ໜ່ວຍງານຣັຖ ໃນແຂວງຕ່າງໆ ມີໜີ້ຄ່າໄຟຟ້າ ລວມຫຼາຍຕື້ກີບ

ຈຳປາທອງ
2023.12.28
ໜ່ວຍງານຣັຖ ໃນແຂວງຕ່າງໆ ມີໜີ້ຄ່າໄຟຟ້າ ລວມຫຼາຍຕື້ກີບ ສຳນັກງານ ນາຍົກຣັຖມົນຕຣີລາວ ທີ່ນະຄອນຫຼວງວຽງຈັນ, (TS) ເດືອນທັນວາ 2023
RFA

ໜ່ວຍງານບໍຣິຫານຕ່າງໆ ຂອງຣັຖ ຢູ່ແຂວງໄຊຍະບູຣີ ຄ້າງຈ່າຍໜີ້ ຄ່າໄຟຟ້າ ໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ສາຂາແຂວງໄຊຍະບູຣີ 23.2 ຕື້ກີບ ຍ້ອນວ່າ ຂາດແຄນງົບປະມານຫຼາຍ. ດັ່ງເຈົ້າໜ້າທີ່ໄຟຟ້າ ສາຂາແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ທັນວາ ນີ້ວ່າ:

ປະມານ 20 ປາຍຕື້ນີ້ແຫຼະ ຂອງແຂວງເຮົານີ້ນ່າ. ອັນນີ້ ເປັນໜີ້ສິນ ຂອງຣັຖບໍຣິຫານ ທີ່ວ່າຂະເຈົ້າ ນໍາໃຊ້ງົບປະມານ ຂອງຣັຖ ທີ່ວ່າຊໍາລະ, ຫັ້ນນ່າເນາະ ແລ້ວມັນຄ້າງຫຼາຍ ແລ້ວຂະເຈົ້າກະ ເອີ ປະຊຸມແຕ່ຈໍານວນນັ້ນ.

ທ່ານກ່າວຕື່ມວ່າ ເພື່ອຫຼຸດຜ່ອນ ໜີ້ຄ່າໄຟຟ້າລົງ ກໍໄດ້ມີການແນະນໍາ ໃຫ້ໜ່ວຍງານ ຂອງພັກ-ຣັຖ ຢູ່ແຂວງໄຊຍະບູຣີ ນີ້ ຫຼຸດຜ່ອນ ການນໍາໃຊ້ໄຟຟ້າ ທີ່ບໍ່ຈໍາເປັນ ແລະ ຈັດສັນງົບປະມານ ປະຈໍາປີ ເອົາສ່ວນໃດສ່ວນນຶ່ງ ມາຊໍາລະ ໜີ້ຄ່າໄຟຟ້າ.

ເວົ້າເຖິງໜີ້ຄ່າໄຟຟ້າ ສະເພາະ 8 ແຂວງພາກເໜືອ ຂອງລາວ ໜ່ວຍງານ ຂອງພັກ-ຣັຖ ມີໜີ້ຄ່າໄຟຟ້າ ຄ້າງຈ່າຍໃຫ້ ຣັຖວິສາຫະກິຈ ໄຟຟ້າລາວ ປະມານ 74.9 ຕື້ກີບ ແລະ ໃນທົ່ວປະເທດ ມີໜີ້ຄ່າໄຟຟ້າ ປະມານ 3,600 ຕື້ກີບ.

ເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ຂັ້ນສູນກາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ທັນວາ ນີ້ ເຖິງໜີ້ຄ່າໄຟຟ້າ ທີ່ບັນດາໜ່ວຍງານ ຂອງພັກ-ຣັຖ ຄ້າງຈ່າຍ ໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ວ່າ ເກີດຂຶ້ນມາດົນ ຫຼາຍປີແລ້ວ ແຕ່ມາເກີດວິກິດ ໃນໄລຍະ ທີ່ມີການຣະບາດ ຂອງໂຄວິດ-19 ແລະ ສະພາບເສຖກິຈ-ການເງິນ ຂອງປະເທດ ຝືດເຄືອງ ໃນ 2-3 ປີມານີ້, ຊຶ່ງເຮັດໃຫ້ໜ່ວຍງານ ຂອງພັກ-ຣັຖ ໃນທົ່ວປະເທດ ບໍ່ສາມາດ ຈ່າຍຄ່າໄຟຟ້າ ໄດ້ຕາມກໍານົດເວລາ ຈົນກາຍເປັນໜີ້ຄ້າງ ຊໍາເຮື້ອ.

ປັດຈຸບັນ, ຣັຖບານ ກໍພະຍາຍາມ ຊອກຫາແຫຼ່ງທຶນ ຈາກອົງການຕ່າງໆ ມາແກ້ໄຂ, ພະຍາຍາມຫຼຸດຜ່ອນ ການນໍາໃຊ້ໄຟຟ້າ ທີ່ບໍ່ຈໍາເປັນ ເພື່ອຄ່ອຍໆ ຊໍາລະໜີ້ນັ້ນ, ແຕ່ກໍຍັງເປັນສັດສ່ວນ ທີ່ໜ້ອຍຢູ່ ເມື່ອທຽບໃສ່ ຈໍານວນໜີ້ ທີ່ຣັຖບານ ຍັງຄ້າງຈ່າຍ ດັ່ງທ່ານກ່າວວ່າ:

ໜີ້ຢ້ອນຫຼັງບໍ່ຊໍາລະ, ຣັຖບານ ຊິຊໍາລະແນວໃດນີ້ ຄ້າຍໆຄືວ່າ ມີເທົ່າໃດ ກະຈ່າຍເທົ່ານັ້ນ, ວ່າຊັ້ນສາ. ກະຫາແຫຼ່ງທຶນອື່ນມາ ເພື່ອຕອບສນອງ ຈ່າຍຄ່າໄຟ. ເດືອນນຶ່ງໄດ້ເທົ່າໃດ ກະຈ່າຍເທົ່ານັ້ນ.

ກ່ຽວກັບບັນດາໜ່ວຍງານ ຂອງພັກ-ຣັຖ ໃນທົ່ວປະເທດ ຕິດໜີ້ຄ່າໄຟຟ້າ ຣັຖວິສາຫະກິຈ ໄຟຟ້າລາວ ເປັນຈໍານວນເງິນ ຫຼາຍພັນຕື້ກີບ ນັ້ນ, ຊາວລາວຈໍານວນນຶ່ງ ເຫັນວ່າ ຣັຖບານລາວ ຄວນຈະກໍານົດ ລະບຽບການ ນໍາໃຊ້ໄຟຟ້າ ຢ່າງຈະແຈ້ງ ເຊັ່ນ ໃຫ້ໃຊ້ໄຟຟ້າ ຢ່າງປະຢັດ ແລະ ມອດໄຟ, ປິດເຄື່ອງໃຊ້ໄຟຟ້າ ເມື່ອບໍ່ມີການໃຊ້ງານ.

ຊາວລາວ ຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ເວົ້າວ່າ ຣັຖບານລາວ ຄວນຈັດສັນ ງົບປະມານ ໃຫ້ພຽງພໍ ເພື່ອນໍາໄປຊໍາລະໜີ້ ຄ່າໄຟຟ້າ ໂດຍບໍ່ຄວນ ໃຫ້ປະຊາຊົນລາວ ມາຊ່ວຍແບກຮັບ ພາລະໜີ້ສິນນັ້ນ ເພາະດຽວນີ້ ປະຊາຊົນລາວ ກໍມີລາຍໄດ້ຫຼຸດລົງ ແທບຈະບໍ່ກຸ້ມຢູ່ ບໍ່ກຸ້ມກິນແລ້ວ.

ຊິມາໃຫ້ປະຊາຊົນ ແບກຮັບແນວໃດ ບໍ່ໄດ້ກ່ຽວກັບ ການສ້າງສາ ປະເທດຊາດ. ປະຊາຊົນ ບໍ່ໄດ້ຕິດໜີ້ໃຜ, ຣັຖບານຕິດໜີ້ ກະຣັຖບານຫັ້ນແລ້ວຈ່າຍ.

ຢູ່ແຂວງຈໍາປາສັກ ຊາວລາວ ອີກຜູ້ນຶ່ງ ກໍເວົ້າວ່າ ຣັຖບານ ຕ້ອງໄດ້ປັບປຸງກົລໄກ ແລະ ລະບຽບການຕ່າງໆ ເພື່ອຈັດສັນ ງົບປະມານ ປະຈໍາປີ ເຂົ້າໃນການຊໍາລະ ຄ່າໄຟຟ້າ ໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ຕາມກໍານົດເວລາ ຍ້ອນຣັຖວິສາຫະກິຈ ໄຟຟ້າລາວ ກະມີໜີ້ສິນ ມະຫາສານຢູ່ແລ້ວ. ຂະນະທີ່ເຂື່ອນຫຼາຍແຫ່ງ ໃນລາວ ກໍບໍ່ສາມາດ ຜລິຕໄຟຟ້າໄດ້ ຕາມເປົ້າໝາຍ ຍ້ອນປະເຊີນກັບບັນຫາ ພັຍແຫ້ງແລ້ງ ແລະ ພັຍນໍ້າຖ້ວມ ຢ່າງຕໍ່ເນື່ອງ ດັ່ງທີ່ທ່ານກ່າວວ່າ:

ຢາກໃຫ້ປັບປຸງຕື່ມ ຫັ້ນແລ້ວ. ໄລຍະນີ້, ຫາເງິນບໍ່ໄດ້ໄດ໋ ຝົນກະບໍ່ຕົກນີ້ ແຫ້ງແລ້ງ ຊິເຮັດຈັ່ງໃດ. ເຂົາກະບໍ່ມີເງິນ ຄືກັນແຫຼະ.

ນອກຈາກບັນຫາໜ່ວຍງານ ຂອງພັກ-ຣັຖ ຕິດໜີ້ຄ່າໄຟຟ້າ ຂອງຣັຖວິສາຫະກິຈ ໄຟຟ້າລາວ ແລ້ວນັ້ນ, ຣັຖວິສາຫະກິຈ ໄຟຟ້າລາວ ເອງ ກໍຍັງມີໜີ້ສິນ ກັບຕ່າງປະເທດ ຢ່າງຫຼວງຫຼາຍ ຄືກວມເອົາ 30% ຂອງຈໍານວນ ໜີ້ສາທາຣະນະ ຫຼືປະມານ 4,350 ລ້ານໂດລ້າຣ໌ ສະຫະຣັຖ.

ສໍາລັບໜີ້ສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ແຍກເປັນ 3 ສ່ວນສໍາຄັນ ຄື ການກູ້ຢືມເງິນ ຈາກຕ່າງປະເທດ ເພື່ອນໍາມາລົງທຶນ ສ້າງເຂື່ອນໄຟຟ້າ ຫຼືແຫຼ່ງພະລັງງານອື່ນໆ, ການກູ້ຢືມເງິນ ຈາກພາຍໃນ ເພື່ອຮ່ວມລົງທຶນ ໃນໂຄງການພະລັງງານ ແລະ ບັນຫາ ການສໍ້ຣາສບັງຫຼວງ ຂອງເຈົ້າໜ້າທີ່ພາຍໃນ ຣັຖວິສາຫະກິຈ ໄຟຟ້າລາວ.

ປັດຈຸບັນ, ຣັຖບານລາວ ໄດ້ຕັດສິນໃຈ ປະຕິຮູບ ຣັຖວິສາຫະກິຈ ທີ່ຣັຖລົງທຶນໃຫ້ 100% ຢ່າງຮອບດ້ານ ນັບແຕ່ປີ 2020 ເປັນຕົ້ນມາ. ໃນນັ້ນ, ຣັຖວິສາຫະກິຈ ໄຟຟ້າລາວ ເປັນອົງການທໍາອິດ ທີ່ໄດ້ຖືກປະຕິຮູບ ເພື່ອແກ້ໄຂ ບັນຫາໜີ້ສິນ ປ້ອງກັນການຟ້ອງຮ້ອງ ຈົນກ້າວໄປເຖິງ ການລົ້ມລະລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.