ທາງການຈະຊ່ອຍເຫຼືອ ຜູ້ຫາເຊົ້າ ກິນຄໍ່າ
2020.04.23
ທາງການລາວ ພວມຄົ້ນຄວ້າຊ່ອຍເຫຼືອ ປະຊາຊົນຜູ້ຫາເຊົ້າກິນຄໍ່າ ໃນເມືອງໃຫຍ່ ແລະຜູ້ອອກແຮງງານ ທີ່ບໍ່ໄດ້ຢູ່ໃນຣະບົບ ປະກັນສັງຄົມ ໃນທົ່ວປະເທດ ຍ້ອນໄດ້ຮັບຜົລກະທົບ ຈາກການຣະບາດຂອງເຊື້ອ ໄວຣັສໂຄວິດ-19 ຄົນລະ 1 ແສນກີບ ເປັນເວລາ 3 ເດືອນ, ອີງຕາມ ການຣາຍງານ ຂອງໜັງພິມວຽງຈັນທາມສ ໃນມື້ວັນທີ 22 ເມສານີ້.
ກ່ຽວກັບເຣື່ອງນີ້ ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນຫຼວງວຽງຈັນ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ເມສາ ນີ້ວ່າຍັງບໍ່ທັນໄດ້ຍິນ ຂ່າວວ່າຣັຖບານຈະອອກນະໂຍບາຍ ໃຫ້ເງິນຊ່ອຍເຫຼືອປະຊາຊົນ ເທື່ອແຕ່ກໍເຫັນດີ ຫາກຣັຖບານຈະຊ່ອຍເຫຼືອ 1 ແສນກີບຕໍ່ຄົນ ເຖິງຈະ ໜ້ອຍ ແຕ່ສໍາລັບບາງຄົນ ທີ່ວ່າບໍ່ມີວຽກເຮັດງານທໍາ, ເງິນ 1 ແສນກີບ ກໍສາມາດກຸ້ມກິນໄດ້ຫຼາຍມື້:
“ບໍ່ເຫັນໄດ໋ ບໍ່ໄດ້ຍິນໄດ໋, ແສນກີບກະໃຄກວ່າບໍ່ໄດ້ ສໍາລັບຜູ້ບໍ່ມີແນ່ ຂະເຈົ້າກະບໍ່ໄດ້ເຮັດວຽກເຮັດງານ ພໍໄດ້ຊື້ເຂົ້າຕົ້ມເຂົ້າໜົມ ກະກຸ້ມຫຼາຍ ມື້ຢູ່ຄັນວ່າເຂົາປະຢັດ.”
ຄົນຂັບຣົດໂດຍສານ ສານວຽງຈັນ-ວັງວຽງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ເຣື້ອງຄືກັນ ວ່າຣັຖບານຈະໃຫ້ເງິນຊ່ອຍ ເຫຼືອປະຊາຊົນ ແຕ່ປັດຈຸບັນ ຜູ້ຂັບຣົດໂດຍສານ ທຸນຄົນໃນແຂວງ ວຽງຈັນ ກໍພາກັນຕົກງານ ຈົນໝົດບໍ່ມີຣາຍໄດ້ ຫາກຣັຖບານຕ້ອງການ ຊ່ອຍເຫຼືອແທ້ ກໍເປັນສິ່ງທີ່ດີ:
“ບັນດາຣົດສອງແຖວ ຣົດຕູ້, ຣົດຕີ້ ຢູ່ບ້ານໃຜບ້ານມັນ ເຮືອນໃຜເຮືອນມັນ ບໍ່ເຫັນເບາະເຂົາລົງຄລິບ ເກັບເງິນຄ່າຜ່ານດ່ານ ຜູ້ລະ 20-30 ພັນ.”
ໃນຂນະດຽວກັນ ຄົນຂັບຣົດຕຸກໆຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າຍັງບໍ່ໄດ້ການຊ່ອຍເຫຼືອໃດໆ ແລະຍັງບໍ່ເຫັນພາກສ່ວນໃດ ອອກມາ ເວົ້າເຣື່ອງການຈ່າຍເງິນທົດແທນເທື່ອ ແລ້ວດຽວນີ້ກບໍ່ໄດ້ມີຣາຍ ໄດ້ເຂົ້າມາເທື່ອ ເພາະຢຸດເຊົາຂັບຣົດຕຸກໆ ນັບແຕ່ມື້ ຣັຖບານຫ້າມອອກ ຈາກເຮືອນ ຕາມມາຕການປ້ອງກັນ ການແຜ່ຣະບາດ ຂອງພຍາດ ໂຄວິດ-19:
“ບໍ່ໆ ຂະເຈົ້າບໍ່ແຈກເທື່ອນ່າ ດຽວນີ້ມັນບໍ່ໄດ້ຂັບຫຍັງນະ ມັນເປັນພຍາດຣະບາດ ໂຣຄຣະບາດຫັ້ນແຫຼ້ວ ເຂົາກໍພາກັນຢູ່ແຕ່ເຮືອນ.”
ກ່ຽວກັນເຣື້ອງນີ້ ເຈົ້າໜ້າທີ່ກະຊວງແຮງງານແລະສວັດດີການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ເມສາ ນີ້ວ່າຂໍ້ສເນີ ກ່ຽວກັບນະໂຍບາຍ ການຊ່ອຍເຫຼືອເງິນທົດແທນ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຣະບາດຂອງໄວຣັສ ໂຄວິດ-19 ແລະ ບໍ່ໄດ້ຢູ່ໃນຣະບົບ ປະກັນສັງຄົມ ເປັນພຽງຂໍ້ສເນີ ຂອງກະຊວງແຮງງານ ແລະສວັດດີການສັງຄົມເທົ່ານັ້ນ ໂດຍໄດ້ສເນີວົງເງິນ 5 ແສນກີບ ຕໍ່ຄົນ ແຕ່ກໍຂຶ້ນກັບຣັຖບານ ພິຈາຣະນາ ວ່າຈະໄດ້ 1 ແສນ ຫຼື 5 ແສນກີບຕໍ່ຄົນ:
“ໂຕນີ້ພວກເຮົາໄດ້ຣາຍງານ ໄປຫາທາງຣັຖບານເພິ່ນເນາະ ວ່າຢາກຈ່າຍໂຕເງິນທົດແທນ ຊ່ວຍເຫຼືອນີ້ ພວກເຮົາວາງວົງເງິນໄວ້ປະມານ 5 ແສນ ແຕ່ວ່າ ບໍ່ຮູ້ວ່່າ ຣັຖບານເພິ່ນຊິມີຄວາມເຫັນແນວໃດເນາະ ພວກເຮົາກໍລໍຖ້າເຊັ່ນດຽວກັນ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະການຊ່ອຍເຫຼືອ ຄືຜູ້ອອກແຮງານ ໃນສະຖານບັນເທີງ, ຮ້ານບໍຣິການ ຕ່າງໆ, ຕລາດກາງຄືນ ທຸຣະກິຈທ່ອງທ່ຽວ ແລະຜູ້ອອກແຮງງານໃນບາງ ໂຮງງານ ຮວມເຖິງຜູ້ຂັບຣົດໂດຍສານ, ຕຸກໆ, ຈໍ່າໂບ້ ແລະ ແທັກຊີ້ທີ່ເຮັດວຽກໃນເມືອງໃຫຍ່ ແລະບໍ່ໝາຍຄວາມວ່າ ທຸກຄົນຈະໄດ້ຮັບຄືກັນໝົດ.
ໃນຂນະດຽວກັນ ເຈົ້າໜ້າທີ່ກັມມະບານລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນະໂຍບາຍການຊ່ອຍເຫຼືອດັ່ງກ່າວເປັນ ພຽງຂໍ້ສເນີ ຈາກກະຊວງແຮງງານ ແລະສວັດດີການສັງຄົມເທົ່ານັ້ນ ແຕ່ແນວທາງການ ປະຕິບັດໂຕຈິງ ຍັງຕ້ອງໄດ້ຫາລືກັບພາກສ່ວນ ກ່ຽວຂ້ອງເພີ່ມຕື່ມ:
“ເຫັນແຈ້ງການອອກມາຊື່ືໆ ແຕ່ຍັງບໍ່ຮູ້ວ່າຊິປະຕິບັດແບບໃດ ຍັງບໍ່ແນ່ນອນເທື່ອໂຕນີ້ ຈ່າຍແລ້ວຊິຈ່າຍແບບໃດ ກະຍັງບໍ່ຮູ້ເທື່ອນະຍັງບໍ່ ຮູ້ວ່າເພິ່ນຊິມອບ ໃຫ້ກັມມະບານເຮັດ ຫຼືພວກສ່ວນໃດເຮັດ.”
ນອກຈາກນີ້ ກະຊວງແຮງງານ ແລະສວັດດີການສັງຄົມ ຍັງສເນີໃຫ້ຣັຖບານພິຈາຣະນາ ໃຫ້ເຈົ້າຂອງຫ້ອງເຊົ່າມີສ່ວນຮ່ວມ ໃນການຊ່ອຍ ເຫຼືອຜູ້ໄດ້ຮັບ ຜົລກະທົບ ໂດຍຫຼຸດຜ່ອນ ຫຼືເລື່ອນການຈ່າຍຄ່າທີ່ຢູ່ ອາສັຍ ເພື່ອແບ່ງເບົາພາຣະຄ່າໃຊ້ຈ່າຍຂອງຜູ້ເຊົ່າ.
ກ່ອນໜ້ານີ້ຣັຖບານລາວ ໄດ້ອອກມາຕການຊ່ອຍເຫຼືອປະຊາຊົນ ເພື່ອຫຼຸດຜ່ອນຜົລກະທົບ ໃຫ້ແກ່ປະຊາຊົນທົ່ວປະເທດດ້ວຍການຫຼຸດຄ່ານໍ້າ, ຄ່າໄຟຟ້າ ຊຶ່ງຈະເຣີ່ມຈັດຕັ້ງປະຕິບັດ ໃນເດືອນພຶສພານີ້.
ສ່ວນຣັຖບານໄທ ໃຫ້ເງິນຊ່ອຍເຫຼືອ ຜູ້ຕົກງານຜູ້ນຶ່ງ 5,000 ບາດ ສໍາລັບຣັຖບານກັມພູຊາ ແລະວຽດນາມ ໃຫ້ຄໍາໝັນສັນຍາວ່າຈະໃຫ້ເງິນ ແກ່ຜູ້ວ່າງງານຜູ້ລະ 40 ດອນລ່າ ສະຫະຣັດ.