ສປປ ລາວ ຍັງບໍ່ປະຕິບັດ ເຣື່ອງສິທທິ ມະນຸສ

0:00 / 0:00

ໃນ​ກ​ອງ​ປະ​ຊຸມດ້ານ​ສິທທິ​ມະ​ນຸ​ສ ລະ​ຫວ່າງ ສະ​ຫະ​ພາບ​ຢູ​ໂຣບ ແລະ ເຈົ້າ​ໜ້າ​ທີ່​ລາວ ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ຢູ່ ນະ​ຄອນ​ ບ​ຣັສເຊ​ລສ໌ ປະ​ເທດ ເບລ​ຢ້ຽມ, ສະ​ຫະ​ພາບ​ຢູ​ໂຣບ ໄດ້​ເນັ້ນ​ເນັ້ນ​ໜັກ​ການ​ປົກ​ປ້ອງ​ສິທ​ທິ​ມະ​ນຸ​ສ ແລະ ສິ​ທເສ​ຣີ​ພາບ​ຂັ້ນ​ພື້ນ​ຖານ​ໃນ​ລາວ. ສະ​ຫະ​ພາບ ຢູ​ໂຣບ ໄດ້​ອອກ​ບົດ​ຖ​ແລງ​ຂ່າວ ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ 2022 ຕອນ​ນຶ່ງວ່າ: “ສະ​ຫະ​ພາບ​ຢູ​ໂຣບ ຍັງ​ຮຽກ​ຮ້ອງໃຫ້​ທາງ​ການ​ລາວ ອັບ​ເດດ​ຂໍ້​ມູນ ກ່ຽວ​ກັບ​ມາ​ຕ​ການ ທີ່​ຖືກ​ຮອງ​ເອົາ ເພື່ອ​ປົກ​ປ້ອງ​ສິທ​ທິ​ຂອງ​ປະ​ຊາ​ຊົນ ອີ​​ງຕາມ​ຂໍ້​ກຳ​ນົດທີ່​ລະ​ບຸ​ ຢູ່​ໃນ ສົນ​ທິ​ສັນ​ຍາ​ສາກົນ ທີ່​ ສ​ປ​ປ ລາວ ໃຫ້​ສັ​ຕ​ຍາ​ບັນ.”

ບົດ​ຖ​ແລງ​ຂ່າວ ຍັງ​ລະ​ບຸ​ອີກວ່າ: “ສ​ປ​ປ​ ລາວ ກໍ​ຕ້ອງ​ສນອງ ຂໍ້​ມູນ ກ່ຽວ​ແຜນ​ວຽກ​ທາງ​ດ້ານ​ນະ​ໂຍ​ບາຍ ແລະ ກົດ​ໝາຍຂອງ​ຕົນ, ແລະ ມາ​ຕ​ການກ່ຽວ​ກັບ​ການ​ປົກ​ປ້ອງ​ສິທ​ທິ​ມະ​ນຸ​ສ ແລະ ເສ​ຣີ​ພາບ​ຂັ້ນ​ພື້ນ​ຖານ ໃຫ້​ໝົດ​ທຸກ​ຄົນ ໂດຍບໍ່​ມີ​ການ​ຈຳ​ແນກ​ໃດໆ​ທັງ​ໝົດ ຕາມ​ທີ່​ໄດ້​ໃຫ້​ສັ​ຕ​ຍາ​ບັນ​ເອົາ​ໄວ້.”

ນອກ​ຈາກນີ້ ສະ​ຫະ​ພາບ ຢູ​ໂຣບສ​ນັບ​ສ​ນູນ ຣັ​ຖ​ບານ​ລາວ ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ ໂດຍ ໃຫ້ທາງ​ການ​ລາວ ​ພິ​ຈາ​ຣະ​ນາ ເຊີນ​ເຈົ້າ​ໜ້າ​ທີ່​ຂອງ​ສະ​ຫະ​ປະ​ຊາ​ຊາຕ ໄປ​ຢ້ຽມ​ຢາມ ປະ​ເທດ​ລາວ ກ່ອນກອງ​ປະ​ຊຸມ ການ​ທົບ​ທວນ​ການ​ປະ​ຕິ​ບັດ ​ສິທດ​ທິ​ມະ​ນຸ​ສ ຮອບ​ທີ 4.

​ສ່ວນ​ປະ​ເດັນ​ທົ່ວ​ໄປ ກອງ​ປະ​ຊຸມ ໄດ້​ປຶກ​ສາ​ຫາ​ລື ​ກັນ​ກ່ຽວ​ກັບ​ບັນ​ຫາ ພາກ​ປະ​ຊາ​ສັງ​ຄົມ, ການ​ເມືອງ, ເສ​ຖ​ກິ​ຈ, ສິທ​ທິ​ທາງ​ດ້ານ​ວັ​ທ​ນາ​ທັມ ແລະ ສັງ​ຄົມ, ເສ​ຣີ​ພາບ​ຂັ້ນ​ພື້ນ​ຖານ, ສິທ​ທິ​ແມ່​ຍິງ, ເດັກ​ນ້ອຍ, ສິທ​ທິ​ຂອງ​ບຸກ​ຄົນ​ທີ່​ດ້ອຍ​ໂອ​ກາດ, ເສ​ຣີ​ພາບ​ການ​ປາກ​ເວົ້າ ແລະ ການ​ໂຮມ​ຊຸມ​ນຸມ, ການ​ເຂົ້າ​ເຖິງ​ຂບວນ​ການ​ຍຸ​ຕິ​ທັມ, ໂທດ​ປະ​ຫານ​ຊີ​ວິ​ຕ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ເນັ້ນ​ຢ້ຳ ການ​ປະ​ຕິ​ບັດ ຂໍ້​ແ​ນະນຳ​ຈາກກອງ​ປະ​ຊຸມ ການ​ທົບ​ທວນ​ການ​ປະ​ຕິ​ບັດ​ດ້ານ​ສິ​ທ​ທິ​ມະ​ນຸສ ຫຼື UPR ຮອບ​ທີ 3 ແລະ ແຜ​ນ​ການ​ວຽກ​ ຂອງ​ການ​ປະ​ຕິ​ບັດ​ເຣື່ອງ ​ສິທ​ທິ​ມະ​ນຸສທີ່ ສ​ປ​ປ ລາວ ຮັບ​ຮອງ​ເອົາ.

ກ​ອງ​ປະ​ຊຸມດ້ານ​ສິທ​ທິ​ມະ​ນຸ​ສ ຄັ້ງ​ນີ້ ເປັນຄັ້ງ​ທີ 11 ສ່ວນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່ ນະ​ຄອນ​ຫລວງວຽງ​ຈັນ ໃນ​ປີ 2023.

ແຕ່​ວ່າ ນັກ​ເຄື່ອນ​ໄຫວ ດ້ານ​ສິທ​ທິ​ມະ​ນຸ​ສ ກໍ​ເຫັນ​ວ່າ ທາງ​ການ​ລາວ ຍັງ​ບໍ່​ມີ​ຄວາມ​ຈິງ​ໃຈ​ໃນ​ການ​ແກ້​ໄຂ​ບັນ​ຫາ​ສິທ​ທິ​ມະ​ນຸ​ສ ຢ່າງ​ຈິງ​ຈັງ. ດ​ຣ. ບຸນ​ທອນ ຈັນ​ທະ​ລາ​ວົງ-ວີ​ເຊີ, ປະ​ທານ ອົງການ ​ພັນ​ທະ​ມິຕ ​ເພື່ອ​ປະ​ຊາທິ​ປະ​ໄຕ ​ໃນ​ລາວໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ນັກ​ຂ່າວ: ກອງ​ປະ​ຊຸມ ​ລະ​ຫວ່າງ ສະ​ຫະ​ພາບ​ຢູ​ໂຣບ ແລະ ທາງ​ການ​ລາວ ທີ່​ມີ​ຂຶ້ນ​ຢູ່​ປະ​ເທດ​ເບ​ລ​ຢ້ຽມ ກ່ຽວ​ກັບ​ສິທ​ທິ​ມະ​ນຸ​ສ ດ​ຣ. ບຸນ​ທອນ ເຫັນ​ວ່າ ຈັ່ງ​ໃດ​ໂຕນີ້ນະ?

ດ​ຣ ບຸນ​ທອນ: “ຄັ້ງ​ນີ້ ປະ​ກົດ​ວ່າ ເພິ່ນ​ໄດ້​ກ່າວ​ເຣື່ອງ​ບັນ​ຫາ​ສິທ​ທິ​ມະ​ນຸ​ສ ເລິກ​ຫຼາຍກວ່າ​ຊຸດ​ກ່ອນ ໂດຍ​ສະ​ເພາະ ແມ່ນ​ເພິ່ນ​ເນັ້ນ​ໜັກ​ໃສ່​ເຣື່ອງ​ການ ອັນ​ໜ້າ​ສິທ​ເສ​ຣີ​ພາບ ເຣື່ອງ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ແລະ ເພິ່ນ​ຢ້ຳ​ໄປ​ເຖິງ​ອົງ​ການ​ຈັດ​ຕັ້ງ ​ທີ່ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ແລະ ໂດຍ​ສະ​ເພາະ​ເພິ່ນ​ກະ​ໄດ້​ຢ້ຳ​ອີກ ອາ​ຄັ້ງ​ໃໝ່​ວ່າ ສະ​ຫະ​ພາບ​ຢູ​ໂຣບ ​ຮຽກ​ຮ້ອງ​ໃຫ້​ທາງ​ການ ສ​ປ​ປ​ ລາວ ໃຫ້​ກັບ​ຮ່ວມ​ມື​ກັບ ກັມມະ​ການ​ພິ​ເສດ ​ຂອງ​ສະ​ຫະ​ປະ​ຊາ​ຊາຕ ເພື່ອ​ກຽມ​ໃສ່ ກອງ​ປະ​ຊຸມ UPR ຄັ້ງ​ທີ 4 ແລະ ຊຸດ​ຕໍ່​ໄປ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ວ່າ ທາງ ສະ​ຫະ​ພາບ​ຢູ​ໂຣບນີ້ ເພິ່​ນ​ພະ​ຍາ​ຍາມ ຣຽກ​ຮ້ອງ​ໃຫ້​ທາງ​ການ​ ສ​ປ​ປ ​ລາວ ເອົາ​ໃຈໃສ່​ບັນ​ຫາ​ເຣື່ອງ​ການລຣະ​ເມີດ ​ສິທ​ທິ​ມະ​ນຸ​ສນີ້ ອັນ​ນ້າ ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ.”

ນັກ​ຂ່າວ: ແຕ່​ວ່າ ໃນ​ແງ່​ການ​ປະ​ຕິ​ບັດ​ເດ້ ເຫັນ​ວ່າ ເປັນ​ຈັ່ງ​ໃດ ຕາມ​ທີ່​ວ່າ​ເຮົາ​ໄດ້​ຕິດ​ຕາມ ໃກ້​ຊິດ​ເຣື່ອງ​ການ​ປະ​ຕິ​ບັດ ​ສິທ​ທິ​ມະ​ນຸ​ສນີ້?

ດ​ຣ ບຸນ​ທອນ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທາງ​ການ ສ​ປ​ປ​ ລາວ ຍັງ​ບໍ່​ປະ​ຕິ​ບັດ​ຫຍັງ​ເລີຍ ເຖິງວ່າ ທາງ​ສາ​ກົນ​ຈະ​ຜັກ​ດັນ​ມາ ຫຼາຍ​ຄັ້ງ​ຫຼາຍ​ຫົນ​ ຕັ້ງ​ແຕ່ກອງ​ປະ​ຊຸມ​ ສະ​ຫະ​ປະ​ຊາ​ຊາຕ ຫຼື​ວ່າ ການ​ພົບ​ປະ​ ໄກ່​ເກັ່ຽບັນ​ຫາສິທ​ທິ​ມະ​ນຸ​ສ ສະ​ຫະ​ພາບ​ຢູ​ໂຣບ ຈັດ​ກັນ​ມາ​ຫຼາຍ​ຄັ້ງ. ແຕ່​ວ່າ ທາງ​ການ​ ສ​ປ​ປ​ລາວ ບໍ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ແກ້​ໄຂ ຍ້ອນ​ຈັ່ງ​ຊັ້ນ ພວກ​ເຮົາ​ຈຶ່ງ ມີ​ການ​ຮຽກ​ຮ້ອງ​ທາງ​ສາ​ກົນ ໂດຍ​ສະ​ເພາະ​ທາງ ສະ​ຫະ​ພາບ​ຢູ​ໂຣບ ກໍ​ຄື​ສະ​ຫະ​ປະ​ຊາ​ຊາດ ເພິ່ນ​ຈະ​ຕ້ອງ​ມີມາ​ຕ​ການ​ກັບ ສ​ປ​ປ​ລາວ ຫາກບໍ່​ປະ​ຕິ​ບັດ ກໍ​ຕ້ອງ​ມີ​ການ ໃຊ້​ຂໍ້​ຜັກ​ດັນ​ເຊັ່ນ​ວ່າ ຢຸ​ຕິ​ການ​ຊ່ວຍ​ເຫຼືອ ຫຼື​ວ່າ ມີ​ຂໍ້ຜັກ​ດັນອັນ​ໃດ​ທີ່ ຈະ​ຕ້ອງ​ໃຫ້​ທາງ​ການ ສ​ປ​ປ​ລາວ ແກ້​ໄຂ​ບັນ​ຫາ ການ​ລະ​ເມີດ​ສິທ​ທິ ​ມະ​ນຸ​ສໃນ​ລາວ.”

ນັກ​ຂ່າວ: ຕ້ອງ​ຂໍ​ອະ​ນຸ​ຍາດເນາະ ດ​ຣ. ບຸນ​ທອນ ຈະ​ມີ​ຄຳ​ແຍ້ງ ອັນ​ນີ້ບໍ່ ​ແມ່ນ​ເຫັນ​ດີ​ກັບ​ທາງ​ການ​ລາວ​ເນາະ ທາງ​ການ​ລາວ ອາ​ຈ​ມີ​ທາງ​ແຍ້ງ​ໄປ​ວ່າ ພວກ​ເຮົາ​ກະ​ໄດ້​ມີ​ການ​ປະ​ຕິ​ບັດ ​ສິທ​ທິ​ມະ​ນຸ​ສ ໄປ​ແລ້ວ​ຫຼາຍໆ ຂໍ້ ເຊັ່ນ​ໂຕ​ຢ່າງ ການ​ໃຫ້​ສິທ​ແມ່​ຍິງ ແລະ ເດັກ​ນ້ອຍ ທຳ​ນອງນີ້ ເດ້ ເຮົາ​ຈະ​ວ່າ​ຈັ່ງ​ໃດ​ນີ້?

ດ​ຣ ບຸນ​ທອນ: “ຂ້າ​ພະ​ເຈົ້າ​ຄຶດ​ວ່າ ເພິ່ນ​ກ່າວ​ເຣື່ອງ​ສິທ​ທິ​ແມ່​ຍິງ ​ແລະ ເດັກ​ນ້ອຍ ແມ່ນ​ການ​ມາ​ກ່າວ​ແບບ​ແກ້​ໜ້າ​ ເພາະ​ວ່າ ສິທ​ທິ​ຂອງ​ແມ່​ຍິງ​ຢູ່​ໃນ​ລາວ ມັນ​ມີ​ຫຼາຍ​ຢ່າງ ແຕ່​ວ່າ ບັນ​ຫາ​ທີ່​ອັນ​ຕ​ຣາຍ​ ກໍ​ຄື ບັນ​ຫາ​ສິທ​ທິ​ແມ່​ຍິ່ງ​ທີ່​ຖືກ ມີ​ການ​ຄ້າ​ມະ​ນຸ​ສ ຢ່າງ​ຮ້າຍ​ແຮງ ເພິ່ນບໍ່​ໄດ້​ມີ​ການ​ແກ້​ໄຂ ແຕ່​ກົງ​ກັນ​ຂ້າມ​ເນາະ ແຮ່ງ​ຮ້າຍ​ແຮງກວ່າ​ເກົ່າ.”

ນັກ​ຂ່າວ: ຍົກ​ໂຕ​ຢ່າງ ມີ​ຢູ່​ໃສ?

ດ​ຣ. ບຸນ​ທອນ: “ບັນ​ຫາ​ການ​ຄ້າ​ມະ​ນຸ​ສ ຢູ່​ສາມ​ຫລ່ຽມ​ທອງ​ຄຳ​ ເນາະ ກະ​ຢູ່​ໃນ​ບ້ານ​ເຮົາ​ເອງ ຢູ່​ລາວ​ເອງເນາະ ແຕ່​ຜູ້​ນຳ​ພັກ-ຣັ​ຖ ເພິ່ນ​ກະ​ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ຢ່າງ​ຈິງ​ຈັງ ເພາະ​ວ່າ ເພິ່ນ​ເປີດ​ໂອ​ກາດ​ໃຫ້​ນາຍ​ທຶນ​ຈີນ ​ມາໃຊ້​ແຜ່ນ​ດິນ​ລາວ ເປັນ​ເຂດ​ພັ​ທ​ນາ ຫຼື​ວ່າ ເປັນ​ເຂດຂອງ​ຈີນ ເຂົາ​ເຈົ້າ​ບໍ​ຣິ​ຫານ​ກັນ​ເອງ ເຈົ້າ​ໜ້າ​ທີ່​ຂອງ​ຈີນ​ຄວບ​ຄຸມ​ເອງ. ເຈົ້າ​ໜ້າ​ທີ່​ຂອງ​ ສ​ປ​ປ ​ລາວ ເອງ​ເຈົ້າ​ໄປ​ໄກ່​ເກັ່ຽ ຫຼື​ວ່າ ເຂົ້າ​ໄປ​ແກ້​ໄຂ​ຫຍັງ​ບໍ່​ໄດ້. ມັນ​ກະ​ເປັນ​ບັນ​ຫາ​ໃຫຍ່ ອັນ​ນີ້ ໂຕ​ຢ່າງ​ອັນ​ນ້ອຍໆ ທີ່​ວ່າ ບັນ​ຫາ​ລະ​ເມີດ​ສິທ​ທິ​ມະ​ນຸ​ສ​ ຢູ່​ລາວ ຊ່ຳ​ນີ້ ກະ​ຍັງ​ແກ້​ໄຂ​ບໍ່​ໄດ້ ຍັງ​ບໍ່​ທັນ​ ນັບ​ບັນ​ຫາ​ອື່ນໆ ເນາະ. ຫຼື​ວ່າ ສິທ​ທິ​ຂອງ​ເດັກ​ນ້ອຍ ​ຈັ່ງ​ຊີ້​ເນາະ ເດັກ​ນ້ອຍ​ນະ ບໍ່​ໄດ້​ຮັບ​ການ​ຮໍ່​າ​ຮຽນ ຖືກ​ຖິ້ມ​ປ່ອຍ​ປະ​ລະ​ເລີຍ ບໍ່​ໄດ້​ຮ່ຳ​ ບໍ່​ໄດ້​ຮຽນ. ລະ​ຮຽນ​ມາ ກະ​ບໍ່​ໄດ້​ມີ​ວຽກ​ເຮັດ​ງານ​ທຳ ບັນ​ຫາ​ຕິດ​ຢາ​ເສບ​ຕິດບໍ່ ຫຼື​ວ່າ ມຶນ​ເມົາ​ຕ່າງໆ ລະ​ແມ່ນ​ບັນ​ຫາ ເດັກ​ນ້ອຍບໍ່​ໄດ້​ຮັບ​ການ​ດູ​ແລ. ເວ​ລ​າເດັກ​ນ້ອຍ ຫຼື​ວ່າ ຊາວ​ໜຸ່ມ​ຢາກ​ສະ​ແດງ​ຄວາມ​ຄິດ​ເຫັນ​ຕ່າງໆ ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍນ໌ ຫຼື​ວ່າ ອື່ນໆ ເພິ່ນ​ກະ​ຜັກ​ດັນ​ເຂົາ​ເຈົ້າ ປາບ​ປາມ​ເຂົາ​ເຈົ້າ ເຂົາ​ເຈົ້າ​ບໍ່​ມີ​ທາງ​ອອກ.”

ນັກ​ຂ່າວ: ອັນ​ນີ້ ຂະ​ພະ​ເຈົ້າ ກະ​ໄດ້​ຍິນ​ທາງ​ເຈົ້າ​ໜ້າ​ທີ່ ທາງ​ການ​ລາວ ບາງ​ທ່ານ ທີ່​ເພິ່ນ​ກະ​ເວົ້າ​ວ່າ ໂອ​ບັນ​ຫາ​ສິທ​ທິ​ມະ​ນຸ​ສນີ້ ປະ​ເທດ​ລາວ ໄດ້​ມີ​ມາ​ຫຼາຍ 100 ແລ້ວ ເພິ່ນ​ວ່າ ຈັ່ງ​ຊີ້ ຜູ້​ທີ່​ກ່າວ​ໂຈມ​ຕີ​ຫັ້ນ ກະ​ແມ່ນ​ພວກກຸ່ມ​ຄົນ​ບໍ່​ຫວັງ​ດີ ເພິ່ນ​ລະ​ວ່າ​ຈັ່ງ​ຊີ້ ແລະ ເຮົາ​ເປັນ​ກຸ່ມ​ຄົນ​ທີ່ບໍ່​ຫວັງ​ດີ​ຄື​ເພິ່ນ​ເວົ້າ​ຫັ້ນ​ບໍ່?

ດ​ຣ. ບຸນ​ທອນ: “ໂຕນີ້ ຂ້າ​ພະ​ເຈົ້າ​ຂໍ​ຕອບ​ທ່ານ​ເລີຍ​ວ່າ ພວກ​ເຮົາ​ເນາະ ທີ່​ເຄື່ອນ​ໄຫວ​ເຣື່ອງ​ສິທ​ທິ​ມະ​ນຸ​ສ ລ້ວນ​ແລ້ວ​ແຕ່ ​ພວກ​ທີ່​ຫວັງ​ດີ​ຕໍ່ມະ​ນຸ​ສ ຕໍ່​ຄົນ​ລາວ ຕໍ່​ສິທ​ທິ​ຂອງ​ຄົນ​ລາວ ນັບ​ທັງ​ອົງ​ການ​ຈັດ​ຕັ້ງ​ ຂອງ​ສະ​ຫະ​ປະ​ຊາ​ຊາຕ ສະ​ພາ​ທິທ​ມິ​ມະ​ນຸ​ສ ​ເນາະລ້ວນ​ແລ້ວ​ແຕ່​ມີ​ການ​ຕໍ່​ສູ້ ​ເພື່ອ​ໃຫ້​ນັບ​ຖື​ສິທ​ທິ​ມະ​ນຸ​ສ ຢູ່​ໃນ​ໂລກ ຢູ່​ໃນ​ປະ​ເທດ​ຕ່າງໆ ແລະ​ພວກ​ເຮົາ​ກະ​ເຄື່ອນ​ໄຫວ ​ກັບ​ພວກ​ເພິ່ນ​ຢ່າງ​ໃກ້​ຊິດ ສະ​ນັ້ນ​ການ​ທີ່​ເພິ່ນ​ມາ​ໂຍນ​ຄວາມ​ຜິດ ​ໃຫ້​ພວກ​ເຮົາ​ວ່າ ເປັນ​ຄົນ​ທີ່ບໍ່​ຫວັງ​ດີນີ້ ສະ​ນັ້ນ ເພິ່ນໂຍນ​ຄວາມ​ຜິດ ​ອັນ​ຜິດ​ພາດ​ແລ້ວ ບໍ່​ຖືກ​ຕ້ອງ​ເນາະ ແລະ ບັນ​ຫາ​ທີ່​ເພິ່ນ​ອ້າງວ່າ ເພິ່ນ​ນັບ​ຖື​ສິທ​ທິ​ມະ​ນຸ​ສ ມາ​ຫຼາຍ​ປີ​ນັ້ນ ມັນ​ເປັນ​ການ​ແກ້​ໂຕ​ຫຼາຍ​ກວ່າ​ເນາະ ເພາະ​ວ່າ ຫຼັກ​ການ​ສິທ​ທິ​ມະ​ນຸ​ສ ທີ່​ຈະ​ແຈ້ງ ເພິ່ນ​ກະ​ໄດ້​ບົ່ງ​ໄວ້​ຢູ່ ສົ​ນ​ທິ​ສັນ​ຍາ​ ສະ​ຫະ​ປະ​ຊາ​ຊາຕ 30 ມາ​ຕ​ຣາ​ເນາະ ມັນ​ກະ​ແຈ້ງ​ຢູ່​ແລ້ວ ໂດຍ​ສະ​ເພາະ ສິທ​ເສ​ຣີ​ພາບ ​ໃນ​ກ​ານ​ສະ​ແດງ​ອອກ ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ໃນ​ການ​ຊຸມ​ນຸມ​ຄົນ. ພວກ​ທີ່​ເຂື່ອນ​ໄຫວ​ ຮຽກ​ຮ້ອງ​ເອົາ​ຄວາມ​ເປັນ​ທັມ ສັນ​ຕິ​ວິ​ທີ ບໍ່​ໄດ້​ໃຊ້​ອາ​ວຸດ ປາບ​ປາມ​ຂ້າ​ຟັນ​ລັນ​ແທງ​ຜູ້​ໃດ ຄວນ​ຖືກ​ອະ​ນຸ​ຍາດ​ໃຫ້​ເຄື່ອນ​ໄຫວ ​ໄດ້​ຢ່າງ​ແທ້​ຈິງ ແຕ່​ກົງ​ກັນ​ຂ້າມ​ຢູ່​ລາວ ຄັນ​ຜູ້​ໃດ​ມາ​ຮ້ອງ​ຂໍ​ຄວາ​ມ​ເປັນ​ທັມ ຖືກ​ຈັບ-​ຖືກ​ກຸມ ແຕ່​ວ່າ ຜູ້​ທີ່ສ້າງ​ບັນ​ຫາ​ໃກ້​ ຢູ່​ໃນ​ປະ​ເທດ​ຊາດຕເນາະ ພວກ​ສໍ້​ໂກງ ​ໃຊ້​ອຳ​ນາດກົດ​ຂີ​ປະ​ຊາ​ຊົນ ພັດ​ບໍ່​ຖືກ​ລົງ​ໂທດ.”

ນັກ​ຂ່າວ: ຄາດ​ຫວັງ​ແນວ​ໃດ ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້ ແລະ ມັນ​ຈະ​ສາ​ມາດ​ນຳ​ໄປ​ຕິ​ບັດ​ໄດ້​ຂ​ນາດ​ໃດ?

ດ​ຣ. ບຸນ​ທອນ: “ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ວ່າ ຜ່ານ​ມານີ້ ທາງ​ການ​ ສ​ປ​ປ ​ລາວ ພະ​ຍາ​ຍາມ ປົກ​ປິດ​ຄວາມ​ເປັນ​ຈິງ ແລະ ພະ​ຍາ​ຍາມ​ແກ້​ໂຕ​ ໃນ​ເວ​ທີ່​ສາ​ກົນ​ມາ​ຕ​ລອດ ແຕ່​ວ່າ ໃນ​ຂັ້ນ​ຕໍ່​ໄປ ເຣື່ອງ​ທີ່​ເພິ່ນ​ຈະ​ແກ້​ໂຕ​ ຫຼາຍ ນີ້​ກະ​ເປັນ​ໄປ​ບໍ່​ໄດ້​ແລ້ວ ເພາະ​ວ່າ ທາງ​ສາ​ກົນ ນີ້​ກໍ​ຄື ທາງ​ສະ​ຫະ​ພາບ​ຢູ​ໂຣບ ນັບ​ມື້​ນັບ​ເຫັນ ບັນ​ຫາ​ທີ່​ທາງ​ການ ສ​ປ​ປ​ ລາວ ບໍ່​ຈິງ​ໃຈ ໃນ​ການ​ແກ້​ໄຂ​ບັນ​ຫາ​ ສິທ​ທິ​ມະ​ນຸ​ສ.”

ນອກ​ຈາກນີ້ ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ຊິ່ງຊອມສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ໄດ້​ຖ​ແລງວ່າ:

“ຄອບ​ຄົວ ແລະ ຄົນ​ທີ່​ຮັກ​ຂອງ​ຜູ້​ທີ່​ຖືກ​ລະ​ເມີດ​ ສິທ​ທິ​ມະ​ນຸ​ສ ຍັງ​ລໍ​ຖ້າ​ຄຳ​ຕອບ ເຊິ່ງບໍ່​ພຽງ​ແຕ່​ເປັນ​ຄວາມ​ທໍ​ຣະ​ມານ ​ຂອງ​ຜູ້​ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຣັ​ຖ ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນເທົ່າ​ນັ້ນ. ສິທ​ທິ​ຂັ້ນ​ພື້ນ​ຖານ ແລະ ສິທ​ທິ​ທາງ​ການ​ເມືອງ ຄື ເສ​ຣີ​ພາບການ​ປາກ​ເວົ້າ, ສະ​ມາ​ຄົມ ແລະ ການ​ໂຮມ​ຊຸມ​ທາງ​ສາ​ທາ​ຣະ​ນະ ແບບ​ສັນ​ຕິ ແລະ ການປະ​ທ້ວງ ຍັງ​ຖືກ​ຫ້າມ ຢູ່​ໃນ​ປະ​ເທດ​ລາວ, ເຊິ່ງ​ປະ​ຊາ​ຊົນ ທີ່​ກະ​ທຳ​ການ​ແບບ​ນັ້ນ ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ. ບັນ​ຫາ​ດັ່ງ​ກ່າວ ຈະ​ຕ້ອງ​ຢຸດ​ໄປ.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ​ຕິດ​ຕໍ່ຫາ​ເຈົ້າ​ໜ້າ​ທີ່ ການ​ທູຕລາວ ປະ​ຈຳ​ນະ​ຄອນ​ ບ​ຣັສ​ເຊ​ລສ໌ ປະ​ເທດ​ເບ​ລ​ຢ້ຽມ ເພື່ອ​ຖາມ​ຄໍ​າ​ເຫັນ​ກ່ຽວ​ກັບ​ເຣື່ອງນີ້, ແຕ່ ເຈົ້າ​ໜ້າ​ທີ່ທ່ານນີ້ ບໍ່​ໃຫ້​ຄຳ​ເຫັນ​.

ກໍ​ຣະ​ນີ​ເຫດ​ການ ​ລະ​ເມີດ​ສິທ​ທິ​ມະ​ນຸ​ສ ​ໃນ​ລາວ ທີ່​ຜ່ານ​ມາ ມີ​ຄື:

  • ເມື່ອວັນທີ 22 ພຶສຈິກາ 2019 ຜ່ານມາ, ສານຊັ້ນຕົ້ນແຂວງຈຳປາສັກ ຕັດສິນລົງໂທສ ຈຳຄຸກ ນາງຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ເປັນເວລາ 5 ປີ ພ້ອມທັງປັບໄໝເງິນ 20 ລ້ານກີບ ໃນຄວາມຜິດຖານຂໍ້ຫາຕໍ່ຕ້ານ ສປປ ລາວ ແລະ ການໂຄສະນາ ໃສ່ຮ້າຍປ້າຍສີ ຣັຖບານລາວ.
  • ເມື່ອປີ 2017 ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຈຳຄຸກຊາວລາວ ສາມຄົນ ຄື ນາງ ຫລອດຄຳ ທັມມະວົງ, ທ້າວສຸການ ໃຈທັດ, ແລະ ທ້າວ ສົມພອນ ພິມມະສອນ ເປັນເວລາ 12 ປີ, 16 ປີ, ແລະ 20 ປີ ຕາມລຳດັບ.
  • ປີ 2017, ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບ ແລະ ສານ​ແຂວງ​ເຊກອງ ໄດ້​ຕັດ​ສິນ​ຈຳ​ຄຸກ​ເຂົາ​ເຈົ້າແຕ່ 2-6 ປີ ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງການແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມ ສຳປະທານ. ປັດຈຸຈັນ ຍັງເຫຼືອຊາວບ້ານອີກ ຈຳ​ນວນ​ນຶ່ງ ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ.
  • ປີ 2012, ທ່ານ​ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ ດີ​ເດັ່ນ​ຂອງ​ລາວ ຖືກ ລັກ​ພາ​ໂຕ​ໄປ ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕໍ​າ​ຣວດ ຢູ່​ນະ​ຄອນ​ຫລວງວຽງ​ຈັນ.