ສະຫະພັນ ຣະຫວ່າງຊາດ ເພື່ອ ສິດທິມະນຸດ ຮຽກຮ້ອງ ໃຫ້ມີການ ນັບຖື ສິດທິມະນຸດ ໃຫ້ຫຼາຍຂຶ້ນ ໃນ ອາຊຽນ. ສະຫະພັນ ສິດທິມະນຸດ ຊຶ່ງ ປະກອບດ້ວຍ ຫຼາຍອົງການ ເຊັ່ນຂະບວນ ລາວ ເພື່ອ ສິດທິມະນຸດ ແລະ ອົງການ ສິດທິມະນຸດ ໃນ ກຳພູຊາ ແລະ ວຽດນາມ ໄດ້ຂຽນ ຈົດໝາຍ ເປີດຊອງ ເມື່ອວັນເສົາ ທີ່ ຜ່ານມາ ຮຽກຮ້ອງ ໃຫ້ ທ່ານ ບັກຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຊຸກຍູ້ ປະເທດ ອາຊຽນ ໃຫ້ ປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ ເຄັ່ງຂຶ້ນ, ໃນເວລາ ພົບປະຫາລື ກັບ ກຸ່ມຜູ້ນຳ ອາຊຽນ ໃນວັນຈັນ ແລະ ວັນອັງຄານ ນີ້ ທີ່ຣັດ ຄາລີຟໍເນັຍ ສະຫະຣັຖ ອະເມຣິກາ.
ທ່ານ Karim Lahidji ປະທານ ສະຫະພັນ ສິດທິມະນຸດ ກ່າວໃນ ຈົດໝາຍ ຕອນນຶ່ງວ່າ ປະທານາທິບໍດີ ໂອບາມາ ຄວນກົດດັນ ອາຊຽນ ໃຫ້ນັບຖື ສິດທິມະນຸດ ແລະ ຖືເປັນ ເງື່ອນໄຂ ນຶ່ງທີ່ສຳຄັນ ໃນການ ເສີມສ້າງ ຄວາມສຳພັນ ແລະ ຂຍາຍການ ຮ່ວມມື ຣະຫວ່າງ ກັນ.
ຈົດໝາຍ ສະບັບນັ້ນ ມີຣາຍລະອຽດ ວ່າ ປັດຈຸບັນ ປະເທດ ອາຊຽນ ຍັງກັກຂັງ ນັກໂທດ ການເມືອງ ຫຼາຍຮ້ອຍຄົນ. ຣັຖບານ ຫຼາຍປະເທດ ໃນອາຊຽນ ໃຊ້ກົດໝາຍ ປາບປາມ ປະຊາຊົນ ຈັບແລະກັກຂັງ ນັກເຄື່ອນໄຫວ ແລະ ຜູ້ປົກປ້ອງ ສິດທິມະນຸດ.
ຣັຖບານ ຣະເມີດ ສິດທິ ພື້ນຖານ ຂອງ ປະຊາຊົນ ເປັນຕົ້ນ ສິດ ໃນການເລືອກ ເອົາຜູ້ຕາງໜ້າ ແລະ ສິດ ເສຣີພາບ ໃນ ການ ປາກເວົ້າ ອອກຂ່າວ ແລະ ໂຮມຊຸມນຸມ ປະທ້ວງ.
ສະຫະພັນ ສິດທິມະນຸດ ຂໍຮ້ອງໃຫ້ ປະທານາທິບໍດີ ໂອບາມາ ໂຈະ ການຊ່ວຍເຫລືອ ທຸກຢ່າງ ແກ່ ຣັຖບານ ປະເທດ ໃນອາຊຽນ ທີ່ ຍັງຣະເມີດ ສິດທິມະນຸດ ຢ່າງ ຮ້າຍແຮງ ຈົນກວ່າຈະມີ ຄວາມກ້າວໜ້າ ໄປສູ່ ປະຊາທິປະໄຕ ແລະ ໃນການນັບຖື ສິດທິ ມະນຸດ ຢ່າງ ຈິງຈັງ.