຍາງ ກໍຖືກ ເຈົ້າໜ້າທີ່ ຕຳຣວດ ຈັບ ຢູ່ ເມືອງ ນາກາຍ ແຂວງ ຄຳມ່ວນ ເມື່ອ ວັນທີ 2 ກັນຍາ, ທັງສອງ ຖືກນາບຂູ່ ໃຫ້ເຊັນ ໜັງສື ປະລະ ການນັບຖື ສາສນາ ຄຣິສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.