ສິດທິມະນຸສ ຢູ່ລາວ ບໍ່ດີຂຶ້ນ

0:00 / 0:00

ໃນວັນທີ 12 ມິຖຸນາ 2023 ທີ່ຜ່ານມາ, ໂຕແທນສະຫະພາບຢູໂຣບ ແລະ ເຈົ້າໜ້າທີ່ທາງການລາວ ໄດ້ຈັດກອງປະຊຸມ ສິດທິມະນຸສ ຢູ່ນະຄອນຫລວງວຽງຈັນ, ແຕ່ ອົງການຈັດຕັ້ງດ້ານສິດທິມະນຸສ ເຫັນວ່າ ການປະຊຸມດັ່ງກ່າວ ບໍ່ມີຫຍັງປ່ຽນແປງ ແລະ ບໍ່ໄດ້ເຮັດໃຫ້ການເຄົາຣົບ ສິດທະມນຸດຢູ່ໃນລາວດີຂຶ້ນ.

ຍານາງ Shalmali Guttal ຜູ້​ອຳ​ນວຍ​ການ ອົງ​ການ Focus on the Global South ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ແລະ ເຮັດວຽກດ້ານສິດທິມະນຸສ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ກອງປະຊຸມດັ່ງກ່າວ ມັນໃຊ້ການບໍ່ໄດ້ ຖ້າວ່າກົລໄກດ້ານສິດທິມະນຸສ ໃນລາວໃຊ້ໄດ້ຜົລແທ້ໆ ເຮົາກໍຄົງຈະບໍ່ເຫັນການປາບປາມ ປະຊາຊົນແບບນີ້.”

ໃນກອງປະຊຸມຄັ້ງນີ້ເປັນຄັ້ງທີ 12 ເຊິ່ງແຕ່ລະຄັ້ງ ເຈົ້າໜ້າທີ່ທາງການລາວ ແລະ ໂຕແທນສະຫະພາບຢູໂຣບ ກໍມີການເຜີຍແຜ່ ບົດຖແລງຂ່າວອອກມາ, ແຕ່ ບໍ່ມີຫຍັງໃໝ່ ທີີ່ຈະນໍາໄປສູ່ການປັບປຸງ ການປະຕິບັດການເຄົາຣົບ ສິດທິມະນຸສໃນລາວ.

ຍານາງ Shalmali Guttal ກ່າວຕື່ມວ່າ:

“ການປະຊຸມດ້ານສິດທິມະນຸສ ກໍດໍາເນີນໄປ ມີໃຜຮູ້ແດ່ ເຂົາເຈົ້າເວົ້າຫຍັງກັນ ເຂົາເຈົ້າເວົ້າຫຍັງກັນແທ້ຢູ່ໃນກອງປະຊຸມນີ້ ຫລັງຈາກປະຊຸມແລ້ວ ກະມີບົດຖແລງຂ່າວອອກມາ ເຊິ່ງບົດຖແລງຂ່າວດັ່ງກ່າວ ກໍຄ້າຍຄືກັບບົດຖແລງຂ່າວ ປີທີ່ຜ່ານມາ. ມັນມີຫຍັງແຕກຕ່າງແດ່ ຖ້າປຽບທຽບກັບ ບົດຖແລງຂ່າວທີ່ຜ່ານມາ ກໍມີເນື້ອໃນຄືກັນ ແລ້ວຈຸດປະສົງຂອງກອງປະຊຸມນີ້ ແມ່ນຫຍັງ ຫຼື ພຽງແຕ່ເວົ້າວ່າ ເຈົ້າມີກອງປະຊຸມສິດທິມະນຸສ ເທົ່ານັ້ນເບາະ.”

ກອງປະຊຸມ ທາງດ້ານສິດທິມະນຸສ ໃນລາວ ກໍດໍາເນີນໄປ ໂດຍ ທີ່ຍັງມີເຫດການລະເມີດ ສິດທິດມະນຸສຢູ່ໃນລາວ.

ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົລ ເພື່ອ ສິດທິມະນຸສ, ປະຈໍາຂົງເຂດ ເອເຊັຽ ຕາເວັນ ອອກສ່ຽງໃຕ້ ຫລື FIDH ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ກອງປະຊຸມສິດທິມະນຸສທີ່ຜ່ານມາ, ສະຖະນະການດ້ານສິດທິ ມະນຸສຢູ່ໃນລາວ ບໍ່ມີການປັບປຸງຫຍັງທີ່ພໍຈະຈັບຕ້ອງໄດ້. ໃນຄວາມເປັນຈິງ, ມີການຄຸກຄາມອົງການຈັດຕັ້ງ ພາກປະຊາສັງຄົມແບບບໍ່ເປັນທັມ. ສະພະພາບຢູໂຣບ ຫຼື EU ໄດ້ອອກບົດຖແລງຂ່າວ ຫຼັງຈາກທີ່ປະຊຸມເຣື່ອງສິດມະນຸສ ກັບເຈົ້າໜ້າທີ່ທາງການລາວ ເພື່ອສ້າງຄວາມພໍໃຈ ໃຫ້ແກ່ປະເທດ ທີ່ບໍ່ມີການເຄົາຣົບສິດທິມະນຸສ,​ ປະເທດທີ່ບໍ່ມີຫຼັກປະຊາທິປະໄຕ, ແລະ ປະເທດທີ່ບໍ່ໄດ້ປົກຄອງ ດ້ວຍລະບຽບກົດໝາຍ.​”

ຢູ່ປະເທດລາວ ຜູຸ້ທີ່ມີແນວຄິດແຕກຕ່່າງ ຈາກທາງການ ກໍຈະຖືກຈໍາກັດ ແລະ ຖືກລົງໂທດ ໂດຍສະເພາະ ຜູ້ທີ່ອອກມາວິພາກ ວິຈານຣັຖບານ.

ທ່ານ Andrea Giorgetta ໄດ້ກ່າວຕໍ່ວິທຍຸ ເອເຊັ ຽເສຣີ ຕື່ມອີກວ່າ:

“ຄວາມຈິງກໍຄື ລາວຍັງເປັນປະເທດແບບຜະເດັດການ ບ່ອນທີ່ມີການລະເມີດສິດທິມະນຸສ ເຊິ່ງຜູ້ທີ່ເຫັນຕ່າງ ຈະຖືກຈັບຂັງຄຸກ, ບັງຄັບໃຫ້ຫາຍສາຍສູນ ຫຼື ເສັຽຊີວິດ. ສະຫະພາບຢູໂຣບ ຄວນຈະດໍາເນີນກອງປະຊຸມສິດທິມະນຸສ ດ້ວຍການຕໍານິການລະເມີດສິດທິມະນຸສ ທີ່ຮ້າຍແຮງຢູ່ໃນປະເທດລາວ.”

ເປັນເວລາປະມານ 10 ປີ ຜ່ານມາ, ເຫດການທີ່ໂດດເດັ່ນ ກໍຄື ການລັກພາໂຕ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ​ ແລະ ເຈົ້າໜ້າທີ່ທາງການລາວ ກໍບໍ່ມີຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນ ຫາໂຕ ທ່ານ ສົມບັດ.​

ຍານາງ Shalmali Guttal ຜູ້​ອຳ​ນວຍ​ການ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີວ່າ:

“2 ເຮົາເຫັນວ່າ 10-15 ປີມານີ້ ເຮົາເຫັນການບັງຄັບໃຫ້ ທ່ານ ສົມບັດ ຫາຍສາບສູນ ແຕ່ກ່ອນໜ້ານັ້ນ ກໍມີກໍລະນີການບັງຄັບ ໃຫ້ຫາຍສາບສູນ ແຕ່ຄົນບໍ່ໄດ້ເວົ້າເຖິງມັນ ແຕ່ ທ່ານ ສົມບັດ ສົມພອນ ຫາຍສາບສູນ ທ່ານ ເປັນຄົນທີ່ໂດດເດັ່ນ ແລະ ເປັນທີ່ຮູ້ຈັກ ມີທັງຫຼັກຖານຈາກກ້ອງວົງຈອນປິດ ສະນັ້ນ ມັນຈຶ່ງປະຕິເສດບໍ່ໄດ້ເລີຍ.”

ນອກຈາກນີ້ ຍັງມີກໍຣະນີ ການເສັຽຊີວິດ, ການຫາຍສາບສູນ, ແລະ ການຈັບໂຕນັກເຄື່ອນໄຫວທາງດ້ານການເມືອງ.

ຍານາງ Shalmali Guttal ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“3 ມີການປາບປາມ ແລະ ລະເມີດສິີດທິມະນຸສ ມີການຈັບຄົນງານລາວ 3 ຄົນ ລະກະມີການຄາດຕະກໍາ ທ້າວ ອ໊ອດ, ທ້າວ ບຸນສວນ ແລະ ການບັງຄັບໃຫ້ຫາຍສາບສູນ ຖ້າມີກົນໄກດ້ານສິດທິມະນຸສ ຄື ດັ່ງທີ່ຣັຖບານລາວ ແລະ ສະຫະຫະພາບຢູໂຣບ ປະຊຸມກັນຢູ່ ພວກເຮົາຄົງຈະບໍ່ເຣື່ອງບັນຫາແບບນີ້ເກີດຂຶ້ນ ແຕ່ ເຮົາບໍ່ເຫັນວ່າ ມີການປ່ຽນແປງຫຍັງ.”

ເຖິງຢ່າງໃດກໍຕາມ, ໃນວັນ 12 ມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ທາງການລາວ ແລະ ໂຕແທນສະຫະພາບຢູໂຣບ ຫຼື EU ໄດ້ຈັດກອງປະຊຸມສິດທິມະນຸສ ຄັ້ງທີ 12 ຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 12 ມິຖຸນາ 2023 ທີ່ຜ່ານມາ ກໍໄດ້ອອກບົດຖແລງຂ່າວ ກ່ຽວກັບກອງປະຊຸມ.

ບົດຖແລງການກຢູ່ໃນ ເວບໄຊ້ ຂອງສະຫະພາບຢູໂຣບ ໄດ້ລະບຸວ່າ ມີຫຼາຍຫົວຂໍ້ ທີ່ສະຫະພາບຢູໂຣບ ແລະ ທາງການລາວ ໄດ້ປຶກສາຫາລືກັນ ເປັນຕົ້ນ ເລື່ອງພາກປະຊາສັງຄົມ, ການເມືອງ, ເສຖກິຈ, ສິດທິທາງດ້ານວັທນະທັມ ແລະ ສັງຄົມ, ເສຣີພາບການສະແດງຄວາມເຫັນ, ຂໍ້ມູນຂ່າວສານ ແລະ ການໂຮມຊຸມນຸມ, ບົດບາດຍິງຊາຍ ແລະ ການຕໍ່ຕ້ານໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ, ສິດທິເດັກນ້ອຍ ແລະ ຂອງບຸກຄົນທີ່ດ້ອຍໂອກາດ, ການຕ້ອງໂທດປະຫານຊີວິດ, ການເຂົ້າເຖິງຄວາມຍຸຕິທັມ, ການໃຫ້ສັດຕິຍາບັນ ແລະ ໜ້າທີ່ການຣາຍງານ ພາຍໃຕ້ສົນທິສັນຍາ ສິດທິມະນຸສສາກົລ, ການຮ່ວມມືໃນຫຼາຍພື້ນທີ່.

ບົດຖແລງຂ່າວ ຍັງລະບຸອີກວ່າ ເຈົ້າໜ້າທີ່ຝ່າຍລາວ ແລະ ໂຕແທນສະຫະພາບຢູໂຣບ ໄດ້ປຶກສາຫາລືກັນ ໃນທາງທີ່ສ້າງສັນ ແລະ ໄດ້ສະແດງຄວາມເປັນຫວ່ງກ່ຽວກັບ ຄວາມຍຸຕິທັມ ແລະ ການບັງຄັບໃຊ້ກົດໝາຍ. ສະຫະພາບຢູໂຣບ ກໍໄດ້ຍົກເອົາກໍລະນີກ່ຽວກັບບຸກຄົນ, ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະ ຄວາມຮັບຜິດຊອບ ໃນການສືບສວນ-ສອບສວນ ໃນຂະນະທີ່ ເຈົ້າໜ້າທີ່ຝ່າຍລາວ ກໍໄດ້ນໍາສເນີ ບັນຫາທົ່ວໄປ ທີ່ກ່ຽວກັບພັນກັບສະຫະພາບຢູໂຣບ.

ບົດຖແລງຂ່າວຍັງລະບຸອີກວ່າ ທັງ ເຈົ້າໜ້າທີ່ລາວ ແລະ ໂຕແທນສະຫະພາບຢູໂຣບ ກໍໄດ້ກ່າວເນັ້ນເຖິງພັນທະ ເພື່ອປົກປ້ອງ ແລະ ສົ່ງເສີມສິດທິມະນຸສ ພ້ອມກັບເພີ່ມມາຕການ ເພື່ອຮັບປະກັນຄວາມປອດໄພ ສ່ວນບຸກຄົນ ພາຍໃຕ້ກົດໝາຍແຫ່ງຊາຕ ແລະ ສົນທະສັນຍາສິດທິ ມະນຸສສາກົລ.

ທີ່ຜ່ານມາ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົລ ​ທີ່​ເຮັດ​ວຽກ​ເຣື່ອງ​ສິທທິ​ມະ​ນຸສ ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ ເຣື່ອງ​ການ​ເຄົາ​ຣົບ​ສິທ​ທິ​ມະ​ນຸສ ​ໃນ​ລາວ ​ທີ່ບໍ່​ມີ​ຄວາມ​ຄືບ​ໜ້າ​ ສ່ວນ​ວ່າສະ​ຫະ​ພາບ​ຢູ​ໂຣບ​ ມີ​ການ​ປະ​ຊຸມຮ່ວມກັບ ທາງ​ການ​ລາວ ເຣື່ອງ​ສິດ​ທິ​ມະນຸສ ຄັ້​ງ​ທີ 11 ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ຢູ່ນະຄອນບ​ຣັສ​ເຊລສ໌ ປະ​ເທດເບລ​ຢ້ຽມ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊ້ອມ ສິທທິມະນຸສຫຼື Human Rights Watch ປະຈໍາຂົງເຂດ ເອເຊັຽໄດ້​ຖ​ແລງວ່າ:

“ມື້​ດຽວບໍ່​ພຽງ​ພໍ ທີ່​ເກັບ​ກຳ​ບັນ​ຫາ​ ສິທທິ​ມະ​ນຸສ​ ທັງ​ໝົດໃນລາວ ແຕ່​ວ່າຢ່າງ​ໜ້ອຍ ສະ​ຫະ​ພາບຢູ່​ໂຣບ ກໍ​ພະ​ຍາ​ຍາມ​ເຮັດ​ເຣື່ອງນີ້ ການ​ລະ​ເມີດ​ສິ​ດທທິ​ມະ​ນຸ​ສ​ ເກີດ​ຂຶ້ນ​ໃນ​ຊີ​ວິດຕປະ​ຈຳ​ວັນ​ ຢູ່​ລາວ.”

ປະ​ຊາ​ຊົນ ຢູ່​ປະ​ເທດ​ລາວ ຍັງ​ບໍ່​ມີ​ສິດໃນ​ການ​ໂຮມ​ຊຸມ​ນຸມ ແລະ ການ​ສະ​ແດງ​ຄວາມ​ຄິດ​ເຫັນ ​ທາງ​ດ້ານ​ການ​ເມືອງ.

ທ່ານ Phil Robertson ກ່າວ​ວ່າ:

“ຄອບ​ຄົວ ແລະ ຄົນ​ທີ່​ຮັກ​ຂອງ​ເຂົາ​ເຈົ້າ ຍັງ​ລໍ​ຖ້າ​ຄຳ​ຕອບ ເຊິ່ງບໍ່​ພຽງ​ແຕ່​ເປັນ​ຄວາມ​ທໍ​ຣະ​ມານ​ ຂອງ​ຜູ້​ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຣັ​ຖ ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນເທົ່າ​ນັ້ນ. ສິດທິ​ຂັ້ນ​ພື້ນ​ຖານ ແລະ ສິດທິ​ທາງ​ການ​ເມືອງ ຄື ເສ​ຣີ​ພາບ ການ​ປາກ​ເວົ້າ, ສະ​ມາ​ຄົມ ແລະ ການ​ໂຮມ​ຊຸມ​ ທາງ​ສາ​ທາ​ຣະ​ນະແບບ​ສັນ​ຕິ ແລະ ການປະ​ທ້ວງ ຍັງ​ຖືກ​ຫ້າມ ຢູ່​ໃນ​ປະ​ເທດ​ລາວ, ເຊິ່ງ​ປະ​ຊາ​ຊົນ ທີ່​ກະ​ທຳ​ການ​ແບບ​ນັ້ນ ຈະ​ຖືກ​ລົງ​ໂທດ ຢ່າງ​ໜັກ, ບັນ​ຫາ​ດັ່ງ​ກ່າວ ຈະ​ຕ້ອງ​ຢຸດ​ໄປ.”

ປະ​ຊາ​ຊົນ ຖືກ​ຍາດ​ແຍ່ງ​ທີ່​ດິນ ແລະ ຖືກ​ຍົກ​ຍ້າຍ​ຈາກ​ບ້ານ​ຂອງ​ຕົນ​ເອງ ແຕ່​ໄດ້​ຄ່າ​ຊົດ​ເຊີຍບໍ່​ເໝາະ​ສົມ ກໍ​ຍັງ​ເປັນ​ບັນ​ຫາ ​ທີ່​ແກ້​ໄຂໄດ້​ຍາກ.

ທ່ານ ທ່ານ Phil Robertson ຍັງ​ກ່າວ​ຕື່ມ​ວ່າ:

“ການ​ແບ່ງ​ແຍກ ແລະ ກີດ​ກັນ ທ​າງ​ດ້ານ​ສາ​ສ​ນາ ໂດຍເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຂອງ​ລາວ ຍັງ​ຄົງ​ເປັນ​ບັນ​ຫາ​ໃຫຍ່ ທີ່​ຈະ​ຕ້ອງ​ແກ້​ໄຂ ໃນ​ຫຼາຍ​ເຂດ​ທົ່ວ​ປະ​ເທດ. ຖ້າປະ​ເທດ​ລາວ ເປັນ​ຂອ​ງ​ຄົນ​ລາວ​ທັງ​ໝົດ ເຊັ່ນ​ ການ​ກະ​ທຳ​ແບບ​ແບ່ງ​ແຍກ ຈະ​ຕ້ອງ​ຢຸດ​ຕິ. ປະ​ຊາ​ຊົນ​ລາວ ຕ້ອງ​ສູນ​ເສັຽ​ທີ່​ດິນ ແລະ ວິ​ຖີ​ຊີ​ວິຕ​ຂອງ​ຕົນ​ເອງ ຍ້ອນ​ວ່າ ເຂົາ​ເຈົ້າຖືກ​ຍົກ​ຍ້າຍ ຈາກ​ໂຄງ​ການ ໂດຍ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ໜ້ອຍ​ດຽວ ຫຼື ບໍ່​ໄດ້​ເລີຍ.”

ທ່ານ Phil Robertson ຍັງ​ກ່າວ​ວ່າ: "ບັນ​ຫາ​ໃຫຍ່ ໃນ​ລາວ ກໍ​ຄື ຄົນ​ຊັ້ນ​ສູງ ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ຜິດ​ຊອບ ຕໍ່​ການ​ລະ​ເມີດ​ສິທ​ທິ​ມະ​ນຸດ ໃຊ້​ອຳ​ນາດ​ໂຕ​ເອງ​ເຮັດ​ ຕ​າມ​ອຳ​ເຟີ​ໃຈ ແລະ ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ໂຕ​ເອງ. ອັນ​ນີ້ ເປັນ​ສິ່ງ​ທີ່ ສະ​ຫະ​ພາບ​ຢູ​ໂຣບ ຈຳ​ເປັນ​ຕ້ອງ​ຍົກ​ຂຶ້ນ​ມາ​ເວົ້າ ບໍ່​ສະ​ເພາະ​ແຕ່​ຢູ່​ໃນ​ກອງ​ປະ​ຊຸມ​ເທົ່າ​ນັ້ນ ແຕ່​ຈະ​ຕ້ອງ​ມີ​ການ​ຮ່ວມ ​ກັນຫຼາຍ​ຝ່າຍ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລະ​ຫວ່າງ ສະ​ຫະ​ພາບ​ຢູ​ໂຣບ ແລະ ຣັ​ຖ​ບານ​ລາວ."

ເຫດການລະເມີດ ສິດທິມະນຸສ ທີ່ເກີດຂຶ້ນ ນັບແຕ່ເດືອນເມສາ ເປັນຕົ້ນມາ:​

  • ວັນທີ 20 ເມສາ 2023, ທ້າວ ສະຫວ່າງ ຫຼື ອຸດອນ ພະເລີດ ອະດີດນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ເຊິ່ງເປັນສະມາຊິກກຸ່ມ "Free Laos" ຖືກຈັບ ຢູ່ແຂວງສວັນນະເຂດ.
  • ໃນວັນທີ 29 ເມສາ 2023, ທ້າວ ອານຸຊາ ຫຼື ແຈັກ ຜູ້ໃຊ້ເຟສບຸກຄ໌ ທີ່ວິຈານຣັຖບານ ໄດ້ຖືກຄົນຮ້າຍຍິງ ໂດຍ ຄົນຮ້າຍຫວັງທີ່ຈະຄາຕກັມ ແຕ່ ໂຊກດີ ທ້າວ ແຈັກ ບໍ່ເສັຽຊີວິດ ແລະ ປັດຈຸບັນ ລາວກໍລັງປິ່ນປົວຢູ່ໂຮງໝໍ ຢູ່ຕ່າງປະເທດ.
  • ຫລ້າສຸດ ວັນທີ 17 ພຶສພາ 2023, ເຈົ້າໜ້າທີ່ຕໍາຣວດໄທຍ ກໍໄດ້ຮັບແຈ້ງວ່າ ມີຄົນພົບສົບ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ ເສັຽຊີວິດ ໂດຍ ໃນຮ່າງກາຍມີຮ່ອງຮອຍ ຖືກຍິງ. ທ້າວ ບຸນສວນ ກິຕິຍາໂນ ເປັນນັກເຄື່ອນໄຫວ ດ້ານປະຊາທິປະໄຕ ແລະ ສິດທິມະນຸສ, ແລະ ເປັນສະມາຊິກກຸ່ມ Free Laos.