ຄອບຄົວ ຂອງ ທ້າວ ສຸການ ຄົນງານລາວ ຈາກແຂວງ ສວັນນະເຂດ ຜູ້ທີ່ຖືກ ເຈົ້າຫນ້າທີ່ ຕຳຣວດ ລາວ ທີ່ແຂວງ ສວັນນະເຂດ ຈັບ ເມື່ອ 2 ເດືອນ ກ່ອນ, ແລ້ວຕໍ່ມາ ໄດ້ຍິນວ່າ ຖືກສົ່ງໄປ ຂັງຄຸກ ຢູ່ ນະຄອນຫຼວງ ວຽງຈັນ ໄດ້ຂໍຮ້ອງ ໃຫ້ ເຈົ້າຫນ້າທີ່ ລາວ ຊີ້ແຈງ ເຖິງ ຣາຍລະອຽດ ກ່ຽວກັບ ການຈັບກຸມ ເພາະ ທາງຄອບຄົວ ຍັງບໍ່ຮູ້ວ່າ ທ້າວ ສຸການ ມີຄວາມຜິດຫຍັງ ພ້ອມກັນນັ້ນ ກໍຢາກໃຫ້ ເຈົ້າຫນ້າທີ່ ບອກເຖິງບ່ອນ ທີ່ ທ້າວ ສຸການ ຖືກກັກຂັງ ເພາະ ຢາກໄປຢ້ຽມ. ດັ່ງຄົນ ໃນຄອບຄົວ ຂອງ ທ້າວສຸການ ກ່າວໃນວັນທີ 17 ພຶສພາ ນີ້ວ່າເ
"ຖືກຂະເຈົ້າ ຈັບໄປຫັ້ນແຫຼະ ຖືກນາຍຫັ້ນແຫຼະ ຈັບໄປ ເພິ່ນວ່າຂັງຢູ່ ແຖວວຽງຈັນ ເພິ່ນເວົ້າ ແນວນັ້ນ ຢາກແຈ້ງ ຢາກຮູ້ ຢາກເຫັນ ນີ້ແຫຼະວ່າ ຕາຍຫລືຍັງ ຈັບຂັງ ກະຂັງ ແບບໃດ ຢູ່ຢ່າງໃດ ຫັ້ນນະ ຖືກຢູ່ໃສ ຫັ້ນນະ".
ນາງກ່າວຕື່ມວ່າ ຫລັງຈາກ ທ້າວ ສຸການ ຫາຍສາບສູນໄປ ທາງຄອບຄົວ ກໍໄດ້ໄປ ແຈ້ງຄວາມຕໍ່ ເຈົ້າຫນ້າທີ່ ຕຳຣວດ ໃນແຂວງ ສວັນນະເຂດ ແຕ່ບໍ່ມີ ຄວາມຄືບຫນ້າ ຈົນໄປສືບຖາມ ເອົາເອງ ຈຶ່ງຮູ້ວ່າ ລາວຖືກ ເຈົ້າຫນ້າທີ່ ຕຳຣວດຈັບ ໃນຂນະທີ່ ລາວໄປ ເຮັດຫນັງສື ຜ່ານແດນ ຢູ່ຫ້ອງການ ປກສ ແຂວງ ສວັນນະເຂດ ແລ້ວ ຖືກສົ່ງໄປຂັງ ທີ່ ນະຄອນຫຼວງ ວຽງຈັນ.
ນາງເວົ້າວ່າ ຖ້າຫາກ ທ້າວສຸການ ມີຄວາມຜິດແທ້ ກໍໃຫ້ ເຈົ້າຫນ້າທີ່ ອອກມາ ເປີດເຜີຍວ່າ ລາວ ມີຄວາມຜີດຫຍັງ ບໍ່ແມ່ນຊິ ຈັບໄປຂັງ ແລ້ວ ມິດງຽບ ໄປແບບນີ້ ຊຶ່ງທຸກມື້ ນີ້ ທາງຄອບຄົວ ກໍບໍ່ຫມັ້ນໃຈວ່າ ລາວຍັງມີ ຊີວິດຢູ່ ຫລືບໍ ຫຼາຍຄົນ ກໍເປັນຫ່ວງ ໃນເຣື້ອງນີ້ ທີ່ສຸດ.
ວິທຸຍເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການ ປກສ ທີ່ແຂວງ ສວັນນະເຂດ ເຈົ້າຫນ້າທີ່ ຢູ່ທີ່ນັ້ນ ກໍ ປະຕິເສດ ວ່າບໍ່ຮູ້ຂ່າວ ດັ່ງກ່າວມານັ້ນ ບໍ່ໄດ້ຈັບກຸມ ຜູ້ກ່ຽວ ຕາມທີ່ ຊາວບ້ານ ກ່າວອ້າງ.