ໂຄງການກໍ່ສ້າງ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບລາວ-ຈີນ
2024.04.03

ໃນວັນທີ 29 ມີນາ 2024 ຜ່ານມານີ້, ທ່ານ ຢາງ ເວີຍຊູນ (YANG WEIQUN) ຮອງປະທານອົງການພັດທະນາການຮ່ວມ ມືສາກົນແຫ່ງຊາດຈີນ (CIDCA) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດທະນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຈຸດປະສົງຫຼັກແມ່ນເພື່ອຕິດຕາມໂຄງການ ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ລາວ-ຈີນ ທີ່ຈະກໍ່ສ້າງຢູ່ເຂດແຫ່ງນີ້ເຊິ່ງເປັນເປົ້າໝາຍໜຶ່ງ ໃນໂຄງການຊ່ອຍເຫຼືອ ກໍ່ສ້າງໂຮງຮຽນທັງໝົດ 10 ແຫ່ງ ທີ່ລັດຖະບານລາວໄດ້ສະເໜີຕໍ່ລັດຖະບານຈີນ ເພື່ອໃຫ້ຊ່ອຍກໍ່ສ້າງ ແຕ່ປັດຈຸບັນຍັງບໍ່ທັນໄດ້ລົງມື ກໍ່ສ້າງຕົວຈິງເທື່ອ. ອີງຕາມການລາຍງານ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອວັນທີ 02 ເມສາ 2024.
ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ເພື່ອສອບຖາມລາຍລະອຽດ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ຊີ້ແຈງວ່າ ວິທະຍາໄລດັ່ງກ່າວ ກຳລັງຢູ່ໃນແຜນການ ແລະຍັງບໍ່ທັນລົງມືກໍ່ສ້າງເທື່ອ ແລະບໍ່ສາມາດລະບຸໄດ້ວ່າ ຈະເລີ່ມສ້າງເມື່ອໃດ.
ກ່ຽວກັບເລື່ອງນີ້ ນັກວິຊາການດ້ານເຕັກນິກ-ວິຊາຊີບ ລາວເຊື່ອວ່າການກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ລາວ-ຈີນ ເປົ້າໝາຍກໍ່ແມ່ນເພື່ອສະໜອງ ຜູ້ທີ່ສຳເລັດການສຶກສາ ຈາກວິທະຍາໄລດັ່ງກ່າວໃຫ້ແກ່ບໍລິສັດຕ່າງໆ ຂອງຈີນ ທີ່ເຂົ້າມາລົງທຶນໃນລາວ ເປັນຕົ້ນວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ທີ່ເປີດການສອນ ໃນກ່ອນໜ້ານີ້ທີ່ໄດ້ສະໜອງນັກສຶກສາ ໃຫ້ແກ່ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ແລະ ຄາດວ່າຊາວໜຸ່ມລາວ ຈະເຂົ້າມາສະມັກຮຽນຢູ່ວິທະຍາໄລແຫ່ງນີ້ ຈຳນວນຫຼາຍ.
ດັ່ງວິຊາການທ່ານໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ເມສາ ນີ້ວ່າ:
“ຖ້າເຮົາເບິ່ງໃນອະນາຄົດນ່າ ຄົນມາຮຽນນີ້ຫຼາຍເປັນສາຂາໃໝ່ ແລ້ວກໍຄວາມຕ້ອງການແຮງງານນີ້ ຈະສະໜອງໃຫ້ບໍລິສັດ ຄືບໍລິສັດລົດໄຟນີ້ນ່າ. ມັນກໍມີແຕ່ນະຄອນຫຼວງ ຫາຈີນເວົ້າງ່າຍໆສາເນາະ.”
ປັດຈຸບັນນີ້ ກໍມີວິທະຍາໄລເຕັກນິກ-ວິຊາຊີບ ຫຼາຍແຫ່ງໃນລາວ ທີ່ໄດ້ເປີດສອນຫຼັກສູດ ທາງດ້ານພາສາຈີນ ແລະມີຊາວໜຸ່ມລາວເຂົ້າມາສະມັກຮຽນ ເປັນຈຳນວນຫຼາຍ ແລະເມື່ອສຳເລັດການສຶກສາແລ້ວ ສ່ວນຫຼາຍສະມັກເຮັດວຽກກັບບໍລິສັດ ຂອງນັກລົງທຶນ ຫຼືໂຄງການຕ່າງໆ ຂອງຈີນ ທີ່ເຂົ້າມາລົງທຶນຢູ່ລາວ.
ດັ່ງຄູສອນວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄຳມ່ວນ ນາງກ່າວວ່າ:
“ຜູ້ທີ່ຮຽນຈົບມາແລ້ວກາຫຼາຍເຕີບ ສ່ວນຫຼາຍກາພວກເຮັດວຽກ ເຂົາບໍ່ທັນໄດ້ກາເລີຍ ເອົາພາສາຈີນຫັ້ນນ່າ. ແມ່ນໄປເຮັດນຳບໍລິສັດຈີນນໍາ, ຮ້ານອາຫານຈີນນີ້ແນ່. ຢູ່ດົງໃຕ້ ມີ 2 ແຫ່ງ. ກົງກັບວິທະຍາໄລເຕັກນິກເຮົາ.”
ສູນສຶກສາສາກົນ ລາວ-ຈີນ ວິທະຍາໄລເຕັກນິກ-ວິຊາຊີບ ບາງແຫ່ງກໍາເປີດຮັບສະມັກນັກສຶກສາໃໝ່ ເພື່ອຮັບທຶນສຶກສາ ສຳລັບເດີນທາງໄປສຶກສາຢູ່ປະເທດຈີນ ເຊິ່ງກໍມີຊາວໜຸ່ມຈຳນວນຫຼາຍ ທີ່ພາກັນສະມັກຮຽນ ເພື່ອຊອກຫາໂອກາດທີ່ຈະໄດ້ໄປສຶກສາ ຢູ່ປະເທດຈີນ ແລະກັບມາເຮັດວຽກ ຢູ່ບໍລິສັດຈີນທີ່ລົງທຶນໃນລາວ.
ດັ່ງນັກສຶກສາ ຢູ່ສູນສຶກສາກົນ ລາວ-ຈີນ ນາງກ່າວວ່າ:
“ຍັງຮູບຢູ່ເຈົ້າ ມີຫຼາຍອໍເປີດຮັບຕັ້ງແຕ່ເດືອນ 4 ນີ້ຂຶ້ນໄປເຈົ້າໄປ ຈີນມັນມີຫຼາຍແມ່ນມີຄົນສະມັກຫຼາຍຢູ່ ແຕ່ໂຮງຮຽນຂອງຕົວເອງ.”
ບໍລິສັດຈີນຫຼາຍແຫ່ງ ທີ່ລົງທຶນໃນລາວກໍາລັງເປີດຮັບສະມັກ ພະນັກງານຄົນລາວ ເຂົ້າມາເຮັດວຽກໃນຫຼາຍຕໍາແໜ່ງ ແຕ່ຖ້າຜູ້ສະມັກຄົນໃດເວົ້າພາສາຈີນໄດ້ ກໍຈະໄດ້ຮັບພິຈາລະນາເປັນພິເສດ. ສຳລັບການສຳພາດ ເຂົ້າເຮັດວຽກແລະກໍມີໂອກາດໄດ້ເງິນເດືອນສູງກ່ວາ ຜູ້ທີ່ເວົ້າພາສາຈີນບໍ່ໄດ້ ເຊິ່ງສະທ້ອນໃຫ້ເຫັນວ່າ ພາສາຈີນໄດ້ເຂົ້າມາບົດບາດ ໃນວຽກງານຕ່າງໆ ໃນລາວຫຼາຍຂຶ້ນ.
ດັ່ງພະນັກງານ ບໍລິສັດຈີນ ທີ່ລົງທຶນຂຸດຄົ້ນແຮ່ ໃນລາວກ່າວວ່າ:
“ເປັນພາສາຈີນຄັນເປັນພາສາຈີນ ກາມາສໍາພາດ ໂດຍກົງແມ່ນພິຈາລະນາ ເປັນພິເສດ. ໂຕຫັ້ນເງິນເດືອນ ຈັ່ງມາລົມກັນຕາມລະດັບ ເອົາຫຼາຍໆ ໄທເຮົາເປັນບໍລິສັດ ຂະໜາດໃຫຍ່ ເອົາເປັນ 2,000-3,000 ຄົນພຸ້ນ ກຳມະກອນທົ່ວໄປ ກາມີເນາະ. ບໍ່ເປັນພາສາຈີນ ກາມີຕຳແໜ່ງ.”
ວິທະຍາໄລເຕັກນິກ-ວິຊາຊີບ ໃນລາວຫຼາຍແຫ່ງທີ່ບໍ່ມີຫຼັກສູດສອນພາສາຈີນ ກໍເລີ້ມມີນັກສຶກສາໜ້ອຍລົງເລື້ອຍໆ ສາເຫດໜຶ່ງ ຍ້ອນນັກສຶກສາຫຼາຍຄົນ ປະສົບບັນຫາດ້ານເສດຖະກິດ ພາຍໃນຄອບຄົວ ຈຶ່ງໄດ້ປະລະການຮຽນ ໄປຊອກວຽກເຮັດຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ແລະນັກສຶກສາ ຈຳນວນໜຶ່ງທີ່ໃກ້ຈະຮຽນຈົບ ກຳລັງຢູ່ໃນລະຫວ່າງຝຶກງານຢູ່ບໍລິສັດ ໃນລາວ.
ດັ່ງຄູສອນປະຈຳ ວິທະຍາໄລເຕັກນິກ-ວິຊາຊີບແຂວງຫຼວງພະບາງກ່າວວ່າ:
“ອໍປະກາດຮຽນບໍ່ ເຈົ້າໂອກາຫຼາຍຢູ່ເຈົ້າ. ເຂົາເຈົ້າໄປສ່ວນຫຼາຍກາຕ່າງປະເທດ ອິຫຍັງນີ້ນ່າ. ນັກສືກສາທີ່ວ່າຮຽນເນາະ ຍັງໜ້ອຍເຈົ້າເພາະເຂົາເຈົ້າ ລົງສະຖານທີ່ປະກອບການ ແລ້ວເຈົ້າເຂົາເຈົ້າລົງຝຶກງານ.”
ສໍາລັບໂຄງການວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ລາວ-ຈີນ ປັດຈຸບັນກໍາລັງຢູ່ໃນຂັ້ນຕອນ ຂຽນບົດວິພາກເສດຖະກິດ-ເຕັກນິກ ແລະ ພາຍຫຼັງທີ່ມີການກໍ່ສ້າງສຳເລັດ ແລະເປີດໃຊ້ແລ້ວ ຈະສາມາດຮັບຮອງນັກສຶກສາ ໄດ້ຫຼາຍກ່ວາ 300 ຄົນຕໍ່ປີ ເພື່ອຕອບສະໜອງຜູ້ ສຳເລັດການສຶກສາ ໃຫ້ແກ່ບັນດາໂຄງການຕ່າງໆ ທີ່ລົງທຶນຢູ່ເຂດພັດທະນາ ກວມລວມໄຊເສດຖາ ທີ່ມີບໍລິສັດເຂົ້າມາລົງທຶນແລ້ວ 42 ບໍລິສັດ ແລະ ໃນຕໍ່ໜ້າຈະມີຄວາມຕ້ອງການແຮງງານ ຈຳນວນ 1,500-2,000 ຄົນຕໍ່ປີ. ອີງຕາມການລາຍງານ ຂອງວິທະຍຸກະຈາຍສຽງ ແຫ່ງຊາດລາວ.